![]() |
| ສະຫາຍ ຫງວຽນຢຸຍຫງອກ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ກ່າວປາໄສເປີດກອງປະຊຸມ - ພາບ: VGP/ຍິຶດບັກ |
ໃນຕອນເຊົ້າວັນທີ 1 ກໍລະກົດ, ຢູ່ທີ່ຮ່າໂນ້ຍ, ກົມການເມືອງ ໄດ້ຈັດກອງປະຊຸມທົ່ວປະເທດ ຜ່ານການສະຫຼຸບຖອດຖອນບົດຮຽນ ໄລຍະ 1 ປີ ແຫ່ງການເຄື່ອນໄຫວຮູບແບບການຈັດຕັ້ງກົງຈັກລວມ ຂອງລະບົບການເມືອງ ແລະ ຮູບແບບອຳນາດການປົກຄອງ 3 ຂັ້ນ. ສະຫາຍ ທ່ານເລຂາທિການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍບັນດາສະຫາຍການນຳຫຼັກແຫຼ່ງ ແລະ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຮ່ວມກັນເປັນປະທານກອງປະຊຸມ.
ສ້າງແຫຼ່ງກຳລັງໜູນໃໝ່ ເພື່ອໃຫ້ອຳນາດການປົກຄອງທຸກຂັ້ນ ເປັນຜູ້ສ້າງຕັ້ງເພື່ອການຂະຫຍາຍຕົວຢ່າງແທ້ຈິງ
ເມື່ອເລີ່ມຕົ້ນກອງປະຊຸມ, ສະຫາຍ ຫງວຽນຢຸຍຫງອກ, ກຳມະການກົມການເມືອງ, ເເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າຄະນະຊີ້ນຳການສະຫຼຸບຖອດຖອນບົດຮຽນ ໄດ້ຂຶ້ນສະເໜີ ບົດລາຍງານຫຍໍ້ ກ່ຽວກັບການສະຫຼຸບຖອດຖອນບົດຮຽນ ໄລຍະ 1 ປີ ແຫ່ງການເຄື່ອນໄຫວຮູບແບບລວມຂອງລະບົບການເມືອງ ແລະ ຮູບແບບອຳນາດການປົກຄອງ 3 ຂັ້ນ; ພ້ອມທັງກຳແໜ້ນບັນດາເນື້ອໃນຫຼັກ, ຂໍ້ສະຫຼຸບຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ ກ່ຽວກັບເນື້ອໃນດັ່ງກ່າວ.
ວັນທີ 1 ກໍລະກົດ 2025 ໄດ້ໝາຍເຖິງບາດກ້າວລ້ຽວອັນມີລັກສະນະປະຫວັດສາດ ເມື່ອທົ່ວພັກ, ທົ່ວລະບົບການເມືອງ ໄດ້ດຳເນີນການປະຕິວັດກ່ຽວກັບການຈັດສັນກົງຈັກການຈັດຕັ້ງຢ່າງຄົບຊຸດ, ໂດຍໄດ້ຫັນປ່ຽນຢ່າງເປັນທາງການ ໄປສູ່ຮູບແບບການເຄື່ອນໄຫວ 3 ຂັ້ນ ຄື: ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນຕາແສງ.
ສະຫາຍ ຫງວຽນຢຸຍງັອກ ໃຫ້ຮູ້ວ່າ, ພາຍຫຼັງ 1 ປີ ແຫ່ງການເຄື່ອນໄຫວຮູບແບບໃໝ່, ໝາກຜົນທີ່ບັນລຸໄດ້ ແມ່ນໄດ້ຮັບການສະແດງອອກຢ່າງລະອຽດ ບົນ 6 ເນື້ອໃນຄື:
ໜຶ່ງແມ່ນ, ລະບົບບັນດາເອກະສານຂໍ້ກຳນົດຂອງພັກ, ກົດໝາຍຂອງລັດ ແມ່ນໄດ້ຮັບການກວດກາຄືນ ແລະ ປະກາດໃຊ້ຢ່າງທັນການ, ຄົບຖ້ວນ, ເປັນເອກະພາບ, ມີຄຸນນະພາບ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຕົວຈິງ, ປະກອບສ່ວນອັນສຳຄັນເຂົ້າພາຍໃນການຮັບປະກັນໃຫ້ກົງຈັກເຄື່ອນໄຫວໄດ້ຢ່າງສະດວກໂລ່ງລ່ຽນ, ມີສະມັດຖະພາບ, ສັກສິດ ແລະ ມີປະສິດທິຜົນ.
