ຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ

14:27 | 01/07/2026

ຍສໝ - ແຕ່ວັນທີ 27-28 ມິຖຸນາ 2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໄດ້ສົມທົບກັບ ສະມາຄົມຊາວຫວຽດນາມ ແຂວງ ເຊກອງ, ໂຮງຮຽນ ມັດທະຍົມຕອນປາຍພອນສະຫວັນ ຈຳປາສັກ-ລຳດົ່ງ (ແຂວງ ຈຳປາສັກ) ແລະ ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ຈັດຕັ້ງໂຄງການຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ ຈຳນວນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ.

ຂໍ້ສະຫຼຸບເລກທີ 57-KL/TW: ສຸມໃສ່ລະດັບສູງສຸດໃຫ້ແກ່ໜ້າທີ່ການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ
ນັກຮຽນໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢ້ຽມຢາມ ແລະ ທົດລອງຕົວຈິງດ້ານວັດທະນະທຳ, ປະຫວັດສາດ ຫວຽດນາມ

ພາຍໃນບັນດາບົດຝຶກອົບຮົມ, ຄູອາຈານ ແລະ ນັກຮຽນ ຈາກໂຮງຮຽນມັດທະຍົມຕອນປາຍພອນສະຫວັນ ຈຳປາສັກ-ລຳດົ່ງ ແມ່ນໄດ້ຮັບການແນະນຳກ່ຽວກັບເຕັກໂນໂລຊີ Robotics VEX VR ແລະ VEX AIM (ເຊິ່ງມີການປະຍຸກໃຊ້ປັນຍາປະດິດ ຫຼື AI) ຂອງສະຫະລັດອາເມລິກາ, ຄຽງຄູ່ກັບຫຸ່ນຍົນ KCBot (ເຊິ່ງຜະລິດໂດຍ ຫວຽດນາມ). ທາງດ້ານຄູອາຈານ ແລະ ນັກຮຽນ ຂອງໂຮງຮຽນມິດຕະພາບ ແຂວງ ເຊກອງ ກໍໄດ້ມີຄວາມຕື່ນເຕັ້ນ ແລະ ສະໜຸກສະໜານ ພາຍໃນການເຮັດຄວາມລຶ້ງເຄີຍກັບການຂຽນໂປຣແກຣມຫຸ່ນຍົນ VEX VR, KCBot, ການທົດລອງຂຽນໂປຣແກຣມແຕ້ມຮູບທຸງຊາດ ລາວ ແລະ ທຸງຊາດ ຫວຽດນາມ, ຕະຫຼອດຮອດການຂຽນໂປຣແກຣມ ແລະ ເຂົ້າຮ່ວມການແຂ່ງຂັນຫຸ່ນຍົນ VEX AIM.

ຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ
ພາບການແລກປ່ຽນພາຍໃນບົດຝຶກອົບຮົມ. (ພາບ: ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ)

ຊຸດຝຶກອົບຮົມໄດ້ຊ່ວຍໃຫ້ບັນດານັກສໍາມະນາກອນ ເຮັດຄວາມລຶ້ງເຄີຍກັບວິທີການ STEM robotics, ຜ່ານນັ້ນກໍຂະຫຍາຍທັກສະການຄິດ, ການເຮັດວຽກເປັນທີມ, ທັກສະການສື່ສານ, ການຮຽນຮູ້ຜ່ານການປະຕິບັດຕົວຈິງ, ການປະຍຸກໃຊ້ຄວາມຮູ້ສະຫະວິທະຍາການ ກ່ຽວກັບວິທະຍາສາດ, ວິສະວະກຳສາດ, ເຕັກໂນໂລຊີ ແລະ ຄະນິດສາດ ເພື່ອແກ້ໄຂບັນດາບັນຫາຕົວຈິງພາຍໃນຊີວິດ.

ເນື່ອງໃນໂອກາດນີ້, ສະຖານກົງສຸນໃຫຍ່ ໄດ້ມອບຫຸ່ນຍົນ KCBot ຈຳນວນໜຶ່ງ ເຊິ່ງໄດ້ຮັບການອຸປະຖຳຈາກຜູ້ໃຈບຸນ ໃຫ້ແກ່ໂຮງຮຽນມິດຕະພາບ ແຂວງ ເຊກອງ.

