ເພີ່ມພູນຄູນສ້າງນ້ຳ​ໃຈ​ສາມັກຄີ​ ມິດຕະພາບທີ່ເປັນມູນເຊື້ອ

09:54 | 14/07/2024

ຍສໝ - ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ​ເມືອງ​​ ເມື່ອງລາ, ​ແຂວງ​ເຊີນ​ລາ ​ໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ ​ແລະ ​ແຮກສ່ຽວກັບເມືອງ​ຫຼາ, ​ແຂວງ​ອຸ​ດົມ​ໄຊ, ສປປ ລາວ. ກວ່າ 10 ປີ​ແຫ່ງ​ການຕິດພັນ ​ແລະ ຮ່ວມ​ມື, ສອງ​ເມືອງ​ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ, ​ໂອ້​ລົມ​ສົນທະນາ, ​ແລກປ່ຽນ​ບົດຮຽນ, ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ.

ແມ່ຍິງຫວຽດນາມ-ລາວ ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ ແມ່ຍິງຫວຽດນາມ-ລາວ ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່
ປູກຕົ້ນໄມ້ເພີ່ມພູນຄູນສ້າງຄວາມມິດຕະພາບຫວຽດນາມ - ອິນເດຍ ປູກຕົ້ນໄມ້ເພີ່ມພູນຄູນສ້າງຄວາມມິດຕະພາບຫວຽດນາມ - ອິນເດຍ

ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ມາ, ​ເມືອງ​​ ເມືອງລາ, ​ແຂວງ​ເຊີນ​ລາ ​ໄດ້​ສ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ ​ແລະ ​ແຮກສ່ຽວກັບ​ເມືອງ​ຫຼາ, ​ແຂວງ​ອຸ​ດົມ​ໄຊ, ສປປ ລາວ. ກວ່າ 10 ປີ​ແຫ່ງ​ການຕິດພັນ ​ແລະ ຮ່ວມ​ມື, ສອງ​ເມືອງ​ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ, ​ໂອ້​ລົມ​ສົນທະນາ, ​ແລກປ່ຽນ​ບົດຮຽນ, ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ.

ທ່ານ ຫງວ້ຽນ​ວັນ​ເຕີ່ມ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ເມື່ອງ​ລາ ​ໃຫ້​ຮູ້​ວ່າ: ໃນ​ແຕ່​ລະ​ປີ, 2 ຝ່າຍ​ໄດ້​ສົ່ງ​ຄະ​ນະ​ໄປປະຕິບັດງານຜັດປ່ຽນກັນ ເພື່ອເປັນ​ເອ​ກະ​ພາບ​ໂຄງ​ການ​ຮ່ວມ​ມື; ຊຸກຍູ້ໂຄສະນາ​ເຜີຍ​ແຜ່​ຂໍ້ມູນຂ່າວສານ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ ຫວຽດນາມ - ລາວ, ​ແລະ ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ; ນະໂຍບາຍຄວາມສາມັກຄີແຫ່ງຊາດ; ຍູ້​ແຮງ​ການ​ພົວພັນ​ທາງ​ການ​ທູດ​ ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ ​ລະຫວ່າງ ​ປະຊາຊົນ​ສອງ​ປະ​ເທດ, ຕອບ​ສະໜອງ​ໜ້າທີ່ການພັດທະນາ​ການ​ເມືອງ, ​ເສດຖະກິດ-ສັງຄົມ​ຂອງ​ແຕ່ລະ​ຝ່າຍ. ພ້ອມ​ກັນ​ນັ້ນ, ເນື່ອງ​ໃນ​ໂອ​ກາດ​​ບຸນ​ປີ​ໃໝ່, ວັນ​ຊາດ​ລາວ, ​ກໍ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ ເມືອງຫຼາ, ແຂວງ​ອຸ​ດົມ​ໄຊ.

Huyện Mường La, tỉnh Sơn La và huyện Mường La, tỉnh U Đôm Xay ký kết biên bản hợp tác giai đoạn 2023-2025.  ເມືອງລ່າ, ແຂວງເຊີນລາ ແລະ ເມືອງຫຼາ ແຂວງອຸດົມໄຊ ໄດ້ລົງນາມໃນບົດບັນທຶກການຮ່ວມມືໄລຍະ 2023-2025.

