ສຸມ​ທຸກກຳລັງ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ພະ​ຍຸລູກທີ 3

23:08 | 15/09/2024

ຍສໝ - ພາກ​ເໜືອ​ ຫວຽດນາມ ພວມ​ປະ​ເຊີນໜ້າກັບ​ສະພາບ​ຝົນຕົກນ້ຳຖ້ວນຢ່າງສັບສົນ, ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຕໍ່ຊີວິດອິນຊີ ​ແລະ ​ຊັບ​ສິນ. ບັນດາກຳລັງເຈົ້າທີ່ ໄດ້ຜັນຂະຫຍາຍການປະຕິບັດການກູ້​ໄພ​ຢ່າງ​ວ່ອງ​ໄວ ​ແລະ ໜູນ​ຊ່ວຍ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ຢ່າງ​ຮ້າຍ​ແຮງ​ຄື: ລາວກາຍ, ອຽນ​ບ໋າຍ, ກາວ​ບັງ... ຄວາມ​ມານະພະຍາຍາມປ້ອງ​ກັນ​ໄພ​ນ້ຳ​ຖ້ວມ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຮີບ​ດ່ວນ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພໃຫ້ແກ່​ປະຊາຊົນ ​ແລະ ແກ້ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮຽກ​ຮ້ອງການ​ອຸ​ປະ​ຖໍາ​ຊ່ວຍເຫຼືອ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະ​ຍຸ​ລູກທີ 3
ນັກຮຽນ​ທຸກ​ຍາກ​ເກືອບ 400 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາລາຍການ, ໂຄງການ​ຂອງ​ທະຫານຊາຍແດນ​ແຂວງ ດັກ​ນົງ

46 ຄົນ​ໄດ້​ຮັບ​ຄວາມ​ປອດ​ໄພ​ຫຼັງ​ໄພ​ນ້ຳ​ຖ້ວມ​ຢູ່ໝູ່​ບ້ານ ໜູ

ຕອນ​ຄ່ຳ​ວັນ​ທີ 10 ກັນຍາ​, ໄດ້​ເກີດ​ໄພ​ນ້ຳ​ຖ້ວມນ້ຳແກວ່ງ​ຢ່າງ​ຮ້າຍ​ແຮງ​ຢູ່​ໝູ່ບ້ານ​ ໜູ (​ຕາ​ແສງ​ຟຸກ​ແຄງ, ​ເມືອງ​ບາວ​ອຽນ, ​ແຂວງ​ລາວ​ກາຍ) ​ໄດ້​ຝັງໝູ່ບ້ານ​ ໜູ​ ທັງ​ໝົດ - ບ່ອນຢູ່ອາໄສ 37 ຄອບຄົວ, ມີ 128 ຄົນ. ຕອນ​ເຊົ້າ​ວັນ​ທີ 11 ກັນຍາ, ກອງ​ບັນຊາ​ການດ່ານໜ້າໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຕາ​ແສງ ຟຸກ​ແຄງ ​ເພື່ອ​ຊີ້​ນຳ​ໂດຍກົງບັນດາກຳລັງທີ່ເຂົ້າ​ຮ່ວມ​ການຄົ້ນຫາ​ຜູ້​ປະສົບ​ເຄາະ​ຮ້າຍ ແລະ ຟື້ນ​ຟູ​ຜົນ​ສະທ້ອນ​ຫຼັງ​ໄພ​ນ້ຳ​ຖ້ວມ.

ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ພະ​ຍຸ​ເລກທີ 3

ການຄົ້ນຫາ​ໄດ້​ດຳ​ເນີນ​ໄປ​ໃນ​ເງື່ອນໄຂ​ດິນ​ຟ້າ​ອາກາດ ​ແລະ ສະພາບພື້ນ​ດິນທີ່​ມີຄວາມຫຍຸ້ງຍາກ.

