50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ: ຈຸດເຕົ້າໂຮມຫຼວງຫຼາຍຄຸນຄ່າວັດທະນະທຳອັນເປັນເອກະລັກ

14:34 | 01/07/2026

ຍສໝ - ປັດຈຸບັນ, ນະຄອນ ໂຮ່ຈີມິນ ແມ່ນສູນກາງເສດຖະກິດ, ວັດທະນະທຳຂະໜາດໃຫຍ່ຂອງທົ່ວປະເທດ, ທັງເປັນຕົວເມືອງທີ່ມີຄວາມຂະຫຍາຍຕົວຢ່າງຂະຫຍັນຂັນເຄື່ອນ, ເປັນຫົວໜ້າແຖວພາຍໃນການຫັນປ່ຽນໃໝ່, ການປະດິດສ້າງ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ເສັ້ນທາງແຫ່ງການຂະຫຍາຍຕົວຕະຫຼອດ 50 ປີ ນັບແຕ່ນະຄອນ ໄຊງ່ອນ - ຢາດິ້ງ (Sài Gòn - Gia Định) ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານ ໂຮ່ຈີມິນ ຢ່າງເປັນທາງການ ນັ້ນແມ່ນຂະບວນວິວັດແຫ່ງການພັດທະນາ ທີ່ບໍ່ພຽງແຕ່ບົນຂົງເຂດເສດຖະກິດ, ພື້ນຖານໂຄງລ່າງ, ສະຖາບັນ ແລະ ການເຊື່ອມໂຍງເທົ່ານັ້ນ, ແຕ່ຫາກຍັງແມ່ນຂະບວນວິວັດແຫ່ງການສ້າງຕັ້ງເອກະລັກຕົວເມືອງແບບເປີດກວ້າງ, ມີຫຼວງຫຼາຍຊັ້ນວັດທະນະທຳ ແລະ ປ່ຽມລົ້ນໄປດ້ວຍຄວາມສາມາດພາຍໃນການເຊື່ອມຊຶມ, ປະສົມປະສານດ້ານວັດທະນະທຳ.

ຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ
ຂໍ້ສະຫຼຸບເລກທີ 57-KL/TW: ສຸມໃສ່ລະດັບສູງສຸດໃຫ້ແກ່ໜ້າທີ່ການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ
50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ: ຈຸດເຕົ້າໂຮມຫຼວງຫຼາຍຄຸນຄ່າວັດທະນະທຳອັນເປັນເອກະລັກ
ມຸມໜຶ່ງຂອງນະຄອນ ໂຮ່ຈີມິນ. ພາບເອກະສານ: ແທັງຫວູ/TTXVN

ຄຸນຄ່າທີ່ກັ່ນຕອງເປັນບຸກຄະລິກກະພາບຂອງມະນຸດ

ອີງຕາມບັນດານັກຊ່ຽວຊານ, ເສັ້ນທາງແຫ່ງການຂະຫຍາຍຕົວຕະຫຼອດ 50 ປີ ນັບແຕ່ນະຄອນ ໄຊງ່ອນ - ຢາດິ້ງ (Sài Gòn - Gia Định) ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານ ໂຮ່ຈີມິນ ຢ່າງເປັນທາງການ ນັ້ນໄດ້ສະແດງໃຫ້ເຫັນວ່າ ການບຸກທະລຸທາງດ້ານສະຖາບັນ ບໍ່ແມ່ນຜະລິດຕະພັນທີ່ເກີດຂຶ້ນມາຈາກເງື່ອນໄຂທາງດ້ານວັດຖຸ ຫຼື ການຕັດສິນໃຈທາງດ້ານການບໍລິຫານພຽງຢ່າງດຽວ, ແຕ່ຫາກຍັງໄດ້ຮັບການລ້ຽງດູຈາກຮາກຖານວັດທະນະທຳອັນໜັກແໜ້ນອີກດ້ວຍ. ລະບົບຄຸນຄ່າທີ່ກັ່ນຕອງອອກມາເປັນບຸກຄະລິກກະພາບ ຂອງຊາວໄຊງ່ອນ - ນະຄອນ ໂຮ່ຈີມິນ ແມ່ນມີຄວາມຂະຫຍັນຂັນເຄື່ອນ, ປະດິດສ້າງ; ເປີດກວ້າງ, ເຊື່ອມຊຶມ; ເນັ້ນຄວາມເປັນຈິງ, ກ້າຄິດ, ກ້າເຮັດ; ປ່ຽມລົ້ນໄປດ້ວຍຄວາມຜູກພັນ ແລະ ຄວາມໂອບເອື້ອອາລີ. ນີ້ເອງຄືແຫຼ່ງພະລັງງານພາຍໃນ ທີ່ເປັນຄຳຕອບວ່າ ເປັນຫຍັງຈິດໃຈແຫ່ງການປະຕິຮູບ ຈຶ່ງມີການກຳເນີດຂຶ້ນໃໝ່ຢ່າງຕໍ່ເນື່ອງຢູ່ທີ່ແຫ່ງນີ້, ນັບຕັ້ງແຕ່ການ “ແຫກຄອກ” ໃນສະໄໝເກື້ອກູນ ມາຮອດມະຕິເລກທີ 98/2023/QH15 ແລະ ມະຕິເລກທີ 09-NQ/TW.

