ຝຶກອົບຮົມວິຊາຊີບວຽກງານດ້ານປະຫວັດສາດການທະຫານໃຫ້ແກ່ພະນັກງານກອງທັບລາດຊະວົງ ກຳປູເຈຍ

17:12 | 06/08/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 5 ສິງຫາ, ຢູ່ ​ຮ່າ​ໂນ້ຍ, ສະຖາບັນ​ປະຫວັດສາດ​ການ​ທະຫານ (ກົມໃຫຍ່ເສນາທິການ​ກອງທັບ​ປະຊາຊົນ​ ຫວຽດນາມ) ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ຊຸດ​ອົບຮົມ​ວຽກ​ງານ​ປະຫວັດສາດ​ການ​ທະຫານ​ໃຫ້​ພະນັກງານ​ກອງທັບ​ລາດຊະວົງ ກຳປູ​ເຈຍ ປີ 2024.

ໂຄງການພົບປະແລກປ່ຽນລະຫວ່າງນັກສຶກສາ ລາວ - ກຳປູເຈຍ ແລະ ນັກຮຽນໂຮງຮຽນ​ການທະຫານ ທະຫານເຂດ 7 ຫວຽດນາມ ທີ່ຟົດຟື້ນ
ເພີ່ມທະວີການໜູນຊ່ວຍດ້ານຕຸລາການໃຫ້ບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ

​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບຮົມ​ມີ​ນາຍ​ທະຫານ​ລາດຊະວົງ ​ກຳປູ​ເຈຍ 25 ຄົນ. ບັນດາຜູ້ຮຽນແມ່ນພະນັກງານຄຸ້ມຄອງ ຫຼື ຮັບຜິດຊອບວຽກງານປະຫວັດສາດການທະຫານ ສັງກັດຢູ່ບັນດາອົງການ, ໜ່ວຍງານ ແລະ ທ້ອງຖິ່ນໃນກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກ ກຳປູເຈຍ.

ຝຶກອົບຮົມວິຊາຊີບວຽກງານດ້ານປະຫວັດສາດການທະຫານໃຫ້ແກ່ພະນັກງານກອງທັບລາດຊະວົງ ກຳປູເຈຍ

ທ່ານພົນ​ຈັດຕະວາ ປອ ຫງວຽນຮວ່າງຍຽນ, ຫົວໜ້າສະຖາບັນປະຫວັດສາດການທະຫານ, ກ່າວຄໍາປາໄສທີ່ພິທີເປີດຊຸດຝຶກອົບຮົມ.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ເປີດ​ຊຸດ​ອົບຮົມ, ທ່ານ​ພົນ​ຈັດຕະວາ ປອ ຫງວຽນຮວ່າງຍຽນ​, ຫົວໜ້າສະຖາບັນປະຫວັດສາດ​ການ​ທະຫານ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ປີ​ນີ້, ​ເນື້ອ​ໃນ​ການ​ຝຶກ​ອົບຮົມ​ແມ່ນທັງມຸ່ງໄປເຖິງ​ການປະກອບ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ວິທີ​ຄົ້ນຄວ້າ​ປະຫວັດສາດ​ການ​ທະຫານ​ໃຫ້​ແກ່​ຄົນ​ເຂົ້າໃໝ່; ທັງປັບປຸງ, ປະກອບຄວາມຮູ້, ປະສົບການໃນການຄົ້ນຄວ້າປະຫວັດສາດການທະຫານເພີ່ມເຕີມ ແລະ ສະຫຼຸບສົງຄາມສໍາລັບນັກຮຽນຜູ້ທີ່ມີເວລາໄດ້ສໍາຜັດກັບວຽກງານປະຫວັດສາດການທະຫານໃດໜຶ່ງທີ່ແນ່ນອນ.

ໂດຍຮັບຜິດຊອບບັນດາຫົວຂໍ້ແມ່ນ ບັນດາພະນັກງານບັນຊາຂອງສະຖາບັນ ແລະ ບັນດາຫ້ອງວິຊາສະເພາະ, ມີນາມມະຍົດຮອງສາດສະດາຈານ ແລະ 100% ມີວິທະຍາຖານະປະລິນຍາເອກ, ມີລະດັບວິຊາສະເພາະສູງ, ປະສົບການສິດສອນອັນອຸດົມສົມບູນຂອງສະຖາບັນ ແລະ ຂະແໜງການປະຫວັດສາດການທະຫານ ຫວຽດນາມ. ອາຈານສອນຈະປະສົມປະສານການບັນລະຍາຍ ແລະ ສາຍດ້ວຍຕົວຢ່າງືິ້ຫຼາກຫຼາຍ ແລະ ລະອຽດ, ມີຊີວິດຊີວາເພື່ອເພີ່ມການສຳຜັດໂດຍກົງ, ກະຕຸ້ນຄວາມມີຫົວຄິດປະດິດສ້າງ ແລະ ຄວາມຕ້ອງການແລກປ່ຽນຂໍ້ມູນຂອງນັກຮຽນ, ພ້ອມກັນນັ້ນ ກໍ່ກຳນົດທິດຄົ້ນຄວ້າໃຫ້ແກ່ນັກຮຽນທົບທວນ ແລະ ນໍາໃຊ້ເຂົ້າໃນວຽກງານຢູ່ໃນອົງການ ຫຼື ກົມກອງຂອງຕົນ, ໂດຍຜ່ານນັ້ນ ກໍ່ປະກອບສ່ວນແກ້ໄຂບັນຫາທີ່ກໍາລັງປະເຊີນໃນຂະແໜງການປະຫວັດສາດການທະຫານຂອງກອງທັບລາດຊະວົງ ກຳປູເຈຍ ໃນໄລຍະຈະມາເຖິງ.

