| ຊາວໜຸ່ມປ່ຽນແປງໃໝ່ຢ່າງສ້າງສັນ, ປັບຕົວໃຫ້ແທດເໝາະພາຍໃນຍຸກສະໄໝດິຈິຕອນ | |
| ງານບຸນດອກບົວ ຮ່າໂນ້ຍ ປະຈຳປີ 2026 ດຶງດູດນັກທ່ອງທ່ຽວໄດ້ປະມານ 300.000 ເທື່ອຄົນ |
![]() |
| ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ທ່ານ ເຈິ່ນກວກແຄ້ງ ເຂົ້າຢ້ຽມອຳລາ ປະທານສະພາແຫ່ງຊາດ (ສະພາສູງ) ອານເຊຣີ ທ່ານ Azzouz Nasri. (ພາບ: TTXVN) |
ວັນທີ 29 ມິຖຸນາ, ພາຍໃນການຕ້ອນຮັບ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ທ່ານ ເຈິ່ນກວກແຄ້ງ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ, ປະທານສະພາແຫ່ງຊາດ (ສະພາສູງ) ອານເຊຣີ ທ່ານ Azzouz Nasri ໄດ້ສະແດງຄວາມມຸ່ງມາດປາດຖະໜາ ຢາກຊຸກຍູ້ສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ, ເພື່ອແນໃສ່ເພີ່ມທະວີປະສິດທິຜົນ ຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ.
ພາຍໃນການຕ້ອນຮັບ, ປະທານສະພາແຫ່ງຊາດ ອານເຊຣີ ທ່ານ Azzouz Nasri ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບມູນເຊື້ອ ລະຫວ່າງ ອານເຊຣີ ແລະ ຫວຽດນາມ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນບົນຮາກຖານປະຫວັດສາດແຫ່ງການຕໍ່ສູ້ຮ່ວມກັນ ເພື່ອຕ້ານລັດທິລ່າເມືອງຂຶ້ນ, ຈິດໃຈສາມັກຄີ, ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ການເຄົາລົບອະທິປະໄຕ, ສິດທິຕົກລົງບັນຫາດ້ວຍຕົນເອງຂອງບັນດາປະຊາຊາດ. ທ່ານໄດ້ເນັ້ນຢ້ຽມວ່າ ສາຍພົວພັນລະຫວ່າງສອງປະເທດ ພວມມີການຂະຫຍາຍຕົວໄປໃນທິດທາງຕັ້ງໜ້າ, ເປັນຕົ້ນແມ່ນພາຍຫຼັງທີ່ໄດ້ຮັບການຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດ ໃນເດືອນພະຈິກ ປີ 2025.
ປະທານສະພາແຫ່ງຊາດ ອານເຊຣີ ຢັ້ງຢືນວ່າ ອານເຊຣີ ພາຍໃຕ້ການນຳພາຂອງ ປະທານາທິບໍດີ Abdelmadjid Tebboune, ແມ່ນໃຫ້ຄວາມສຳຄັນຢ່າງຍິ່ງ ຕໍ່ການຜັນຂະຫຍາຍຂອບການຮ່ວມມືຄູ່ຮ່ວມມືຍຸດທະສາດ ກັບ ຫວຽດນາມ ຢ່າງມີປະສິດທິຜົນ ຜ່ານການເພີ່ມທະວີການເຈລະຈາທາງດ້ານການເມືອງ, ເປີດກວ້າງການຮ່ວມມືທາງດ້ານເສດຖະກິດ, ການລົງທຶນ, ການຄ້າ, ກໍຄືການຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ປະຊາຊົນ. ທ່ານຍັງໄດ້ຕີລາຄາສູງ ຕໍ່ການສົມທົບຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງສອງປະເທດ ຢູ່ທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ ຕໍ່ກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ພາຍໃນການແນະນຳກ່ຽວກັບນະໂຍບາຍການຕ່າງປະເທດ ຂອງ ອານເຊຣີ ຕໍ່ກັບທະວີບອາຟຣິກາ, ປະທານສະພາແຫ່ງຊາດ ອານເຊຣີ ໃຫ້ຮູ້ວ່າ ປະເທດນີ້ພວມຜັນຂະຫຍາຍຫຼວງຫຼາຍຂໍ້ລິເລີ່ມ ເພື່ອຊ່ວຍເຫຼືອການຂະຫຍາຍຕົວຂອງທະວີບ, ພາຍໃນນັ້ນມີ ໂຄງການມູນຄ່າ 1 ຕື້ໂດລາສະຫະລັດ ຜ່ານອົງການຮ່ວມມືສາກົນອານເຊຣີ ເພື່ອຄວາມສາມັກຄີ ແລະ ການຂະຫຍາຍຕົວ ເພື່ອແນໃສ່ສະໜອງທຶນຮອນໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງ, ສາທາລະນະສຸກ, ການສຶກສາ ແລະ ພະລັງງານ ຢູ່ທີ່ຫຼວງຫຼາຍປະເທດອາຟຣິກາ.
