ເຫດການ “ວັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Tyumen” ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ

22:43 | 30/03/2025

ຍສໝ - ເມື່ອບໍ່ດົນມານີ້, ກົງສຸນໃຫຍ່ຫວຽດນາມ ປະຈໍາ Ekaterinburg ສົມທົບກັບອຳນາດການປົກຄອງແຂວງ Tyumen (ສະຫະພັນລັດເຊຍ) ໄດ້ຈັດຕັ້ງເຫດການ “ວັນວັດທະນະທໍາຫວຽດນາມ ຢູ່ Tyumen” ເປັນຄັ້ງທຳອິດຢູ່ຫໍສາກົນ - ສູນປະຊຸມຂອງສວນເຕັກໂນໂລຢີ Tuymen. ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ໂຄສະນາ​ວັດທະນະທຳ​ຫວຽດນາມ ຢູ່​ລັດ​ເຊຍ.

ວັດ​ທະ​ນະ​ທໍາ​ຊາ​ຫວຽດ​ນາມ ປະກາຍແຈ້ງ​ຢູ່​ໃນປະເທດ​ກາ​ນາ​ດາ​
ການ​ທ່ອງ​ທ່ຽວ​ຫວຽດ​ນາມ ບືນຕົວຂຶ້ນ: 'ບົດດົນຕີປະສານສຽງ' ວັດ​ທະ​ນະ​ທໍາ, ທໍາ​ມະ​ຊາດ, ເຕັກ​ໂນ​ໂລ​ຢີ ​ແລະ​ ມະນຸດ

ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ​ແຕ່​ອະດີດ​ເຖິງ​ປະຈຸ​ບັນ”, ລາຍການ​ໄດ້ສະທ້ອນໃຫ້ເຫັນຮູບແຕ້ມສີສັນກ່ຽວກັບ​ປະຫວັດສາດ, ຮີດຄອງ​ປະ​ເພນີ ​ແລະ ​ເອກະລັກ​ຂອງ​ຊາດ​ຫວຽດນາມ. ເຫດການໄດ້​ດຶງ​ດູດ​ແຂກ​ເຂົ້າ​ຮ່ວມ 300 ກວ່າ​ຄົນ, ​ໃນ​ນັ້ນ​ມີ​ການ​ນຳ​ທ້ອງ​ຖິ່ນ ​ແລະ ​ເພື່ອນ​ມິດສາ​ກົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ເຫດການ “ວັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Tyumen” ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ

ນັກ​ສຶກ​ສາ​ຫວຽດ​ນາມ ແລະ ລັດ​ເຊຍ ສະແດງຊຸດເຊື້ອຍາວ.

ກ່າວ​ຄຳປາໄສທີ່ເຫດການ, ທ່ານ​ນາງ ຫງວຽນມາຍເຮື່ອງ ຫົວໜ້າກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ Ekaterinburg ​ໃຫ້​ຮູ້​ວ່າ “ວັນ ຫວຽດນາມ ຢູ່ Tyumen” ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສະຫະພັນ​ລັດ​ເຊຍ (30 ມັງກອນ 1950 – 30 ມັງກອນ 2025). ເຫດການດັ່ງກ່າວບໍ່ພຽງແຕ່ແມ່ນກາລະໂອກາດເພື່ອໂຄສະນາວັດທະນະທຳຫວຽດນາມ ໃຫ້ແກ່ຊາວ Tyumen ເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.

ທ່ານ​ຮອງ​ຜູ້ວ່າການ ແຂວງ Tyumen Andrei Panteleev ໄດ້ຕີ​ລາຄາ​ສູງ “ວັນ​ວັດທະນະທຳ ຫວຽດນາມ ຢູ່ Tyumen”, ​ໂດຍ​ເນັ້ນ​ໜັກ​ວ່າ ເຫດການ​ດັ່ງກ່າວ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ວັດທະນະທຳ 2 ຝ່າຍ. ທ່ານ​ຢືນຢັນ​ວ່າ ລຸ້ນໜຸ່ມ​ແມ່ນ​ຂົວ​ເຊື່ອມ​ຕໍ່​ຂອງ​ສອງ​ປະ​ເທດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການປັບປຸງການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ໃຫ້​ໝັ້ນຄົງ​ໃນ​ອະນາຄົດ. ທ່ານ​ຮອງ​ຜູ້ວ່າການ ກໍ່ໄດ້ສະແດງຄວາມປາດ​ຖະໜາ​ຢາກ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ, ພິ​ເສດ​ແມ່ນ​ຂົງ​ເຂດ​ສຶກສາ ​ແລະ ການ​ຄ້າ.

