ນັກຮຽນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ

13:29 | 01/07/2026

ຍສໝ - ແຕ່ວັນທີ 29 ມິຖຸນາ - 3 ກໍລະກົດ, ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະຜູ້ແທນຄູອາຈານ ແລະ ນັກຮຽນດີເດັ່ນ ຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ໄດ້ມີການເດີນທາງມາຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ ຢູ່ທີ່ບັນດາແຂວງ, ນະຄອນ: ກວາງຈິ, ເຫວ້ ແລະ ດານັງ.

ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢ້ຽມຢາມ ຫວຽດນາມ: ຫັນ "ການຮັດແໜ້ນທາງດ້ານຍຸດທະສາດ" ລະຫວ່າງ ສອງປະເທດໃຫ້ກາຍເປັນຮູບປະທຳ
ຮອງປະທານສະພາແຫ່ງຊາດລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຄງການລົງທຶນຈຸດສຸມຂອງຫວຽດນາມ

ພາຍໃຕ້ໂຄງການຢູ່ທີ່ແຂວງ ກວາງຈິ ໃນວັນທີ 29 ມິຖຸນາ, ຄະນະຜູ້ແທນໄດ້ເຂົ້າຮ່ວມພິທີວາງຊໍ່ດອກໄມ້ ແລະ ຈຸດທູບອາໄລຫາ ເພື່ອລໍ້ລຶກເຖິງຄຸນງາມຄວາມດີຂອງບັນດາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ, ສຸສານນັກຮົບເສຍສະຫຼະຊີວິດเพื่อຊາດແຫ່ງຊາດ ເສັ້ນທາງເລກ 9 ແລະ ເຂດປູຊະນີຍະສະຖານແຫ່ງຊາດພິເສດ ກໍາແພງເມືອງເກົ່າ ກວາງຈິ. ບັນດາກິດຈະກຳສະແດງຄວາມຮູ້ບຸນຄຸນດັ່ງກ່າວ ໄດ້ປະກອບສ່ວນສຶກສາອົບຮົມມູນເຊື້ອຮັກຊາດ, ເພີ່ມພູນຄູນສ້າງຄວາມຊາບຊຶ້ງໃຈ ຕໍ່ກັບບັນດາຮຸ່ນຄົນລຸ້ນກ່ອນ, ໃນຂະນະດຽວກັນ ກໍຊ່ວຍໃຫ້ຄູອາຈານ ແລະ ນັກຮຽນຊາວຫວຽດນາມຕ່າງດ້າວ (ກ່ຽວບ່າວ) ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕື່ມອີກ ກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ປະຕິວັດ ຂອງປະຊາຊາດ ຫວຽດນາມ.

ນັກຮຽນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ
ທ່ານ ແດັ້ງແທັງເຟືອງ, ຮອງຫົວໜ້າຄະນະພົວພັນຕ່າງປະເທດປະຊາຊົນ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ມອບຊໍ່ດອກໄມ້ໃຫ້ແກ່ຄະນະຜູ້ແທນ. (ພາບ: ປະຕູຂໍ້ມູນຂ່າວສານເອເລັກໂຕຣນິກ ແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງຈິ)
ນັກຮຽນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ
ຄະນະຜູ້ແທນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງຈິ ຕ້ອນຮັບຄະນະຄູອາຈານ ແລະ ນັກຮຽນ ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢູ່ທີ່ດ່ານສາກົນ ລາວບາວ. (ພາບ: ປະຕູຂໍ້ມູນຂ່າວສານເອເລັກໂຕຣນິກ ແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງຈິ)

ການຢ້ຽມຢາມຄັ້ງນີ້ ຍັງໄດ້ສ້າງເງື່ອນໄຂອັນສະດວກ ໃຫ້ແກ່ຄູອາຈານ ແລະ ນັກຮຽນ ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ຊອກຮູ້ກ່ຽວກັບບັນດາຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງປະເທດຊາດ, ຍົກສູງສະຕິຄວາມຮັບຮູ້ພາຍໃນການປົກປັກຮັກສາເອກະລັກຂອງປະຊາຊາດ, ເສີມຂະຫຍາຍບົດບາດການໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ພາຍໃນປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ.

ນັກຮຽນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ
ບັນດານັກຮຽນຈຸດທູບອາໄລຫາ ຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເສັ້ນທາງເລກ 9. (ພາບ: ປະຕູຂໍ້ມູນຂ່າວສານເອເລັກໂຕຣນິກ ແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງຈິ)

ຜ່ານບັນດາກິດຈະກຳການແລກປ່ຽນ ແລະ ການທົດລອງຕົວຈິງ, ໂຄງການດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີສາຍສາມັກຄີ, ມິດຕະພາບອັນເປັນພິເສດ ລະຫວ່າງ ຫວຽດນາມ - ລາວ; ບຳລຸງສ້າງຄວາມຮັບຮູ້ໃຫ້ແກ່ຮຸ່ນຄົນໜຸ່ມ ກ່ຽວກັບຄຸນຄ່າທາງປະຫວັດສາດ ແລະ ສະຕິຮັບຜິດຊອບພາຍໃນການປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ. ໃນຂະນະດຽວກັນ, ກິດຈະກຳດັ່ງກ່າວ ກໍສືບຕໍ່ຢັ້ງຢືນເຖິງແນວທາງອັນສະເໝີຕົ້ນສະເໝີປາຍ ຂອງພັກ, ລັດ ແລະ ແນວໂຮມປະເທດຊາດ ຫວຽດນາມ ພາຍໃນວຽກງານການເບິ່ງແຍງດູແລ, ຮັດແໜ້ນຄວາມຜູກພັນກັບປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ.

ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງຫໍບູຊາ ປະທານ ໂຮ່ຈີມິນ ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງຫໍບູຊາ ປະທານ ໂຮ່ຈີມິນ

ຍສໝ - ຫໍບູຊາ ປະທານ ໂຮ່ຈີມິນ ຍາມໃດກໍແມ່ນຄວາມພາກພູມໃຈຂອງປະຊາຊົນຕາແສງ ແທັງຮຶງ (Thanh Hưng) ພ້ອມດ້ວຍບັນດາຕາແສງອ້ອມຂ້າງ ຂອງແຂວງ ດົ່ງທາບ (Đồng Tháp). ນີ້ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອລະນຶກເຖິງຜູ້ນຳຜູ້ເຄົາລົບຮັກຂອງປະຊາຊາດເທົ່ານັ້ນ ແຕ່ໄດ້ກາຍເປັນສັນຍາລັກທາງດ້ານວັດທະນະທຳ ແລະ ປະຫວັດສາດອັນສຳຄັນ ໃນຊີວິດການເປັນຢູ່ ຂອງປະຊາຊົນພາຍໃນທ້ອງຖິ່ນ.

ເຫວ້: ຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນປີໃໝ່ລາວ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນໃນເຂດຊາຍແດນລາວ ເຫວ້: ຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນປີໃໝ່ລາວ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນໃນເຂດຊາຍແດນລາວ

ຍສໝ - ໃນວັນທີ 9 ແລະ 10 ເມສາ, ກອງບັນຊາການທະຫານຊາຍແດນເມືອງເຫວ້ ໄດ້ປະສານງານກັບຄະນະກຳມະການເມືອງເຫວ້ ສາຂາແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ, ອວຍພອນປີໃໝ່, ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນບ້ານຊາຍແດນໃນສອງແຂວງເຊກອງ ແລະ ສາລະວັນ (ລາວ) ໃນໂອກາດບຸນປີໃໝ່ລາວ.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