ທາງດ້ານ ເອກອັກຄະລັດຖະທູດ ທ່ານ ເຈິ່ນກວົກແຄ້ງ ກໍໄດ້ສະແດງຄວາມຂອບໃຈ ມາຍັງການນຳສະພາແຫ່ງຊາດ ອານເຊຣີ ແລະ ບັນດາອົງການຈັດຕັ້ງສະເພາະກິດ ທີ່ໄດ້ໃຫ້ຄວາມເອົາໃຈໃສ່, ຊ່ວຍເຫຼືອ ແລະ ສ້າງເງື່ອນໄຂອັນສະດວກ ເພື່ອໃຫ້ທ່ານສາມາດປະຕິບັດໜ້າທີ່ໄດ້ຢ່າງສຳເລັດຜົນ ຕະຫຼອດອາຍຸການປະຕິບັດງານ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນ ຕໍ່ການຂະຫຍາຍຕົວສາຍພົວພັນຄູ່ຮ່ວມມືຍຸດທະສາດ ກັບ ອານເຊຣີ ແລະ ມຸ່ງມາດປາດຖະໜາ ຢາກສືບຕໍ່ເປີດກວ້າງການຮ່ວມມື ບົນບັນດາຂົງເຂດທີ່ມີທ່າແຮງບົ່ມຊ້ອນຫຼວງຫຼາຍ ເຊັ່ນ: ກະສິກຳ, ອຸດສາຫະກຳ, ວັດທະນະທຳ, ການຄ້າ ແລະ ການລົງທຶນ, ປະກອບສ່ວນນຳເອົາສາຍພົວພັນສອງຝ່າຍ ໃຫ້ມີການຂະຫຍາຍຕົວນັບມື້ນັບແທດຕົວຈິງ ແລະ ມີປະສິດທິຜົນ.
ທັງສອງຝ່າຍ ກໍໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ກັບຄວາມຄ້າຍຄືກັນ ບົນທັດສະນະຕໍ່ຫຼວງຫຼາຍບັນຫາພາກພື້ນ ແລະ ສາກົນ, ໃນຂະນະດຽວກັນ ກໍໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບຮ່ວມມື, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ຢູ່ທີ່ບັນດາເວທີປາໄສຫຼາຍຝ່າຍ.
ພາຍນການແລກປ່ຽນຄວາມຄິດເຫັນ ກ່ຽວກັບການຮ່ວມມືດ້ານລັດຖະສະພາ, ປະທານສະພາແຫ່ງຊາດ ອານເຊຣີ ສະແດງຄວາມມຸ່ງມາດປາດຖະໜາ ຢາກເພີ່ມທະວີສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ ຜ່ານການຍູ້ແຮງການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນປະສົບການດ້ານນິຕິບັນຍັດ, ເພີ່ມທະວີການສົມທົບຮ່ວມມື ຢູ່ທີ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ, ໃນຂະນະດຽວກັນ ກໍເສີມຂະຫຍາຍບົດບາດຂອງບັນດາ ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ພາຍໃນການຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ.
ເນື່ອງໃນໂອກາດນີ້, ເອກອັກຄະລັດຖະທູດ ທ່ານ ເຈິ່ນກວກແຄ້ງ ໄດ້ສົ່ງຄຳເຊື້ອເຊີນ ຂອງຝ່າຍ ຫວຽດນາມ ມາຍັງ ປະທານສະພາແຫ່ງຊາດ ອານເຊຣີ ເພື່ອເດີນທາງມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ພາຍໃນຊ່ວງເວລາທີ່ແທດເໝາະ, ປະກອບສ່ວນຮັດແໜ້ນ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ເລິກເຊິ່ງຍິ່ງຂຶ້ນກວ່າເກົ່າ.
| ໄຊຊະນະ ດ້ຽນບຽນຝູ - ເປັນຂົວເຊື່ອມຕໍ່ຊ່ວຍໃຫ້ ຫວຽດນາມ ແລະ ອານເຊຣີ ແບ່ງປັນອະດີດ ແລະ ມຸ່ງໄປເຖິງອະນາຄົດ ຍສໝ - ຫວ່າງມໍ່ໆມານີ້, ຢູ່ຫໍພິພິທະພັນນັກຮົບເກົ່າແຫ່ງຊາດນະຄອນຫຼວງ ອານເຊຣີ, ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ສົມທົບກັບກະຊວງນັກຮົບເກົ່າ ແລະ ຜູ້ທີ່ມີຄຸນງາມຄວາມດີ ອານເຊຣີ ໄດ້ຈັດຕັ້ງກອງປະຊຸມວິທະຍາສາດດ້ວຍຫົວຂໍ້ “ຈາກໄຊຊະນະ ດ້ຽນບຽນຝູ ເຖິງການປະຕິວັດ ອານເຊຣີ: ຄວາມໝາຍທາງປະຫວັດສາດ ແລະ ແງ່ຫວັງໃນອະນາຄົດ”. |
| ສະພາແຫ່ງຊາດ ຫວຽດນາມ ແລະລັດຖະສະພາ ມາເລເຊຍ ພ້ອມແລ້ວທີ່ຈະລົງນາມໃນສັນຍາຮ່ວມມື ຍສໝ - ວັນທີ 9 ສິງຫາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ມາເລເຊຍ, ທ່ານ ຫງວຽນຄັກດິ້ງ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບ ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato' Johari Bin Abdul ແລະ ໂອ້ລົມເຈລະຈາກັບ ... |