ປອ. ຮວິ່ງວັນຊິງ ແລະ ປະລິນຍາໂທ. ຫງວຽນທິລົກວຽນ (ມາຈາກສະຖາບັນພະນັກງານນະຄອນ ໂຮ່ຈີມິນ) ພາຍໃນຂະບວນວິວັດແຫ່ງການຄົ້ນຄວ້າກ່ຽວກັບເສັ້ນທາງ 50 ປີ ຂອງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ ໄດ້ຕັ້ງຄຳຖາມວ່າ: ນະຄອນ ໂຮ່ຈີມິນ ໄດ້ຮັບການເບິ່ງນຳວ່າເປັນບ່ອນເລີ່ມຕົ້ນຂອງຫຼວງຫຼາຍການປະຕິຮູບ, ນັບຕັ້ງແຕ່ຮູບແບບ “ແຫກຄອກ” ພາຍໃນໄລຍະທຳອິດຂອງການປ່ຽນແປງໃໝ່ (Đổi mới), ມາຮອດລະບົບກົນໄກ ແລະ ນະໂຍບາຍອັນເປັນເອກະລັກສະເພາະໃນປັດຈຸບັນ. ເປັນຫຍັງຈິດໃຈແຫ່ງການທົດລອງ ແລະ ການບຸກທະລຸ ຈຶ່ງມີການກຳເນີດຂຶ້ນໃໝ່ຢ່າງແຂງແຮງຢູ່ທີ່ນະຄອນ ໂຮ່ຈີມິນ ຢ່າງຕໍ່ເນື່ອງ, ໃນຂະນະທີ່ທ້ອງຖິ່ນອື່ນບໍ່ສາມາດບັນລຸໄດ້ໃນລະດັບຄວາມແຮງດຽວກັນ? ຄຳຕອບແມ່ນໄດ້ຮັບການຄົ້ນຫາຄືນ ຜ່ານປະຫວັດສາດແຫ່ງການສ້າງຕັ້ງ ແລະ ການຂະຫຍາຍຕົວຂອງນະຄອນ, ເມື່ອລະບົບຄຸນຄ່າທີ່ກັ່ນຕອງອອກມາເປັນບຸກຄະລິກກະພາບຂອງຊາວໄຊງ່ອນ - ນະຄອນ ໂຮ່ຈີມິນ ໄດ້ຮັບການຫຼໍ່ຫຼອມຈາກປະຊາຊົນຫວຽດນາມຫຼາຍຮຸ່ນຄົນ ຜ່ານໄລຍະເວລາກວ່າ 328 ປີ ແຫ່ງການບຸກເບີກທີ່ດິນ, ການແລກປ່ຽນ ແລະ ການເຊື່ອມຊຶມບັນດາກະແສວັດທະນະທຳທີ່ແຕກຕ່າງກັນ (ຈີນ, ຂະແມ, ຈາມ), ເຊິ່ງນີ້ເອງແມ່ນຮາກຖານທາງດ້ານຈິດໃຈ ແລະ ແຫຼ່ງພະລັງງານພາຍໃນ ທີ່ລ້ຽງດູຄວາມສາມາດພາຍໃນການບຸກທະລຸທາງດ້ານສະຖາບັນຂອງນະຄອນ.

