| ບົດປາໄສສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການມິດຕະພາບຫວຽດນາມ | |
| ສືບຕໍ່ແຫຼ່ງນ້ຳໃຈມິດຕະພາບ, ຈຸດປະກາຍແຈ້ງຄວາມມຸ່ງມາດປາດຖະໜາໃຫ້ຊາວໜຸ່ມຫວຽດນາມ ແລະ ລາວ |
ເພີ່ມທະວີການຮ່ວມມືແມ່ຍິງຫວຽດນາມ - ລາວ ໃນໄລຍະໃໝ່
ວັນທີ 26 ພະຈິກ, ຄະນະຜູ້ແທນສູນກາງສະມາຄົມສະຫະພັນແມ່ຍິງຫວຽດນາມ ໂດຍທ່ານນາງ ຫງວຽນທິຕ໋ຽວນ, ກໍາມະການສູນກາງພັກ, ຮອງປະທານສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະຫະພັນແມ່ຍິງຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ.
![]() |
| ຄະນະຜູ້ແທນສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ສະຖານທູດລາວ ປະຈຳຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຊາດລາວ. (ພາບ: hoilhpn.org.vn) |
ຕາງໜ້າໃຫ້ສູນກາງສະຫະພັນແມ່ຍິງຫວຽດນາມ, ທ່ານນາງ ຫງວຽນທິຕ໋ຽວນໄດ້ສົ່ງຄຳອວຍພອນອັນດີງາມເຖິງພັກ, ລັດ ແລະ ປະຊາຊົນບັນດາເຜົ່າລາວ. ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ທີ່ປະຊາຊົນລາວ ບັນລຸໄດ້ໃນໄລຍະ 50 ປີແຫ່ງການສ້າງ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ.
ໃນການໂອ້ລົມສົນທະນາກັບທ່ານນາງເອກອັກຄະລັດຖະທູດລາວ ຄໍາເຜົາ ເອີນທະວັນ, ປະທານສະຫະພັນແມ່ຍິງຫວຽດນາມ ໄດ້ເນັ້ນໜັກເຖິງຄວາມໄວ້ເນື້ອເຊື່ອໃຈອັນຊື່ສັດ ແລະ ໝັ້ນຄົງຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ເປັນຕົ້ນໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ສະແດງຄວາມເຄົາລົບ ແລະ ພາກພູມໃຈຕໍ່ສາຍພົວພັນແບບພິເສດຫວຽດນາມ - ລາວ, ແລະ ຫວັງວ່າລຸ້ນໜຸ່ມຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນລ້ຳຄ່າທີ່ປະທານ ໂຮ່ຈີມິນ, ປະທານໄກສອນ ພົມວິຫານ ແລະ ບັນດາການນຳລຸ້ນຫຼັງໄດ້ມານະພະຍາຍາມກໍ່ສ້າງ.
ກ່ຽວກັບການຮ່ວມມືລະຫວ່າງສະຫະພັນແມ່ຍິງສອງປະເທດ, ທ່ານນາງ ຫງວຽນທິຕ໋ຽວນ ໃຫ້ຮູ້ວ່າ: ຫວຽດນາມ ພວມຈັດຕັ້ງຊຸດອົບຮົມວຽກງານແມ່ຍິງໃຫ້ແກ່ພະນັກງານ 15 ທ່ານຂອງສະຫະພັນແມ່ຍິງລາວ (15 ມັງກອນ - 15 ທັນວາ 2025) ໃນຂອບເຂດສັນຍາຮ່ວມມືໄລຍະ 2022-2027. ທ່ານນາງປະທານສະຫະພັນ ຫວັງວ່າຈະສືບຕໍ່ໄດ້ຮັບການປະສານງານ ແລະ ສະໜັບສະໜູນຈາກສະຖານທູດລາວ ເພື່ອປະຕິບັດບັນດາການເຄື່ອນໄຫວຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນປັບປຸງສະຖານະພາບຂອງແມ່ຍິງ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.
ທ່ານນາງເອກອັກຄະລັດຖະທູດ ຄຳເຜົາ ເອີນທະວັນ ໄດ້ສະແດງຄວາມຂອບໃຈສະຫະພັນແມ່ຍິງ ຫວຽດນາມ ທີ່ມີຄວາມຈິງໃຈຕໍ່ລາວ, ຕີລາຄາສູງການໜູນຊ່ວຍຕົວຈິງໃນໄລຍະຜ່ານມາ ແລະ ຢືນຢັນວ່າ ສະຖານທູດລາວ ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນ.
ຊຸກຍູ້ບັນດາຂໍ້ຕົກລົງຮ່ວມມືດ້ານຄວາມປ້ອງກັນ - ຄວາມປອດໄຟ
ຕອນບ່າຍວັນທີ 26 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳລາວ ແລະບັນດາອົງການທີ່ອ້ອມຂ້າງສະຖານທູດ ໂດຍທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ເປັນນຳໜ້າໄດ້ເຂົ້າຮ່ວມການສະແດງຄວາມຊົມເຊີຍຕໍ່ການນຳກະຊວງປ້ອງກັນປະເທດ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບລາວ.
