![]() |
ໂບດ ແຊນ ຈ໋ອດ ສະຖານທີ່ຈັດພິທີ ອະພິເສກ ແບບດັ້ງເດີມ ຂອງ ເຈົ້າຊາຍ ແຮລີ້ ແລະ ແມັກແຮນ. (ພາບ: Reuters).
![]() |
ຄູ່ວິວາໄດ້ເຊີນແຂກຫຼາຍກວ່າ 2.600 ປະຊາຊົນທົ່ວໄປຮ່ວມງານພິທີອະພິເສກ ທີ່ປະສາດ ວາຍເຊີ້.
![]() |
ປະຊາຊົນຊາວ ລາດສະອານາຈັກ ອັງກິດ ໄດ້ລວມໂຕກັນ ຢູ່ສອງຟາກທາງ ລໍຖ້າຂະບວນລົດແຫ່ງເຈົ້າສາວຜ່ານ.
![]() |
ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວລໍຖ້າເພື່ອຕິດຕາພິທິ ອະພິເສກ ຢຸ່ນອກວັງ.
![]() |
ປະຊາຊົນຊາວ ອັງກິດຕິດຕາມພິທີ ອະພິເສກ ຜ່ານໂທລະພາບທ້ອງຖິ່ນ.
![]() |
ເຈົ້າສາວ ແມັກແຮນ ພ້ອມແມ່ເດີນທາງໄປຍັງ ສະຖານທີ່ຈັດອະພິເສກ.
![]() |
ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ອ້ອມຮອບທັງສອງຟາກທາງ ຮ້ອງໂຮດ້ວຍຄວາມຕື່ນເຕັ້ນດີໃຈເມື່ອເຫັນຂະບວນລົດຂອງເຈົ້າສາວຜ່ານ ເພື່ອມຸ້ງໜ້າສູ່ ປະສາດ ວາຍເຊີ້.
![]() |
ເຈົ້າຊາຍ ແຮລີ້ ແລະ ເຈົ້າຊາຍ ວິນລ້ຽມ ໃນຊຸດທະຫານກ້າວເຂົ້າສູ່ເວທີອະພິເສກ ເພື່ອລໍຖ້າ ເຈົ້າສາວ.
![]() |
ບັນດາສຳມະຊິກ ລາດສະວົງ ອັງກິດ ມີໜ້າໃນເຂົ້າຮ່ວມໃນພິທີ ອະພິເສກ.
![]() |
ພະລາຊາ ຟີລີບ ແລະ ລາສະນີ ເອລີຊາເບດ ກໍ່ໄດ້ເຂົ້າຮ່ວມ ໃນພິທີອະພິເສກສົມລົດຄັ້ງນີ້.
![]() |
ເຈົ້າສາວກ້າວເຂົ້າສູ່ ໂບດ ສະຖານທີ່ຈັດງານພິທີອະພິເສກສົມລົດ.
![]() |
ເຈົ້າຊາຍ ຊາກ ຈຸງແຂນເຈົ້າສາວເຂົ້າສູ່ພະລາດສະພິທີເພື່ອສົ່ງມອບ ບຸດຊາຍ ແຮລີ້.
![]() |
ເຈົ້າຊາຍ ແຮລີ້ ທອດພະເນດ ພະຊາຍາ ແລະ ອຸທານຂື້ນວ່າ: ເຈົ້າງາມແທ້ ຕອນທີ່ຮັບເຈົ້າສາວ.
![]() |
ຄູ່ຄອງສານບານຕົນດ້ວຍການແນະນຳໂດຍ ບາດຫຼວງໃຫຍ່.
![]() |
ເພິ່ນໄດ້ກາຍເປັນຄູ່ຄອງພາຍຫຼັງພິທີສາບານ ແລະ ມອບແຫວນສົມລົດ.
![]() |
ທັງສອງໄດ້ມອບຈູບອັນຫອມຫວານແລະຄວາມຮັກໃຫ້ກັນແລະກັນທາງນອກປະສາດ ວາຍເຊີ້ ພາຍຫຼັງພິທີສົມລົດ.
![]() |
ພາຍຫຼັງພະລາດຊະພິທີ ອະພິເສກສົມລົດພາຍໃນໂບດ ທັງສອງໄດ້ຂື້ນລົດມ້າທີ່ເກົ່າແກ່ ແລະ ທະຫານມ້າ ແຮ່ຜ່ານເສັ້ນທາງເພື່ອເປີດໂຕໃຫ້ມວນຊົນຊື່ນຊົມ.
![]() |
ຄູ່ຄອງໃໝ່ເບີກບານດ້ວຍໃບໜ້າອັນແຫ່ງຄວາມສຸກ ໃນລາດສະພິທີ ອະພິເສກອັນຍິ່ງໃຫຍ່.
![]() |
ພິທີແຫ່ຂະບວນແກ່ຍາວຈົນຮອດ 1ໂມງ30 ຕອນບ່າຍ ກ່ອນທີ່ຄູ່ສົມ.
![]() |
(ຫັດທະບູນ)