ຜູ້ຮຽນຂອງຊຸດຝຶກອົບຮົມ​ຍັງ​ຈະ​ໄດ້​ໄປ​ຢ້ຽມຢາມ ແລະ ຮ່ຳຮຽນຢູ່ 3 ອົງການ, ກົມກອງ ​ແລະ ​ຮ່ອງຮອຍປະຫວັດສາດຂອງ ​ຫວຽດນາມ ຈຳນວນໜຶ່ງ​, ໂດຍຜ່ານນັ້ນ ກໍ່ຈະປະກອບສ່ວນ​ຊ່ວຍ​ໃຫ້​ບັນດານາຍ​​ທະຫານຂອງ​ກອງທັບລາດຊະວົງ ກຳປູ​ເຈຍ ​ເຂົ້າ​ໃຈ​ກ່ຽວ​ກັບ​ມູນເຊື້ອຂອງ​ຊາດ, ປະຊາຊົນ, ກອງທັບ ​ແລະ ການ​ພັດທະນາ​ຂອງປະເທດ ​ຫວຽດນາມ ​ໃນ​ປະຈຸ​ບັນ.

ຝຶກອົບຮົມວິຊາຊີບວຽກງານດ້ານປະຫວັດສາດການທະຫານໃຫ້ແກ່ພະນັກງານກອງທັບລາດຊະວົງ ກຳປູເຈຍ

ພິທີເປີດຊຸດຝຶກອົບຮົມ.

ທ່ານພັນ​ເອກ San SOPHEAK ຫົວໜ້າ​ຄະນະພະນັກງານ​ກອງທັບ​ລາດຊະວົງ ກຳປູ​ເຈຍ ​ໃຫ້​ຮູ້​ວ່າ: ບັນດາ​ຄວາມ​ຮູ້​ພື້ນຖານ​ທີ່​ໄດ້​ປະກອບໃນ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້​ ແມ່ນ​ພື້ນຖານ​ເພື່ອ​ຊ່ວຍ​ໃຫ້​ບັນດານາຍ​ທະຫານ​ກອງທັບ​ລາດຊະວົງ ກຳປູ​ເຈຍ ເມື່ອກັບ​ຄືນ​ປະ​ເທດ​ຈະສືບ​ຕໍ່ຄົ້ນຄວ້າ, ນຳ​ໃຊ້​ເຂົ້າກັບ​ເງື່ອນ​ໄຂ​ສະ​ເພາະ​ຢູ່​ແຕ່ລະ​ກົມກອງ ​ແລະ ທ້ອງ​ຖິ່ນ; ປະກອບສ່ວນ​ປະຕິບັດ​ການ​ຄົ້ນຄວ້າ​ປະຫວັດສາດ​ການ​ທະຫານ​ ​ແລະ ສະຫຼຸບບັ້ນ​ສົງຄາມ​ຢູ່​ປະ​ເທດ​ຕົນຢ່າງ​ມີ​ປະສິດທິ​ຜົນ.

ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນກັບ ລາວ ແລະກຳປູເຈຍ ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນກັບ ລາວ ແລະກຳປູເຈຍ

ຍສໝ - ນັບແຕ່ວັນທີ 11-13 ກໍລະກົດ 2024, ທ່ານນາງ ຟານທິຖັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ໄດ້ຮ່ວມເດີນທາງພ້ອມກັບທ່ານປະທານປະເທດ ໂຕເລິມ ໄປຢ້ຽມຢາມທາງລັດຖະກິດ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ.

ນັກສຶກລາວ, ກຳປູເຈຍ ແລະ ໂມຊຳບິກຫຼາຍຄົນໄດ້ສໍາເລັດການສຶກສາເປັນໝໍຢູ່ຫວຽດນາມ ນັກສຶກລາວ, ກຳປູເຈຍ ແລະ ໂມຊຳບິກຫຼາຍຄົນໄດ້ສໍາເລັດການສຶກສາເປັນໝໍຢູ່ຫວຽດນາມ

ຍສໝ - ມະຫາວິທະຍາ​ໄລ​​ແພດສາດ ​ແລະ ການ​​ຢາ ​ຖາຍ​ບິ່ງ ຫາກໍ່​ໄດ້​ຈັດ​ພິທີມອບໃບປະກາດສໍາເລັດການສຶກສາ​ແພດສາດ ແລະ ການຢາໃຫ້ແກ່​ນັກ​ສຶກສາ​ ສປປ ລາວ, ລາຊະ​ອານາຈັກ​ກຳປູ​ເຈຍ ​ແລະ ສາທາລະນະ​ລັດ ໂມຊຳບິກ ຈໍານວນ 61 ຄົນ ​ໃນ​ປີ 2024.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.