ແຜ່ຂະຫຍາຍຄຸນຄ່າດ້ານແນວຄິດ, ຄຸນສົມບັດປະທານໂຮ່ຈິມິນຢ່າງແຂງແຮງ

08:35 | 03/09/2018

49 ປີນັບແຕ່ເມື່ອປະທານໂຮ່ຈິມິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ໄດ້ລ່ວງລັບໄປ (02 ກັນຍາ 1969 – 02 ກັນຍາ 2018) ນັ້ນ, ບັນດາຄຸນຄ່າອັນດີງາມໃນແນວຄິດ, ຄຸນສົມບັດຂອງເພີ່ນ ຍັງແຜ່ຂະຫຍາຍຢ່າງແຂງແຮງໃນສັງຄົມຫວຽດນາມ ແລະ ເພື່ອນມິດສາກົນກໍ່ໃຫ້ການຍ້ອງຍໍຊົມເຊີຍ. ສິ່ງກ່າວໄດ້ຊີ້ໃຫ້ເຫັນຄຸນຄ່າດ້ານແນວຄິດ, ຄຸນສົມບັດຂອງເພິ່ນ ຍັງຄົງເປັນທວນໄຟເຍືອງທາງ, ເປັນສັນຍາລັກໃຫ້ແກ່ພື້ນຖານວັດທະນະທຳໃນອະນາຄົດ.

ແຜ່ຂະຫຍາຍຄຸນຄ່າດ້ານແນວຄິດ, ຄຸນສົມບັດປະທານໂຮ່ຈິມິນຢ່າງແຂງແຮງ

ພາບປະກອບ.

ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ ໄດ້ສະແດງໃຫ້ເຫັນໃນສະພາບຕົວຈິງແຫ່ງການຕໍ່ສູ້ປະຕິວັດຂອງເພິ່ນ. ໂດຍດຳລົງຕຳແໜ່ງສູງໃນພັກ ແລະ ລັດເປັນໄລຍະຍາວນານ, ປະທານໂຮ່ຈິມິນ ໄດ້ປະຕິບັດສິດອຳນາດໂດຍພັກ ແລະ ປະຊາຊົນມອບໝາຍໃຫ້ ດ້ວຍຈິດໃຈປະຊາທິປະໄຕທີ່ຫາຍາກໃນບັນດາຜູ້ນຳ, ດ້ວຍຄຸນສົມບັດທີ່ບໍລິສຸດຜູດຜ່ອງ, ເປັນແບບຢ່າງກ່ຽວກັບຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ຊື່ສັດບໍລິສຸດ, ເຫັນແກ່ສ່ວນລວມ, ບໍ່ເຫັນແກ່ສ່ວນຕົວ.

ແຜ່ຂະຫຍາຍໃນສັງຄົມ

ຄຸນຄ່າ ແລະ ຜົນກະທົບຢ່າງໃຫຍ່ຫຼວງຂອງບຸກຄະລິກກະພາບປະທານໂຮ່ຈິມິນ ຕໍ່ກັບພັກຕໍ່ກັບຊາດຫວຽດນາມ ແລະ ສາກົນ ໄດ້ສ້າງດ້ວຍປັດໄຈຫຼາຍຢ່າງ, ໃນນັ້ນຕ້ອງເວົ້າເຖິງແບບແຜນເຮັດວຽກຂອງເພິ່ນ. ນັ້ນແມ່ນແບບວິຖີເຮັດວຽກທີ່ເປັນແບບຢ່າງຂອງຜູ້ນຳດ້ານການເມືອງ ແລະ ນັກວິທະຍາສາດຢ່າງແທ້ຈິງ. ໃນຊຸມປີຜ່ານມາ, ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດໂຮ່ຈິມິນ ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງອອກສູ່ທົ່ວທຸກຂັ້ນຂອງກຳມະບານ ແລະ ສະມາຊິກຊາວໜຸ່ມ, ກຳມະກອນ, ລັດຖະກອນ, ນັກຮຽນ, ນັກສຶກສາຢູ່ຫວຽດນາມ, ກາຍເປັນວຽກງານປະຈຳຕິດພັນກັບໜ້າທີ່ທີ່ໄດ້ຮັບມອບໝາຍ. ແຕ່ລະຂະແໜງ, ອາຊີບລ້ວນແຕ່ມີວິທີປະຕິບັດຢ່າງແທດຈິງ, ຕົວຢ່າງຄື: ຂະແໜງສາທາລະນະສຸກຮ່ຳຮຽນ, ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ “ແພດໝໍຄືດັ່ງຜູ້ເປັນແມ່” ຂະແໜງສຶກສາປະຕິບັດຂະບວນການ “ສອນດີ, ຮຽນເກັ່ງ”, ຂົນຂວາຍ “ຄູແຕ່ລະຄົນເປັນແບບຢ່າງຄຸນສົມບັດໃນການຮ່ຳຮຽນ ແລະ ປະດິດຄິດສ້າງດ້ວຍຕົນເອງ”…

