ເຊີນ​ລາ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ-ບຳລຸງສ້າງ​ກັບ​ບັນ​ດາ​ແຂວງ​ພາກ​ເໜືອ​ຂອງ​ ລາວ

18:44 | 16/09/2024

ຍສໝ - ວັນທີ 12 ກັນຍາ, ຢູ່ແຂວງ ເຊີນລາ ໄດ້ດຳເນີນກອງປະຊຸມພົບປະເພື່ອປຶກສາຫາລືກ່ຽວກັບມາດຕະການ​ແກ້​ໄຂຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງລະຫວ່າງ ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ເຊີນລາ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ ພາກເໜືອຂອງລາວ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ
ຄະນະຜູ້ແທນແຂວງ ອຸດົມໄຊ ມາຢ້ຽມຢາມແຂວງ ເຊີນລາ

ໂດຍ​ເຂົ້າ​ຮ່ວມກອງປະຊຸມພົບປະກັບ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ ​ແຂວງ​ເຊີນ​ລາ ມີ​ພະ​ແນ​ກສຶກສາທິການ ​ແລະ ກິລາ ບັນດາແຂວງ​ຫົວພັນ, ຫຼວງ​ພະ​ບາງ, ອຸດົມ​ໄຊ, ຜົ້ງສາລີ, ຊຽງ​ຂວາງ, ​ໄຊ​ຍະ​ບູລີ, ບໍ່​ແກ້ວ.

ເຊີນ​ລາ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ-ບຳລຸງສ້າງ​ກັບ​ບັນ​ດາ​ແຂວງ​ພາກ​ເໜືອ​ຂອງ​ ລາວ

ບັນຍາກາດທີ່ກອງປະຊຸມພົບປະ. (ພາບ: ໜັງສືພິມ ເຊີນລາ)

ກ່າວ​ຄຳ​ປາໄສ​ທີ່ກອງປະຊຸມພົບປະ, ການ​ນຳ​ຂອງ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ແຂວງ ​ເຊີນ​ລາ ​ໄດ້​ແຈ້ງ​ໝາກຜົນ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ທີ່​ແຂວງ ເຊີນ​ລາ ບັນລຸ​ໄດ້; ຍິນດີເມື່ອໄດ້ຕ້ອນຮັບບັນດາຄະນະປະຕິບັດຂອງພະແນກສຶກສາທິການ ແລະ ກິລາ ບັນດາແຂວງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປຢ້ຽມຢາມ, ເຮັດວຽກ. ຜ່ານ​ນັ້ນ, ​ກໍ່ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ໃນການແບ່ງປັນ, ຕິດພັນຢ່າງ​ໃກ້ຊິດ​ລະຫວ່າງ​ພະແນກ​ສຶກສາທິການ ​ແລະ ກິລາ ​ແຂວງ​ພາກ​ເໜືອຂອງລາວ ກັບພະແນກ​ສຶກສາ ​ແລະ ບຳລຸງ​ສ້າງ ​ແຂວງ ເຊີນ​ລາ.

ປະຈຸ​ບັນ, ​ແຂວງ​ເຊີນ​ລາ ​ມີ​ໂຮງຮຽນ​ອະນຸບານ, ​ໂຮງຮຽນ​ສາມັນ, ການສຶກສານອກໂຮງຮຽນ 610 ​ແຫ່ງ ດ້ວຍນັກຮຽນ​ 375.000 ກ່ວາຄົນ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຂະ​ແໜງ​ການ​ສຶກສາ ​ແລະ ບຳລຸງ​ສ້າງ ​ແຂວງ ເຊີນ​ລາ ບັນລຸ​ໄດ້​ບັນດາ​ຜົນງານ​ດີ​ເດັ່ນ​ໃນການເຜີຍແຜ່ການສຶກສາ, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ພິ​ເສດ​ແມ່ນ​ຄຸນ​ນະພາ​ບການ​ສອບເສັງ​ຈົບ​ຊັ້ນ​ມັດທະຍົມ​ຕອນ​ປາຍ.

ແຂວງ ເຊີນລາ ໄດ້ກໍ່ສ້າງໂຮງຮຽນທີ່ບັນລຸໄດ້ມາດຕະຖານແຫ່ງຊາດ; ຍົກສູງຜົນສັກສິດ ແລະ ປະລິດທິຜົນໃນການ​ຄຸ້ມ​ຄອງແຫ່ງລັດກ່ຽວກັບການ​ສຶກສາ ໂດຍຜ່ານການ​ນຳ​ໃຊ້​ມາດຖານ​ການ​ຄຸ້ມ​ຄອງ​ສາກົນ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ຍາດ​ໄດ້​ລາງວັນ​ຄຸນ​ນະພາ​ບສາກົນ (ອາຊີ, ສະຖາບັນບັນດິດແຫ່ງ​ຄຸນ​ນະພາ​ບໂລກ) ​ແລະ ນຳ​ນະຄອນ ເຊີນລາ ເຂົ້າ​ຮ່ວມເຄືອຂ່າຍຕົວເມືອງຮ່ຳຮຽນທົ່ວໂລກຂອງອົງການ UNESCO.