ຜ່ານຫຼວງຫຼາຍສະຕະວັດ ໄດ້ສ້າງຕັ້ງໃຫ້ເກີດມີຫຼວງຫຼາຍຊັ້ນຄຸນຄ່າ ພາຍໃນບຸກຄະລິກກະພາບຂອງຊາວໄຊງ່ອນ - ນະຄອນ ໂຮ່ຈີມິນ, ພາຍໃນນັ້ນມີ 4 ຊັ້ນຄຸນຄ່າຫຼັກອັນມີຄວາມໝັ້ນຄົງ ແລະ ໄດ້ຮັບການສະແດງອອກຢ່າງຕໍ່ເນື່ອງ ນັບຕັ້ງແຕ່ສະຕະວັດທີ XIX ມາຮອດປັດຈຸບັນ ຄື: ຂະຫຍັນຂັນເຄື່ອນ, ຢືດຢຸ່ນ, ປະດິດສ້າງ; ລັກສະນະ “ເປີດກວ້າງ”; ເນັ້ນຄວາມເປັນຈິງ, ກ້າຄິດ, ກ້າເຮັດ ແລະ ປ່ຽມລົ້ນໄປດ້ວຍຄວາມຜູກພັນ, ຄວາມໂອບເອື້ອອາລີ. 4 ຊັ້ນຄຸນຄ່າດັ່ງກ່າວ ບໍ່ໄດ້ຄົງຕົວຢູ່ແບບແຍກອອກຈາກກັນ ແຕ່ຫາກມີການປະສານກັນ ກາຍເປັນ “ລະບົບປະຕິບັດການທາງດ້ານວັດທະນະທຳ” ທີ່ສົ່ງອິດທິພົນຕໍ່ວິທີການທີ່ນະຄອນປະຕິບັດຕໍ່ສະຖາບັນ.

ບັນດານັກຊ່ຽວຊານເຫັນວ່າ, ສາມາດຮັບຮູ້ກົນໄກການເຄື່ອນໄຫວ ຜ່ານ 3 ຂັ້ນຕອນທີ່ຕໍ່ເນື່ອງກັນ ພາຍໃນໄລຍະເຄິ່ງສະຕະວັດທີ່ຜ່ານມາ. ຂັ້ນຕອນທຳອິດ ແມ່ນຈິດໃຈ “ແຫກຄອກ” ພາຍໃນບັນດາປີທຳອິດຂອງທົດສະວັດ 80 ຂອງສະຕະວັດກ່ອນ, ປະກອບສ່ວນອັນສຳຄັນເຂົ້າໃນການສ້າງຕັ້ງແນວທາງການປ່ຽນແປງໃໝ່ໃນປີ 1986. ຂັ້ນຕອນທີສອງ ແມ່ນການຫັນຈິດໃຈ “ກ້າຄິດ, ກ້າເຮັດ” ໃຫ້ກາຍເປັນສະຖາບັນ, ໂດຍນະຄອນໄດ້ຈັດຕັ້ງການທົດລອງບາງກົນໄກ, ນະໂຍບາຍອັນເປັນເອກະລັກສະເພາະເພື່ອການຂະຫຍາຍຕົວ. ຂັ້ນຕອນທີສາມ ແມ່ນການສ້າງຕັ້ງສະຖາບັນອັນດີເລີດ ໃຫ້ແກ່ສກະລາດໃໝ່ ດ້ວຍມະຕິເລກທີ 09-NQ/TW ຂອງກົມການເມືອງ ທີ່ໄດ້ຮັບການປະກາດໃຊ້ ແລະ ກົດໝາຍວ່າດ້ວຍຕົວເມືອງພິເສດ ທີ່ພວມໄດ້ຮັບການສ້າງຕັ້ງຂຶ້ນໃຫ້ແກ່ນະຄອນ ໂຮ່ຈີມິນ.

