ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ຮຸງ​ກາຣີ ນະຄອນ ຮ່າ​ໂນ້ຍ ສືບ​ຕໍ່ດຳລົງຕຳແໜ່ງອີກອາຍຸການໜື່ງ

18:51 | 16/09/2024

ຍສໝ - ວັນ​ທີ 14 ກັນຍາ ຢູ່ ​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ ຫວຽດນາມ - ຮຸງ​ກາຣີ ນະຄອນ ຮ່າ​ໂນ້ຍ (ສະມາຄົມ) ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ຜູ້ແທນຄັ້ງ​ທີ 5 ອາຍຸ​ການ 2024-2029.

ຮ່າ​ໂນ້ຍ ບໍາລຸງສ້າງທິດ​ສະ​ດີ ວຽກງານກຳມະບານໃຫ້​ພະ​ນັກ​ງານ​ກໍາມະບານລາວ
ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ໃຫຍ່​ແລ້ວ, ໃນອາຍຸການ 2024-2029, ສະມາຄົມ​ຈະ​ສຸມ​ໃສ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ​ຄື: ວຽກງານຈັດຕັ້ງ, ການ​ເຄື່ອນ​ໄຫວ​ສັນຕິພາບ, ​ສາມັກຄີ, ມິດຕະພາບ ແລະ ພິທີການພົວພັນຕ່າງປະເທດ, ຂໍ້ມູນຂ່າວສານ-ການສື່ສານ... ຜ່ານນັ້ນ, ກໍ່ສືບ​ຕໍ່​ເສີມຂະຫຍາຍບົດບາດເປັນຂົວຕໍ່​ໃນ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ກິ​ລາ, ທ່ອງ​ທ່ຽວ… ລະ​ຫວ່າງ ຫວຽດ​ນາມ ແລະ ຮຸງ​ກາ​ຣີ ກໍ່​ຄື​ລະ​ຫວ່າງ ຮ່າ​ໂນ້ຍ ແລະ Budapest.

ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ຮຸງ​ກາຣີ ນະຄອນ ຮ່າ​ໂນ້ຍ ສືບ​ຕໍ່ດຳລົງຕຳແໜ່ງອີກອາຍຸການໜື່ງ

ທ່ານ​ Balohdi Tibor ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ຮົງ​ກາຣີ ປະຈຳ ຫວຽດນາມ ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມໃຫຍ່. (ພາບ: HAUFO)

ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມໃຫຍ່, ທ່ານ​ Balohdi Tibor ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ຮົງ​ກາຣີ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຮຸງ​ກາຣີ - ຫວຽດນາມ ໃນໄລຍະປະຫວັດສາດ 74 ປີ ​ໄດ້ຮັບ​ການ​ເພີ່ມພູນຄູນສ້າງຈາກຫຼາຍ​ລຸ້ນຄົນ ພວມຮັບ​ການປັບປຸງ ແລະ ພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ. ທ່ານ​ເຊື່ອ​ໝັ້ນ​ວ່າ ສະມາຄົມ​ຈະ​ສືບ​ຕໍ່​ຕອບ​ສະໜອງ, ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ກວ່າ​ອີກ ​ເມື່ອ​ ຮົງ​ກາຣີ ​ແລະ ຫວຽດນາມ ​ໄດ້​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ປີ 2025 ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ລະນຶກ, ກໍ່ຄືສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ ຮຸງ​ກາຣີ ແລະ ປະຊາຊົນ ຫວຽດນາມ.

ທ່ານ ຫງວຽນ​ນາມ​ຫາຍ ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ສະມາຄົມ ​ແລະ ບັນດາ​ສາຂາ​ສະມາຊິກ​ລ້ວນ​ແຕ່​ມີບັນດາ​ຫົວຄິດ​ປະດິດ​ສ້າງ, ການປ່ຽນແປງໃໝ່, ມີໄຫວພິບ​ທັງ​ເນື້ອ​ໃນ ​ແລະ ວິທີ​ການເຄື່ອນໄຫວ​ ເພື່ອ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ​ຫຼາຍ​ຢ່າງ.

ທ່ານ​ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຈະ​ສືບ​ຕໍ່​ປະສົບ​ຜົນສຳ​ເລັດ​ຫຼາຍ​ຢ່າງ, ປະກອບສ່ວນຢ່າງເໝາະສົມ​ເຂົ້າ​ໃນພາລະກິດແຫ່ງການພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນຫຼວງ. ພ້ອມ​ກັນ​ນັ້ນ, ກໍ່ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ ຫວຽດນາມ ​ແລະ ຮຸງ​ກາຣີ ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ.

ກອງ​ປະ​ຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ຮຸງ​ກາ​ຣີ ນະຄອນ ຮ່າໂນ້ຍ ອາ​ຍຸ​ການ 2024-2029, ລວມມີ 35 ສະ​ມາ​ຊິກ. ທ່ານ ດັ້ງ​ຫວູເຍີດທັງ, ປະ​ທານ​ສະ​ມາ​ຄົມ​ສະ​ໄໝ​ທີ 4 ໄດ້​ຮັບ​ເລືອກ​ຕັ້ງຄືນ ເປັນ​ປະ​ທານ​ສະ​ມາ​ຄົມ​ສະ​ໄໝ​ທີ 5.

ຮ່າ​ໂນ້ຍ​ ເກັບ​ລາຍ​ຮັບ​ໄດ້​ກວ່າ 2,18 ຕື້​ດົ່ງ ໃນ​ໂອກາດ​​ບຸນ​ວັນຊາດ​​ທີ 2 ກັນຍາ​

ຮ່າ​ໂນ້ຍ​ ເກັບ​ລາຍ​ຮັບ​ໄດ້​ກວ່າ 2,18 ຕື້​ດົ່ງ ໃນ​ໂອກາດ​​ບຸນ​ວັນຊາດ​​ທີ 2 ກັນຍາ​

ຍສໝ - ໃນ​ໄລຍະ​ພັກບຸນ​ວັນ​ຊາດ ​ວັນ​ທີ 2 ກັນຍາ 4 ວັນ (​ແຕ່​ວັນ​ທີ 31 ສິງຫາ ຫາ​ວັນ​ທີ 3 ກັນຍາ), ນະຄອນຫຼວງ​ຮ່າ​ໂນ້ຍ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 672.900 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 5% ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ລວມຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ບັນລຸ​ກວ່າ 2,18 ຕື້​ດົ່ງ; ...

VUFO, UNDP ຢູ່ ຫວຽດນາມ ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ພັດທະນາ

VUFO, UNDP ຢູ່ ຫວຽດນາມ ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ພັດທະນາ

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟ່ານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO) ​ແລະ ທ່ານ​ນາງ Ramla Khalidi, ຫົວໜ້າ​ຜູ້ຕາງໜ້າໂຄງການພັດທະນາສະຫະ​ປະຊາ​ຊາດ (UNDP) ປະຈຳ ຫວຽດນາມ, ​ໃນ​ວັນ​ທີ 28 ສິງຫາ ຢູ່​ຮ່າ​ໂນ້ຍ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.