ຍ້ອນ​ດິນຖືກເຊາະ​ເຈື່ອນ, ​ເສັ້ນທາງ​ໄປ​ໝູ່ບ້ານ​ ໜູ ຖືກ​ຝັງ, ​​ຕິດ​ຂັດ ພິເສດ​ແມ່ນ​ເຂດ​ປະສົບ​ໄພ​ນ້ຳ​ຖ້ວມ, ປະຊາຊົນ​ຖືກຕັດຂາດກັບພາຍນອກຢ່າງສົມບູນ. ພາຍຫຼັງ​ເປີດ​ເສັ້ນທາງໄດ້, ຜູ້​ບັນຊາ​ການ​ທະຫານ​ເຂດ 2, ທ່ານ​ພົນຕີ ຟ້າ​ມຮົ່ງເຈືອງ ​ໄດ້​ຊີ້​ນຳຈັດສົ່ງພະນັກງານ, ນັກຮົບ 300 ຄົນ ແລະ ບັນດາພາຫະນະເຂົ້າ​ໄປ​ເຂດ​ ຟຸກ​ແຄງ ​ໂດຍກົງເພື່ອ​ຊອກ​ຫາ​ຜູ້​ປະສົບ​ເຄາະ​ຮ້າຍ. ​ໃນ​ນັ້ນ, ທະຫານ 100 ຄົນ​ໄດ້​ຊອກ​ຄົ້ນ​ຢູ່​ລຽບຕາມ​ຫ້ວຍ ໜູ ຈາກ​ແມ່ນ້ຳ ໄຈ ເຂົ້າໄປ; ທະຫານ 200 ຄົນ ​ໄດ້​ຊອກຫາຢູ່​ເຂດ​ດິນ​ເຈື່ອນລົງມາ​. ນອກ​ນີ້, ມີກຳລັງຂຶ້ນກັບກຳລັງຕຳຫຼວດ, ກອງທັບ, ທະຫານລາດຂອງເມືອງ ​ແລະ ​ແຂວງ​ປະມານ 300 ຄົນ​ເຂົ້າ​ຮ່ວມ​ການ​ຊອກຫາ, ພາທາງ ແລະ ​ໃຫ້​ຂໍ້​ມູນ.

ໄລຮອດເວລາ 15:00 ໂມງ ຂອງວັນທີ 11 ກັນຍາ ໄດ້ມີຜູ້ເສຍຊີວິດ 31 ຄົນ, ສູນຫາຍ 64 ຄົນ, ບາດເຈັບ ແລະ ໄດ້ຮັບການປິ່ນປົວ 17 ຄົນ, 46 ຄົນປອດໄພ. ໃນ​ຈຳນວນ​ຜູ້​ບາດ​ເຈັບ 17 ຄົນ, ມີ 8 ຄົນ​ໄດ້​ຖືກ​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ຫຼາຍຂະແໜງແຂວງ ​ແລະ ​ໂຮງໝໍ​ແມ່​ ແລະ ເດັກ ​ເພື່ອ​ປິ່ນປົວ​ຕື່ມ​ອີກ, ໃນ​ນັ້ນ​ມີ 2 ຄົນ​ອາການ​ສາຫັດ​ຍ້ອນ​ຖືກ​ຝັງ​ດິນ​ຕົມ​ເປັນ​ເວລາ​ດົນ​. ຄົນເຈັບບາງຄົນຍັງບໍ່ຮູ້ຂໍ້ມູນຈະແຈ້ງ ແລະ ບໍ່ມີຍາດພີ່ນ້ອງ.