ເມືອງ ເມື່ອງລາ, ແຂວງເຊີນລາ ແລະ ເມືອງຫຼາ ແຂວງອຸດົມໄຊ ໄດ້ລົງນາມໃນບົດບັນທຶກການຮ່ວມມືໄລຍະ 2023-2025.

ຫວ່າງ​ບໍ່ດົນມານີ້, ​ໃນ​ເດືອນ​ມີນາ 2023, ທາງ​ເມືອງ​ໄດ້​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​ເມືອງ​ຫຼາ ແຂວງ​ອຸ​ດົມ​ໄຊ, ສປປ ລາວ. ສອງ​ເມືອງ​ໄດ້​ແລກປ່ຽນ​ບົດຮຽນ​ດ້ານ​ການຈັດ​ຕັ້ງ ​ແລະ ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ວຽກ​ງານ​ກໍ່ສ້າງ​ພັກ; ແຈ້ງກ່ຽວ​ກັບ​ສະພາບ​ການ​ເສດຖະກິດ-ສັງຄົມ ​ແລະ ວຽກ​ງານ​ກໍ່ສ້າງ​ພັກ​ຂອງ​ແຕ່ລະ​ພັກ; ສົມທົບ​ກັນ​ສັງ​ລວມ ​ແລະ ຕີ​ລາຄາ​ສະພາບ​ການ​ຮ່ວມ​ມື​ໄລຍະ 2018-2022 ​ແລະ ວາງອອກທິດ​ທາງ ​ແລະ ​ແຜນການ​ຮ່ວມ​ມື​ໄລຍະ 2023-2025.

ນັບ​ແຕ່​ປີ 2018, ຍ້ອນ​ການ​ຜັນ​ແປ​ຢ່າງ​ສັບສົນ​ຂອງ​ພະຍາດ​ໂຄ​ວິດ-19, ​ເມືອງ​ໄດ້​​ຊ່ວຍ​ເມືອງ​ຫຼາ, ​ແຂວງ​ອຸ​ດົມ​ໄຊ ດ້ວຍ​ຈຳນວນ​ເງິນ 50 ລ້ານ​ດົ່ງ​ເພື່ອ​ຊື້​ອຸປະກອນການ​ແພດ​​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພະຍາດ​ໂຄ​ວິດ-19; ​ໄດ້ຖ່າຍທອດ​ບັນດາ​ຮູບ​ແບບ​ການ​ກະ​ເສດຢ່າງສຳເລັດຜົນ, ​ເຊັ່ນ: ປູກ​ຕົ້ນ​ໝາກພຸກເປືອກ​ຂຽວ, ປູກ​ໝາກ​ມ່ວງ, ຖົ່ວ​ດິນ, ຖົ່ວແປ, ​ ປະຊາຊົນໄດ້ນຳເຂົ້າໃນ​ການ​ຜະລິດ, ​ປີ 2019 ຄະນະ​ກຳມະການ​ປະຊາຊົນ​ເມືອງ ເມື່ອງ​ລາ​ ໄດ້​ປະຕິບັດ​ຮູບ​ແບບ​ການ​ຜະລິດ​ກະສິກຳ​ຢູ່​ເມືອງ​ຫຼາ, ແຂວງ​ອຸ​ດົມ​ໄຊ, ສປປ ລາວ ດ້ວຍ​ງົບປະມານ 300 ລ້ານ​ດົ່ງ...