ສູນກາງພັກໄດ້ປະກາດໃຊ້ 4 ເອກະສານ, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ປະກາດໃຊ້ 61 ຂໍ້ສະຫຼຸບຊີ້ນຳ. ສະພາແຫ່ງຊາດ ແລະ ລັດຖະບານ ກໍໄດ້ຮີບຮ້ອນຫັນເປັນສະຖາບັນ, ປັບປຸງລັດຖະທຳມະນູນ ປີ 2013 ແລະ ເຮັດສຳເລັດວຽກງານນິຕິບັນຍັດໃນປະລິມານອັນໃຫຍ່ຫຼວງເປັນພິເສດ ພາຍໃນໄລຍະເວລາອັນສັ້ນ ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດ. ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ໄດ້ປະກາດໃຊ້ເອກະສານກວ່າ 13.400 ສະບັບ ເພື່ອຫັນເປັນອັນລະອຽດ ແລະ ຜັນຂະຫຍາຍຢູ່ທ້ອງຖິ່ນ, ໂດຍສຸມໃສ່ນຳພາ, ຊີ້ນຳການປະຕິບັດວຽກງານການຈັດສັນກົງຈັກການຈັດຕັ້ງ, ຍຸບເລີກການເຄື່ອນໄຫວຂັ້ນເມືອງ ແລະ ເປີດສາກການເຄື່ອນໄຫວຮູບແບບລະບົບການເມືອງ, ອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຢູ່ບັນດາແຂວງ, ນະຄອນ. ວຽກງານການແບ່ງຂັ້ນ, ແບ່ງອຳນາດ, ຈຳແນກຂອບເຂດອຳນາດ ແມ່ນໄດ້ຮັບການກວດກາຄືນ ແລະ ປັບປຸງຕາມຫຼັກການ: ໜຶ່ງວຽກງານ ແມ່ນມີໜຶ່ງອົງການຮັບຜິດຊອບຫຼັກ, ໜຶ່ງຄົນຮັບຜິດຊອບຕົ້ນຕໍ; ຄ່ອຍໆແກ້ໄຂສະພາບການເຮັດວຽກຊ້ຳຊ້ອນ, ການຕົກຫຼົ່ນວຽກ, ການຍູ້ຄວາມຮັບຜິດຊອບ ແລະ ການບໍ່ຈະແຈ້ງວ່າໃຜເປັນຜູ້ຮັບຜິດຊອບຮອດຂັ້ນສຸດທ້າຍ. ການຈຳແນກຂອບເຂດອຳນາດ ລະຫວ່າງ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນຕາແສງ ແມ່ນມີຄວາມຈະແຈ້ງກວ່າເກົ່າ, ສ້າງຮາກຖານເພື່ອຫັນຄວາມຮັບຜິດຊອບໃຫ້ເປັນບຸກຄົນ, ຍົກສູງລະບຽບວິໄນ ພາຍໃນການປະຕິບັດລັດຖະກອນ.
