ນັກຮຽນ, ຄູອາຈານ 4 ແຂວງພາກໃຕ້ຂອງລາວ ຮ່ວມແລກປ່ຽນ, ຊອກຮູ້ປະຫວັດສາດ - ວັດທະນະທຳ ຢູ່ທີ່ ກວາງຈິ

13:16 | 30/06/2026

ຍສໝ - ພະນັກງານ, ຄູອາຈານ ແລະ ນັກຮຽນດີເດັ່ນ 80 ທ່ານ ທີ່ມາຈາກ 4 ແຂວງພາກໃຕ້ຂອງລາວ ລວມມີ ຈຳປາສັກ, ອັດຕະປື, ສາລະວັນ ແລະ ເຊກອງ ຫາກໍ່ໄດ້ເຂົ້າຮ່ວມໂຄງການແລກປ່ຽນ, ຢ້ຽມຢາມບັນດາປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ ຢູ່ທີ່ແຂວງ ກວາງຈິ.

ນະຄອນ ໂຮ່ຈີມິນ: ງານບຸນ "ຄອບຄົວ ຫວຽດນາມ - ລາວ - ກຳປູເຈຍ" ແຜ່ຂະຫຍາຍສາຍຈິດມິດຕະພາບ
ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - UAE ຕາມທິດທາງແທດຕົວຈິງ, ມີປະສິດທິຜົນ

ຄະນະພະນັກງານ, ຄູອາຈານ ແລະ ນັກຮຽນ ຂອງ 4 ແຂວງພາກໃຕ້ຂອງລາວ ໄດ້ເຂົ້າຮ່ວມໂຄງການແລກປ່ຽນ, ຢ້ຽມຢາມບັນດາປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ ຢູ່ທີ່ແຂວງ ກວາງຈິ ໂດຍຄະນະກຳມະການປະຊາຊົນແຂວງ ກວາງຈิ ຈັດຕັ້ງຂຶ້ນ, ດ້ວຍການສົມທົບຮ່ວມມື ຂອງສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ.

ຕາມຂໍ້ມູນຈາກສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ, ການເຂົ້າຮ່ວມພາຍໃນຄະນະຜູ້ແທນແມ່ນມີຕາງໜ້າຈາກບັນດາພະແນກ, ຂະແໜງການ, ຄູອາຈານ ແລະ ນັກຮຽນດີເດັ່ນ ຂອງບັນດາໂຮງຮຽນມິດຕະພາບ ລາວ - ຫວຽດ ກໍຄືຫຼວງຫຼາຍໂຮງຮຽນ ຢູ່ທີ່ບັນດາແຂວງ ຈຳປາສັກ, ອັດຕະປື, ສາລະວັນ ແລະ ເຊກອງ.

ນັກຮຽນ, ຄູອາຈານ 4 ແຂວງພາກໃຕ້ຂອງລາວ ຮ່ວມແລກປ່ຽນ, ຊອກຮູ້ປະຫວັດສາດ - ວັດທະນະທຳ ຢູ່ທີ່ ກວາງຈິ
ກິດຈະກຳແລກປ່ຽນ, ຢ້ຽມຢາມບັນດາປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ ແລະ ແລກປ່ຽນບົດຮຽນການສິດສອນວິຊາປະຫວັດສາດ ລະຫວ່າງຂະແໜງການສຶກສາແຂວງ ກວາງຈິ ແລະ 4 ແຂວງພາກໃຕ້ຂອງລາວ. (ພາບ: ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ)

ພາຍຫຼັງເດີນທາງເຂົ້າເມືອງຜ່ານດ່ານສາກົນ ລາໄລ (La Lay), ຄະນະຜູ້ແທນໄດ້ເຂົ້າຮ່ວມພິທີຈຸດທູບອາໄລຫາ ຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເສັ້ນທາງເລກ 9, ຢ້ຽມຢາມກຳແພງເມືອງເກົ່າ​ ກວາງຈິ, ປູຊະນີຍະສະຖານແຫ່ງຊາດພິເສດ ອຸມົງ ວິງມົກ (Vịnh Mốc), ຫໍພິພິທະພັນ ກວາງຈິ ແລະ ຫາດຊາຍທະເລ ເກືອຫວຽດ (Cửa Việt). ຜ່ານບັນດາຈຸດໝາຍປາຍທາງດັ່ງກ່າວ, ບັນດາສະມາຊິກພາຍໃນຄະນະແມ່ນມີໂອກາດໄດ້ຊອກຮູ້ຕື່ມກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດປົດປ່ອຍຊາດ, ມູນເຊື້ອຮັກຊາດ ແລະ ບັນດາຄຸນຄ່າວັດທະນະທຳຂອງ ຫວຽດນາມ.

ຄະນະຜູ້ແທນຍັງໄດ້ເຂົ້າຮ່ວມງານລ້ຽງ Gala ແລກປ່ຽນວັດທະນະທຳ, ສິລະປະວັນນະຄະດີ ແລະ ອາຫານການກິນ ຮ່ວມກັບຄູອາຈານ ແລະ ນັກຮຽນແຂວງ ກວາງຈິ. ບັນດາລາຍການສະແດງ ແລະ ກິດຈະກຳແລກປ່ຽນໄດ້ດຳເນີນໄປພາຍໃຕ້ບັນຍາກາດອັນສະໜິດສະໜົມ, ປະກອບສ່ວນເພີ່ມທະວີຄວາມຜູກພັນລະຫວ່າງຮຸ່ນໜຸ່ມຂອງສອງປະເທດ.