ກ່ຽວ​ກັບ​ການບຳລຸງສ້າງນັກ​ສຶກ​ສາລາວ, ພະ​ແນກ​ສຶກ​ສາ ແລະ ບຳລຸງສ້າງ ເຊີນ​ລາ ໄດ້​ຮັບການມອບສິດເປັນເສນາທິການຮອບດ້ານຈາກ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກ່ຽວກັບວຽກງານບຳລຸງສ້າງນັກ​ສຶກ​ສາລາວ.

ເຊີນ​ລາ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ-ບຳລຸງສ້າງ​ກັບ​ບັນ​ດາ​ແຂວງ​ພາກ​ເໜືອ​ຂອງ​ ລາວ

ຄະ​ນະ​ຜູ້​ແທນ​ພະ​ແນກ​ສຶກ​ສາ​ທິການ ແລະ​ ກິ​ລາ ​ແຂວງ​ພາກ​ເໜືອ​ຂອງ​ລາວ ໄດ້​ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ​ມັດ​ທະ​ຍົມຕອນຕົ້ນ ຫງວຽນຈ້າຍ, ນະຄອນ ເຊີນ​ລາ. (ພາບ: ໜັງສືພິມ ປະຊາຊົນ)

​ໃນ​ໄລຍະ​ຈາກປີ 2001 ມາຮອດ​ປະຈຸ​ບັນ, ແຂວງ ​ເຊີນ​ລາ ​ໄດ້​ບຳລຸງສ້າງນັກ​ສຶກສາ​ລາວ 2.294 ຄົນ​ຈົບ​ຊັ້ນ​ບັນດາລະດັບວິຊາສະເພາະຊັ້ນກາງ, ຊັ້ນສູງ, ມະຫາວິທະຍາ​ໄລ ​ແລະ ປະລິນຍາ​ໂທ; ນັກສຶກສາລາວ 3.939 ເທື່ອຄົນໄດ້ຮັບການບຳລຸງພາສາຫວຽດນາມ...

ໃນ​ບັນຍາກາດ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບແບບພິເສດ, ການ​ນຳ​ຂອງ​ພະ​ແນ​ກສຶກສາທິການ ​ແລະ ກິລາ ​ແຂວງ​ພາກ​ເໜືອຂອງລາວ ໄດ້​ແຈ້ງ, ແລກປ່ຽນ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ຂົງ​ເຂດ​ສຶກສາ ​ແລະ ບຳລຸງ​ສ້າງ. ພ້ອມ​ກັນ​ນັ້ນ, ກໍ່ຫວັງ​ວ່າ​ ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ແຂວງ ເຊີນ​ລາ ຈະສືບ​ຕໍ່ເປັນເສນາທິການກັບ​ແຂວງ, ໜູນ​ຊ່ວຍ​ການ​ຝຶກ​ອົບຮົມ​ພາສາ​ຫວຽດນາມ ​ໃຫ້​ນັກ​ສຶກສາ​ລາວ.

ບັນດາແຂວງພາກເໜືອຂອງລາວ ກໍ່ປາດຖະໜາຢາກໃຫ້ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ເຊີນລາ ສືບຕໍ່ຝຶກອົບຮົມການນຳໃຊ້ອຸປະກອນ, ການທົດລອງໃຫ້ໂຮງຮຽນ; ​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ການ​ບຳລຸງ​ສ້າງ​ນັກ​ສຶກສາ​ລາວ ທີ່ພວມຮ່ຳຮຽນ​ຢູ່​ມະຫາວິທະຍາ​ໄລ ​ແລະ ຫຼັງປະລິນຍາຕີຢູ່ ເຊີນ​ລາ; ​ແລກປ່ຽນ​ປະສົບ​ການ​ເພື່ອ​ແກ້ໄຂສະພາບ​ການ​ຂອງ​ນັກຮຽນ​ມັດທະຍົມ​ປາຍ​ອອກຮຽນ​ໄປ​ເຮັດ​ວຽກ; ລະບົບນະ​ໂຍບາຍ ​ແລະ ຍົກສູງ​ຄຸນ​ນະພາ​ບໃຫ້ຖັນແຖວຄູອາຈານ; ເຜີຍແຜ່ທົ່ວໄປ, ພັດທະນາ​ການ​ສຶກສາ​ຂັ້ນອະນຸບານ​ໃຫ້​ແກ່​ເດັກ​ອາຍຸ 5 ປີ​ ​ແລະ ​ວຽກ​ງານ​ການ​ລົບລ້າງການກືກ​ໜັງສື.

ກ່ອນ​ໜ້າ​ນັ້ນ, ຄະ​ນະປະຕິບັດງານພະ​ແນກ​ສຶກ​ສາທິການ​ ແລະ ກິ​ລາ​ ບັນດາແຂວງ​ພາກ​ເໜືອ​ຂອງ​ລາວ ກໍ່ໄດ້​ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ​ສາມັນກິນນອນ​ຊົນ​ເຜົ່າແຂວງ, ໂຮງ​ຮຽນ​ມັດ​ທະ​ຍົມຕອນຕົ້ນ ຫງວຽນຈ້າຍ, ນະຄອນ ເຊີນ​ລາ.