ແຫຼ່ງພະລັງງານພາຍໃນ ຈາກບັນດາເຂດວັດທະນະທຳຍ່ອຍ

ພາຍໃນໄລຍະເຄິ່ງສະຕະວັດທີ່ຜ່ານມາ, ນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ຢັ້ງຢືນເຖິງບົດບາດເປັນສູນກາງເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງທົ່ວປະເທດເທົ່ານັ້ນ, ແຕ່ຫາກຍັງກາຍເປັນຊ່ອງວ່າງມິຕິແຫ່ງການເຕົ້າໂຮມ, ເຊື່ອມຊຶມ ແລະ ສ້າງຂຶ້ນໃໝ່ ຂອງຫຼວງຫຼາຍກະແສວັດທະນະທຳ. ເຊິ່ງແມ່ນຄວາມສາມາດພາຍໃນການຮັບເອົາ ແລະ ການຫັນປ່ຽນບັນດາແຫຼ່ງພະລັງງານວັດທະນະທຳທີ່ແຕກຕ່າງກັນນີ້ເອງ ທີ່ໄດ້ປະກອບສ່ວນສ້າງຕັ້ງໃຫ້ເກີດມີເອກະລັກຕົວເມືອງອັນຂະຫຍັນຂັນເຄື່ອນ, ເປີດກວ້າງ, ເນັ້ນຄວາມເປັນຈິງ ແລະ ປ່ຽມລົ້ນໄປດ້ວຍຄວາມຜູກພັນ.

ພາຍໃຕ້ສະພາບການໃໝ່ ພາຍຫຼັງຂະບວນວິວັດແຫ່ງການຈັດສັນບັນດາຫົວໜ່ວຍການບໍລິຫານ (ການຮ່ວມນະຄອນ ໂຮ່ຈີມິນ ເຂົ້າກັນກັບ ບິ່ງເຢືອງ (Bình Dương) ແລະ ບ່າເຣ້ຍ - ຫວຸງເຕົ່າ (Bà Rịa - Vũng Tàu) ໃນເມື່ອກ່ອນ), ນະຄອນ ໂຮ່ຈີມິນ ໄດ້ກ້າວເຂົ້າສູ່ໄລຍະແຫ່ງການຂະຫຍາຍຕົວໃໝ່ ດ້ວຍຊ່ອງວ່າງມິຕິທາງດ້ານການບໍລິຫານ - ເເສດຖະກິດ - ສັງຄົມ ທີ່ໄດ້ຮັບການເປີດກວ້າງ ຂອງມະຫານະຄອນທີ່ມີເນື້ອທີ່ກວ່າ 6.772 ກິໂລຕາແມັດ, ພ້ອມດ້ວຍປະຊາກອນກວ່າ 14 ລ້ານຄົນ.

ດຣ. ວູທິເຟືອງ (Vũ Thị Phương) (ມາຈາກມະຫາວິທະຍາໄລວັດທະນະທຳນະຄອນ ໂຮ່ຈີມິນ) ໄດ້ຕີລາຄ່ວາ: ຊ່ອງວ່າງມິຕິແຫ່ງການຂະຫຍາຍຕົວໃໝ່ ຂອງນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ເປີດກວ້າງທາງດ້ານເຂດແດນ, ປະຊາກອນ, ພື້ນຖານໂຄງລ່າງ ແລະ ຕະຫຼາດເທົ່ານັ້ນ, ແຕ່ຫາກຍັງເປີດກວ້າງທາງດ້ານຄວາມເລິກຂອງວັດທະນະທຳອີກດ້ວຍ. ບັນດາເຂດຍ່ອຍ ເຊິ່ງເດີມມີປະຫວັດສາດແຫ່ງການຕັ້ງຖິ່ນຖານ, ເງື່ອນໄຂລະບົບນິເວດ, ຮູບແບບການດຳລົງຊີວິດ, ຄວາມຊົງຈຳຂອງປະຊາຄົມ ແລະ ສະຖາບັນວັດທະນະທຳທີ່ແຕກຕ່າງກັນ ນັ້ນແມ່ນພວມເຄື່ອນໄຫວຮ່ວມກັນພາຍໃນໂຄງສ້າງຕົວເມືອງໃໝ່ອັນດຽວກັນ. ສິ່ງດັ່ງກ່າວໄດ້ວາງຄວາມຮຽກຮ້ອງຕ້ອງການ ທີ່ຕ້ອງມີການເບິ່ງນຳເອກະລັກຂອງນະຄອນ ໂຮ່ຈີມິນ ບໍ່ແມ່ນໃນລັກສະນະເປັນກ້ອນດຽວກັນທີ່ຄືກັນໝົດ, ແຕ່ຫາກແມ່ນໂຄງສ້າງອັນມີຫຼາກຫຼາຍຊັ້ນ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນມາຈາກການປະສານກັນ ຂອງຫຼວງຫຼາຍເຂດວັດທະນະທຳຍ່ອຍ.

