| ຜັງເມືອງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ: ສຸມໃສ່ສ້າງຕັ້ງຮາກຖານການພັດທະນາຄັ້ງໃໝ່, ສ້າງຕັ້ງກຳລັງຂັບເຄື່ອນການເຕີບໂຕໃໝ່ | |
| ເມື່ອການຕ່າງປະເທດກາຍເປັນກຳລັງຂັບເຄື່ອນແຫ່ງການພັດທະນາ |
![]() |
| ກອງປະຊຸມສໍາມະນາ "ປັນຍາຊົນ ຫວຽດນາມ ຢູ່ ໂປໂລຍ ກັບພາລະກິດການພັດທະນາວິທະຍາສາດເຕັກໂນໂລຊີ ຫວຽດນາມ". (ແຫຼ່ງຂໍ້ມູນ: ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ) |
ກ່າວຄຳເຫັນໄຂງານ, ທ່ານເອກອັກຄະລັດຖະທູດ ຮ່າຮວາງຫາຍ ເນັ້ນຢ້ຽມວ່າ, ກອງປະຊຸມສໍາມະນາແມ່ນໂອກາດອັນຄຳສຳຄັນ ເພື່ອເຊື່ອມຕໍ່, ເສີມຂະຫຍາຍແຫຼ່ງທຶນປັນຍາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ, ເປັນພິເສດແມ່ນພາຍໃນສະພາບແວດລ້ອມທີ່ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ຢ່າງສ້າງສັນ ແລະ ການຫັນເປັນດິຈິຕອນ ນັບມື້ນັບມີບົດບາດເປັນຂໍ້ກຸນແຈ ຕໍ່ກັບຂີດຄວາມສາມາດແຂ່ງຂັນ ແລະ ການພັດທະນາຢ່າງຍືນຍົງ ຂອງປະເທດຊາດ.
ທ່ານເອກອັກຄະລັດຖະທູດ ຍ້ອງຍໍຊົມເຊີຍຕໍ່ການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງບັນດານັກວິທະຍາສາດ, ຊ່ຽວຊານ, ນັກທຸລະກິດ, ເປັນຕົ້ນແມ່ນບັນດານັກວິທະຍາສາດຮຸ່ນໜຸ່ມ ແລະ ບັນດາສະຕາດອັບ (startup), ສະແດງໃຫ້ເຫັນເຖິງທ່າແຮງອັນແຂງແຮງ ຂອງຄຸ້ມຊຸມຊົນປັນຍາຊົນ ຫວຽດນາມ ຢູ່ ໂປໂລຍ ພາຍໃນທັງດ້ານວິທະຍາສາດພື້ນຖານ ແລະ ການຄົ້ນຄວ້າປະຍຸກໃຊ້. ທ່ານເອກອັກຄະລັດຖະທູດ ສະແດງຄວາມເຊື່ອໝັ້ນວ່າ ຄຸ້ມຊຸມຊົນປັນຍາຊົນ ຫວຽດນາມ ຢູ່ ໂປໂລຍ ຈະສືມຕໍ່ເສີມຂະຫຍາຍຈິດໃຈຮັບຜິດຊອບ, ນຳໃຊ້ສະມັດຖະພາບ ແລະ ບົດຮຽນວິຊາສະເພາະ, ກໍຄືເຄືອຂ່າຍຄູ່ຮ່ວມມືສາກົນອັນກວ້າງຂວາງ ເພື່ອມີການປະກອບສ່ວນນັບມື້ນັບແທດຕົວຈິງໃຫ້ແກ່ບ້ານເກີດເມືອງນອນ.
ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ, ສະຖານທູດ ພ້ອມກັບຄະນະກຳມະການແຫ່ງລັດ ກ່ຽວກັບຄົນ ຫວຽດນາມ ຢູ່ຕ່າງປະເທດ ຈະສືບຕໍ່ສະແດງບົດບາດເປັນຂົວຕໍ່, ຊຸກຍູ້ການເຊື່ອມຕໍ່ລະຫວ່າງຄຸ້ມຊຸມຊົນປັນຍາຊົນ ຫວຽດນາມ ຢູ່ ໂປໂລຍ ກັບບັນດາອົງການຈັດຕັ້ງ, ທ້ອງຖິ່ນ ແລະ ວິສາຫະກິດພາຍໃນປະເທດ.
