ເພີ່ມທະວີການໜູນຊ່ວຍດ້ານຕຸລາການໃຫ້ບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ

14:56 | 24/07/2024

ຍສໝ - ວັນ​ທີ 18 ກໍລະກົດ​, ຢູ່​ແຂວງ​ ກວາງ​ນາມ, ກອງ​ປະຊຸມ​ຄັ້ງ​ທີ 7 ຂອງ​ສານ​ບັນດາ​ແຂວງ​ຊາຍ​ແດນ​ຫວຽດນາມ - ກຳປູ​ເຈຍ - ລາວ ​ໄດ້​ໄຂ​ຂຶ້ນ.

ເວທີປາໄສການຮ່ວມມື ODA: 4 ບັນຫາຕົ້ນຕໍກ່ຽວກັບຄົນພິການຢູ່ ກຳປູເຈຍ - ລາວ - ຫວຽດນາມ
ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ

ເປັນ​ປະທານ​ກອງ​ປະຊຸມ​ມີ​ ສະຫາຍ ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ປະທານສານປະຊາຊົນ​ສູງ​ສຸດ ​ຫວຽດນາມ ຫງວຽນ​ຮວ່າ​ບິ່ງ; ສະຫາຍ ປະທານ​​ສານ​ສູງ​ສຸດ​ແຫ່ງ​ລາຊະ​ອານາຈັກ​ ກຳປູ​ເຈຍ Chiv Keng; ສະຫາຍນາງ ປະທານ​ສານ​ປະຊາຊົນ​ສູງ​ສຸດລາວ ວຽງ​ທອງ ສີ​ພັນ​ດອນ.

ເພີ່ມທະວີການໜູນຊ່ວຍດ້ານຕຸລາການໃຫ້ບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ - ລາວ

ກອງ​ປະຊຸມ​ຄັ້ງ​ທີ 7 ຂອງ​ສານ​ບັນດາ​ແຂວງ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ - ລາວ ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 18 – 19 ກໍລະກົດ.

ກ່າວ​ຄຳ​ປາໄສ​ເປີດ​ກອງ​ປະຊຸມ, ສະຫາຍ ປະທານສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ຫງວຽນ​ຮວ່າ​ບິ່ງ ຢືນຢັນ​ວ່າ: ການ​ພົວພັນສາມັກຄີ​ມິດຕະພາບ​, ຄວາມ​ສະໜິດຕິດພັນ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ ​ແມ່ນ​ມໍລະດົກ​ອັນ​ລ້ຳ​ຄ່າ​ຂອງ 3 ປະ​ເທດ , ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຍາວ​ນານ​ໃນ​ພາລະກິດແຫ່ງການ​ສ້າງສາ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ຂອງ 3 ປະ​ເທດ. ການ​ສ້າງ ​ແລະ ຮັກສາກົນ​ໄກ​ກອງປະຊຸມ​ສານ​ບັນດາ​ແຂວງ​ຊາຍ​ແດນ​ຂອງ 3 ປະ​ເທດ ​ແມ່ນ​ຂີດ​ໝາຍ​ປະຫວັດສາດ​ແຫ່ງ​ການ​ຮ່ວມ​ມື, ພິ​ເສດ​ແມ່ນໃນ​ຂົງ​ເຂດ​ຕຸລາການ, ​ເປັນ​ຂີດ​ໝາຍ​ການ​ຍົກ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ລະບົບ​ຕຸລາການ​ຂອງ 3 ປະ​ເທດ. ສະຫາຍ ປະທານ​ສານ​ປະຊາຊົນ​ສູງ​ສຸດ​ ຫວຽດນາມ ຫງວຽນ​ຮວ່າ​ບິ່ງ ຖື​ວ່າ: ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສານ​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ຕີ​ລາຄາບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ຄວາມ​ຫຍຸ້ງຍາກ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ວິທີ​ການ​ຮ່ວມ​ມື​ໃຫ້ເລິກເຊິ່ງກວ່າອີກ​​, ພ້ອມ​ກັນ​ນັ້ນ ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ລະບົບ​ສານ​ຂອງ 3 ປະ​ເທດ​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ, ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ.

ຕາມ​ໂຄງການ, ກອງ​ປະຊຸມ​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 19 ກໍລະກົດ, ​ໂດຍ​ຝ່າຍ​ຕ່າງໆ​ໄດ້​ສຸມ​ໃສ່​ປຶກສາ​ຫາລື 4 ຫົວ​ເລື່ອງ​ທີ່ສຳຄັນ, ​ປະກອບມີ: ການ​ຕີ​ລາຄາ​ສະພາບ​ການ ​ແລະ ໝາກຜົນ​ການ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 6 ປີ 2022; ແບ່ງປັນປະສົບການໃນການພິພາກສາຄະດີບັນດາອາດຊະຍາກໍາທີ່ມີປັດໃຈຕ່າງປະເທດ; ​ເພີ່ມ​ທະວີ​ການໜູນ​ຊ່ວຍ​​ດ້ານ​ຕຸລາການ​ລະຫວ່າງ​ສານ​ຂອງ 3 ປະ​ເທດ; ແລກປ່ຽນປະສົບການກ່ຽວກັບການປະຕິຮູບດ້ານຕຸລາການ, ພິເສດແມ່ນບາງແບບຢ່າງ ແລະ ປະສິດທິຜົນຂອງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການດໍາເນີນງານຂອງສານ.

ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ

ຍສໝ - 300 ຮ້ານ​ຂອງ 120 ວິ​ສາ​ຫະ​ກິດ​ຂອງ​ ຫວຽດ​ນາມ, ກຳ​ປູ​ເຈຍ ແລະ ລາວ ໄດ້​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ສາ​ກົນ ຕິງບຽນ ຈັດ​​ໂດຍ​ແຂວງ ອານຢາງ.

ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ

ຊັ້ນວັນນະນັກສຶກສາເປັນ “ຂົວຕໍ່” ເພື່ອສ້າງສາຍພົວພັນອັນດີງາມລະຫວ່າງປະເທດເພື່ອນບ້ານ.

ມິງດຶກ (ແປຕາມ baomoi.com)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.