ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.

15:54 | 16/10/2025

ຍສໝ - ວັນທີ 12 ຕຸລາ, ສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ”, ເພື່ອແນໃສ່ເພີ່ມທະວີການພົວພັນຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ 3 ປະເທດ, ສ້າງເງື່ອນໄຂໃຫ້ບັນດານັກສຶກສາສາກົນເຂົ້າໃຈເຖິງມູນເຊື້ອປະຕິວັດ, ວັດທະນະທໍາ ແລະປະຊາຊົນຫວຽດນາມ ກ່ວາອີກ.

ການພົວພັນຫວຽດນາມ - ກຳປູເຈຍ ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດຊາດ
ທ່ານເອກອັກຄະລັດຖະທູດລາວ ປະຈຳ ກຳປູເຈຍ ອວຍພອນວັນຊາດ ຫວຽດນາມ

​ເຂົ້າ​ຮ່ວມ​ມີ​ທ່ານ ຮ່ວາງ​ວັນ​ເຫງຍ, ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ນະຄອນ​ໂຮ່ຈິ​ມິນ; ຜູ້ຕາງໜ້າບັນດາກົມ, ຂະແໜງການ ແລະ ອົງການຈັດຕັ້ງຂອງນະຄອນ; ທ່ານ ຟານມິງຍຶດ, ຮອງປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ຕາແສງ, ປະທານ​ສະມາຄົມ​ນັກຮົບ​ເກົ່າ ຕາແສງ ເຕີນຍຶດ ພ້ອມ​ກັບ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ 184 ຄົນ ແລະ ບັນດາຄອບ​ຄົວ​ຊາວ​ຫວຽດ​ນາມ ທີ່​ພວມ​ຮັບ​ເອົາ ແລະ ໜູນ​ຊ່ວຍ​ນັກ​ສຶກ​ສາ​ສາ​ກົນ.

ກ່າວ​ຄຳ​ປາໄສທີ່​ການ​ພົບ​ປະ​ແລກປ່ຽນ, ທ່ານ​ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ນະຄອນ​ໂຮ່ຈິ​ມິນ ຮ່ວາງ​ວັນ​ເຫງຍ ​ເນັ້ນ​ໜັກ​ວ່າ: ​ລາຍການ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສຶກສາ​ລາວ ​ແລະ ກຳປູ​ເຈຍ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ​ກ່ຽວ​ກັບ​ມູນ​ເຊື້ອ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 3 ປະ​ເທດ. ຜ່ານ​ການ​ໄປ​ຢ້ຽມ​ຢາມ​ບັນດາ​ສະຖານ​ທີ່​ປະຫວັດສາດ, ບັນດານັກ​ສຶກສາ​ໄດ້​ຮັບ​ຄວາມ​ຮູ້​ທີ່​ແທດ​ຈິງ​ກວ່າ, ຮູ້ສຶກ​ເຖິງ​ຈິດ​ໃຈ​ຕໍ່ສູ້​ອັນ​ບໍ່​ຢຸດ​ຢັ້ງ​ຂອງ​ຊາວ​ຫວຽດນາມ, ພ້ອມ​ກັນ​ນັ້ນ ​ກໍ​ຮັກ​ແພງ ​ແລະ ນັບຖືຢ່າງສູງ​ຄຸນຄ່າ​ປະຫວັດສາດ, ວັດທະນະທຳ​ຂອງ​ປະ​ເທດ​ທີ່​ຕົນ​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ.

ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.

ສະຫາຍ ຮ່ວາງ​ວັນ​ເຫງຍ, ຮອງປະທານສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ກ່າວຄຳປາໄສທີ່ການ​ພົບ​ປະ​ແລກປ່ຽນ.

ສະຫາຍ ຮ່ວາງ​ວັນ​ເຫງຍ ເຊື່ອໝັ້ນວ່າ, ຜ່ານການພົບປະແລກປ່ຽນ, ນັກສຶກສາລາວ ແລະ ກຳປູເຈຍ ຈະມີປະສົບການຮຽນນອກຫຼັກສູດທີ່ມີປະໂຫຍດກວ່າ ແລະ ເຂົ້າໃຈເຖິງຊີວິດການເປັນຢູ່ຂອງຊາວນະຄອນ ໂຮ່ຈີມິນ, ເປັນເມືອງທີ່ຂະຫຍັນຂັນເຄື່ອນທີ່ອຸດົມສົມບູນໄປດ້ວຍມູນ​ເຊື້ອປະຕິວັດ.

