ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ແລະພັນທະນາແບບຍືນຍົງ

22:56 | 12/09/2024

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງການພົວພັນຮ່ວມມືຫວຽດນາມ-ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ບັນລຸໄດ້ໝາກຜົນທີ່ແທດຈິງໃນຫຼາຍຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຂອງແຕ່ລະປະເທດ

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ
ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງໝັ້ນຄົງ ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງໝັ້ນຄົງ

ວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ໂດຍທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເປັນປະທານຮ່ວມການພົບປະດັ່ງກ່າວ.

ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງການພົວພັນຮ່ວມມືຫວຽດນາມ-ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ບັນລຸໄດ້ໝາກຜົນທີ່ແທດຈິງໃນຫຼາຍຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຂອງແຕ່ລະປະເທດ; ສືບຕໍ່ປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ການນຳສອງທ່ານຍັງສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນລະຫວ່າງຫວຽດນາມ - ລາວ - ກຳປູເຈຍ ນັບມື້ນັບພັດທະນາອັນດີງາມ ແລະຖືເປັນສໍາຄັນ ກໍຄືປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງ 3 ພັກ, 3 ປະເທດ, ໃນນັ້ນປະຕິບັດຜົນການພົບປະລະຫວ່າງການນໍາ 3 ທ່ານຂອງ 3 ພັກ ຢ່າງມີປະສິດທິຜົນ ກໍຄືກົນໄກຮ່ວມມືສາມຝ່າຍອື່ນໆ.

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ແລະພັນທະນາແບບຍືນຍົງ

ບັນຍາກາດທີ່ການພົບປະ. ພາບ: TTXVN

ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງຜົນການຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ວິທະຍາສາດ ແລະເຕັກໂນໂລຢີ; ພ້ອມກັນນັ້ນ, ສະເໜີບາງທິດທາງຮ່ວມມື ແລະ ມາດຕະການລະອຽດແນໃສ່ຍົກສູງປະສິດທິຜົນການຮ່ວມມື. ນາຍົກລັດຖະມົນຕີສອງທ່ານ ເນັ້ນໜັກວ່າ: ຕ້ອງສ້າງບາດກ້າວບຸກທະລຸໃນການພັດທະນາເສດຖະກິດ, ການຄ້າ ໃຫ້ສົມກັບຂອບຂະໜາດການພົວພັນດ້ານການເມືອງ ແລະຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ, ສຸມໃສ່ແກ້ໄຂສິ່ງທີ່ຍັງຄົງຄ້າງ ໃນການຮ່ວມມື, ຊຸກຍູ້ການເຊື່ອມຕໍ່, ການໜູນຊ່ວຍລະຫວ່າງສອງພື້ນຖານເສດຖະກິດຫວຽດນາມ - ລາວ ແລະ ລະຫວ່າງ 3 ພື້ນຖານເສດຖະກິດ ຫວຽດນາມ - ລາວ - ກໍາປູເຈຍ.

ການນຳຂອງສອງພັກ ແລະ ສອງປະເທດ ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ, ຕ້ອງຕັ້ງໜ້າຜັນຂະຫຍາຍທິດທາງຈຸດສຸມ ເຊິ່ງການນຳສອງຝ່າຍ ໄດ້ເຫັນດີເປັນເອກະພາບ, ສືບຕໍ່ນໍາການພົວພັນດ້ານການເມືອງ ເຂົ້າສູ່ລວງເລິກ, ເປັນແກ່ນສານກໍານົດທິດທາງສັງລວມການພົວພັນຮ່ວມມື; ສົມທົບກັນຢ່າງແໜ້ນແຟ້ນໃນບັນຫາຍຸດທະສາດ, ພ້ອມກັນກະກຽມ ຈັດຕັ້ງກອງປະຊຸມໃຫຍ່ຂອງພັກ ທຸກຂັ້ນ ໃຫ້ດີ, ມຸ່ງໄປເຖິງການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງແຕ່ລະພັກ; ເພີ່ມທະວີ ແລະ ເສີມຂະຫຍາຍເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກວ່າເກົ່າ.

