ຜັນຂະຫຍາຍມະຕິ ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

00:54 | 15/05/2019

ສະພາວິທະຍາສາດສັງ ຄົມແຫ່ງຊາດສົມທົບກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ)ໄດ້ຈັດຕັ້ງກອງປະຊຸມຜັນຂະ ຫຍາຍມະຕິຂອງກົມການ ເມືອງສູນກາງພັກສະບັບເລກທີ 058/ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານແລະ ມະຕິສະບັບເລກທີ 063/ກມສພ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ ຂຶ້ນໃນວັນທີ 27 ມີນານີ້ ທີ່ ສມປຊ.

ຜັນຂະຫຍາຍມະຕິ ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

ຜັນຂະຫຍາຍມະຕິ ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

ສະພາວິທະຍາສາດສັງຄົມແຫ່ງຊາດສົມທົບກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍມະຕິຂອງກົມການ ເມືອງສູນກາງພັກສະບັບເລກທີ 058/ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານແລະ ມະຕິສະບັບເລກທີ 063/ກມສພ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ ຂຶ້ນໃນວັນທີ 27 ມີນານີ້ ທີ່ ສມປຊ ໂດຍການ ເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາວິທະຍາສາດສັງຄົມແຫ່ງຊາດ,ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ທີ່ປຶກ ສາຄະນະບໍລິຫານງານສູນກາງພັກສະໄໝທີ X ຜູ້ຊີ້ນຳວຽກງານຄົ້ນຄວ້າແນວຄິດໄກສອນພົມວິຫານ, ມີບັນດາຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີປະທານ,ຮອງປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ ແລະ ນັກວິທະຍາສາດເຂົ້າຮ່ວມ. ການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວວ່າດ້ວຍການຮັບຮອງເອົາແນວຄິດ ໄກສອນ ພົມວິຫານເປັນພື້ນຖານແຫ່ງແນວຄິດແລະ ທິດສະດີຂອງພັກ ກົມການເມືອງສູນກາງພັກໄດ້ອອກມະຕິສະບັບເລກທີ 058/ກມສພລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຊຶ່ງມີເນື້ອໃນພື້ນຖານຂອງມະຕິມີຄື:

ຄວາມຈຳເປັນພາວະວິໄສແຫ່ງການຄົ້ນຄວ້າແນວ ຄິດໄກສອນ ພົມວິຫານ. ມະຕິໄດ້ສັນລະເສີນຜົນງານ, ຄຸນງາມຄວາມດີຂອງປະທານໄກສອນ ພົມວິຫານ ໃນການປະກອບສ່ວນເຂົ້າໃນພາລະ ກິດປະຕິວັດຂອງປະເທດລາວ. ເພິ່ນເປັນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສູງສຸດຂອງການປະຕິວັດລາວທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງພັກ, ຂອງລັດ ແລະ ຂອງປະຊາຊົນ ແລະ ເປັນວິລະບູລຸດ ຂອງຊາດລາວ. ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນກັບການເຕີບໃຫຍ່ຂະຫຍາຍຕົວຂອງພັກ ແລະ ຂອງການປະຕິວັດເຮົາເວົ້າລວມ, ເພິ່ນໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ການປະຕິວັດຂອງປະເທດລາວ, ຄຸນສົມບັດອັນດີເລີດຂອງປະທານ ໄກສອນ ພົມວິຫານແມ່ນນຳ້ໃຈປະຕິວັດເຖິງຖອງ, ສຸດກົກສຸດປາຍ, ຍອມເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອຊາດ ແລະ ເພື່ອປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ ແລະ ຈົງຮັກພັກດີ, ເພິ່ນເປັນຜູ້ນຳທີ່ມີຄວາມເດັດຂາດ ແລະ ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ເປັນຕົ້ນແມ່ນຮູ້ວາງຍຸດໂທບາຍ ເພື່ອບັນລຸຈຸດໝາຍຍຸດທະສາດຂອງ ການປະຕິວັດໂດຍສອດຄ່ອງກັບຈຸດພິເສດຂອງປະເທດເຮົາກໍ່ຄືແທດເໝາະກັບການຊັ່ງຊາກຳລັງລະຫວ່າງເຮົາກັບສັດຕູໃນແຕ່ລະໄລຍະ, ນຳເອົາການປະຕິວັດກ້າວຂຶ້ນເທື່ອລະກ້າວຢ່າງໜັກແໜ້ນຈົນສາມາດ ຍາດເອົາໄຊຊະນະຢ່າງສົມບູນ. ຜົນງານ ແລະ ຄຸນງາມ ຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນຍິ່ງໃຫຍ່ມະຫາສານ, ໃນໄລຍະທີ່ຜ່ານມາ, ພວກເຮົາໄດ້ຈັດຕັັ້ງການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໂດຍໄດ້ຮຽບຮຽງ 4 ນິພົນເລືອກເຟັ້ນຂອງເພິ່ນ, ພ້ອມກັນນັ້ນກໍມີນັກວິທະຍາສາດທັງພາຍໃນແລະ ຕ່າງປະເທດໄດ້ມີບົດຂຽນ, ບົດຄົ້ນຄວ້າກ່ຽວກັບເພິ່ນໂດຍໄດ້ນຳສະເໜີເຜີຍແຜ່ອອກໃນສື່ສິ່ງພິມຕ່າງໆ,ນອກຈາກນີີ້ຢູ່ບັນດາສະຖາບັນການສຶກສາ, ບັນດາອົງການຈັດຕັ້ງຂອງພັກ-ລັດ ກໍໄດ້ນຳເອົາທັດສະນະ, ແນວຄວາມຄິດ, ຄວາມເປັນແບບຢ່າງຂອງປະທານ ໄກສອນ ພົມວິຫານ ມາເຜີຍແຜ່ໝູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງກວ້າງຂວາງ.