ຕາງໜ້ານັກສຶກສາເຂົ້າຮ່ວມລາຍການ, ທ່ານ Moonlasing Moulita, ນັກສຶກສາລາວ ທີ່ຮຽນວິຊາເຕັກໂນໂລຊີຂໍ້ມູນຂ່າວສານ ຢູ່ມະຫາວິທະຍາໄລ ວັນລາງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງເຖິງການນຳນະຄອນ ໂຮ່ຈີມິນ ແລະ ບັນດາຫົວໜ່ວຍຈັດຕັ້ງວ່າ: “ພວກຂ້າພະເຈົ້າຮູ້ສຶກຄືອາໄສຢູ່ໃນຄອບຄົວຂອງຕົນເອງຢູ່ ຫວຽດນາມ, ພວກຂ້າພະເຈົ້າສັນຍາວ່າຈະຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ປະກອບສ່ວນສ້າງສາພັດທະນາປະເທດຊາດ, ພ້ອມກັນນັ້ນ ກໍ່ກາຍເປັນຂົວເຊື່ອມຕໍ່ເພີ່ມພູນຄູນສ້າງມິດຕະພາບລະຫວ່າງຊາວໜຸ່ມ 3 ປະເທດ.

ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.

ນາງ Moonlasing Moulita ນັກສຶກສາລາວ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການນຳນະຄອນ ໂຮ່ຈີມິນ ແລະ ບັນດາຫົວໜ່ວຍຈັດຕັ້ງ.

​ທາງຝ່າຍຂອງບັນດາຄອບຄົວ​ຊາວ​ຫວຽດນາມ ທີ່​ຮັບ​ເອົາ​ນັກຮຽນ, ນາງ ໂດ໊ທິເຟືອງແອັງ ​ໄດ້ແບ່ງປັນ​ກຽດ​ເມື່ອເຂົ້າ​ຮ່ວມ​ໃນ​ລາຍການ, ຖື​ວ່າ​ແມ່ນ​ທ່າ​ທີ​ສະ​ແດງ​ຄວາມ​ຮູ້ບຸນຄຸນ, ປະກອບສ່ວນ​ສືບ​ຕໍ່​ຮັກສາ​ຮີດຄອງ​ປະ​ເພນີສາມັກຄີ​ອັນ​ສູງ​ສົ່ງ​ ​ທີ່​ພໍ່​ແມ່​ປະຊາຊົນ​ລຸ້ນຫຼັງ​ໄດ້​ມານະ​ພະຍາຍາມ​ເພີ່ມພູນຄູນສ້າງ.

ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.

ນາງ ໂດ໊ທິເຟືອງແອັງ ​ໄດ້ແບ່ງປັນ​ກຽດ​ເມື່ອເຂົ້າ​ຮ່ວມ​ໃນ​ລາຍການ

ນອກຈາກ​ການ​ເຄື່ອນ​ໄຫວ​ທັດສະນະແລ້ວ, ​ໃນ​ລາຍການ​ຍັງ​ມີ​ການ​ພົບ​ປະ​ແລກປ່ຽນສີລະປະ​ ລະຫວ່າງ​ບັນດານັກຮົບ​ເກົ່າ, ຄອບຄົວ​ຫວຽດນາມ ​ແລະ ນັກ​ສຶກສາ​ລາວ ​ແລະ ກຳປູ​ເຈຍ. ການ​ສະ​ແດງເຂັ້ມໄປດ້ວຍສີສັນຂອງ ຊາດ, ສົມທົບ​ກັບ​ຈິດ​ໃຈ​ສາມັກຄີ, ໄດ້ສ້າງ​ບັນຍາກາດຈິງໃຈ ​ແລະ​ ສະໜິດສະໜົມ.

ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.

ພົບປະແລກປ່ຽນ ສິລະປະລະຫວ່າງບັນດານັກຮົບເກົ່າ, ຄອບຄົວຫວຽດນາມ ແລະ ນັກສຶກສາລາວ ແລະ ກຳປູເຈຍ