ສອງແມ່ນ, ວຽກງານການຈັດສັນ, ປັບປຸງກົງຈັກການຈັດຕັ້ງ ແມ່ນໄດ້ຮັບການດຳເນີນຢ່າງຮີບຮ້ອນ, ຄົບຊຸດ, ຂ້ຽວຂາດ, ສ້າງບາດກ້າວບຸກທະລຸຍຸດທະສາດ ພາຍໃນການເຮັດໃຫ້ລະບົບການເມືອງກະທັດຮັດ, ເປີດກວ້າງຊ່ອງວ່າງມິຕິແຫ່ງການຂະຫຍາຍຕົວ ແລະ ແກ້ໄຂຢ່າງຂາດຕົວຕໍ່ກັບຄວາມໃຫຍ່ໂຕເທິທະ, ບັນດາຂັ້ນຕອນປານກາງ, ເຮັດໃຫ້ໂຄງສ້າງ ແລະ ຮູບແບບການເຄື່ອນໄຫວ ຫັນປ່ຽນຢ່າງເປັນຮາກຖານບົນທຸກດ້ານ. ການຈັດສັນຫົວໜ່ວຍການບໍລິຫານ ຈາກ 63 ຫົວໜ່ວຍ ຫຼຸດລົງເຫຼືອພຽງ 34 ຫົວໜ່ວຍແຂວງ, ນະຄອນ; ຈາກ 10.035 ຫົວໜ່ວຍ ຫຼຸດລົງເຫຼືອພຽງ 3.321 ຫົວໜ່ວຍຂັ້ນຕາແສງ; ຍຸບເລີກ 696 ຫົວໜ່ວຍຂັ້ນເມືອງ, ເຊິ່ງໄດ້ປະກອບສ່ວນກຳນົດຂະໜາດການບໍລິຫານຄຸ້ມຄອງໃຫ້ເໝາະສົມ, ຫັນແຫຼ່ງທຶນຮອນໃຫ້ມີຄວາມເໝາະສົມທີ່ສຸດ ແລະ ສ້າງຕັ້ງເພື່ອການຂະຫຍາຍຕົວ.
ກົງຈັກຂອງລະບົບການເມືອງ, ບັນດາອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດ, ກຳລັງປະກອບອາວຸດ, ບັນດາອົງການຕຸລາການ ນັບຕັ້ງແຕ່ຂັ້ນສູນກາງ ຮອດທ້ອງຖິ່ນ ແມ່ນໄດ້ຮັບການຈັດຕັ້ງຄືນໃໝ່ຢ່າງຄົບຊຸດ, ກະທັດຮັດ, ຫຼຸດຜ່ອນຂັ້ນຕອນປານກາງ, ມຸ່ງເນັ້ນຢ່າງແຂງແຮງໄປສູ່ຮາກຖານ, ຕິດພັນກັບການຫັນປ່ຽນໃໝ່ຮູບແບບການເຄື່ອນໄຫວຢ່າງແຂງແຮງ ແລະ ແທດຕົວຈິງ, ຍົກສູງຄວາມສາມາດພາຍໃນການຈັດຕັ້ງປະຕິບັດຢູ່ບັນດາຕາແສງ. ສະພາບການບໍລິຫານແບບຮູບການ, ການຕັດຂາດຕອນ ແມ່ນໄດ້ຮັບການແກ້ໄຂ, ໂດຍຫັນໄປສູ່ກົນໄກການບໍລິຫານໂດຍກົງ, ເຊື່ອມໂຍງກັນ ລະຫວ່າງ ສູນກາງ - ແຂວງ - ຕາແສງ.
ໄລຍະເວລາລໍຖ້າພາຍໃນການຕັດສິນໃຈ ແມ່ນໄດ້ຮັບການຮັດແຄບເຂົ້າມາ, ສະຕິຮັບຜິດຊອບພາຍໃນການຈັດຕັ້ງປະຕິບັດ ໄດ້ຮັບການຫັນເປັນບຸກຄົນຢ່າງເດັ່ນຊັດ, ສ້າງໃຫ້ເກີດມີແຫຼ່ງກຳລັງໜູນໃໝ່ ເພື່ອໃຫ້ອຳນາດການປົກຄອງທຸກຂັ້ນ ເປັນຜູ້ສ້າງຕັ້ງ, ຂະຫຍາຍຕົວ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ຂັ້ນຕາແສງກໍໄດ້ຄ່ອຍໆປັບຕົວໃຫ້ເຂົ້າກັບຮູບແບບການຈັດຕັ້ງໃໝ່, ຄວາມສາມາດພາຍໃນການບໍລິຫານຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດ ແມ່ນໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ.
