ແນວຄິດທິດສະດີ ມາກ-ເລນິນ ຍືນຍົງໃນໂລກແຫ່ງຄວາມຈິງ

14:19 | 22/04/2020

ເມື່ອເວົ້າເຖິງຜົນງານອັນຍິ່ງໃຫຍ່ຂອງທ່ານ ເລນິນ, ພວກເຮົາຕ້ອງ ບໍ່ລືມບັນດາສາຍກ້ຽວພັນ, ໂດຍ ສະເພາະບຸກຄົນສໍາຄັນທີ່ມີບົດບາດ ເຮັດໃຫ້ທ່ານ ເລນິນ ປະສົບຜົນສໍາ ເລັດທັງທາງດ້ານການຄົ້ນຄວ້າທິດສະດີ ແລະ ນໍາໃຊ້ເຂົ້າໃນພຶດຕິກໍາຕົວຈິງ ນັ້ນແມ່ນແນວຄິດທິດສະດີຂອງ ທ່ານ ກາກມາກ ແລະ ອັງແກນ ກ່ຽວ ກັບພັກກອມມູນິດ. 

ແນວຄ ດທ ດສະດ ມາກ ເລນ ນ ຍ ນຍ ງໃນໂລກແຫ ງຄວາມຈ ງ ປະເທດລັດເຊຍ ຫວນຄືນວັນຄ້າຍວັນເສຍຊີວິດຂອງ ຜູ້ນຳຜູ້ຍິ່ງໃຫຍ່ ເລນິນ ຄົບຮອບ 95 ປີ
ແນວຄ ດທ ດສະດ ມາກ ເລນ ນ ຍ ນຍ ງໃນໂລກແຫ ງຄວາມຈ ງ ​ພະ​ລາດ​ສະພິ​ທີ ອະ​ພິ​ເສກ​ສົມ​ລົດ ຂອງ​ເຈົ້າ​ຊາຍ ແຮ​ລີ້ ແລະ ແມັກ​ແຮນ ມາກ​ເກວ
ແນວຄ ດທ ດສະດ ມາກ ເລນ ນ ຍ ນຍ ງໃນໂລກແຫ ງຄວາມຈ ງ
ແນວຄິດທິດສະດີ ມາກ-ເລນິນ ຍືນຍົງໃນໂລກແຫ່ງຄວາມຈິງ. (ພາບ: internet)

ທ່ານ ກາກມາກ ແລະ ອັງແກນ ແມ່ນຜູ້ທໍາອິດທີ່ໄດ້ ຍົກບັນດາແນວຄິດພື້ນຖານກ່ຽວກັບ ພັກກອມມູນິດ ແລະ ຮ່າງຖະແຫລງການຂອງພັກກອມມູນິດ ທີ່ເປັນ ເອກະສານໃນລັກສະນະໂຄງການ ການເມືອງທໍາອິດຂອງຂະບວນ ການກອມມູນິດ, ກໍ່ຄືການສ້າງຕັ້ງ ອົງການຈັດຕັ້ງກອມມູນິດທໍາອິດຂຶ້ນຢູ່ໃນໂລກເຊິ່ງມີຊື່ວ່າ ພັນທະມິດ ບັນດາພັກກອມມູນິດ. ພວກເພິ່ນໄດ້ຮຽກຮ້ອງໃຫ້ກອງນໍາໜ້າປະຕິວັດສອງຊົນຊັ້ນ ຕ້ອງປະກອບອາວຸດ ດ້ວຍທິດສະດີທີ່ກ້າວໜ້າ, ມີລະດັບ ຄວາມຕື່ນຕົວສູງ. ພ້ອມດຽວກັນນັ້ນ ໃນພຶດຕິກໍາຕົວຈິງ ພັກຕ້ອງກໍ່ຕ້ອງ ເປັນຜູ້ທີ່ເດັດດ່ຽວກກ່ອນໝູ່ ແລະ ຮູ້ດຶງດູດເອົາມະຫາຊົນກ້າວໜ້າເດີນ ໄປໜ້າພ້ອມກັນ...