Đoàn công tác huyện Mường La, tỉnh Sơn La chụp ảnh lưu niệm tại trụ sở chính quyền huyện Mường La, tỉnh U Đôm Xay.   Ảnh: Lù Quý (Mường La)  ຄະນະຜູ້ແທນເມືອງ ລ່າ ແຂວງ ເຊີນລາ ໄດ້ຖ່າຍຮູບທີ່ລະນຶກຢູ່ສຳນັກງານປົກຄອງເມືອງ ຫລາ ແຂວງ ອຸດົມໄຊ.   ພາບ: Lu Quy (Muang La)

ຄະນະຜູ້ແທນເມືອງ ເມື່ອງລາ ແຂວງ ເຊີນລາ ໄດ້ຖ່າຍຮູບທີ່ລະນຶກຢູ່ສຳນັກງານປົກຄອງເມືອງ ຫຼາ ແຂວງ ອຸດົມໄຊ. ພາບ: Lu Quy (Muang La)

ໄລຍະ 2023-2025, ສອງ​ເມືອງ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ, ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ທິດ​ທາງ ​ແລະ ​ແຜນການ​ຮ່ວມ​ມື, ສຸມ​ໃສ່​​ຫລາຍ​ເນື້ອ​ໃນ​ຄື: ສືບ​ຕໍ່​ໂຄສະນາ​ເຜີຍ​ແຜ່ ​ແລະ ສຶກສາ​ກ່ຽວ​ກັບ​ການ​ຮ່ວມ​ມື​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ ລາວ-ຫວຽດນາມ; 2 ແຂວງອຸ​ດົມ​ໄຊ-​ເຊີນ​ລາ ເວົ້າ​ລວມ ແລະ ສອງ​ເມືອງ​ເວົ້າ​ສະ​ເພາະ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແນະນຳ ​ແລະ ວາງ​ແຜນ​ພັດທະນາ​ກະສິກຳ; ແລກປ່ຽນປະສົບການໃນການພັດທະນາການທ່ອງທ່ຽວ; ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸ ​ແລະ ​ໄພ​ນ້ຳ​ຖ້ວມ; ສົມທົບກັນຝຶກອົບຮົມຊັບພະຍາກອນມະນຸດ; ວຽກ​ງານ​ຮັບປະກັນ​ຄວາມໝັ້ນຄົງທາງດ້ານ​ການ​ເມືອງ...

Lãnh đạo huyện Mường La, tỉnh U Đôm Xay tặng quà cho lãnh đạo huyện Mường La, tỉnh Sơn La.  Ảnh: Lù Quý (Mường La)  ການ​ນຳ​ເມືອງ ຫ​ລາ ແຂວງ​ອຸ​ດົມ​ໄຊ ມອບ​ຂອງ​ຂວັນ​ໃຫ້​ການ​ນຳ​ເມືອງ ​ລ່າ ແຂວງ ເຊີນ​ລາ.  ພາບ: Lu Quy (Muang La)

ການ​ນຳ​ເມືອງ ຫຼາ ແຂວງ​ອຸ​ດົມ​ໄຊ ມອບ​ຂອງ​ຂວັນ​ໃຫ້​ການ​ນຳ​ເມືອງ ເມື່ອງ​ລາ ແຂວງ ເຊີນ​ລາ. ພາບ: Lu Quy (Muang La)

ທ່ານ ລູຫວັ່ນກຸຍ, ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ​ເມືອງ ​ໃຫ້​ຮູ້​ວ່າ: ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ເມືອງ​ໃນ​ເດືອນ ມິຖຸນາ 2023, ພວກ​ຂ້າພະ​ເຈົ້າ​ໄດ້​ປຶກສາ​ຫາລື​ກັບຫ້ອງການວິຊາການຂອງ​ເພື່ອນ ​ເພື່ອ​ກຳ​ແໜ້ນ​ສະພາບ​ການ, ຂໍ້​ມູນ​ເພື່ອ​ຮັບ​ໃຊ້​ການ​ວາງ​ແຜນຜັງ; ຈັດ​ຕັ້ງ​ການ​ຝຶກ​ອົບ​ຮົມ ແລະ ແນະ​ນຳ​ເຕັກ​ນິກ​ການ​ປູກ​ຝັງ ແລະ ການ​ບົວລະບັດ​ແນວ​ພັນ​ເຂົ້າ N87 ແລະ N97; ແຜນຮ່າງ​ການກຳນົດ​ທິດ​ພັດ​ທະ​ນາ​ກະ​ສິ​ກຳ ແລະ ແກ້​ໄຂ​ຜົນ​ກະ​ທົບ​ຫຼັງ​ໄພ​ນ້ຳ​ຖ້ວມ... ໃຫ້​ແກ່​ພະ​ນັກ​ງານ ແລະ ປະ​ຊາ​ຊົນ​ເມືອງ​ຫຼາ ແຂວງ​ອຸ​ດົມ​ໄຊ. ​ເນື່ອງ​ໃນ​ໂອກາດ​ນີ້, ​ເມືອງ ເມື່ອງ​ລາ ​ໄດ້​ມອບ​ເງິນ 100 ລ້ານ​ດົ່ງ ​ເພື່ອ​​ຊ່ວຍ​ວຽກ​ງານ​ປ້ອງ​ກັນ​ພະຍຸ ​ແລະ ​ໄພ​ນ້ຳ​ຖ້ວມ ​ແລະ ມອບ​ໂນດ​ບຸກ 10 ໜ່ວຍ ​ໃຫ້​ເມືອງ​ຫຼາ ​ແຂວງ​ອຸ​ດົມ​ໄຊ.