ສາມແມ່ນ, ວຽກງານພະນັກງານ ແມ່ນໄດ້ຮັບການປະຕິບັດຢ່າງຄົບຊຸດ ຄວບຄູ່ໄປກັບການຈັດສັນກົງຈັກການຈັດຕັ້ງ. ວຽກງານການປັບປຸງ, ຈັດວາງພະນັກງານ ພາຍຫຼັງການຮ່ວມເຂົ້າກັນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແມ່ນໄດ້ຮັບການປະຕິບັດຢ່າງເປັນລະບົບ, ຖີຖ້ວນ, ມີຫຼວງຫຼາຍການຫັນປ່ຽນໃໝ່ ແລະ ສ້າງໄດ້ຄວາມເຫັນດີເຫັນພ້ອມສູງ. ໄດ້ມີການຈັດສັນ, ຈັດວາງພະນັກງານພາຍໃຕ້ການຄຸ້ມຄອງຂອງສູນກາງ ຈຳນວນ 134 ເທື່ອຄົນ, ປັບປຸງພະນັກງານ ຈຳນວນ 1.853 ເທື່ອຄົນ ຢູ່ທີ່ 23 ທ້ອງຖິ່ນທີ່ມີການຮ່ວມເຂົ້າກັນ, ຕິດພັນກັບທິດທາງການກະກຽມກອງປະຊຸມໃຫຍ່ຂອງພັກທຸກຂັ້ນ; ພ້ອມທັງໄດ້ແກ້ໄຂເປັນຢ່າງດີ ຕໍ່ກັບນະໂຍບາຍ, ລະບອບອຸດໜູນ ໃຫ້ແກ່ພະນັກງານສ່ວນເກີນ.
ວຽກງານການຄັດເລືອກ, ຈັດວາງ, ນຳໃຊ້ ແລະ ແຕ່ງຕັ້ງ, ສະເໜີພະນັກງານເຂົ້າສະໝັກຮັບເລືອກຕັ້ງ ບັນດາຕຳແໜ່ງການນຳ, ການຄຸ້ມຄອງທຸກຂັ້ນ ແມ່ນມີຫຼວງຫຼາຍການຫັນປ່ຽນໃໝ່, ມີຄວາມຄົບຊຸດກວ່າເກົ່າ, ເປັນຕົ້ນແມ່ນ ເປັນຄັ້ງທຳອິດທີ່ໄດ້ເຮັດສຳເລັດການຈັດວາງ 100% ທ່ານເລຂາຄະນະພັກແຂວງ, ນະຄອນ, ປະທານຄະນະກຳມະການປະຊາຊົນ ບໍ່ແມ່ນຄົນທ້ອງຖິ່ນ; ຫົວໜ້າຄະນະກວດກາ, ອົງການກວດກາ, ປະທານສານປະຊາຊົນ, ຫົວໜ້າອົງການໄອຍະການປະຊາຊົນຂັ້ນແຂວງ ກໍບໍ່ແມ່ນຄົນທ້ອງຖິ່ນເຊັ່ນດຽວກັນ.