ອີງຕາມນັກຊ່ຽວຊານ, ບັນດາເຂດວັດທະນະທຳຍ່ອຍອັນເປັນເອກະລັກສະເພາະຂອງນະຄອນ ປະກອບມີ: ເຂດແກນກາງ ໄຊງ່ອນ - ນະຄອນ ໂຮ່ຈີມິນ ດ້ວຍຄຸນລັກສະນະແຫ່ງການເຕົ້າໂຮມ, ການຄ້າຂາຍ ແລະ ການຫັນປ່ຽນໃໝ່; ບິ່ງເຢືອງ ດ້ວຍຊ່ອງວ່າງມິຕິຂອງເຂດເນີນສູງ, ໝູ່ບ້ານອາຊີບ, ອຸດສາຫະກຳ ແລະ ວັດທະນະທຳແຮງງານຍົກຍ້າຍຖິ່ນຖານ; ບ່າເຣ້ຍ - ຫວຸງເຕົ່າ - ໂກນດ໋າວ ດ້ວຍວັດທະນະທຳທະເລເກາະ, ເສດຖະກິດທ່າເຮືອ - ນ້ຳມັນກາດ ແລະ ຄວາມຊົງຈຳທາງປະຫວັດສາດປະຕິວັດ. ບັນດາຊັ້ນວັດທະນະທຳເຫຼົ່ານີ້ ບໍ່ໄດ້ແຍກຕົວຢູ່ພາຍນອກຂະບວນວິວັດແຫ່ງການຂະຫຍາຍຕົວ, ແຕ່ຫາກມີການເຂົ້າຮ່ວມໂດຍກົງ ພາຍນການສ້າງຕັ້ງແຮງດຶງດູດ, ຄວາມສາມາດພາຍໃນການປັບຕົວ ແລະ ກຳລັງແຮງການແຂ່ງຂັນແບບອ່ອນຂອງນະຄອນ.

ບົນມຸມມອງດຽວກັນກ່ຽວກັບບັນດາເຂດວັດທະນະທຳຍ່ອຍ, ປອ. ເລທິລິງຈາງ (ມາຈາກສະຖາບັນພະນັກງານນະຄອນ ໂຮ່ຈີມິນ) ເຫັນວ່າ, 3 ຊັ້ນຊ່ອງວ່າງມິຕິວັດທະນະທຳຂ້າງເທິງນັ້ນ ບໍ່ໄດ້ແຍກອອກຈາກກັນ, ແຕ່ລ້ວນແຕ່ເຂົ້າຮ່ວມພາຍໃນການສ້າງຕັ້ງເອກະລັກນະຄອນ ໂຮ່ຈີມິນ ບົນເສັ້ນທາງແຫ່ງການຂະຫຍາຍຕົວຕະຫຼອດ 50 ປີທີ່ຜ່ານມາ. ນັບຕັ້ງແຕ່ເຂດແກນກາງຕົວເມືອງແຫ່ງການເຕົ້າໂຮມ, ເຂດອຸດສາຫະກຳ - ອາຊີບຫັດຖະກຳ ມາຮອດເຂດທະເລເກາະ - ຄວາມຊົງຈຳທາງປະຫວັດສາດ, ນະຄອນ ໂຮ່ຈີມິນ ໄດ້ປະກົດຕົວຂຶ້ນມາເປັນຊ່ອງວ່າງມິຕິວັດທະນະທຳແບບເປີດກວ້າງ, ມີຄວາມຫຼາກຫຼາຍ ແລະ ປ່ຽມລົ້ນໄປດ້ວຍຄວາມສາມາດພາຍໃນການສ້າງຂຶ້ນໃໝ່.

