ຫຼາຍ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ໃນ​ປີ​ສາມັກຄີ​ມິດຕະພາບ 2022 ຢູ່​ລາວ ​ແລະ ຫວຽດນາມ

16:35 | 05/12/2022

​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງຝ່າຍ​ຕ້ອງ​ສືບ​ຕໍ່​ຮັກສາ, ທະວີຄູນ, ກໍ່ສ້າງ ​ແລະ ຍົກລະດັບ​ສາຍ​ພົວພັນ​ມິດຕະພາບອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ ​ເພື່ອແນໃສ່​ຍົກສູງ​ທ່າແຮງບົ່ມຊ້ອນ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ຝ່າຍ.

ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ ເພີ່ມ​ພູນຄູນສ້າງການ​ພົວພັນ​ມິດຕະພາບ ​ຫວຽດນາມ ​ແລະ ລາວ ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງທະນົງແກ່ນຈົນຊົ່ວກະລະນານ
ສືບ​ຕໍ່ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ສືບ​ຕໍ່ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ

ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຫຼວງພະບາງ (ພາກເໜືອຂອງລາວ) ໄດ້ສົມທົບກັບ 8 ແຂວງພາກເໜືອຂອງລາວ ຈັດຕັ້ງພິທີສະຫຼຸບການເຄື່ອນໄຫວປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ຫຼາຍ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ໃນ​ປີ​ສາມັກຄີ​ມິດຕະພາບ 2022 ຢູ່​ລາວ ​ແລະ ຫວຽດນາມ
ສະຫາຍ ບຸນຄົງ ຫຼ້າຈຽມພອນ​ ເລຂາພັກ, ເຈົ້າ​ແຂວງ​ອຸດົມ​ໄຊ

ກ່າວ​ຄຳ​ເຫັນ​ທີ່​ພິທີ, ສະຫາຍນາງ ກ່ຽວທິຮັ່ງຟຸກ ຫົວໜ້າສະຖານ​ກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ ​ແຂວງ ຫຼວງ​ພະ​ບາງ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ບັນດາການເຄື່ອນໄຫວປີ​​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ ​ໄດ້​ຜັນຂະຫຍາຍຢ່າງຄຶກຄື້ນ ​ແລະ ກວ້າງຂວາງ​ໃນ​ທຸກ​ຂັ້ນ, ຂະ​ແໜງ​ການ​ຈາກ​ສູນ​ກາງ​ຕະຫຼອດຮອດ​ທ້ອງ​ຖິ່ນຢູ່ທັງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ລາວ. ສອງ ຝ່າຍ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ການ​ເມືອງ - ການທູດ, ປ້ອງ​ກັນຊາດ - ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ - ສັງຄົມ...

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ສະຫາຍ ບຸນຄົງ ຫຼ້າຈຽມພອນ​ ເລຂາພັກ, ເຈົ້າ​ແຂວງ​ອຸດົມ​ໄຊ ​ເນັ້ນ​ໜັກ​ວ່າ: ບັນດາ​ການ​ເຄື່ອນ​ໄຫວໃນ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ​ໄດ້​ຊ່ວຍ​ໃຫ້​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ, ປະຊາຊົນ​ທຸກ​ຊັ້ນວັນນະ​, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ, ມີ​ຄວາມ​ເຂົ້າ​ໃຈຢ່າງ​ເລິກ​ເຊິ່ງກວ່າອີກກ່ຽວ​ກັບ​ມູນເຊື້ອ, ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ທີ່​ຊື່​ສັດບໍລິສຸດ ​ແລະ ໂປ່​ງ​ໃສ​ລະຫວ່າງສອງພັກ, ສອງລັດ ​ແລະ ປະຊາຊົນສອງປະ​ເທດ, ຈາກນັ້ນ ກໍ​ເພີ່ມ​ຄວາມເອກອ້າງທະນົງໃຈ, ​ຍົກສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ປົກ​ປັກຮັກສາ ​ແລະພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ.

ຫຼາຍ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ໃນ​ປີ​ສາມັກຄີ​ມິດຕະພາບ 2022 ຢູ່​ລາວ ​ແລະ ຫວຽດນາມ
ສະຫາຍນາງ ກ່ຽວທິຮັ່ງຟຸກ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ແຂວງຫຼວງພະບາງ ກ່າວຄໍາເຫັນທີ່ພິທີ.

​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງຝ່າຍ​ຕ້ອງ​ສືບ​ຕໍ່​ຮັກສາ, ທະວີຄູນ, ກໍ່ສ້າງ ​ແລະ ຍົກລະດັບ​ສາຍ​ພົວພັນ​ມິດຕະພາບອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ ​ເພື່ອແນໃສ່​ຍົກສູງ​ທ່າແຮງບົ່ມຊ້ອນ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ຝ່າຍ; ຍົກ​ສູງ​ປະສິດທິພາບ, ປະສິດທິ​ຜົນ​ການ​ຮ່ວມ​ມື ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ບູນມີ

ເຫດການ
302 Found

Found

The document has moved here.