ຄຽງຄູ່ກັບການເຮັດໃຫ້ກົງຈັກລະບົບການເມືອງກະທັດຮັດ ແລະ ຂໍ້ກຳນົດກ່ຽວກັບພະນັກງານ, ວຽກງານການແບ່ງຂັ້ນ, ວາງແຜນກຳນົດພະນັກງານ, ແຕ່ງຕັ້ງ, ປົດຕຳແໜ່ງ, ຕີລາຄາ ກໍໄດ້ຮັບການກວດກາຄືນ, ປັບປຸງໃຫ້ສົມບູນຢ່າງທັນການ, ຮັບປະກັນລັກສະນະຄົບຊຸດ, ເປັນເອກະພາບ ແລະ ໂປ່ງໃສ. ວຽກງານການຄຸ້ມຄອງລັດຖະກອນ, ການສ້າງບັນຊີລາຍຊື່ຕຳແໜ່ງງານ ໄດ້ຄ່ອຍໆຜັນຂະຫຍາຍຕາມຮູບແບບໃໝ່, ຜ່ານນັ້ນກໍເພີ່ມທະວີການນຳພາຂອງພັກ ແລະ ສ້າງຕັ້ງຖັນແຖວພະນັກງານໃຫ້ມີຄວາມສາມາດພຽງພໍ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ພາຍໃນໄລຍະແຫ່ງການຂະຫຍາຍຕົວໃໝ່.
ສີ່ແມ່ນ, ຍູ້ແຮງການປະຕິຮູບການບໍລິຫານ, ການຫັນເປັນດິຈິຕອນ ພາຍໃນທົ່ວລະບົບການເມືອງ, ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວອັນມີປະສິດທິຜົນຂອງຮູບແບບໃໝ່. ກົງຈັກອັນກະທັດຮັດ ຕິດພັນກັບການຫັນເປັນດິຈິຕອນ ໄດ້ສ້າງບາດກ້າວບຸກທະລຸ, ຫັນເປົ້າໝາຍການສ້າງຕັ້ງອຳນາດການປົກຄອງທີ່ໃກ້ຊິດກັບປະຊາຊົນໃຫ້ປະກົດຜົນເປັນຈິງ; ໝາກຜົນແຫ່ງລະດັບຄວາມເພິ່ງພໍໃຈຂອງປະຊາຊົນ ບັນລຸໄດ້ 83,08%, ເປັນຕົ້ນແມ່ນ 89,09% ຂອງຄຳເຫັນໄດ້ຢັ້ງຢືນວ່າ ໂດຍພື້ນຖານແມ່ນບໍ່ມີສະພາບການພະນັກງານລັດຖະກອນ ສ້າງຄວາມຫຍຸ້ງຍາກ, ກົດຂີ່ຂົ່ມເຫັງອີກແລ້ວ. ເຫຼົ່ານີ້ແມ່ນບັນດາຫຼັກຖານອັນແທດຕົວຈິງ, ຮັດແໜ້ນຄວາມເຊື່ອໝັ້ນອັນໜັກແໜ້ນຂອງປະຊາຊົນ ຕໍ່ກັບບັນດາການຕັດສິນໃຈຂອງພັກ.
ຫ້າແມ່ນ, ວຽກງານການຄຸ້ມຄອງການເງິນ ແລະ ຊັບສິນຂອງລັດ, ການຮັບປະກັນເງື່ອນໄຂການເຄື່ອນໄຫວ ແມ່ນໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ຮີບຮ້ອນ ໂດຍຄະນະພັກ ແລະ ອຳນາດການປົກຄອງ, ສ້າງແຫຼ່ງທຶນຮອນທາງດ້ານວັດຖຸ ເພື່ອໃຫ້ຮູບແບບອຳນາດການປົກຄອງ 3 ຂັ້ນ ເຄື່ອນໄຫວໄດ້ຢ່າງສະດວກໂລ່ງລ່ຽນ ແລະ ມີປະສິດທິຜົນ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ເຮັດສຳເລັດການກວດກາຄືນບັນດາພື້ນຖານເຮືອນຊານທີ່ດິນສ່ວນເກີນ, ພ້ອມທັງເລີ່ມຕົ້ນຫັນປ່ຽນຈຸດປະສົງການນຳໃຊ້ພື້ນຖານເຮືອນຊານທີ່ດິນຫຼວງຫຼາຍແຫ່ງ ເພື່ອຮັບໃຊ້ໂດຍກົງໃຫ້ແກ່ປະຊາຄົມ ແລະ ສະຫວັດດິການສັງຄົມ ຕາມທິດທາງອັນຖືກຕ້ອງຂອງພັກ; ເພີ່ມທະວີການຈັດສັນແຫຼ່ງທຶນຮອນ ເພື່ອຮັບປະກັນບັນດາເງື່ອນໄຂທາງດ້ານພື້ນຖານວັດຖຸ, ອຸປະກອນຮັບໃຊ້ໃຫ້ແກ່ການເຄື່ອນໄຫວອຳນາດການປົກຄອງ 3 ຂັ້ນ.