ກ່ອນ​ໜ້າ​ນັ້ນ, ຄະນະ​ຜູ້​ແທນ​ສະມາຄົມ​ນັກຮົບ​ເກົ່າ​ນະຄອນ ​ໂຮ່ຈີ​ມິນ ​ໂດຍ​ທ່ານ ຮ່ວາງ​ວັນ​ເຫງຍ, ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ນະຄອນ ເປັນຫົວໜ້າຄະນະ ​ໄດ້​ຖະຫວາຍ​ທູບ​ທຽນ, ດອກໄມ້​ອາ​ໄລ​ຫາ​ບັນດາວິລະ​ຊົນນັກຮົບສະລະຊີວິດເພື່ອຊາດ​ຢູ່​ເຂດຮ່ອງຮອຍປະຫວັດສາດ ລາງແລ - ບ໋າວກໍ ​ແລະ ​ເຂດປະ​ເພນີ​ການປະຕິວັດຂອງບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮືຂຶ້ນ​ໃນລະດູບານໃໝ່ 1968. ເຂົ້າຮ່ວມພ້ອມກັບຄະນະມີສະຫາຍ ຟານທິເກີມຢຸງ, ຮອງ​ເລ​ຂາ​ຄະ​ນະ​ພັກ​ຕາ​ແສງ ເຕີມຍຶດ; ການ​ນຳ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຕາແສງ ແລະ ບັນດາສະ​ມາ​ຄົມອົງການຈັດຕັ້ງ​ຕາແສງ ແລະ 184 ຄອບ​ຄົວ​ຊາວ​ຫວຽດ​ນາມ ແລະ ນັກ​ສຶກ​ສາ ລາວ, ກຳ​ປູ​ເຈຍ.

​ໃນ​ບັນຍາກາດ​ອັນ​ເຄັ່ງຂຶມ, ຄະນະ​ຜູ້​ແທນ​ໄດ້​ຖະຫວາຍ​ດອກໄມ້ ​ແລະ ທູບ​ທຽນ ​ເພື່ອ​ລະນຶກ​ເຖິງ​ບັນດາວິລະ​ຊົນນັກຮົບສະລະຊີວິດເພື່ອຊາດ​ ​ແລະ ຍາດ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ເພື່ອ​ພາລະກິດຕໍ່ສູ້ການ​ປົດ​ປ່ອຍ​ຊາດ. ຫຼັງຈາກນັ້ນ, ຄະນະຜູ້ແທນໄດ້ໄປຢ້ຽມຢາມ ແລະ ຮັບຟັງການອະທິບາຍຢູ່ຊັ້ນໃຕ້ດິນຂອງເຂດປະເພນີການປະຕິວັດກ່ຽວກັບເຫດບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮືຂຶ້ນ​ໃນລະດູບານໃໝ່ 1968.

ຮູບພາບທີ່ລາຍການແລກປ່ຽນ “ຄອບຄົວຫວຽດນາມ ກັບ ນັກສຶກສາລາວ ແລະ ກຳປູເຈຍ”

ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.
ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.
ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.
ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.
ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”.
ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາກົນໄກນຳພາຂອງອາຊຽນ ເພື່ອປະຕິບັດຢຸດຍິງລະຫວ່າງ ກຳປູເຈຍ ແລະ ໄທ. ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາກົນໄກນຳພາຂອງອາຊຽນ ເພື່ອປະຕິບັດຢຸດຍິງລະຫວ່າງ ກຳປູເຈຍ ແລະ ໄທ.

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ຫວຽດນາມ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ເຂົ້າໃນບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽນ ເວົ້າລວມ ແລະ ສົມທົບ​ກັບທ່ານ ປະທານ​ປະ​ເທດ​ ມາ​ເລ​ເຊຍ ເວົ້າ​ສະ​ເພາະ ໃນ​ການ​ແກ້​ໄຂ​ບັນ​ຫາ​ພາກ​ພື້ນ.

ປະຊາຄົມໂລກຮຽກຮ້ອງໃຫ້ໄທ ແລະ ກຳປູເຈຍ ຈຳກັດ ແລະ ດຳເນີນການເຈລະຈາໂດຍສັນຕິພາບ ປະຊາຄົມໂລກຮຽກຮ້ອງໃຫ້ໄທ ແລະ ກຳປູເຈຍ ຈຳກັດ ແລະ ດຳເນີນການເຈລະຈາໂດຍສັນຕິພາບ

ຍສໝ - ປະເຊີນໜ້າກັບຄວາມເຄັ່ງຕຶງຂຶ້ນຢູ່ຊາຍແດນໄທ - ກຳປູເຈຍ, ສະຫະປະຊາຊາດ, ອາເມລິກາ, EU ແລະ ຫຼາຍປະເທດໃນພາກພື້ນໄດ້ສະແດງ​ຄວາມວິຕົກກັງວົນຢ່າງເລິກເຊິ່ງ, ຮຽກຮ້ອງໃຫ້ສອງຝ່າຍຈຳກັດ, ປົກປ້ອງສາມັນຊົນ ແລະ ແກ້ໄຂການຂັດແຍ້ງດ້ວຍການເຈລະຈາໂດຍສັນຕິວິທີ, ເໝາະສົມຕາມກົດໝາຍສາກົນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