ໂດຍພາຍໃຕ້ການຊີ້ນໍາຂອງທ່ານ ກາກມາກ ແລະ ອັງແກນ, ກົດລະບຽບຂອງພັນທະມິດບັນດາຊາວກໍາມະກອນໄດ້ຮັບການຮ່າງຂຶ້ນ; ກົດລະບຽບດັ່ງກ່າວມີບາງເນື້ອໃນສໍາຄັນເປັນຕົ້ນ ພັກ ຕ້ອງແມ່ນຖັນແຖວທີ່ມີການຈັດຕັ້ງແໜ້ນໜາ; ບັນດາອົງການນໍາພາ ຂອງພັກ ຕ້ອງໄດ້ຮັບການເລືອກຕັ້ງ ຢ່າງປະຊາທິປະໄຕ ແລະ ຈະລົບລ້າງ ເວລາໃດກໍ່ໄດ້ ຖ້າເຂົາເຈົ້າບໍ່ເຮັດສໍາ ເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ພັກຕ້ອງແມ່ນກ້ອນກໍາລັງທີ່ເປັນເອກະພາບທາງດ້ານການເມືອງ-ແນວຄິດ-ການຈັດຕັ້ງ, ບົນພື້ນຖານອີງໃສ່ລັດທິສັງຄົມນິຍົມວິທະຍາສາດ ຢ່າງແໜ້ນແຟ້ນ ຈຶ່ງເຮັດໃຫ້ພັກກາຍເປັນກໍາລັງການເມືອງທີ່ມີຄວາມສາມາດດຶງດູດມະຫາຊົນສ່ວນ ຫລາຍ ເຂົ້າຮ່ວມໃນການຕໍ່ສູ້ຕ້ານຊົນຊັ້ນນາຍທຶນ ແລະ ກໍ່ສ້າງລັດທິ ກອມມູນິດ…

ສໍາລັບທ່ານ ເລນິນ ແມ່ນໄດ້ສືບທອດແນວຄິດ-ທິດສະດີຂອງ ທ່ານ ກາກມາກ ແລະ ອັງແກນ ເຊິ່ງບັນດາຫລັກການພື້ນຖານຂອງ ເລນິນ ກ່ຽວກັບພັກແບບໃໝ່ຂອງຊົນຊັ້ນ ກໍາມະກອນ ມີບາງເນື້ອໃນສໍາຄັນ ພື້ນຖານຄື: ລັດທິມາກ ແມ່ນພື້ນຖານ ແນວຄິດ, ແມ່ນເຂັມຊີ້ທິດໃຫ້ທຸກການເຄື່ອນໄຫວຂອງພັກກອມມູ ນິດ; ພັກກອມມູນິດແມ່ນກອງນໍາໜ້າທາງດ້ານການເມືອງທີ່ມີການຈັດຕັ້ງ, ແມ່ນຖັນແຖວທີ່ມີການຈັດ ຕັ້ງແໜ້ນໜາກ່ອນໝູ່, ປະຕິວັດກ່ອນໝູ່ ແລະ ມີຄວາມຕື່ນຕົວກ່ອນໝູ່ຂອງ ຊົນຊັ້ນກໍາມະກອນ; ເມື່ອເປັນພັກກໍາອໍານາດພັກແມ່ນແກນນໍາຂອງລະບົບການເມືອງສັງຄົມນິຍົມ ແລະ ແມ່ນພາກສ່ວນໜຶ່ງຂອງລະບົບ ດັ່ງກ່າວ; ລວມສູນປະຊາທິປະໄຕ ແມ່ນຫລັກການພື້ນຖານແຫ່ງການ ບັນຫາຕ່າງໆໃນການກໍ່ສ້າງການ ຈັດຕັ້ງ, ການດໍາລົງຊີວິດ ແລະ ການ ເຄື່ອນໄຫວຂອງພັກ; ພັກ ແມ່ນກ້ອນກໍາລັງເອກະພາບທາງດ້ານການ ເມືອງ, ແນວຄິດ ແລະ ການຈັດຕັ້ງ, ຖືເອົາການຕໍາໜິຕິຊົມຕົນເອງ ແລະ ຕິຊົມກັນ ເປັນກົດເກນຂະຫຍາຍຕົວຂອງພັກ; ພັກພົວພັນສະໜິດແໜ້ນກັບມະຫາຊົນ, ຕໍ່ສູ້ຢ່າງເດັດດ່ຽວ ເພື່ອສະກັດກັ້ນ ແລະ ແກ້ໄຂພະຍາດ ອາດຍາສິດ, ຫ່າງເຫີນມະຫາຊົນ.