ຫົກແມ່ນ, ໄດ້ຊຸກຍູ້ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ພາຍຫຼັງ 1 ປີ ແຫ່ງການເຄື່ອນໄຫວຮູບແບບອຳນາດການປົກຄອງ 3 ຂັ້ນ ພາຍໃຕ້ສະພາບການທີ່ຕ້ອງຜະເຊີນໜ້າກັບຫຼວງຫຼາຍສິ່ງທ້າທາຍ ຈາກໄພທຳມະຊາດ, ຄວາມຜັນຜວນທາງດ້ານເສດຖະກິດ ແລະ ແຮງກົດດັນຈາກການສົ່ງຕໍ່ປະລິມານວຽກງານອັນມະຫາສານ, ລະບົບດັ່ງກ່າວໄດ້ພິສູດໃຫ້ເຫັນເຖິງລັກສະນະດີເດັ່ນ, ສ້າງໄດ້ແຫຼ່ງກຳລັງໜູນໃໝ່ ຊຸກຍູ້ເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຮອບດ້ານ.
ເສດຖະກິດມະຫາພາກມີຄວາມໝັ້ນຄົງ, ບັນດາຄວາມດຸນດ່ຽງໃຫຍ່ໄດ້ຮັບການຮັບປະກັນ. ໃນປີ 2025, ທົ່ວປະເທດໄດ້ເຮັດສຳເລັດເກີນຄາດໝາຍ 15/15 ຕົວຊີ້ວັດ, ບັນລຸ ແລະ ເກີນ 22/26 ຕົວຊີ້ວັດເສດຖະກິດ-ສັງຄົມຕົ້ນຕໍ ຂອງທັງໄລຍະປີ 2021-2025.
![]() |
| ສະຫາຍ ຫງວຽນຢຸຍຫງອກ ໄດ້ຊີ້ແຈ້ງວ່າ ຜ່ານໄລຍະ 1 ປີ ແຫ່ງການເຄື່ອນໄຫວຮູບແບບໃໝ່ ໄດ້ຢັ້ງຢືນເຖິງລັກສະນະດີເດັ່ນ ເມື່ອທຽບໃສ່ກັບຮູບແບບເກົ່າ, ສະແດງໃຫ້ເຫັນເຖິງຄວາມຖືກຕ້ອງ, ແມ່ນບາດກ້າວຂະຫຍາຍຕົວທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ - ພາບ: VGP/ຍຶດບັກ |
ຢັ້ງຢືນເຖິງລັກສະນະດີເດັ່ນ ເມື່ອທຽບໃສ່ກັບຮູບແບບເກົ່າ
ສະຫາຍ ຫງວຽນຢຸຍຫງອກ ໄດ້ຊີ້ແຈ້ງວ່າ, ພາຍໃຕ້ການນຳພາໂດຍກົງ ແລະ ຢ່າງຂ້ຽວຂາດ ຂອງສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ, ໂດຍມີ ສະຫາຍ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນຫົວໜ້າ, ການປະຕິວັດກ່ຽວກັບການຈັດສັນກົນໄກກົງຈັກການຈັດຕັ້ງ ຂອງລະບົບການເມືອງ ຕາມທິດທາງກະທັດຮັດ, ເຂັ້ມແຂງ, ມີສະມັດຖະພາບ, ສັກສິດ, ມີຕົວຈິງ ແລະ ມີປະສິດທິຜົນ ແມ່ນປະສົບຜົນສຳເລັດເປັນຢ່າງດີ, ບັນລຸໄດ້ບັນດາໝາກຜົນທີ່ມີລັກສະນະບຸກທະລຸ, ໄດ້ຮັບການເຫັນດີເຫັນພ້ອມ ແລະ ສະໜັບສະໜູນຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນ. ຫາງສຽງສາກົນກໍໄດ້ໃຫ້ການຕີລາຄາສູງ, ເຖິງວ່າ ນີ້ຈະແມ່ນວຽກງານທີ່ຍາກ, ສັບສົນ, ອ່ອນໄຫວ ແລະ ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນເຖິງບົດບາດຄວາມກ້າຫານທາງດ້ານການເມືອງອັນໝັ້ນຄົງ, ໜັກແໜ້ນ, ແນວຄິດກ້າວໜ້າກ່ອນກ້າວໜຶ່ງ ທີ່ສົມກັບລະດັບມິຕິແຫ່ງຍຸກສະໄໝຂອງພັກ.