ຕາງໜ້າການນໍາພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ໄດ້ສົ່ງຄວາມຊົມເຊີຍຢ່າງອົບອຸ່ນ ແລະ ຢືນຢັນວ່າ: ລາວ ບັນລຸໄດ້ບັນດາຜົນງານສໍາຄັນ ແລະຮອບດ້ານໃນໄລຍະເຄິ່ງສະຕະວັດທີ່ຜ່ານມາ. ຫວຽດນາມ ຍາມໃດກໍ່ຖືບັນດາຜົນງານດັ່ງກ່າວເປັນຂອງຕົນ ແລະ ເຊື່ອໝັ້ນວ່າ ລາວ ຈະຈັດຕັ້ງບັນດາການເຄື່ອນໄຫວລະນຶກເຖິງຄວາມສາມັກຄີແບບພິເສດ.
![]() |
| ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ໄດ້ມອບດອກໄມ້ສະແດງຄວາມຊົມເຊີຍຕໍ່ກະຊວງປ້ອງກັນປະເທດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຊາດລາວ. (ພາບ: VNA) |
ໃນໄລຍະມໍ່ໆມານີ້, ການຮ່ວມມືດ້ານປ້ອງກັນຄວາມສະຫງົບລະຫວ່າງສອງປະເທດແມ່ນໜຶ່ງໃນບັນດາເສົາຄ້ຳແຫ່ງການພົວພັນແບບພິເສດຫວຽດນາມ - ລາວ, ຜ່ານການພົບປະແລກປ່ຽນຄະນະຜູ້ແທນ, ບຳລຸງສ້າງ, ສົມທົບກັນປົກປັກຮັກສາຊາຍແດນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. 2 ຝ່າຍເຫັນດີຈະສືບຕໍ່ປະຕິບັດບັນດາເນື້ອໃນຂອງພິທີການ ແລະ ແຜນການຮ່ວມມືປະຈຳປີຢ່າງມີປະສິດທິຜົນ, ພ້ອມກັນນັ້ນກໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແນະນຳຍຸດທະສາດໃຫ້ແກ່ການນຳ 2 ປະເທດ.
ທ່ານພົນໂທ ວົງສອນ ອິນປັນພິມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ທ່ານພົນໂທ ຄຳກິງ ພູລາມະນີວົງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການໜູນຊ່ວຍອັນລ້ຳຄ່າທີ່ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ມອບໃຫ້ລາວຕະຫຼອດຂະບວນການຕໍ່ສູ້, ກໍ່ສ້າງປະເທດຊາດ. ເນັ້ນໜັກເຖິງບົດບາດຫຼັກແຫຼ່ງຂອງກອງທັບ, ຕຳຫຼວດໃນການປ້ອງກັນຊາດ, ການນຳລາວ ຢັ້ງຢືນວ່າບັນດາຜົນງານແມ່ນຕິດພັນກັບການຊ່ວຍເຫຼືອອັນໃຫຍ່ຫຼວງຂອງ ຫວຽດນາມ.
ການນຳສອງກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ລ້ວນແຕ່ເຊື່ອໝັ້ນວ່າການພົວພັນຫວຽດນາມ - ລາວ ຈະສືບຕໍ່ເຂົ້າສູ່ລວງເລິກໃນໄລຍະຈະມາເຖິງ, ເພີ່ມທະວີຢ່າງຕັ້ງໜ້າ ແລະ ມີບົດບາດສຳຄັນໃນການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ.
| ບັນດາເພື່ອນມິດຈີນ ແບ່ງປັນຄວາມຊົງຈຳ ແລະ ຄວາມຮູ້ສຶກໃນໂອກາດວັນຊາດຫວຽດນາມ ຄົບຮອບ 80 ປີ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ນັກຂ່າວຂອງວາລະສານຍຸກສະໄໝ ໄດ້ມີໂອກາດໂອ້ລົມກັບເພື່ອນມິດຈີນທີ່ສະໜິດສະໜົມກັບຫວຽດນາມໃນຊຸມປີແຫ່ງການຕໍ່ຕ້ານ ແລະ ໃນວຽກງານປົກປັກຮັກສາ ແລະ ເພີ່ມທະວີມິດຕະພາບໃນທຸກວັນນີ້. ບັນດາບົດລາຍງານທີ່ເປັນມູນເຊື້ອ ແລະ ຄວາມປາດຖະໜາອັນຈິງໃຈຂອງເຂົາເຈົ້າຢືນຢັນອີກເທື່ອໜຶ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ສະຖຽນລະພາບລະຫວ່າງສອງປະເທດໃນໄລຍະຍາວນານ. |
| ທ່ານ ບໍ່ວຽງຄຳ ວົງດາລາ: ຂ້າພະເຈົ້າປະທັບໃຈຕໍ່ການເຕີບໂຕ ແລະ ຈິດໃຈຄວາມສາມັກຄີຂອງຫວຽດນາມ ຍສໝ - ໂດຍເຂົ້າຮ່ວມພິທີສວນສະໜາມ, ສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ໃນຕອນເຊົ້າວັນທີ 2 ກັນຍາ ຢູ່ສະໜາມຫຼວງປະຫວັດສາດ ບາດິ່ງ, ທ່ານ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ສື່ສານ ລາວ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ບໍ່ວຽງຄຳ ວົງດາລາ ໄດ້ສະແດງຄວາມຮູ້ສຶກຕື້ນຕັນໃຈ ແລະ ຄວາມປະທັບໃຈຕໍ່ການເຕີບໂຕ, ... |
ມີງດຶກ