50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ: ຈຸດເຕົ້າໂຮມຫຼວງຫຼາຍຄຸນຄ່າວັດທະນະທຳອັນເປັນເອກະລັກ
ນະຄອນ ໂຮ່ຈີມິນ ພວມບຸກທະລຸຂະຫຍາຍຕົວ ກາຍເປັນຕົວເມືອງ ແລະ ສູນກາງການເງິນຊັ້ນນຳຂອງພາກພື້ນ ອາຊີຕາເວັນອອກສຽງໃຕ້. ພາບ: ຮົ່ງດາດ /TTXVN

ບັນດາເຂດວັດທະນະທຳຍ່ອຍ ບໍ່ພຽງແຕ່ເປັນສິ່ງທີ່ສ້າງເອກະລັກວັດທະນະທຳໃຫ້ແກ່ນະຄອນ ໂຮ່ຈີມິນ ເທົ່ານັ້ນ, ແຕ່ຫາກຍັງເປັນການສ້າງຈຸດເດັ່ນໃຫ້ແກ່ພາບລວມວັດທະນະທຳອັນມີຫຼາກຫຼາຍສີສັນຂອງນະຄອນອີກດ້ວຍ. ໃນນາມເປັນພົນລະເມືອງຂອງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ, ທ່ານ ປະລິນຍາໂທ ຫງວຽນຕ໊ວນແອງ (ມາຈາກບໍລິສັດໃຫຍ່ອຸດສາຫະກຳ ໄຊງ່ອນ) ໄດ້ແບ່ງປັນຄວາມຮູ້ສຶກອັນພາກພູມໃຈ ເມື່ອໄດ້ທົດລອງຕົວຈິງກັບຊ່ອງວ່າງມິຕິໃໝ່ຂອງນະຄອນ. ເມື່ອເດີນທາງໄປຕາມບັນດາເຂດຊານເມືອງ ແລະ ເຂດແຄ້ນທີ່ຫາກໍ່ໄດ້ຮັບການຮ່ວມເຂົ້າໃໝ່, ແມ່ນສາມາດຮັບຮູ້ໄດ້ຢ່າງງ່າຍດາຍວ່າ ແຕ່ລະສະຖານທີ່ລ້ວນແຕ່ມີ “ຄຸນລັກສະນະ” ສະເພາະຕົວ. ບາງບ່ອນແມ່ນທົ່ງນາ, ສວນໄມ້ ແລະ ຄອງເໝືອງທີ່ຕັດສະຫຼັບກັນ, ເໝາະສົມໃຫ້ແກ່ການເຮັດກະສິກຳຕົວເມືອງ ແລະ ການທ່ອງທ່ຽວແບບອະນຸລັກນິເວດ. ບາງບ່ອນແມ່ນເຂດອຸດສາຫະກຳ, ເຂດຂົນສົ່ງ logistics ອັນຄຶກຄື້ນ. ບາງບ່ອນແມ່ນຕົວເມືອງທ່າເຮືອ, ຕິດພັນກັບການເຄື່ອນໄຫວເສດຖະກິດທະເລ. ແລະກໍມີບາງບ່ອນທີ່ມີລັກສະນະຄ້າຍຄືເຂດອະນຸລັກ ທີ່ມີທັງປ່າໄມ້, ພູຜາ ແລະ ຫ້ວຍໜອງ, ເຊິ່ງເປັນບ່ອນທີ່ທຳມະຊາດ ແລະ ຊີວິດການເປັນຢູ່ຂອງມະນຸດ ຈຳເປັນຕ້ອງໄດ້ຮັບການປົກປັກຮັກສາຢ່າງລະມັດລະວັງ.