ຜ່ານໄລຍະ 1 ປີ ແຫ່ງການເຄື່ອນໄຫວຮູບແບບໃໝ່ ໄດ້ຢັ້ງຢືນເຖິງລັກສະນະດີເດັ່ນ ເມື່ອທຽບໃສ່ກັບຮູບແບບເກົ່າ, ສະແດງໃຫ້ເຫັນເຖິງຄວາມຖືກຕ້ອງ, ແມ່ນບາດກ້າວຂະຫຍາຍຕົວທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ຫັນປ່ຽນແນວຄິດຢ່າງແຂງແຮງ ຈາກການຄຸ້ມຄອງບໍລິຫານ ໄປສູ່ການສ້າງຕັ້ງເພື່ອການຂະຫຍາຍຕົວ. ນີ້ແມ່ນຮາກຖານແຫ່ງການຫັນປ່ຽນໃໝ່ຮູບແບບການນຳພາ, ການກຳອຳນາດຂອງພັກ, ສ້າງບາດກ້າວຫັນປ່ຽນທາງດ້ານຄຸນນະພາບ ພາຍໃນການບໍລິຫານຄຸ້ມຄອງປະເທດຊາດ ຕາມທິດທາງທັນສະໄໝ, ຕິດພັນກັບການແບ່ງຂັ້ນຄຸ້ມຄອງ ຄວບຄູ່ໄປກັບການຄວບຄຸມອຳນາດ.
ກົງຈັກໄດ້ຮັບການຈັດຕັ້ງຢ່າງກະທັດຮັດ, ມີສັກສິດ, ຕັດລົບຂັ້ນຕອນປານກາງ, ປະຢັດງົບປະມານເພື່ອຮັບໃຊ້ການຂະຫຍາຍຕົວ, ຫັນຊ່ອງວ່າງມິຕິທາງດ້ານເສດຖະກິດ, ສັງຄົມໃຫ້ມີຄວາມເໝາະສົມທີ່ສຸດ, ຍົກສູງກຳລັງແຮງການແຂ່ງຂັນ ແລະ ທ່າແຮງບົ່ມຊ້ອນທາງດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຈິດໃຈເປັນເຈົ້າການ, ກ້າຄິດ, ກ້າເຮັດ ຢູ່ຂັ້ນຮາກຖານ ໄດ້ຮັບການເສີມຂະຫຍາຍ.
ບັນດາຕາແສງ, ຢ່ານຖະໜົນ, ເຂດເສດຖະກິດພິເສດ ໄດ້ກ້າວຂຶ້ນກາຍເປັນສູນກາງການເຄື່ອນໄຫວໃໝ່ເທື່ອລະກ້າວ, ໃກ້ຊິດຕິດແທດກັບປະຊາຊົນ, ຫຼຸດຜ່ອນຕົ້ນທຶນພາຍໃນການປະຕິບັດຕາມຂໍ້ກຳນົດ, ເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດຂອງປະຊີຊົນ, ກະກຽມຈິດໃຈຄວາມພ້ອມ, ຄວາມມຸ່ງມາດປາດຖະໜາ ແລະ ສິ່ງຂອງຈຳເປັນ ເພື່ອນຳພາປະເທດຊາດກ້າວເດີນຢ່າງໝັ້ນຄົງ ພາຍໃນໄລຍະຈະມາເຖິງ.
