ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​​ທາງ​ລັດ​ຖະ​ກິດຫວຽດ​ນາມ ຢ່າງ​ຈົບ​ງາມ

07:21 | 14/09/2024

ຍສໝ - ຕອນເຊົ້າວັນທີ 13 ກັນຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ເດີນທາງອອກຈາກນະຄອນໂຮ່ຈີມິນ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ (ໃນລະຫວ່າງວັນທີ 10-13 ກັນຍາ).

ລັດ​ເຊຍ ຍາມ​ໃດ​ກໍ່​ຖື​ ຫວຽດ​ນາມ ເປັນຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ເປັນ​ເພື່ອນມິດ​ທີ່​ສັດ​ຊື່ ລັດ​ເຊຍ ຍາມ​ໃດ​ກໍ່​ຖື​ ຫວຽດ​ນາມ ເປັນຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ເປັນ​ເພື່ອນມິດ​ທີ່​ສັດ​ຊື່
ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

ວັນທີ 12 ກັນຍາ, ຢູ່ນະຄອນໂຮ່ຈີມິນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ພົບປະກັບທ່ານ ຫງວຽນມິງຈຽດ ອະດີດປະທານປະເທດຫວຽດນາມ ແລະທ່ານ ເຈືອງເຕີນຊາງ ອະດີດປະທານປະເທດຫວຽດນາມ.

ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​​ທາງ​ລັດ​ຖະ​ກິດຫວຽດ​ນາມ ຢ່າງ​ຈົບ​ງາມ
ທ່ານ ເຈືອງເຕີນຊາງ ອະດີດປະທານປະເທດຫວຽດນາມ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: TTXVN

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ກັບມາຢ້ຽມຢາມນະຄອນໂຮ່ຈີມິນ, ພົບປະກັບທ່ານ ຫງວຽນມິງຈຽດ ອະດີດປະທານປະເທດຫວຽດນາມ ແລະທ່ານ ເຈືອງເຕີນຊາງ ອະດີດປະທານປະເທດຫວຽດນາມ, ຜູ້ທີ່ເປັນເພື່ອນ, ເປັນສະຫາຍ, ອ້າຍນ້ອງທີ່ສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນລາວ. ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈ, ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານ ຫງວຽນມິງຈຽດ ແລະທ່ານ ເຈືອງເຕີນຊາງ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ຫວນຄືນຄວາມຊົງຈຳໃນການຢ້ຽມຢາມ ສປປ ລາວ ກໍ່ຄືການພົບປະກັບອະດີດປະທານປະເທດຫວຽດນາມ ສອງທ່ານ; ທ່ານ ທອງລຸນ ສີສຸລິດ ຢືນຢັນວ່າ ລາວ ຈະພ້ອມກັບຫວຽດນາມ ສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະສືບທອດມູນເຊື້ອອັນດີງາມຂອງສາຍພົວພັນແບບພິເສດຫວຽດນາມ - ລາວ ໃຫ້ຄົນລຸ້ນຫຼັງ.

ທ່ານ ຫງວຽນມິງຈຽດ ແລະທ່ານ ເຈືອງເຕີນຊາງ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ, ຜູ້ທີ່ເປັນເພື່ອນ, ເປັນມິດສະຫາຍອ້າຍນ້ອງທີ່ສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນຫວຽດນາມ; ຕີລາຄາສູງຕໍ່ຄວາມໝາຍຂອງການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ; ຊົມເຊີຍບັນດາຜົນງານອັນສຳຄັນທີ່ປະເທດລາວ ບັນລຸໄດ້ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ໂດຍ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນຜູ້ນໍາໜ້າ, ປະເທດຊາດ ແລະປະຊາຊົນລາວ ອ້າຍນ້ອງຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສືບຕໍ່ຍາດໄດ້ຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ; ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານທີ່ສອງພັກ, ສອງລັດ ບັນລຸໄດ້, ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ; ຫວນຄືນຄວາມຊົງຈຳ ແລະນອາລົມຈິດຄວາມຮັກແພງທີ່ຜູ້ນຳຂັ້ນສູງຂອງລາວ ກໍ່ຄືປະຊາຊົນລາວ ອ້າຍນ້ອງທີ່ມີຕໍ່ບັນດາສະຫາຍ ນັບແຕ່ກ່ອນຈົນມາຮອດປະຈຸບັນ; ສະແດງຄວາມປາດຖະໜາ ແລະເຊື່ອໝັ້ນວ່າ ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ຈະນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່.

