ປຸກລະດົມ​ການ​ແຂ່ງ​ຂັນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ດ້ວຍ​ຫົວ​ຂໍ້ "ຫວຽດ​ນາມໃນໃຈ​ຂ້ອຍ!" ທີ່ຮຸງກາຣີ

06:44 | 13/09/2024

ຍສໝ - ຕອບ​ສະໜອງ​ວັນ​ເຊີດຊູ​ພາສາ​ຫວຽດນາມ ​ໃນ​ວົງຄະນາຍາດ​ຄົນຫວຽດນາມ​ຢູ່​ຕ່າງປະ​ເທດ ​ປີ2024, ສູນ​​ພາສາຫວຽດນາມ Budapest ​ໄດ້​ຈັດການປຖກລະດົມ​ການ​ແຂ່ງຂັນ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ ດ້ວຍ​ຫົວ​ຂໍ້ "ຫວຽດນາມ​ໃນ​ໃຈ​ຂ້ອຍ!" ໃນ​ພິທີ​ເປີດ​ສົກ​ຮຽນ 2024-2025 ທີ່​ຫ້ອງ​ວົງຄະນາຍາດຄົນ​ຫວຽດ​ນາມ, AsiaCenter Budapest.

ແຂວງ ເກີນເທີ ປຸກລະດົມ ເດືອນກະທຳເພື່ອເດັກນ້ອຍ ປີ 2024 ແຂວງ ເກີນເທີ ປຸກລະດົມ ເດືອນກະທຳເພື່ອເດັກນ້ອຍ ປີ 2024
ປຸກລະດົມ ແຂວນແຜນທີ່ ຫວຽດນາມ ຢູ່ ຍີ່ປຸ່ນ ປຸກລະດົມ ແຂວນແຜນທີ່ ຫວຽດນາມ ຢູ່ ຍີ່ປຸ່ນ

ເຂົ້າ​ຮ່ວມ​ພ້ອມ​ກັບ​ຄູ​ອາ​ຈານ ແລະ ນັກ​ສຶກ​ສາຂອງ​ສູນ​ພາສາ​ຫວຽດ​ນາມ Budapest ຍັງມີ​ສະ​ຖານ​ທູດ ແລະ ພໍ່​ແມ່​ຜູ້ປົກຄອງນ້ອງນັກຮຽນ.

ທ່ານ ເລຈ້ອງຮ່າ, ເອກອັກຄະລັດຖະທູດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາຄູອາຈານໃນການຮັກສາພາສາຫວຽດນາມ ຢູ່ ຮຸງກາຣີ ແລະ ສະຖານທູດຈະຮ່ວມເດີນທາງພ້ອມກັບສູນພາສາຫວຽດນາມ Budapest ຕະຫຼອດໄລຍະການຈັດການແຂ່ງຂັນ "ຫວຽດ​ນາມໃນ​ໃຈຂ້ອຍ!".

Trung tâm Tiếng Việt Budapest nơi giảng dậy tiếng Việt cho bạn trẻ người Việt, gốc Việt đang sinh sống tại Hungary.  ສູນ​ກາງພາສາຫວຽດນາມ Budapest ບ່ອນທີ່ສິດ​ສອນ​ພາສາ​ຫວຽດນາມ​ໃຫ້​ແກ່​ຊາວ​ໜຸ່ມ​ເດັກນ້ອຍຊາວ​ຫວຽດນາມ ອາ​ໄສ​ຢູ່​ຮົງ​ກາຣີ.

ສູນ​ພາສາຫວຽດນາມ Budapest ບ່ອນທີ່ສິດ​ສອນ​ພາສາ​ຫວຽດນາມ ​ໃຫ້​ແກ່​ຊາວ​ໜຸ່ມ​ເດັກນ້ອຍຊາວ​ຫວຽດນາມ ອາ​ໄສ​ຢູ່ ​ຮຸງ​ກາຣີ.