ຄືດັ່ງຮັບຮູ້ນໍາກັນແລ້ວວ່າ ທິດສະດີຮູບຖານເສດຖະກິດ-ສັງຄົມ ແມ່ນພື້ນຖານທິດສະດີ ແລະ ວິທີວິທະຍາຂອງລັດທິມາກ-ເລນິນ ທີ່ໃຊ້ເພື່ອເຂົ້າເຖິງການຄົ້ນຄວ້າ-ອະທິບາຍ, ຄາດຄະເນການຂະຫຍາຍຕົວ ທີ່ມີລັກສະນະປະຫວັດສາດ, ທໍາມະຊາດຂອງສັງຄົມມະນຸດ ເວົ້າລວມ, ເວົ້າສະເພາະແມ່ນຂອງ ແຕ່ລະປະເທດ.

ແນວຄ ດທ ດສະດ ມາກ ເລນ ນ ຍ ນຍ ງໃນໂລກແຫ ງຄວາມຈ ງ ສູນກາງຄະນະຊາວໜຸ່ມ ລາວ ຈັດຕັ້ງເວທີປາໄສ ກ່ຽວກັບແນວຄິດ ໂຮ່ ຈີ໋ ມິງ ສໍາລັບຄົນລຸ້ນໜຸ່ມຂອງ ລາວ

ຍສໝ - ຫວ່າງແລ້ວນີ້, ຢູ່່ນະຄອນຫຼວງວຽງຈັນ ສປປ ລາວ, ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໄດ້ຈັດຕັ້ງເວທີປາໄສແລກປ່ຽນກ່ຽວກັບຊີວິດ, ພາລະກິດ ແລະ ແນວຄິດ ໂຮ່ ຈີ໋ ມິງ ສໍາລັບຄົນລຸ້ນໜຸ່ມ ຂອງ ລາວ.

ແນວຄ ດທ ດສະດ ມາກ ເລນ ນ ຍ ນຍ ງໃນໂລກແຫ ງຄວາມຈ ງ ຜັນຂະຫຍາຍມະຕິ ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

ສະພາວິທະຍາສາດສັງ ຄົມແຫ່ງຊາດສົມທົບກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ)ໄດ້ຈັດຕັ້ງກອງປະຊຸມຜັນຂະ ຫຍາຍມະຕິຂອງກົມການ ເມືອງສູນກາງພັກສະບັບເລກທີ 058/ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານແລະ ມະຕິສະບັບເລກທີ 063/ກມສພ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ ຂຶ້ນໃນວັນທີ 27 ມີນານີ້ ທີ່ ສມປຊ.

ແນວຄ ດທ ດສະດ ມາກ ເລນ ນ ຍ ນຍ ງໃນໂລກແຫ ງຄວາມຈ ງ ແຜ່ຂະຫຍາຍຄຸນຄ່າດ້ານແນວຄິດ, ຄຸນສົມບັດປະທານໂຮ່ຈິມິນຢ່າງແຂງແຮງ

49 ປີນັບແຕ່ເມື່ອປະທານໂຮ່ຈິມິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ໄດ້ລ່ວງລັບໄປ (02 ກັນຍາ 1969 – 02 ກັນຍາ 2018) ນັ້ນ, ບັນດາຄຸນຄ່າອັນດີງາມໃນແນວຄິດ, ຄຸນສົມບັດຂອງເພີ່ນ ຍັງແຜ່ຂະຫຍາຍຢ່າງແຂງແຮງໃນສັງຄົມຫວຽດນາມ ແລະ ເພື່ອນມິດສາກົນກໍ່ໃຫ້ການຍ້ອງຍໍຊົມເຊີຍ. ສິ່ງກ່າວໄດ້ຊີ້ໃຫ້ເຫັນຄຸນຄ່າດ້ານແນວຄິດ, ຄຸນສົມບັດຂອງເພິ່ນ ຍັງຄົງເປັນທວນໄຟເຍືອງທາງ, ເປັນສັນຍາລັກໃຫ້ແກ່ພື້ນຖານວັດທະນະທຳໃນອະນາຄົດ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.