ລະດົມ​ເຮືອບິນ ​ເຮ​ລິ​ຄອບ​ເຕີ ​ໄປ​ຊ່ວຍ​ເຫຼືອ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ນ້ຳ​ຖ້ວມ ກາວບັງ

ສຸມ​ທຸກກຳລັງ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ພະ​ຍຸລູກທີ 3

ໂດຍໄດ້ຮັບ​ຄຳ​ສັ່ງ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຕອນ​ບ່າຍ​ວັນ​ທີ 11 ກັນຍາ, ​ເຮືອບິນ EC-155-B1 ໝາຍເລກ VN-8621 ຂອງ​ບໍລິສັດ​ເຮ​ລິ​ຄອບ​ເຕີ​ພາກ​ເໜືອ, ພົນລະພາກຫຼວງ 18 (ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ) ໄດ້​ອອກ​ຈາກ​ສະໜາມ​ບິນ ຢາເລີມ, ຂົນ​ສົ່ງເຄື່ອງຊ່ວຍເຫຼືອບັນເທົາທຸກ​ໄປ​ເມືອງ ຫງວຽນ​ບິ່ງ (ແຂວງ ກາວ​ບັງ).

ສຸມ​ທຸກກຳລັງ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ພະ​ຍຸລູກທີ 3

​ເຄື່ອງ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ ​ມີ​ນ້ຳ​ດື່ມ, ອາ​ຫານ​ແຫ້ງ, ນ້ຳ​ນົມ, ໝີ່ສຳເລັດຮູບ...

ອຽນ​ບ໋າຍ: ເຂົ້າເຖິງ​ປະ​ຊາ​ຊົນທີ່ຖືກຕັດຂາດກັບພາຍນອກ​ເປັນ​ເວ​ລາ​ຫຼາຍ​ມື້ ຍ້ອນ​ໄພ​ນ້ຳ​ຖ້ວມ

ຕອນ​ເຊົ້າ​ວັນ​ທີ 11 ກັນຍາ, ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ໂດ້ດຶກຢຸຍ ແລະ ຄະນະປະຕິບັດງານ​ໄດ້ເຮັດວຽກກັບຕາ​ແສງ ອີກ່ານ, ເມືອງ ເຈີ໋ນອຽນ, ແຂວງ ອຽນບ໋າຍ ​ເພື່ອ​ຂ້າມ​ຂົວ ໂກ່ຟຸກ ເຂົ້າໄປເທດສະບານ​ໃຈກາງ​ເມືອງ - ບ່ອນໃຈກາງເຂດ​ນ້ຳ​ຖ້ວມ ທີ່ຖືກຕັດຂາດກັບພາຍນອກເປັນເວລາຫຼາຍມື້.

ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ພະ​ຍຸ​ເລກທີ 3

ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ໂດ້ດຶກຢຸຍ ໄດ້ລົງ​ກວດກາ​ບັນດາ​ເຂດ​ທີ່ຢູ່​ອາ​ໄສ​ທີ່ຖືກຕັດຂາດກັບພາຍນອກໂດຍນໍ້າຖ້ວມ. (ພາບ: ໜັງສືພິມ ອຽນບ໋າຍ)

ເຖິງວ່າ ລະດັບຂອງແມ່ນໍ້າ ຮົ່ງ ໃນຕອນເຊົ້າມື້ນີ້ ໄດ້ຫລຸດລົງປະມານ 1 ແມັດເມື່ອທຽບໃສ່ກັບລະດັບສູງສຸດຂອງນໍ້າຂຶ້ນ, ແຕ່ວ່າຜ່ານການລາຍງານຂອງເມືອງໃຫ້ຮູ້ວ່າ ຍັງມີ 10 ຕາແສງທີ່ໄດ້ຮັບຜົນກະທົບ, ໃນນັ້ນ 6 ຕາແສງ ແລະ ເທດສະບານລຽບຕາມແມ່ນ້ຳ ຮົ່ງ ທີ່ຍັງຖືກນໍ້າຖ້ວມເລິກກວ່າ 3 ແມັດ, ດ້ວຍປະມານ 2.500 ຄອບຄົວ, ປະຊາຊົນຈໍານວນຫຼາຍຍັງຖືກຕັດຂາດກັບພາຍນອກ ແລະ ລໍຖ້າໃຫ້ກຳລັງເຂົ້າມາຊ່ວຍເຫຼືອ.