ປະທານໂຮ່ຈິມິນ ແມ່ນແບບຢ່າງກ່ຽວກັບ “ຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ຊື່ສັດບໍລິສຸດ, ເຫັນແກ່ສ່ວນລວມ ບໍ່ເຫັນແກ່ສ່ວນຕົວ”. ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຂອງເພິ່ນ, ໃນໄລຍະປະຈຸບັນ, ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນໄວໜຸ່ມ, ກຳມະກອນຊາວຜູ້ອອກແຮງງານໄດ້ຕັ້ງໜ້າ, ປະຕິບັດວຽກງານດ້ວຍຈິດໃຈປະດິດຄິດສ້າງ, ມີສະມັດຕະພາບ, ຄຸນນະພາບ, ປະສິດທິຜົນສູງ. ນ້ອງ ເຈີ່ນຫງອກຢ້ຽບ, ນັກຮຽນສັງກັດໂຮງຮຽນມັດທະຍົມຕອນປາຍ ຮ່ວາຍດຶກ ເອ, ນະຄອນຮ່າໂນ້ຍ ໄດ້ແບ່ງປັນວ່າ.

“ຍາມໃດນ້ອງກໍສັນຍາກັບຕົນເອງວ່າ ຕ້ອງເຮັດແນວໃດເພື່ອໃຫ້ກາຍເປັນລູກຜູ້ທີ່ດີ, ເປັນນັກຮຽນເກັ່ງ. ສິ່ງດັ່ງກ່າວຄວນຕ້ອງໄດ້ປະຕິບັດໃນແຕ່ລະມື້, ແຕ່ລະຊົ່ວໂມງ, ບໍ່ມີຍາມໃດທີ່ຫຼົງລືມເປົ້າໝາຍຂອງຕົນໄດ້.”

ສ່ວນປະລິຍາໂທ ຫງວຽນຮ່ວາງຖາວມີ, ຄູສອນພະແນກການຢາ, ມະຫາວິທະຍາໄລ່ ຫງວຽນເຕີດແທ່ງ, ແບ່ງປັນວ່າ.

“ໃນບັນດາທິດທາງ, ມາດຖານກ່ຽວກັບການຮ່ຳຮຽນຕາມແນວຄິດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ ແລ້ວ, ຂ້າພະເຈົ້າເຫັນວ່າ ເລື່ອງ “ຄຳເວົ້າໄປຄຽງຄູ່ກັບການກະທຳ” ແມ່ນແນວຄິດເຊິ່ງຕົນເອງຕ້ອງປະຕິບັດໂດຍທັນທີ. ພິເສດແມ່ນໃນຍຸກສະໄໝເຕັກໂນໂລຊີ 4.0 ຄືໃນປະຈຸບັນ, ຄວນສົມທົບລະຫວ່າງການອອກແນວຄວາມຄິດ ແລະ ປະຕິບັດຕາມແນວຄວາມຄິດ ຈະຊ່ວຍໃຫ້ປະເທດເຮົາພັດທະນາຫຼາຍກວ່າອີກ”.