ຈຸດພົ້ນເດັ່ນໜຶ່ງຂອງໂຄງການແມ່ນວາລະການພົບປະ, ແລກປ່ຽນບົດຮຽນກ່ຽວກັບການສຶກສາອົບຮົມຈິດໃຈຮັກຊາດ ຜ່ານວິຊາ ປະຫວັດສາດ ຢູ່ທີ່ໂຮງຮຽນມັດທະຍົມຕອນປາຍ ກວາງຈິ. ຄູອາຈານຂອງທັງສອງຝ່າຍໄດ້ແບ່ງປັນບັນດາບົດຮຽນພາຍໃນການປ່ຽນແປງໃໝ່ວິທີການສິດສອນ, ຊ່ວຍໃຫ້ນັກຮຽນເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າກ່ຽວກັບປະຫວັດສາດຂອງຊາດ, ບຳລຸງສ້າງຄວາມພາກພູມໃຈ ແລະ ສະຕິຮັບຜິດຊອບຕໍ່ກັບປະເທດຊາດ.

ກ່າວຄຳເຫັນຢູ່ທີ່ໂຄງການ, ທ່ານນາງ ເລທິເຮຶອງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກວາງຈິ ໃຫ້ຮູ້ວ່າ ກິດຈະກຳນີ້ແມ່ນໂອກາດເພື່ອໃຫ້ຄູອາຈານ ແລະ ນັກຮຽນສອງປະເທດໄດ້ພົບປະ, ຖອດຖອນບົດຮຽນ, ໃນຂະນະດຽວກັນກໍປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສາມັກຄີ, ມິດຕະພາບ ຫວຽດນາມ - ລາວ ຜ່ານການສຶກສາປະຫວັດສາດ ແລະ ມູນເຊື້ອ.

ອາຈານ ທ້າວ ທະວອນ ເນັມທຸໄຊ, ຄູສອນຢູ່ໂຮງຮຽນມັດທະຍົມ ຈະເລີນໄຊ (ແຂວງ ອັດຕະປື) ກ່າວວ່າ, ໂຄງການນີ້ໄດ້ຊ່ວຍໃຫ້ຄະນະຜູ້ແທນເຂົ້າໃຈຕື່ມກ່ຽວກັບປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດຂອງ ຫວຽດນາມ ກໍຄືສາຍພົວພັນສາມັກຄີພິເສດລະຫວ່າງສອງຊາດ, ຜ່ານນັ້ນແມ່ນມີຂໍ້ມູນຫຼັກຖານ ແລະ ປະສົບການຕົວຈິງຕື່ມອີກ ເພື່ອທຳການສຶກສາອົບຮົມໃຫ້ແກ່ຮຸ່ນຄົນໜຸ່ມ.

ນ້ອງ ມຸກດາ ທຳມະວົງຄຳ, ນັກຮຽນໂຮງຮຽນມັດທະຍົມ ໂພນໄຊ (ແຂວງ ຈຳປາສັກ) ໃຫ້ຮູ້ວ່າ ການເດີນທາງຄັ້ງນີ້ໄດ້ຊ່ວຍໃຫ້ນ້ອງເຂົ້າໃຈກ່ຽວກັບປະເທດຊາດ, ຄົນ ຫວຽດນາມ ແລະ ສາຍພົວພັນອັນພິເສດ ຫວຽດນາມ - ລາວ ທີ່ໄດ້ຮັບການປົກປັກຮັກສາ, ເພີ່ມພູນຄູນສ້າງມາຈາກຫຼວງຫຼາຍຮຸ່ນຄົນ ເກົ່າກວ່າເກົ່າ.

ໂຄງການໄດ້ປະກອບສ່ວນເພີ່ມທະວີການແລກປ່ຽນລະຫວ່າງຂະແໜງການສຶກສາ ແລະ ຮຸ່ນໜຸ່ມ ກວາງຈິ ກັບ 4 ແຂວງພາກໃຕ້ຂອງລາວ, ໃນຂະນະດຽວກັນກໍຊ່ວຍໃຫ້ນັກຮຽນ, ຄູອາຈານສອງປະເທດມີຄວາມຮັບຮູ້, ເຂົ້າໃຈຕື່ມກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ມູນເຊື້ອມິດຕະພາບ ຫວຽດນາມ - ລາວ.

ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ ເອກອັກຄະລັດຖະທູດ ການາດາ: ຫວຽດນາມ ມີບົດບາດເປັນແກນນຳ ພາຍໃນ ASEAN ແລະ ເຂດມະຫາສະໝຸດອິນເດຍ - ປາຊີຟິກ

ຍສໝ - ຕອນບ່າຍວັນທີ 29 ມິຖຸນາ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຕ້ອນຮັບທ່ານ Jim Nickel ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ.

ກອງປະຊຸມສໍາມະນາ ກອງປະຊຸມສໍາມະນາ "ປັນຍາຊົນ ຫວຽດນາມ ຢູ່ ໂປໂລຍ ກັບພາລະກິດການພັດທະນາວິທະຍາສາດເຕັກໂນໂລຊີ ຫວຽດນາມ"

ຍສໝ - ໄລຍະຜ່ານມາ, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ເປັນປະທານ, ສົມທົບຮ່ວມກັບ ສະມາຄົມວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ປະຈຳ ໂປໂລຍ ແລະ ສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ໂປໂລຍ ຈັດຕັ້ງກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ "ປັນຍາຊົນ ຫວຽດນາມ ຢູ່ ...

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