​ໃນ​ບັນຍາກາດ​ສະໜິດສະໜົມ, ​ເປີດອົກເປີດ​ໃຈ, ການ​ນຳ 2 ​ໂຮງຮຽນ​ຂອງ ​ເຊີນ​ລາ ​ໄດ້​ລາຍ​ງານ​ໝາກຜົນ​ການ​ປະຕິບັດໜ້າທີ່ກ່ຽວກັບການສຶກສາ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ພ້ອມດຽວກັນ, ກໍ່ຍັງໄດ້ຕ້ອນຮັບ ແລະ ຂອບໃຈຢ່າງຈິງໃຈຕໍ່ຄະນະຜູ້ແທນພະແນກສຶກສາທິການ ແລະ ກິລາ ແຂວງພາກເໜືອຂອງລາວ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ມອບຄວາມເອົາໃຈໃສ່, ຄວາມຮູ້ສຶກຢ່າງໃກ້ຊິດໃຫ້ແກ່ໂຮງຮຽນທັງສອງແຫ່ງ.

ບັນດາ​ການ​ນຳ​ໂຮງຮຽນ ​ເຊີນ​ລາ ກໍ່ໄດ້ສະແດງຄວາມປາດ​ຖະໜາ​ວ່າ ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບທີ່​ເປັນ​ມູນ​ເຊື້ອລະຫວ່າງ ຫວຽດນາມ - ລາວ ​ເວົ້າ​ລວມ, ​ຂະ​ແໜງ​ການ​ສຶກສາ​ຂອງ​ແຂວງ ​ເຊີນ​ລາ ກັບ ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ ເວົ້າສະເພາະ.

​ເລີ່​ມດຳ​ເນີນ​ໂຄງການ​ໜູນ​ຊ່ວຍການຫາລ້ຽງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍ 15.000 ຄົນທີ່​ປູກ​ກາ​ເຟຢູ່ແຂວງ ເຊີນ​ລາ ​ເລີ່​ມດຳ​ເນີນ​ໂຄງການ​ໜູນ​ຊ່ວຍການຫາລ້ຽງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍ 15.000 ຄົນທີ່​ປູກ​ກາ​ເຟຢູ່ແຂວງ ເຊີນ​ລາ

ຍສໝ - ວັນທີ 21 ມີນາ, ຢູ່ແຂວງ ເຊີນລາ, ບໍລິສັດ CARE ປະຈໍາ ຫວຽດນາມ ໄດ້ຮ່ວມມືກັບສາຂາປູກຝັງ ແລະ ປົກປັກຮັກສາພຶດ- ພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງ ເຊີນລາ ກໍໄດ້ຈັດຕັ້ງພິທີເລີ່​ມດຳ​ເນີນ​ໂຄງການ ​SURE - ການພັດທະນາການຫາລ້ຽງຊີບແບບ​ຍືນ​ຍົງ​ໃຫ້​ແກ່​ແມ່ຍິງ​ຊົນ​ເຜົ່າ​ສ່​ວນ​ໜ້ອຍທີ່ປູກ​ກາ​ເຟຢູ່ ເຊີນ​ລາ

ວັນງານ​ທ່ອງ​ທ່ຽວ, ວັດທະນະທຳ ​ເຊີນ​ລາ - ຫົວ​ພັນ ໃກ້ຈະຈັດຂຶ້ນ​ດ້ວຍ​ບັນຫຼາຍການ​ເຄື່ອນ​ໄຫວທີ່ເປັນເອກະລັກພິເສດ ວັນງານ​ທ່ອງ​ທ່ຽວ, ວັດທະນະທຳ ​ເຊີນ​ລາ - ຫົວ​ພັນ ໃກ້ຈະຈັດຂຶ້ນ​ດ້ວຍ​ບັນຫຼາຍການ​ເຄື່ອນ​ໄຫວທີ່ເປັນເອກະລັກພິເສດ

ຍສໝ - ວັນບຸນທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ ເຊີນ​ລາ - ຫົວ​ພັນ 2024 ຈະ​ໄດ້ຈັດຂຶ້ນແຕ່​ວັນ​ທີ 21 ຫາ ວັນ​ທີ 23 ມີນາ, ຢູ່​ແຂວງ ຫົວ​ພັນ, ສ​ປ​ປ ລາວ ດ້ວຍ​ຫຼາຍການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກພິເສດ. ນີ້​ແມ່ນ​ເຫດການ​ວັດທະນະທຳ, ທ່ອງ​ທ່ຽວ​ທີ່​ມີຄວາມໝາຍສຳຄັນ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບແບບ​ພິ​ເສດ​ ຫວຽດນາມ - ລາວ, ...

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.