ເມື່ອກ້າວເຂົ້າສູ່ສກະລາດໃໝ່ ຂອງນະຄອນ ໂຮ່ຈີມິນ ດ້ວຍວິໄສທັດ 100 ປີ, ໂດຍມີທິດທາງກາຍເປັນມະຫານະຄອນລະດັບໂລກ, ຂະຫຍາຍຕົວຕາມຮູບແບບຫຼາຍຂົ້ວ, ຫຼາຍຊັ້ນ ແລະ ຫຼາຍມິຕິ; ມໍລະດົກຂອງບັນດາເຂດຍ່ອຍ ແມ່ນໄດ້ຮັບການຕີລາຄາວ່າເປັນແຫຼ່ງພະລັງງານພາຍໃນ ເພື່ອການພັດທະນາຂອງນະຄອນ. ອີງຕາມບັນດານັກຊ່ຽວຊານ, ມໍລະດົກເຂດຍ່ອຍ ກ່ອນອື່ນໝົດແມ່ນແຫຼ່ງພະລັງງານທາງດ້ານຄວາມຊົງຈຳ ແລະ ຈິດໃຈ. ພາຍໃນຂະບວນວິວັດແຫ່ງການຫັນເປັນຕົວເມືອງຢ່າງວ່ອງໄວ, ຄວາມຊົງຈຳຂອງປະຊາຄົມ ໄດ້ຊ່ວຍໃຫ້ປະຊາຊົນສາມາດກຳນົດໄດ້ເຖິງຮາກເຫງົ້າຂອງຕົນ, ຮັກສາຄວາມຮູ້ສຶກແຫ່ງການເປັນສ່ວນໜຶ່ງ ແລະ ສ້າງຮາກຖານໃຫ້ແກ່ຄວາມຜູກພັນທາງສັງຄົມ. ສິ່ງເຫຼົ່ານີ້ຊ່ວຍໃຫ້ປະຊາຊົນ, ເປັນຕົ້ນແມ່ນຜູ້ຍົກຍ້າຍຖິ່ນຖານເຂົ້າມາໃໝ່, ບໍ່ພຽງແຕ່ດຳລົງຊີວິດຢູ່ພາຍໃນຊ່ອງວ່າງທາງເສດຖະກິດເທົ່ານັ້ນ, ແຕ່ຫາກຍັງໄດ້ເຂົ້າຮ່ວມພາຍໃນຊ່ອງວ່າງທາງວັດທະນະທຳອັນມີຄວາມໝາຍອີກດ້ວຍ.

ມໍລະດົກເຂດຍ່ອຍ ຍັງແມ່ນແຫຼ່ງພະລັງງານທາງສັງຄົມອັນສຳຄັນ. ພາຍໃຕ້ມຸມມອງຂອງບັນດານັກຊ່ຽວຊານ, ນະຄອນ ໂຮ່ຈີມິນ ມີການຂະຫຍາຍຕົວຢ່າງແຂງແຮງ ສ່ວນໜຶ່ງແມ່ນຍ້ອນຄວາມສາມາດພາຍໃນການຮັບເອົາກະແສການຍົກຍ້າຍຖິ່ນຖານ ແລະ ການຫັນປ່ຽນແຫຼ່ງພະລັງງານມະນຸດ ໃຫ້ກາຍເປັນກຳລັງຂັບເຄື່ອນແຫ່ງການພັດທະນາ. ແຕ່ລະປະຊາຄົມທີ່ຍົກຍ້າຍຖິ່ນຖານເຂົ້າມາ ລ້ວນແຕ່ໄດ້ນຳເອົາທັກສະທາງດ້ານວິຊາຊີບ, ບົດຮຽນການດຳລົງຊີວິດ, ເຄືອຂ່າຍສັງຄົມ, ຮີດຄອງປະເພນີການຊ່ວຍເຫຼືອເຊິ່ງກັນແລະກັນ, ການປະຕິບັດຄວາມເຊື່ອຖື ແລະ ຕົ້ນທຶນວັດທະນະທຳຂອງແຕ່ລະທ້ອງຖິ່ນມາພ້ອມ. ຢູ່ທີ່ນະຄອນແຫ່ງນີ້, ບັນດາປັດໄຈດັ່ງກ່າວ ບໍ່ພຽງແຕ່ຊ່ວຍໃຫ້ຜູ້ຍົກຍ້າຍຖິ່ນຖານເຂົ້າມາໃໝ່ ສາມາດຜ່ານຜ່າຄວາມຫຍຸ້ງຍາກໃນເບື້ອງຕົ້ນເທົ່ານັ້ນ, ແຕ່ຫາກຍັງໄດ້ປະກອບສ່ວນເຂົ້າໃນຄວາມຫຼາກຫຼາຍຂອງອາຫານການກິນ, ການຄ້າ, ການບໍລິການ, ອາຊີບຫັດຖະກຳ, ອຸດສາຫະກຳ, ການທ່ອງທ່ຽວ ແລະ ຊີວິດການເປັນຢູ່ດ້ານວັດທະນະທຳຕົວເມືອງ.