ທັດສະນະຊີ້ນຳອັນເປັນພື້ນຖານ ແລະ ຄາດໝາຍກ່ຽວກັບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ. ມະຕິໄດ້ຕີລາຄາວ່າແນວຄິດໄກສອນ ພົມວິຫານ ເປັນແນວຄິດທີ່ເລິກເຊິ່ງ, ກວ້າງຂວາງ, ແທດເຖິງຕົວຈິງ ແລະ ຮອບດ້ານ ກວມໄປໝົດທຸກຂົງເຂດວຽກງານຂອງການປະຕິວັດປະເທດລາວ .ຍ້ອນແນວນັ້ນ, ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຕ້ອງກຳແໜ້ນ ທັດສະນະຊີ້ນຳອັນເປັນພື້ນ ຖານດັ່ງນີ້: ໜຶ່ງ; ຕ້ອງອີງໃສ່ພື້ນຖານທິດສະດີມາກ-ເລນິນ,ຍ້ອນວ່າທິດສະດີມາກ-ເລນິນ ເປັນໂລກະທັດ ແລະ ວິທີວິທະຍາ ຊຶ່ງປະທານ ໄກສອນ ພົມວິຫານ ໄດ້ຢຶດໝັ້ນຢ່າງເດັດດ່ຽວໜຽວແໜ້ນຕະຫຼອດໄລຍະການເປັນຜູ້ນຳສູງສຸດຂອງພັກ ແລະ ລັດ, ພັກເຮົາກໍໄດ້ໝູນໃຊ້ຢ່າງປະດິດສ້າງເຂົ້າໃນການວາງແນວທາງປະຕິວັດຂອງປະເທດເຮົາໃນແຕ່ລະໄລຍະ. ສອງ; ຕ້ອງຮອບດ້ານ, ພາວະວິໄສ, ມີຈຸດສຸມ, ຕໍ່ເນື່ອງ, ມີຄວາມເປັນເຈົ້າການຮັບຜິດຊອບໃນການຊອກຮູ້, ເກັບກຳ, ສັງລວມແນວຄິດ, ທິດສະດີ ແລະ ພຶດຕິກຳຂອງເພິ່ນໃນການນຳພາການປະຕິວັດ ໃນແຕ່ລະໄລຍະ, ທັງເຮັດທັງສະຫຼຸບຖອດຖອນບົດຮຽນເພື່ອ ປັບປຸງການຄົ້ນຄວ້າໃຫ້ມີຄຸນນະພາບສູງຂຶ້ນເລືື້ອຍໆ. ສາມ; ຕ້ອງຕິດແໜ້ນກັບການຄົ້ນຄວ້າປະຫວັດສາດຂອງຊາດ ແລະ ມູນເຊື້ອຂອງພັກ, ຕິດແໜ້ນກັບການຄົ້ນຄວ້າແນວຄິດຂອງຜູ້ນຳທ່ານອື່ນໆ, ຕິດແທດກັບຂະບວນການປະຕິວັດຕົວຈິງຂອງມະຫາຊົນ ແລະ ຖືກຕ້ອງສອດຄ່ອງກັບສະພາວະຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ,ທັງຕິດແໜ້ນກັບການຮັບເອົາບົດຮຽນທີ່ດີຂອງໂລກ. ສີ່; ຕ້ອງຢຶດໝັ້ນການນຳພາຂອງພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເປີດກວ້າງປະຊາທິ ປະໄຕ ພາຍໃນພັກ ແລະ ໃນທົ່ວສັງຄົມ, ຕິດແໜ້ນກັບການດຳເນີນວຽກງານການເມືອງ, ແນວຄິດຂອງພັກໂດຍສະເພາະແມ່ນການຍົກສູງຄຸນນະພາບການໂຄສະນາອົບຮົມ, ດຳເນີນການສະຫຼຸບຕີລາຄາວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳເພື່ອປັບປຸງບູລະນະແນວທາງຂອງພັກໃນແຕ່ລະໄລຍະໃຫ້ຖືກຕ້ອງສອດຄ່ອງກວ່າເກົ່າ. ຫ້າ; ຕ້ອງພົວພັນຮ່ວມມືຢ່າງແໜ້ນແຟ້ນ ກັບບັນດາປະເທດເພື່ອນມິດຍຸດທະສາດແລະ ກັບປະເທດຕ່າງໆ ເພື່ອແລກປ່ຽນບົດຮຽນ, ຂໍ້ມູນຂ່າວ ສານ,ຍາດແຍ່ງເອົາການຊ່ວຍ ເຫຼືອຂອງເພື່ອນມິດ ເພື່ອໃຫ້ ການຄົ້ນຄວ້າຮອບດ້ານຄົບຖ້ວນ ແລະ ພັດທະນາການຄົ້ນຄວ້າໃຫ້ມີຄຸນນະພາບສູງ.