ກ່າວຄຳເຫັນຢູ່ທີ່ກອງປະຊຸມສໍາມະນາ, ທ່ານ ຫງວຽນຈຸງກຽນ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຄົນ ຫວຽດນາມ ຢູ່ຕ່າງປະເທດ ຕີລາຄາສູງຕໍ່ທ່າແຮງທາງດ້ານສະຕິປັນຍາອັນໃຫຍ່ຫຼວງ ຂອງຄຸ້ມຊຸມຊົນຄົນ ຫວຽດນາມ ຢູ່ຕ່າງປະເທດເວົ້າລວມ, ພາຍໃນນັ້ນມີຖັນແຖວຊ່ຽວຊານ, ນັກວິທະຍາສາດຄົນ ຫວຽດນາມ ຢູ່ ໂປໂລຍ, ໃນຂະນະດຽວກັນກໍຢັ້ງຢືນວ່າ ນີ້ແມ່ນກຳລັງຂັບເຄື່ອນອັນຄຳສຳຄັນ ປະກອບສ່ວນນຳພາປະເທດຊາດກ້າວເຂົ້າສູ່ຍຸກສະໄໝແຫ່ງການພັດທະນາຄັ້ງໃໝ່.
ທ່ານ ກຽນ ຍັງໄດ້ແບ່ງປັນກ່ຽວກັບທິດທາງການພັດທະນາວິທະຍາສາດ - ເຕັກໂນໂລຊີ ຂອງປະເທດຊາດ ຕາມຈິດໃຈມະຕິສະບັບເລກທີ 57-NQ/TW, ດ້ວຍບັນດາເນື້ອໃນແກນກາງຂອງທະບຽນເຕັກໂນໂລຊີຍຸດທະສາດ ແລະ ທະບຽນຜະລິດຕະພັນເຕັກໂນໂລຊີຍຸດທະສາດ.
ຕາງໜ້າກົມຮ່ວມມືສາກົນ, ກອງທຶນ Nafosted, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໄດ້ແນະນຳບັນດາແນວທາງ, ນະໂຍບາຍໃໝ່ ແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ປັນຍາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ເຂົ້າຮ່ວມການຄົ້ນຄວ້າ, ສິດສອນ ແລະ ຖ່າຍທອດເຕັກໂນໂລຊີ ຢູ່ທີ່ ຫວຽດນາມ; ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍກົນໄກທີ່ນັບມື້ນັບໂລ່ງໂຖງ ແລະ ຄວາມຕ້ອງການຂະຫຍາຍຕົວນັບມື້ນັບໃຫຍ່ຫຼວງຂອງປະເທດຊາດ, ຄຸ້ມຊຸມຊົນປັນຍາຊົນ ຫວຽດນາມ ຢູ່ ໂປໂລຍ ຈະສືບຕໍ່ຮ່ວມເດີນທາງຢ່າງສະໜິດແໜ້ນ, ປະກອບສ່ວນຢ່າງມີປະສິດທິຜົນກວ່າເກົ່າ ໃຫ້ແກ່ພາລະກິດຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ຂອງປະເທດຊາດ.
![]() |
| ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ. (ແຫຼ່ງຂໍ້ມູນ: ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ) |
ບັນດາຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດ ກ່າວຄຳເຫັນຢູ່ທີ່ກອງປະຊຸມສໍາມະນາ ໄດ້ສະແດງຄວາມປີຕິຊົມຊື່ນຕໍ່ກັບບັນດາການຫັນປ່ຽນຢ່າງແຂງແຮງ ພາຍໃນຈິນຕະນາການ ແລະ ນະໂຍບາຍຂອງ ຫວຽດນາມ ຕໍ່ກັບຄາດໝາຍການພັດທະນາວິທະຍາສາດເຕັກໂນໂລຊີ, ເປັນພິເສດແມ່ນການທີ່ນັບມື້ນັບໃຫ້ຄວາມຄຳສຳຄັນຕໍ່ກັບການຄົ້ນຄວ້າພື້ນຖານ, ຍູ້ແຮງການລົງທຶນໃຫ້ແກ່ການປ່ຽນແປງໃໝ່ຢ່າງສ້າງສັນ ແລະ ປັບປຸງບັນດາກົນໄກດຶງດູດ, ຍົກຍ້ອງນຳໃຊ້ຜູ້ມີພອນສະຫວັນໃຫ້ສົມບູນເທື່ອລະກ້າວ, ພາຍໃນນັ້ນມີຖັນແຖວປັນຍາຊົນຄົນ ຫວຽດນາມ ຢູ່ຕ່າງປະເທດ.