ສາກົນເຊີດຊູ

ຢູ່ນະຄອນ Montreuil, ຄວາມຊົງຈຳກ່ຽວກັບປະທານໂຮ່ຈິມິນ ຍາມໃດກໍ່ຝັງເລິກ, ດ້ວຍຮູບແບບເປັນເພື່ອນຜູ້ໃກ້ຊິດສະໜິດສະໜົມຂອງປະຊາຊົນຊາວຜູ້ອອກແຮງງານປະເທດຝລັ່ງ, ເຊິ່ງເປັນເພື່ອນສະຫາຍທີ່ຈົງຮັກພັກດີຂອງບັນດານັກກອມມູນິດຝລັ່ງ. ທ່ານ Florian Vigneron, ຮອງເຈົ້າຄອງຜູ້ຮັບຜິດຊອບບັນດາບັນຫາວັດທະນະທຳ - ສັງຄົມຂອງນະຄອນ Montreuil (ຝລັ່ງ), ເນັ້ນໜັກວ່າ.

“ເດີນຕາມສັນຕິພາບ, ເສລີພາບ ແລະ ສິດຕັດສິນດ້ວຍຕົນເອງຂອງປະຊາຊົນຫວຽດນາມ ແມ່ນຈຸດປະສົງຕະຫຼອດທັງຊີວິດຂອງປະທານໂຮ່ຈິມິນ ນັບແຕ່ເພິ່ນຍັງເປັນຊາວໜຸ່ມໄດ້ຄົ້ນຫາປະເທດຝລັ່ງ, ຈົນຮອດເວລາເຕີບໃຫຍ່ກາຍເປັນຜູ້ກໍ່ຕັ້ງປະເທດຊາດຂອງປະຊາຊົນຫວຽດນາມ”.

ປະທານໂຮ່ຈິມິນ ແມ່ນຮູບພາບຢ່າງມີຊີວິດຊີວາກ່ຽວກັບຄຸນສົມບັດສິນທຳປະຕິວັດ. ຈຸດພິເສດຂອງເພິ່ນແມ່ນຄວາມຂ່ຽມຄົມ, ລຽບງ່າຍ ແລະ ຈິງໃຈ. ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ມາຢ້ຽມຢາມຫວຽດນາມ ເມື່ອປີ 2013 ໄດ້ຂຽນວ່າ “ມວນມະນຸດໄດ້ກ້າວເຂົ້າສູ່ສະຕະວັດທີ 21, ສະຕະວັດແຫ່ງສັນຕິພາບ, ຄວາມກ້າວໜ້າ ແລະ ວັດທະນາຖາວອນ. ແຕ່ຄຸນຄ່າດ້ານແນວຄິດ, ຄຸນສົມບັດຂອງປະທານໂຮ່ຈິມິນ ຍັງແມ່ນທວນໄຟໃຫ້ພື້ນຖານວັດທະນະທຳໃນອະນາຄົດ…”

49 ປີນັບແຕ່ເມື່ອປະທານໂຮ່ຈິມິນ ໄດ້ລ່ວງລັບໄປແລ້ວນັ້ນ, ປະເທດຫວຽດນາມ ໄດ້ຜ່ານຜ່າການປ່ຽນແປງຫຼາຍຢ່າງ, ໄດ້ກ້າວເຂົ້າສູ່ສັກກະລາດໃໝ່ ແຕ່ຄຸນຄ່າດ້ານແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ ຍັງຄົງຍືນຍົງຄົງຕົວຕະຫຼອດໄປໃນປະຊາຊົນຫວຽດນາມ ເວົ້າສະເພາະ ແລະ ເພື່ອນມິດສາກົນເວົ້າລວມ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.