ມະຕິໄດ້ວາງຄາດໝາຍແຕ່ນີ້ຮອດປີ 2020 ການກຳນົດຫົວຂໍ້ໂຄງການຄົ້ນຄວ້າລະດັບຊາດແນວຄິດໄກສອນພົມວິຫານ ແມ່ນໃຫ້ສຸມໃສ່ຄົ້ນຄວ້າແນວຄິດຂອງເພິ່ນ ຕໍ່ ຂົງເຂດຕ່າງໆເປັນຕົ້ນແມ່ນ ແນວຄິດປ່ຽນແປງໃໝ່ຮອບ ດ້ານ ແລະ ມີຫຼັກການເພື່ອເປັນພື້ນຖານບ່ອນອີງໃຫ້ແກ່ການປັບປຸງ ແລະ ຍົກສູງຄຸນນະພາບ, ປະສິດທິພາບ, ປະສິດທິຜົນວຽກງານແນວຄິດ, ທິດສະດີຂອງພັກ, ພ້ອມນີ້ກໍ່ສ້າງໄດ້ຜະລິດພັນເພື່ອເຜີຍແຜ່, ສຶກ ສາອົບຮົມຢ່າງກວ້າງຂວາງ ກ່ຽວກັບແນວຄິດ ໄກສອນ ພົມ ວິຫານ ໃນໂອກາດສະເຫຼີມ ສະຫຼອງວັນເກີດຂອງເພິ່ນຄົບຮອບ 100 ປີ ໄລຍະແຕ່ປີ 2021-2025 ແມ່ນສຸມໃສ່ຄົ້ນຄວ້າຮອບດ້ານແນວຄິດ ໄກສອນ ພົມວິຫານ ນັບແຕ່ໄລຍະຕໍ່ສູ້ກູ້ຊາດຈົນຮອດໄລຍະການປ່ຽນແປງໃໝ່ໄລ ຍະແຕ່ປີ 2026-2030 ແມ່ນ ໃຫ້ສືບຕໍ່ຄົ້ນຄວ້າຢ່າງເປັນລະ ບົບຄົບຊຸດ, ດຳເນີນການຈັດພິມປຶ້ມນິພົນຄົບຊຸດ ໄກສອນພົມວິຫານ, ຈັດພິມປຶ້ມແບບ ຮຽນແນວຄິດ ໄກສອນ ພົມວິ ຫານ ແລະ ສ້າງເປັນຫຼັກສູດ ການຮຽນຢູ່ລະດັບໂຮງຮຽນຂອງພັກ ແລະ ສະຖາບັນການສຶກສາໃນທົ່ວປະເທດ. ເພື່ອຜັນຂະຫຍາຍມະຕິດັ່ງກ່າວກົມການເມືອງສູນການພັກໄດອອກມະຕິສະບັບເລກທີ 063/ກມສພ ລົງວັນທີ 12 ມີນາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນພົມວິຫານ ຊຶ່ງປະກອບດ້ວຍຄະນະຮັບຜິດຊອບຄົ້ນຄວ້າ 19 ທ່ານ, ຄະນະບັນນາທິການ 9 ທ່ານ ແລະ ມີກອງເລຂາຮັບຜິດຊອບວຽກປະສານງານຈຳນວນໜຶ່ງ ຄະນະຮັບຜິດ ຊອບໃນການຄົ້ນຄວ້າແມ່ນມາຈາກສະພາວິທະຍາສາດສັງຄົມແຫ່ງຊາດ, ສະຖາບັນ ການເມືອງ ແລະ ການປົກຄອງ ແຫ່ງຊາດ, ສະຖາບັນວິທະຍາ ສາດສັງຄົມແຫ່ງຊາດ, ວິທະ ຍາຄານ ໄກສອນ ພົມວິຫານ, ວິທະຍາຄານສັນຕິບານປະຊາ ຊົນ, ຫໍພິພິທະພັນ ໄກສອນ ພົມວິຫານ.

ໃນກອງປະຊຸມຍັງໄດ້ປຶກສາຫາລື, ກຳນົດກົນໄກການເຮັດວຽກຂອງຄະນະພ້ອມນີ້ຍັງປະກອບຄຳເຫັນໃສ່ແຜນການເຄື່ອນໄຫວຄົ້ນຄວ້າແນວຄິດໄກສອນພົມວິຫານ ຊຶ່ງສະເໜີໂດຍທ່ານທອງສະລິດມັງໜໍ່ເມກກຳມະການສູນກາງພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮອງປະທານສະພາ ວິທະຍາສາດສັງຄົມແຫ່ງຊາດ, ທັງເປັນຮອງຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.