ພິທີອັດກອງປະຊຸມສໍາມະນາທິດສະດີ ຄັ້ງທີ X ລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ

10:52 | 06/01/2024

ກອງປະຊຸມສໍາມະນາທິດສະດີ ຄັ້ງທີ X ລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ສໍາເລັດຜົນຢ່າງຈົບງາມ

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 11 ສະໄໝທີ X ປຶກສາຫາລື ແລະ ລົງເລິກຄົ້ນຄວ້າເອກະສານທີ່ມີ ຄວາມສຳຄັນຍຸດທະສາດຈໍານວນໜຶ່ງ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 11 ສະໄໝທີ X ປຶກສາຫາລື ແລະ ລົງເລິກຄົ້ນຄວ້າເອກະສານທີ່ມີ ຄວາມສຳຄັນຍຸດທະສາດຈໍານວນໜຶ່ງ
ລາວ: ຜົນສຳເລັດ ຂອງກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກຄັ້ງທີ 11 ສະໄໝທີ X ລາວ: ຜົນສຳເລັດ ຂອງກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກຄັ້ງທີ 11 ສະໄໝທີ X

ວັນທີ 20 ທັນວາ, ຢູ່ແຂວງກວາງນິງ, ກອງປະຊຸມສໍາມະນາທິດສະດີ ຄັ້ງທີ X ລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ດ້ວຍຫົວຂໍ້ “ພັດທະນາວັດທະນະທໍາ ແລະຄົນ ໃນຂະບວນວິວັດແຫ່ງການພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ - ບົດຮຽນຂອງຫວຽດນາມ, ບົດຮຽນຂອງລາວ" ໄດ້ສິ້ນສຸດລົງ ແລະປະສົບຜົນສໍາເລັດຢ່າງຈົບງາມ.

ພິທີອັດກອງປະຊຸມສໍາມະນາທິດສະດີ  ຄັ້ງທີ X ລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ

ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: TTXVN

ທີ່ວາລະປຶກສາຫາລືຕ່າງໆ, ບັນດາການນຳ, ນັກທິດສະດີ, ນັກວິທະຍາສາດຂອງສອງພັກ ໄດ້ນຳສະເໜີບົດປະກອບຄໍາເຫັນ 10 ບົດ ໂດຍສຸມໃສ່ບັນຫາຫຼັກ ແລະສຳຄັນຫຼັ້ກແຫຼ່ງຂອງວຽກງານພັດທະນາວັດທະນະທຳ ແລະຄົນຢູ່ ຫວຽດນາມ ແລະລາວ. ບົດລາຍງານທີ່ກອງປະຊຸມສໍາມະນາໄດ້ແລກປ່ຽນ, ປຶກສາຫາລືຢ່າງຟົດຟື້ນ ແລະໄດ້ລົງເລິກໄຈ້ແຍກສະພາບຕົວຈິງ ແລະມາດຕະການແກ້ໄຂຂອງແຕ່ລະປະເທດ, ຜ່ານນັ້ນ ກໍ່ຍົກອອກບາງບັນຫາທິດສະດີ ແລະພຶດຕິກຳຕົວຈິງທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ບັນດາບົດປະກອບຄໍາເຫັນກໍ່ໄດ້ເນັ້ນໜັກເຖິງບົດບາດຫຼັກແຫຼ່ງຂອງພັກ ໃນການນຳພາປະເທດຊາດ, ຍົກອອກລັກສະນະນໍາໜ້າຂອງພັກ ໃນການນຳພາວຽກງານພັດທະນາວັດທະນະທຳ ແລະ ຄົນນພາລະກິດແຫ່ງການປ່ຽນແປງໃໝ່ຢູ່ຫວຽດນາມ ແລະ ລາວ.

ພິທີອັດກອງປະຊຸມສໍາມະນາທິດສະດີ  ຄັ້ງທີ X ລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: TTXVN

2 ຝ່າຍຢືນຢັນວ່າ ພາຍຫຼັງເກືອບ 40 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ, ຫວຽດນາມ ແລະ ລາວ ບັນລຸໄດ້ຜົນງານອັນໃຫຍ່ຫຼວງ ແລະມີຄວາມໝາຍປະຫວັດສາດ. ຜົນງານດັ່ງກ່າວໄດ້ພິສູດໃຫ້ເຫັນວ່າ ແນວທາງປ່ຽນແປງໃໝ່ຂອງພັກແມ່ນຖືກຕ້ອງ ແລະ ມີຫົວຄິດປະດິດສ້າງ, ເສັ້ນທາງກ້າວໄປສູ່ສັງຄົມນິຍົມແມ່ນສອດຄ່ອງກັບກົດເກນພາວະວິໄສ ແລະພຶດຕິກໍາຕົວຈິງຂອງການປະຕິວັດຫວຽດນາມ ແລະ ລາວ, ສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ. ໃນນັ້ນ, ວຽກງານກໍ່ສ້າງພັກແມ່ນຫຼັກແຫຼ່ງ, ການພັດທະນາເສດຖະກິດ-ສັງຄົມ ແມ່ນໜ້າທີ່ໃຈກາງ, ການພັດທະນາວັດທະນະທຳ ແມ່ນພື້ນຖານດ້ານຈິດໃຈ, ການຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນວຽກງານສຳຄັນພິເສດ ແລະເປັນປະຈຳ.

ເຖິງຢ່າງໃດກໍຕາມ, ນອກຈາກບັນດາຜົນງານທີ່ບັນລຸໄດ້ນັ້ນ, ຍັງມີຫຼາຍດ້ານທີ່ຍັງຄົງຄ້າງ, ຈຳກັດຢູ່; ຫຼາຍບັນຫາໃນຕົວຈິງ ຮຽກຮ້ອງໃຫ້ສອງພັກ ແລະ ສອງປະເທດສືບຕໍ່ຄົ້ນຄວ້າ, ເພີ່ມເຕີມ ແລະປັປຸງດ້ານທິດສະດີໃຫ້ສົມບູນ, ໃນນັ້ນມີບັນຫາວັດທະນະທຳ ແລະຄົນ.

ຜົນການຄົ້ນຄ້ວາຂອງບັນດານັກວິທະຍາສາດ ທີ່ນຳສະເໜີ ແລະປຶກສາຫາລືກອງປະຊຸມສໍາມະນາ ໄດ້ປະກອບສ່ວນເຮັດໃຫ້ພື້ນຖານທິດສະດີຂອງ 2 ຝ່າຍອຸດົມສົມບູນກວ່າ, ຊ່ວຍໃຫ້ບັນດາອົງການຄົ້ນຄ້ວາທິດສະດີຂອງຫວຽດນາມ ແລະ ລາວ ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານເປັນເສນາທິການໃນການວາງແນວທາງ, ແຜນນະໂຍບາຍ, ນະໂຍບາຍ ກໍຄືໃນການຊີ້ນໍາຕົວຈິງກ່ຽວກັບບັນຫາພັດທະນາວັດທະນະທຳ ແລະຄົນ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ຢ່າງມີໄຊ ແລະ ປະສົບຜົນສຳເລັດໃນພາລະກິດແຫ່ງການປ່ຽນແປງໃໝ່ ຢູ່ແຕ່ລະປະເທດ.

ບູນມີ

ທ່ານອາດຈະມັກ

302 Found

Found

The document has moved here.