ບົນສະພາບການທາງດ້ານເສດຖະກິດ, ມໍລະດົກເຂດຍ່ອຍ ມີຄວາມສາມາດກາຍເປັນແຫຼ່ງພະລັງງານໃຫ້ແກ່ເສດຖະກິດວັດທະນະທຳ, ການທ່ອງທ່ຽວຕົວເມືອງ ແລະ ອຸດສາຫະກຳປະດິດສ້າງ. ບັນດາຢ່ານຖະໜົນການຄ້າສະເພາະຂະແໜງການຢູ່ ເຈິເລິ່ນ (Chợ Lớn - ຍ່ານຄົນຈີນ), ໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ແລະ ເຄື່ອງເຄືອບເງົາ ບິ່ງເຢືອງ (Bình Dương), ບັນດາເສັ້ນທາງວັດທະນະທຳແມ່ນ້ຳລຳເຊ, ໝູ່ບ້ານຊາວປະມົງແຄມທະເລ ຫວຸງເຕົ່າ (Vũng Tàu), ເຂດປູຊະນີຍະສະຖານ ໂກນດ໋າວ (Côn Đảo), ອາຫານການກິນຂອງປະຊາຄົມຍົກຍ້າຍຖິ່ນຖານ, ເທດສະການພື້ນເມືອງ ແລະ ມໍລະດົກທາງດ້ານອຸດສາຫະກຳ ລ້ວນແຕ່ສາມາດເຊື່ອມຕໍ່ເຂົ້າກັນ ເພື່ອກາຍເປັນຜະລິດຕະພັນວັດທະນະທຳ - ການທ່ອງທ່ຽວອັນເປັນເອກະລັກສະເພາະ. ບັນດານັກຊ່ຽວຊານໄດ້ຍົກຕົວຢ່າງ, ພ້ອມທັງເນັ້ນຢ້ຽມວ່າ ຖ້າຫາກໄດ້ຮັບການລົງທຶນດ້ວຍແນວຄິດແບບທັນສະໄໝ, ບັນດາມໍລະດົກເຫຼົ່ານີ້ ຈະບໍ່ເປັນພຽງແຕ່ເປົ້າໝາຍເພື່ອການອະນຸລັກເທົ່ານັ້ນ, ແຕ່ຫາກຍັງສາມາດສ້າງວຽກເຮັດງານທຳ, ດຶງດູດແຂກທ່ອງທ່ຽວ, ສະໜັບສະໜູນວິສາຫະກິດປະດິດສ້າງ ແລະ ຍົກສູງກຳລັງແຮງການແຂ່ງຂັນແບບອ່ອນ (Soft power) ຂອງນະຄອນ ໂຮ່ຈີມິນ ອີກດ້ວຍ.

ນັກຮຽນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ ນັກຮຽນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ

ຍສໝ - ແຕ່ວັນທີ 29 ມິຖຸນາ - 3 ກໍລະກົດ, ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະຜູ້ແທນຄູອາຈານ ແລະ ນັກຮຽນດີເດັ່ນ ຂອງໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ໄດ້ມີການເດີນທາງມາຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ...

ປະທານສະພາແຫ່ງຊາດ ອານເຊຣີ ສະແດງຄວາມມຸ່ງມາດປາດຖະໜາ ຢາກເພີ່ມທະວີສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ ປະທານສະພາແຫ່ງຊາດ ອານເຊຣີ ສະແດງຄວາມມຸ່ງມາດປາດຖະໜາ ຢາກເພີ່ມທະວີສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ

ຍສໝ​ - ປະທານສະພາແຫ່ງຊາດ ອານເຊຣີ ໄດ້ສະແດງຄວາມມຸ່ງມາດປາດຖະໜາ ຢາກຊຸກຍູ້ສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ, ເພື່ອແນໃສ່ເພີ່ມທະວີປະສິດທິຜົນ ຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ອ່ານຫຼາຍທີ່ສຸດ