ເຫດການ “ວັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Tyumen” ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ

ນັກ​ສຶກ​ສາ​ລັດ​ເຊຍ​ຕື່ນ​ເຕັ້ນ​ທີ່ລົງຕົວຈິງພິມ​ຮູບ​ແຕ້ມ ດົ່ງໂຮ່

​ໃນ​ຂອບ​ເຂດເຫດການ, ບັນດາ​ເພື່ອນ​ລັດ​ເຊຍ ​ໄດ້​ມີ​ໂອກາດ​ຊອກຫາ​ກ່ຽວ​ກັບ​ປະ​ເທດ​ຊາດ ​ແລະ ປະຊາຊົນ ຫວຽດນາມ ຜ່ານ​ງານ​ວາງສະ​ແດງ​ຮູບພາບ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ສິລະ​ປະ​ຄື: ການ​ແຕ້ມ​ຮູບພື້ນເມືອງ ດົ່ງ​ໂຮ່ ​ແລະ ຟ້ອນ​ໄມ້​ໄຜ່. ພິ​ເສດ, ການ​ສະ​ແດງ​ເພງ “Katyusha” ດ້ວຍທັງ​ພາສາຫວຽດ​ນາມ ແລະ ລັດ​ເຊຍ ໄດ້​ດຶງ​ດູດ​ຜູ້​ແທນ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ເຫດການ “ວັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Tyumen” ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ

​ເພງ “Kachiusa” ​ແມ່ນ​ໄດ້ສະແດງດ້ວຍທັງ​ພາສາ​ຫວຽດນາມ ​ແລະ ລັດ​ເຊຍ.

Alina, ນັກສຶກສາປີທີ 3 ຢູ່ມະຫາວິທະຍາໄລແຫ່ງຊາດ Tyumen ກ່າວວ່າ “ສຳລັບຂ້າພະເຈົ້າແລ້ວ, ວັນວັດທະນະທຳ ຫວຽດນາມ ຢູ່ Tyumen ແມ່ນປະສົບການພິເສດ, ມີຄວາມສຳນຶກໃນວັດທະນະທຳ ແລະ ປະຫວັດສາດອັນອຸດົມສົມບູນຂອງປະເທດນີ້, ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເປັນພິທີກອນໃຫ້ງານລ້ຽງ ແລະ ນຸ່ງຊຸດເຊື້ອຍາວພື້ນເມືອງຫວຽດນາມ”.

ເຫດການ “ວັນວັດທະນະທຳຫວຽດນາມ ຢູ່ Tyumen” ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ລຸ້ນນັກສຶກສາຫວຽດນາມ ພວມຮໍ່າຮຽນຢູ່ Tyumen ຮັກສາຮີດຄອງປະເພນີອັນດີງາມເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອເຊື່ອມຕໍ່ກັບເພື່ອນມິດສາກົນອີກດ້ວຍ. ​ໂຄງການ​ດັ່ງກ່າວ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ເພີ່ມພຸນຄຸນສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ທີ່​ມີ​ມາ​ແຕ່​ດົນ​ນານ.

ບຸນໄຫວ້ສິບຫ້າຄໍ່າ ​ເດືອນຈຽງ - ຄວາມ​ງາມ​ຂອງ​ວັດ​ທະ​ນະ​ທໍາ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ​

ບຸນໄຫວ້ສິບຫ້າຄໍ່າ ​ເດືອນຈຽງ - ຄວາມ​ງາມ​ຂອງ​ວັດ​ທະ​ນະ​ທໍາ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ​

ຍສໝ - ໃນວັນເພັງ ສິບຫ້າຄໍ່າ ເດືອນຈຽງ, ຫຼືເອີ້ນອີກຊື່ໜຶ່ງວ່າ ບຸນປີໃໝ່ວັນເພັງເດືອນຈຽງ, ຕາມ​ຮີດຄອງ​ປະ​ເພນີດັ້ງເດີມ, ທຸກ​ຄອບຄົວຄົນຫວຽດນາມ ລ້ວນແຕ່ກະກຽມ​ພາເຂົ້າບູຊາເພື່ອຖວາຍ​ບັນພະບຸລຸດ ​ແລະ ​ເທວະ​ດາຟ້າແຖນ, ​ເພື່ອ​ສະ​ແດງ​ຄວາມຮູ້ບຸນຄຸນ ​ແລະ ຄວາມ​ເຄົາລົບ​ນັບຖື​ຕໍ່​ຜູ້​ທີ່​ໄປ​ກ່ອນ ​ແລະ ຫວັງໃຫ້​ປີ​ໃໝ່​ມີ​ຄວາມ​ສະຫງົບ​ສຸກ ແລະ ໂຊກດີ.

ວັນ​ບຸນ ​ຂວັນບ່າ​ຈົ່ວພູ​ຊາມ ໂດຍ UNESCO ໄດ້​ຈັດ​ຊື່​ເຂົ້າ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຕາງ​ໜ້າ​ຂອງມວນ​ມະ​ນຸດ

ວັນ​ບຸນ ​ຂວັນບ່າ​ຈົ່ວພູ​ຊາມ ໂດຍ UNESCO ໄດ້​ຈັດ​ຊື່​ເຂົ້າ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຕາງ​ໜ້າ​ຂອງມວນ​ມະ​ນຸດ

ຍສໝ - ຕາມຂໍ້ມູນຈາກຄະນະຜູ້ຕາງໜ້າຫວຽດນາມ ປະຈຳອົງການສຶກສາ, ວິທະຍາສາ ແລະວັດທະນະທຳ ສປຊ (UNESCO) ແລ້ວ, ວັນທີ 4 ທັນວາ, ຢູ່ນະຄອນຫຼວງ Asuncion, ປາຣາກວຍ, ໃນຂອບເຂດກອງປະຊຸມຄັ້ງທີ 19 ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003 ກ່ຽວກັບການປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ, UNESCO ໄດ້ຈັດຊື່ ວັນບຸນ ຂວັນບ່າຈົ່ວພູຊາມ ...

ມີງດຶກ

ເຫດການ