ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ

11:45 | 22/03/2020

ຍສໝ - ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ (22/03/1955-22/03/2020) ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ.

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ.(ພາບ:VGP)

ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ (22/03/1955-22/03/2020), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະບໍລິ ຫານງານສູນກາງພັກປະຊາຊົນ ປະຕິວັດລາວ ​ເຊິ່ງມີເນື້ອໃນດັ່ງນີ້:

ຕະຫລອດໄລຍະ 65 ປີ ທີ່ຜ່ານມາ ພາຍໃຕ້ການນໍາພາ ອັນສະຫລາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສີ່ງທົດສອບນາໆປະການ, ຍາດໄດ້ໄຊຊະນະອັນໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດ ໃນພາລະກິດການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພິເສດ, ພາຍຫລັງ 35 ປີແຫ່ງການຈັດຕັ້ງປະຕິບັດແນວ ທາງການປ່ຽນແປງໃໝ່ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ລິເລີ່ມ ແລະ ນໍາພາ, ປະຊາຊົນລາວ ອ້າຍນ້ອງ ສາມາດຍາດໄດ້ບັນດາ ຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ, ມີຄວາມໝາຍປະຫວັດ ສາດ: ການເມືອງ-ສັງຄົມ ມີຄວາມສະຫງົບສຸກ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂື້ນຢ່າງບໍ່ຢຸດຢັ້ງ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມໜັກແໜ້ນ, ການພົວພັນຕ່າງປະເທດ ໄດ້ຮັບການເປີດກວ້າງ, ບົດບາດ ແລະ ອິດທິພົນຂອງພັກປະຊາຊົນ ປະຕິວັດລາວ ແລະ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ.

ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ມີຄວາມປິຕິຍິນດີເປັນຢ່າງຍິ່ງ, ຕີລາຄາສູງ ແລະ ຊົມເຊີຍຕໍ່ບັນດາຜົນສໍາເລັດ ແລະ ໄຊຊະນະອັນໃຫຍ່ຫລວງ ທີ່ພັກປະຊາຊົນ ປະຕິວັດລາວ ຍາດໄດ້ຕະຫລອດ ໄລຍະທີ່ຜ່ານມາຢ່າງສຸດໃຈ. ບັນດາຜົນສໍາເລັດຂອງພັກປະຊາຊົນ ປະຕິວັດລາວ ບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງ ຕໍ່ກັບພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ເທົ່ານັ້ນ ແຕ່ຍັງເປັນການປຸກລະດົມ ກໍາລັງໃຈອັນແຮງກ້າຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນພາ ລະກິດການປ່ຽນແປງໃໝ່, ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຕົນ.

ດ້ວຍການເສີມຂະຫຍາຍ ມູນເຊື້ອອັນສະຫງ່າງາມ ແລະ ຜົນສໍາເລັດທີ່ຍາດມາໄດ້ນັ້ນ, ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່ໃຫຍ່ ຫລວງກວ່າເກົ່າໃນພາລະກິດການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະ ຊາຊົນ ປະຕິວັດລາວ ຢ່າງມີໄຊ, ດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກຂອງແຕ່ລະຂັ້ນ ເພື່ອກ້າວເຖິງການຈັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃນຕົ້ນປີ 2021 ຢ່າງມີຜົນສໍາເລັດ, ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມຈຸດໝາຍໝາຍສັງຄົມນິຍົມ.

ຄຽງຄູ່ກັບບັນດາຜົນສໍາເລັດອັນສໍາຄັນທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ຍາດມາໄດ້ໃນໄລຍະຜ່ານມານັ້ນ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ບໍລິສຸດ, ຜຸດຜ່ອງ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ໂດຍມີປະທານໂຮ່ຈິມິງ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ໄດ້ກໍ່ຕັ້ງ, ຝຶກຝົນຫລໍ່ຫລອມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາຮຸ່ນການນຳຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ນັ້ນໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບການພັດທະນາເຂົ້າສູ່ລ່ວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນເຂົ້າໃນພາລະກິດການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາຢູ່ແຕ່ລະປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.