![]() |
ບັນຍາກາດທີ່ເວທີປາໄສກ່ຽວກັບແນວຄິດ ໂຮ່ ຈີ໋ ມິງ ສໍາລັບຄົນລຸ້ນໜຸ່ມຂອງລາວ (ພາບ: TTXVN)
ທີ່ເວທີປາໄສ, ຊາວໜຸ່ມ ແລະ ສະມາຊິກຄະນະຊາວໜຸ່ມລາວ ໄດ້ຕັ້ງຄໍາຖາມເປັນຈໍານວນຫຼາຍ ເພື່ອຢາກຊອກຮູ້ກ່ຽວກັບຊີວິດ, ພາລະກິດຂອງປະທານໂຮ່ຈີມິນ ຫຼື ໄລຍະ ປະທານ ໂຮ່ ຈີ໋ ມິງ ຍັງມີຊີວິດຢູ່ກໍຄືບັນດາການປະກອບສ່ວນ, ການອຸທິດສ່ວນຂອງ ເພິ່ນຕໍ່ພາລະກິດແຫ່ງການປະຕິວັດ, ປົດປ່ອຍປະເທດຊາດຢູ່ຫວຽດນາມເວົ້າສະເພາະ ແລະ ຢູ່ ອິນດູຈີນ ເວົ້າລວມ.
ທ່ານ ເອກອັກຄະລັດຖະທູດຫວຽດນາມປະຈໍາລາວ ຫງວຽນ ບ໋າ ຫຸ່ງ ທັງໄດ້ຕອບບັນດາຄໍາຖາມ ແລະ ແລກປ່ຽນກັບຊາວໜຸ່ມລາວ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບຊີວິດ, ພາລະກິດ ແລະ ໂດຍສະເພາະແມ່ນບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງ ປະທານ ໂຮ່ ຈີ໋ ມິງ ຕໍ່ຜົນສໍາເລັດຂອງການປະຕິວັດຫວຽດນາມ ແລະ ການປະຕິວັດລາວ.
(ໄຊພອນ)