ຝຶກອົບຮົມ STEM Robotics ໃຫ້ແກ່ຄູອາຈານ ແລະ ນັກຮຽນ 30 ຄົນ ຂອງໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ
ສະຖານກົງສຸນໃຫຍ່ ໄດ້ມອບຫຸ່ນຍົນ KCBot ຈຳນວນໜຶ່ງ ໃຫ້ແກ່ໂຮງຮຽນມິດຕະພາບ ແຂວງ ເຊກອງ. (ພາບ: ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ)

ໃນປີ 2025, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໄດ້ສົມທົບກັບ ເຄືອຂ່າຍພັນທະມິດ STEM ຫວຽດນາມ, ສະຖາບັນ Kidscode, ຂະແໜງການສຶກສາແຂວງ ກາວບັ່ງ (Cao Bằng), ບັນດາໂຮງຮຽນ ຊາວຫວຽດ (Sao Việt) ແລະ ໂຮງຮຽນສາກົນ APC ຢາລາຍ (ແຂວງ ຢາລາຍ) ຈັດຕັ້ງໂຄງການຝຶກອົບຮົມ STEM Robotics, ງານມະຫະກຳ STEM Robotics ແລະ ການແຂ່ງຂັນ robotics ເປັນຄັ້ງທຳອິດ ຢູ່ທີ່ເຂດພາກໃຕ້ລາວ, ໂດຍມີການເຂົ້າຮ່ວມຂອງນັກຮຽນ ແລະ ຄູອາຈານ ຈາກບັນດາໂຮງຮຽນ: ມິດຕະພາບ ລາວ-ຫວຽດນາມ ແຂວງ ຈຳປາສັກ, ມັດທະຍົມຕອນປາຍພອນສະຫວັນ ຈຳປາສັກ-ລຳດົ່ງ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງ ຈຳປາສັກ.

ບັນດາກິດຈະກຳ STEM Robotics ໄດ້ປະກອບສ່ວນເພີ່ມທະວີການຮ່ວມມື ລະຫວ່າງ ຫວຽດນາມ-ລາວ ບົນຂົງເຂດການສຶກສາ ແລະ ການຂະຫຍາຍຕົວແຫຼ່ງທຶນມະນຸດ.

ປະທານສະພາແຫ່ງຊາດ ອານເຊຣີ ສະແດງຄວາມມຸ່ງມາດປາດຖະໜາ ຢາກເພີ່ມທະວີສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ ປະທານສະພາແຫ່ງຊາດ ອານເຊຣີ ສະແດງຄວາມມຸ່ງມາດປາດຖະໜາ ຢາກເພີ່ມທະວີສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ

ຍສໝ​ - ປະທານສະພາແຫ່ງຊາດ ອານເຊຣີ ໄດ້ສະແດງຄວາມມຸ່ງມາດປາດຖະໜາ ຢາກຊຸກຍູ້ສາຍພົວພັນກັບ ສະພາແຫ່ງຊາດ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ, ເພື່ອແນໃສ່ເພີ່ມທະວີປະສິດທິຜົນ ຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດ.

ຊາວໜຸ່ມປ່ຽນແປງໃໝ່ຢ່າງສ້າງສັນ, ປັບຕົວໃຫ້ແທດເໝາະພາຍໃນຍຸກສະໄໝດິຈິຕອນ ຊາວໜຸ່ມປ່ຽນແປງໃໝ່ຢ່າງສ້າງສັນ, ປັບຕົວໃຫ້ແທດເໝາະພາຍໃນຍຸກສະໄໝດິຈິຕອນ

ຍສໝ - ຕອນບ່າຍວັນທີ 30 ມິຖຸນາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ກາເມົາ ຄັ້ງທີ I, ອາຍຸການ 2026 - 2029 ໄດ້ດຳເນີນໄປ, ໂດຍມີການເຂົ້າຮ່ວມ ຂອງຜູ້ແທນສົມບູນ 270 ທ່ານ ທີ່ຕາງໜ້າໃຫ້ແກ່ພະນັກງານສະມາຄົມ, ສະມາຊິກສະມາຄົມ ແລະ ຊາວໜຸ່ມ ...

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ
ອ່ານຫຼາຍທີ່ສຸດ