Huyện Mường La, tỉnh Sơn La hỗ trợ giống, phân bón xây dựng mô hình trồng lúa N87, N97 cho huyện Mường La, tỉnh U Đôm Xay.    Ảnh: Lù Quý (Mường La)  ເມືອງ ລ່າ ແຂວງ ເຊີນລາ ຊ່ວຍເຫຼືອແນວພັນ ແລະ ປຸ໋ຍ ເພື່ອສ້າງແນວພັນເຂົ້ານາປີ N87, N97 ໃຫ້ແກ່ເມືອງ ຫລາ ແຂວງ ອຸດົມໄຊ. ພາບ: Lu Quy (Muang La)

ເມືອງ ເມື່ອງລາ ແຂວງ ເຊີນລາ ຊ່ວຍເຫຼືອແນວພັນ ແລະ ປຸ໋ຍ ເພື່ອສ້າງຮູບແບບແນວພັນເຂົ້ານາ N87, N97 ໃຫ້ແກ່ເມືອງຫຼາ ແຂວງອຸດົມໄຊ. ພາບ: Lu Quy (Muang La)

ເສີມຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ສອງ​ເມືອງ​ສືບ​ຕໍ່ເພີ່ມພູນຄູນສ້າງ, ຮັກສາ ​ແລະ ເສີມຂະຫຍາຍ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ. ຮັດ​ແໜ້ນ​ການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ, ພັດທະນາ​ເສດຖະກິດ - ສັງຄົມ, ສະຖຽນ​ລະ​ພາບ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ; ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ “ໃຫ້ໝັ້ນຄົງຖະນົງແກ່ນ ຊົ່ວກາລະນານ”.

Huyện Mường La, tỉnh Sơn La khảo sát hỗ trợ xây dựng phương án khắc phục hậu quả lũ quét cho huyện Mường La, tỉnh U Đôm Xay.  Ảnh: Ảnh: Lù Quý (Mường La)  ເມືອງລ່າ ແຂວງ ເຊີນລາ ໄດ້ລົງສຳຫຼວດ ແລະ ຊ່ວຍເຫຼືອ ການສ້າງແຜນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມກະທັນຫັນ ໃຫ້ແກ່ເມືອງ ຫລາ ແຂວງ ອຸດົມໄຊ. ພາບ: ພາບ: Lu Quy (Muang La)
ເມືອງ ເມື່ອງລາ ແຂວງ ເຊີນລາ ໄດ້ລົງສຳຫຼວດ ແລະ ຊ່ວຍເຫຼືອການສ້າງແຜນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ ໃຫ້ແກ່ເມືອງຫຼາ ແຂວງ ອຸດົມໄຊ. ພາບ: Lu Quy (Muang La)
“​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ
ຫຼາຍ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ໃນ​ປີ​ສາມັກຄີ​ມິດຕະພາບ 2022 ຢູ່​ລາວ ​ແລະ ຫວຽດນາມ

ຊ ສະຫວັດ

ເຫດການ
302 Found

Found

The document has moved here.