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ແລະພັນທະນາແບບຍືນຍົງ

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ; ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍຜູ້ແທນສອງປະເທດເຂົ້າຮ່ວມການພົບປະ. ພາບ: nhandan.vn

ບັນດາການນຳສອງຝ່າຍ ຍັງເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປຶກສາຫາລື, ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ; ປະຕິບັດບັນດາຖະແຫຼງການຮ່ວມຫວຽດນາມ - ລາວ ແລະຂໍ້ຕົກລົງລະຫວ່າງສອງພັກ, ສອງລັດ, ໂຄງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງມີປະສິດທິຜົນ, ເພີ່ມທະວີການເຊື່ອມຕໍ່, ການໜູນຊ່ວຍລະຫວ່າງສອງພື້ນຖານເສດຖະກິດ; ມີມາດຕະການແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງຄົງຄ້າງ ຍົກສູງຄຸນນະພາບ ແລະປະສິດທິຜົນຂອງການຮ່ວມມືລົງທຶນ. ສອງຝ່າຍຢັ້ງຢືນວ່າ ຄວນເສີມຂະຫຍາຍປະສິດທິຜົນບັນດາກົນໄກທີ່ມີຢູ່ແລ້ວ, ສືບຕໍ່ປ່ຽນແປງໃໝ່ປະດິດສ້າງ ແລະຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດ, ພ້ອມທັງກໍ່ສ້າງກົນໄກທີ່ເໝາະສົມ ແນໃສ່ເພີ່ມທະວີສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາຂອງພາກພື້ນ ແລະ ໃນໂລກ.

*ຕອນບ່າຍວັນທີ 11 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ ແລະພັນທະນາແບບຍືນຍົງ

ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດຫວຽດນາມ ກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: TTXVN

ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.

ຕໍ່ໜ້າຄວາມເສຍຫາຍອັນໃຫຍ່ຫຼວງດ້ານຊີວິດອິນຊີ ແລະຊັບສິນ ຍ້ອນພາຍຸໄຕ້ຝຸ່ນຢາກີ ກໍ່ຂຶ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ສົ່ງຄໍາຢື້ຢາມຖາມຂ່າວຢ່າງຈິງໃຈເຖິງປະຊາຊົນຫວຽດນາມ ອ້າຍນ້ອງ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ແລະຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງພັກ, ສະພາແຫ່ງຊາດ ແລະລັດຖະບານຫວຽດນາມ, ປະຊາຊົນຫວຽດນາມ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຖືກຜົນສະທ້ອນຈະກັບຄືນສູ່ສະພາບປົກກະຕິໂດຍໄວ.

ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດຫວຽດນາມ ກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ທອງລຸນ ສີສຸລິດ ຂອບໃຈສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອຢ່າງຈິງໃຈ ແລະ ມີປະສິດທິຜົນໃຫ້ແກ່ສະພາແຫ່ງຊາດລາວ; ຫວັງວ່າ ສະພາແຫ່ງຊາດສອງປະເທດ ຈະສືບຕໍ່ແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການໃນການປະຕິບັດພາລະບົດບາດ, ໜ້າທີ່, ສິດອຳນາດທີ່ໄດ້ຮັບມອບໝາຍ, ນໍາການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ນັບມື້ນັບບັນລຸປະສິດທິຜົນສູງ.

ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນຢ່າງແຂງແຮງ ແລະຮອບດ້ານໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດລາວ; ເນັ້ນໜັກວ່າ ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອແນໃສ່ເພີ່ມພູນຄູນສ້າງໃຫ້ສາຍພົວພັນລະຫວ່າງຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງສະພາແຫ່ງຊາດສອງປະເທດເວົ້າສະເພາະ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ຫວຽດນາມ-ລາວ ເພີ່ມທະວີການລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາສັນຕິພາບຢູ່ເຂດຊາຍແດນ ຫວຽດນາມ-ລາວ ເພີ່ມທະວີການລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາສັນຕິພາບຢູ່ເຂດຊາຍແດນ

ຍສໝ - ການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ ໄດ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວທີ່ຂາດບໍ່ໄດ້ໃນວຽກງານພົວພັນຕ່າງປະເທດຊາຍແດນລະຫວ່າງສອງປະເທດ. ບັນດາບາດກ້າວເດີນທີ່ບໍ່ຮູ້ອິດຮູ້ເມື່ອຍລະຫວ່າງກຳລັງປົກປັກຮັກສາຊາຍແດນ ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ກັບກອງບັນຊາການທະຫານແຂວງຄໍາມ່ວນ (ລາວ) ໄດ້ປະກອບສ່ວນຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ປະກອບສ່ວນຊຸກຍູ້ຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ

ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ ຫວຽດນາມ ​- ກາ​ນາ​ດາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​

ຍສໝ -​ ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟ່ານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ Shawn Steil, ​ເອກ​ອັກຄະ​ລັດຖະທູດ ກາ​ນາ​ດາ ປະຈຳ ຫວຽດນາມ, ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ສິງຫາ ຢູ່ ຮ່າ​ໂນ້ຍ.

ແສງເດືອນ

ເຫດການ
302 Found

Found

The document has moved here.