ສາມາດຢັ້ງຢືນໄດ້ວ່າ ວຽກງານການຈັດສັນກົງຈັກການຈັດຕັ້ງໃຫ້ກະທັດຮັດ ໄດ້ສ້າງໃຫ້ເກີດມີການຫັນປ່ຽນອັນໃຫຍ່ຫຼວງ ກ່ຽວກັບໂຄງສ້າງລະບົບການເມືອງ, ຮູບແບບການນຳພາ, ການບໍລິຫານ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ. ເຖິງຢ່າງໃດກໍຕາມ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກໃນປັດຈຸບັນ ແມ່ນບໍ່ຢຸດຢູ່ພຽງແຕ່ການຈັດສັນໃຫ້ສຳເລັດແລ້ວເທົ່ານັ້ນ, ແຕ່ຫາກແມ່ນການກ້າວເຂົ້າສູ່ໄລຍະແຫ່ງການປັບປຸງໃຫ້ລະອຽດຕື່ມອີກ ເພື່ອບັນລຸໄດ້ປະສິດທິຜົນສູງ. ດັ່ງນັ້ນ, ຈຳເປັນຕ້ອງປະຕິບັດບັນດາໜ້າທີ່, ວິທີການແກ້ໄຂອັນມີປະສິດທິຜົນ ແລະ ມີຄວາມເປັນໄປໄດ້ຢ່າງຄົບຊຸດ ເພື່ອຮັບປະກັນໃຫ້ມີລັກສະນະກະທັດຮັດ, ແທດຕົວຈິງກວ່າເກົ່າ, ເຄື່ອນໄຫວໄດ້ຢ່າງສະດວກໂລ່ງລ່ຽນກວ່າເກົ່າ, ມີຂອບເຂດອຳນາດອັນຈະແຈ້ງກວ່າເກົ່າ, ມີຄວາມຮັບຜິດຊອບອັນລະອຽດກວ່າເກົ່າ, ຮັບໃຊ້ປະສາຊົນ ແລະ ວິສາຫະກິດໃຫ້ດີກວ່າເກົ່າ, ມຸ່ງເນັ້ນຢ່າງແຂງແຮງໄປສູ່ຮາກຖານ, ເປີດກວ້າງຊ່ອງວ່າງມິຕິ ແລະ ກຳລັງຂັບເຄື່ອນແຫ່ງການຂະຫຍາຍຕົວໃໝ່ໃຫ້ແກ່ປະເທດຊາດ...
| ຂໍ້ສະຫຼຸບເລກທີ 57-KL/TW: ສຸມໃສ່ລະດັບສູງສຸດໃຫ້ແກ່ໜ້າທີ່ການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຍສໝ - ຕາງໜ້າໃຫ້ຄະນະເລຂາທິການສູນກາງພັກ, ສະຫາຍ ເຈິ່ນເກີມຕູ້, ກຳມະການກົມການເມືອງ, ເສນາທິການຄະນະເລຂາທິການສູນກາງພັກ ໄດ້ລົງນາມປະກາດໃຊ້ ຂໍ້ສະຫຼຸບເລກທີ 57-KL/TW, ລົງວັນທີ 24 ມິຖຸນາ 2026 ກ່ຽວກັບການຈັດຕັ້ງບັນດາກິດຈະກຳ ເພື່ອມຸ່ງໄປສູ່ ວັນສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - ... |
| ນັກຮຽນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ ຍສໝ - ແຕ່ວັນທີ 29 ມິຖຸນາ - 3 ກໍລະກົດ, ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະຜູ້ແທນຄູອາຈານ ແລະ ນັກຮຽນດີເດັ່ນ ຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ໄດ້ມີການເດີນທາງມາຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ... |