* ຕອນບ່າຍວັນທີ 13 ກັນຍາ, ຢູ່ສະໂມສອນໃຫຍ່ ຖົງເຍິດ, ທ່ານ ຫງວຽນວັນເນັນ, ກຳມະການກົມການເມືອງ, ເລຂາພັກນະຄອນ ໂຮ່ຈີມິນ ໄດ້ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.

ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​​ທາງ​ລັດ​ຖະ​ກິດຫວຽດ​ນາມ ຢ່າງ​ຈົບ​ງາມ
ທ່ານ ຫງວຽນວັນເນັນ, ກຳມະການກົມການເມືອງ, ເລຂາພັກນະຄອນ ໂຮ່ຈີມິນ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: TTXVN

ທີ່ການພົບປະ, ທ່ານ ຫງວຽນວັນເນັນ ໄດ້ແຈ້ງໃຫ້ທ່ານ ທອງລຸນ ສີສຸລິດ ຮັບຊາບກ່ຽວກັບບັນດາຜົນງານ ທີ່ນະຄອນ ໂຮ່ຈີມິນ ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ; ແລກປ່ຽນປະສົບການຂອງນະຄອນກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະວຽກງານກໍ່ສ້າງພັກ; ຂອບໃຈການສະໜັບສະໜູນ, ຊ່ວຍເຫຼືອຂອງລາວ ສໍາລັບພາລະກິດສ້າງສາ ແລະການພັດທະນາຂອງນະຄອນ. ທ່ານ ຫງວຽນວັນເນັນ ຫວັງວ່າ ທ່ານ ທອງລຸນ ສີສຸລິດ ຈະສືບຕໍ່ເອົາໃຈໃສ່, ຊີ້ນຳບັນດາກະຊວງ, ຂະແໜງ, ທ້ອງຖິ່ນຂອງລາວ ເພີ່ມທະວີການພົວພັນຮ່ວມມືກັບນະຄອນໂຮ່ຈີມິນ, ເຮັດໃຫ້ການພົວພັນຮ່ວມມືນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນກວ່າອີກ.

ທ່ານ ທອງລຸນ ສີສຸລິດ ສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະບັນດາທ້ອງຖິ່ນຂອງລາວ ໃນໄລຍະຜ່ານມາ, ໃນນັ້ນມີການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ກັບນະຄອນຫຼວງວຽງຈັນ. ທ່ານ ທອງລຸນ ສີສຸລິດ ຫວັງວ່າ ນະຄອນ ໂຮ່ຈີມິນ ຈະສືບຕໍ່ເພີ່ມທະວີ, ຊຸກຍູ້ການຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງລາວ, ໜູນຊ່ວຍ, ຊ່ວຍເຫຼືອບັນດາແຂວງຂອງລາວ; ພ້ອມທັງໃຫ້ຮູ້ວ່າ ຈະເພີ່ມທະວີຊີ້ນຳກະຊວງ, ຂະແໜງການ, ທ້ອງຖິ່ນຂອງລາວ ໃຫ້ມີການສົມທົບກັນຢ່າງແໜ້ນແຟ້ນກັບນະຄອນ ໂຮ່ຈີມິນ ເພື່ອປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດຢ່າງແຂງແຮງເພື່ອແນໃສ່ບັນລຸໄດ້ບັນດາໝາກຜົນອັນແທດຈິງ, ໃຫຍ່ຫຼວງກວ່າເກົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານລວມຂອງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ ແລະ ຫວຽດນາມ.

*ຕອນເຊົ້າວັນທີ 13 ກັນຍາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ເດີນທາງອອກຈາກນະຄອນໂຮ່ຈີມິນ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ (ໃນລະຫວ່າງວັນທີ 10-13 ກັນຍາ).

ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​​ທາງ​ລັດ​ຖະ​ກິດຫວຽດ​ນາມ ຢ່າງ​ຈົບ​ງາມ
ເລຂາທິການໃຫຍ່, ປະທານປະເທດລາວ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​​ທາງ​ລັດ​ຖະ​ກິດຫວຽດ​ນາມ ຢ່າງ​ຈົບ​ງາມ. ພາບ: TTXVN

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກ “ຖະແຫຼງການຮ່ວມ ຫວຽດນາມ-ລາວ”. ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ເສີມຂະຫຍາຍ ແລະຍົກສູງປະສິດທິຜົນການຮ່ວມມືລະຫວ່າງບັນດາຄະນະຂອງພັກ, ບັນດາກະຊວງ, ຂະແໜງການຂອງລັດຖະບານ, ບັນດາອົງການຂອງສະພາແຫ່ງຊາດ, ແນວໂຮມປະເທດຊາດ, ໝູ່ຄະນະ, ອົງການຈັດຕັ້ງປະຊາຊົນ ແລະບັນດາທ້ອງຖິ່ນຂອງສອງປະເທດ, ໂດຍສະເພາະແມ່ນບັນດາທ້ອງຖິ່ນມີເສັ້ນຊາຍແດນຮ່ວມກັນ.

ສອງຝ່າຍເຫັນດີເປັນເອກະພາບ ແລະຕີລາຄາສູງໝາກຜົນອັນດີງາມຂອງການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະການຢ້ຽມຢາມທາງລັດຖະກິດລາວ ຂອງທ່ານ ໂຕເລີມ ໃນຖານະຕຳແໜ່ງເປັນປະທານປະເທດ ເມື່ອເດືອນກໍລະກົດ 2024, ແມ່ນຂີດໝາຍໃນປະຫວັດສາດການພົວພັນ ຫວຽດນາມ-ລາວ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ພັດມະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຄວາມວັດທະນາຖາວອນຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕີພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ຕັ້ງຫວັງພະລັງ​ແຮງໃໝ່ໃຫ້ສຳລັບການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ຕັ້ງຫວັງພະລັງ​ແຮງໃໝ່ໃຫ້ສຳລັບການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin

ຍສໝ - ການ​ຢ້ຽມຢາມ​ ຫວຽດນາມ ທາງລັດຖະກິດ​ຂອງ​ທ່ານ​ປະທານາທິບໍດີ​ ລັດ​ເຊຍ Vladimir Putin ​ໄດ້​ຮັບ​ຖື​ວ່າ​ຈະ​ສ້າງພະລັງແຮງ​ໃໝ່ໃຫ້​ການ​ພົວພັນສອງຝ່າຍບົນ​ພື້ນຖານ​ຄວາມ​ຮັກ​ແພງ ​ແລະ ການ​ພົວພັນ​ອັນ​ດີງາມ​ທີ່ມີຢູ່ແລ້ວລະຫວ່າງ 2 ປະ​ເທດ.

ສື່ມວນ​ຊົນ ຮຸງ​ກາ​ຣີ ຂ່ຳ​ນັບ​ຮັບ​ຕ້ອນ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງມາ​ຢ້ຽມ​ຢາມ ຮຸງ​ກາ​ຣີ ສື່ມວນ​ຊົນ ຮຸງ​ກາ​ຣີ ຂ່ຳ​ນັບ​ຮັບ​ຕ້ອນ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງມາ​ຢ້ຽມ​ຢາມ ຮຸງ​ກາ​ຣີ

ຍສໝ - ໃນ 2 ມື້ຜ່ານມາ, ສື່ມວນຊົນ ຮຸງກາຣີ ໄດ້ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບການຂ່ຳນັບຮັບຕ້ອນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງມາຢ້ຽມຢາມ ຮຸງກາຣີ. ໃນບາງເວັບໄຊສື່ມວນຊົນຂອງ ຮຸງກາຣີ ເຊັ່ນ, ສຳນັກຂ່າວສານ ຮຸງກາຣີ, index.hu, magyarnemzet.hu…) ລ້ວນແຕ່ໃຫ້ຂ່າວວ່າ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເດີນທາງມາຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ ...

ສົມເພັດ

ເຫດການ
302 Found

Found

The document has moved here.