ບັນດາຜູ້ແທນຍັງໄດ້ແບ່ງປັນບົດຮຽນພາຍໃນການສ້າງຕັ້ງເຄືອຂ່າຍການຮ່ວມມືຄົ້ນຄວ້າ, ການບຳລຸງສ້າງ ແລະ ການຖ່າຍທອດເຕັກໂນໂລຊີ ລະຫວ່າງບັນດາຮາກຖານວິທະຍາສາດ, ການສຶກສາຂອງ ຫວຽດນາມ ກັບ ໂປໂລຍ ແລະ ເອີຣົບ; ໃນຂະນະດຽວກັນກໍໄດ້ແນະນຳບັນດາຄວາມຄິດລິເລີ່ມຕົວຈິງ ຈາກບັນດາສະຕາດອັບ (startup) ຂອງຄົນ ຫວຽດນາມ ຢູ່ ໂປໂລຍ ພາຍໃນຂົງເຂດປັນຍາປະດິດ (AI) ກໍຄືທ່າອ່ຽງອັນຕັ້ງໜ້າພາຍໃນການປະຍຸກໃຊ້ AI ແລະ ວິທະຍາສາດເຕັກໂນໂລຊີ ແນໃສ່ຍົກສູງຂີດຄວາມສາມາດແຂ່ງຂັນຂອງຄຸ້ມຊຸມຊົນວິສາຫະກິດ ຫວຽດນາມ ຢູ່ ໂປໂລຍ.
ບັນດາຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດ ຍັງໄດ້ຍົກອອກຫຼວງຫຼາຍຂໍ້ສະເໜີແນະອັນລະອຽດ ແນໃສ່ຊຸກຍູ້ການຮ່ວມມືຄົ້ນຄວ້າ, ການຖ່າຍທອດເຕັກໂນໂລຊີ ແລະ ເຊື່ອມຕໍ່ແຫຼ່ງທຶນວິທະຍາສາດລະຫວ່າງ ຫວຽດນາມ ແລະ ໂປໂລຍ ພາຍໃນຊ່ວງເວລາຕໍ່ໜ້າ.
ກອງປະຊຸມສໍາມະນາ "ປັນຍາຊົນ ຫວຽດນາມ ຢູ່ ໂປໂລຍ ກັບພາລະກິດການພັດທະນາວິທະຍາສາດເຕັກໂນໂລຊີ ຫວຽດນາມ" ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ແມ່ນໂອກາດເພື່ອຮັດແໜ້ນຄວາມສະໜິດແໜ້ນ, ການຮ່ວມເດີນທາງ ລະຫວ່າງຄຸ້ມຊຸມຊົນປັນຍາຊົນ, ນັກທຸລະກິດ ຫວຽດນາມ ຢູ່ ໂປໂລຍ ກັບພາຍໃນປະເທດ.
ນີ້ກໍແມ່ນກິດຈະກຳອັນແທດຕົວຈິງ ຂອງສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ແນໃສ່ຫັນເປັນຮູບປະທຳຕໍ່ກັບແນວທາງ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ເສີມຂະຫຍາຍແຫຼ່ງທຶນຄົນ ຫວຽດນາມ ຢູ່ຕ່າງປະເທດ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາປະເທດຊາດ.
| ເສີມຂະຫຍາຍບົດບາດສະກັດໜ້າຂອງຊາວໜຸ່ມ ພາຍໃນຍຸກສະໄໝໃໝ່ ຍສໝ - ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄະນະຊາວໜຸ່ມປະຊາຊົນປະຕິວັດ ໂຮ່ຈີມິນ ຄັ້ງທີ XIII, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ວາງອອກບັນດາຂໍ້ກຳນົດ ຕໍ່ກັບວຽກງານຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ ພາຍໃນໄລຍະການພັດທະນາຄັ້ງໃໝ່ຂອງປະເທດຊາດ. ຕໍ່ກັບນະຄອນ ໂຮ່ຈີມິນ - ທ້ອງຖິ່ນທີ່ຍາມໃດກໍນຳໜ້າພາຍໃນບັນດາຂະບວນການຊາວໜຸ່ມ, ບັນດາສານຊີ້ນຳຂອງທ່ານເລຂາທິການໃຫຍ່ ພວມໄດ້ຮັບການຫັນເປັນຮູບປະທຳເທື່ອລະກ້າວ ດ້ວຍຫຼວງຫຼາຍແຜນງານ, ຮູບແບບ ແລະ ວິທີການເຮັດທີ່ສະໜິດແໜ້ນກັບຕົວຈິງ. |
| ເພີ່ມທະວີການຮ່ວມມືດ້ານຍຸຕິທຳ, ແລກປ່ຽນບົດຮຽນການໄກ່ເກ່ຍລະຫວ່າງ ຫວຽດນາມ - ບູນກາລີ ຍສໝ - ສືບຕໍ່ແຜນງານການເຄື່ອນໄຫວວຽກງານຢູ່ທີ່ ຊູແອັດ, ນັບຕັ້ງແຕ່ວັນທີ 25-27 ມິຖຸນາ, ຄະນະຜູ້ແທນກະຊວງຍຸຕິທຳ ຫວຽດນາມ ໂດຍທ່ານນາງ ຫງວຽນແທັງງອກ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນຫົວໜ້າຄະນະ ໄດ້ເດິນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ບູນກາລີ. |