ຕາງໜ້າ​ໃຫ້​ສະຖານທູດ​ຫວຽດນາມ ປະຈຳ ຮຸງ​ກາຣີ, ທ່ານ ​ເລຈ້ອງຮ່າ ​ໄດ້​ມອບ​ຂອງຂວັນ​ໃຫ້​ສູນ​ພາສາ​ຫວຽດນາມ Budapest ​ໃນ​ໂອກາດ​ເປີດ​ສົກຮຽນ​ໃໝ່ (​ລຸ້ນທີ 14).

ດ້ວຍ​ຫົວ​ຂໍ້​ວ່າ "ຫວຽດ​ນາມໃນ​ໃຈຂ້ອຍ!", ບັນດາ​ຜູ້​ເຂົ້າ​ຮ່ວມ​ສາມາດ​ຂຽນ​ຄວາມ​ຮູ້ສຶກ​ກ່ຽວ​ກັບການດໍາລົງ​ຊີວິດໃນ​ຄອບຄົວ​ຊາວ​ຫວຽດນາມ, ວັດທະນະທຳທີ່ດີງາມທີ່ສຸດຂອງ “ຫວຽດນາມ” ທີ່​ຕົນ​ຮັບ​ຮູ້ ຫຼື ການລົງຕົວຈິງກ່ຽວ​ກັບ​ຫວຽດນາມ...

ນອກຈາກ​ນັ້ນ, ບັນດາ​ບົດ​ຂຽນທີ່ເຂົ້າຮ່ວມການແຂ່ງຂັນກ່ຽວ​ກັບ​ນະຄອນໜື່ງ, ຄົນ​ໜຶ່ງທີ່​ມີ​ຊື່​ສຽງ, ງານ​ບຸນໜຶ່ງ​ຢູ່​ຫວຽດນາມ... ການ​ປ່ຽນ​ແປງໃນ​ແນວ​ຄິດ​ຂອງ​ຕົນ ຫຼື ສິ່ງໃດ​ທີ່​ເປັນ​ແຮງ​ຈູງ​ໃຈ​ໃຫ້​ຢາກ​ຮຽນ​ພາສາ​ຫວຽດນາມ....

ຜົນງານທີ່ສົ່ງເຂົ້າຮ່ວມການແຂ່ງຂັນແມ່ນຮູບແບບຂອງບົດຂຽນ, ບົດເວົ້າ (ຄລິບວີດີໂອ), ການນໍາສະເຫນີ powerpoint ຫຼື ຮູບແຕ້ມທີ່ມີຮູບແບບທີ່ເຫມາະສົມກັບຫົວຂໍ້ຂອງການແຂ່ງຂັນ. ໄລຍະເວລາສົ່ງຜົນງານເຂົ້າຮ່ວມການແຂ່ງຂັນ ແມ່ນແຕ່ວັນທີ 8 ກັນຍາ 2024 ຫາວັນທີ 7 ມີນາ 2025.

ຄະນະຈັດຕັ້ງຫວັງວ່າ ຈະໄດ້ຮັບ​ການ​ຕອບ​ສະໜອງ​ເຂົ້າ​ຮ່ວມ​ຂອງ​ບັນດາເດັກນ້ອຍ ຊາວ​ໜຸ່ມ ຫວຽດນາມ ​ແລະ ເຊື້ອສາຍຊາວ​ຫວຽດນາມ ທີ່ພວມດໍາລົງຊີວິດ​ຢູ່ ຮຸງ​ກາຣີ ​ເພື່ອແນໃສ່​ສະ​ແດງໃຫ້ເຫັນ​ຄວາມ​ຮູ້ສຶກ, ແນວຄວາມ​ຄິດ​ຈາກ​ທັດສະນະ​ສ່ວນ​ຕົວ.

ຂີດໝາຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ຮ​ວ່າ​ບິ່ງ ແລະ ຫົວ​ພັນ
ວັນງານ​ທ່ອງ​ທ່ຽວ, ວັດທະນະທຳ ​ເຊີນ​ລາ - ຫົວ​ພັນ ໃກ້ຈະຈັດຂຶ້ນ​ດ້ວຍ​ບັນຫຼາຍການ​ເຄື່ອນ​ໄຫວທີ່ເປັນເອກະລັກພິເສດ

ອ.ສະຫວັດ

ເຫດການ
302 Found

Found

The document has moved here.