ຢູ່ທີ່ນີ້, ທ່ານລັດຖະມົນຕີ ໂດ້ດຶກຢຸຍ ໄດ້ຊີ້ນຳການຊ່ວຍເຫຼືອຕ້ອງຮັບປະກັນຄວາມປອດໄພ ແລະ ສຸຂະພາບໃຫ້ປະຊາຊົນ ພາຍຫຼັງການຖືກຕັດຂາດກັບພາຍນອກເປັນເວລາຫຼາຍວັນ; ບຸລິມະສິດອັນດັບ 1 ແມ່ນການໄປເຖິງບໍລິເວນທີ່ພວມຕັດຂາດ ເພື່ອສະໜອງການໜູນຊ່ວຍໃຫ້ທັນເວລາ.

ກໍ່ໃນຕອນເຊົ້າວັນທີ 11 ກັນຍາ, ກອງບັນຊາການທະຫານແຂວງ ຍັງໄດ້ລະດົມກໍາລັງທະຫານ 100% ໄປໜູນຊ່ວຍເມືອງ ເຈີ໋ນອຽນ, ເຂົ້າຮ່ວມບັນດາການເຄື່ອນໄຫວຊ່ວຍເຫຼືອຢູ່ເຂດປະສົບກັບຄວາມຫຍຸ້ງຍາກ.

ປະຈຸ​ບັນ, ໃນບໍລິເວນຂອງບັນດາຕາແສງ, ເທດສະບານ​ຂອງ​ເມືອງ ​ເຈີ໋ນ​ອຽນ ທີ່​ຖືກ​ນ້ຳ​ຖ້ວມ​ຍັງ​ບໍ່​ທັນ​ມີ​ໄຟຟ້າ, ການ​ສື່​ສານ​ຍັງ​ຂາດຕອນ, ສະ​ນັ້ນ ​ຄວາມ​ຫຍຸ້ງ​ຍາກ​ຍັງ​ຢູ່​ຂ້າງ​ຫນ້າ, ປະ​ຊາ​ຊົນ​ຈໍາ​ນວນ​ຫຼາຍ​ມີ​ຄວາມ​ສ່ຽງ​ຕໍ່​ຄວາມ​ອຶດ​ຫິວ.

ສະພາກາແດງ ຫວຽດນາມ ​ໄດ້ຊ່ວຍເຫຼືອກ່ອງອຸປະຖຳ 300 ຖັງໃຫ້​ແຂວງ ລ້າງ​ເຊີນ​

ວັນ​ທີ 11 ກັນຍາ, ສະພາກາ​ແດງ​ແຂວງ ລ້າງ​ເຊີນ​ ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ​ຈຳນວນ 300 ຖັງໃຫ້​ປະຊາຊົນ​ຜູ້​ປະສົບ​ເຄາະ​ຮ້າຍ​ຍ້ອນ​ພະຍຸ​ເລກທີ 3 ຈາກສູນ​ກາງ​ສະພາກາ​ແດງ​ ຫວຽດນາມ.

ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ພະ​ຍຸ​ເລກທີ 3

ບັນດາ​ກຳລັງ​ເຂົ້າ​ຮ່ວມ​ການ​ຂົນ​ສົ່ງກ່ອງເຄື່ອງຊ່ວຍເຫຼືອໃຫ້​ປະຊາຊົນ​ໃຫ້​ປະຊາຊົນ​ຜູ້​ປະສົບ​ເຄາະ​ຮ້າຍ​ຍ້ອນ​ພະຍຸ​ເລກທີ 3 ຈາກສູນ​ກາງ​ສະພາກາ​ແດງ​ ຫວຽດນາມ. (ພາບ: ວາລະສານເຄື່ອງໝາຍການຄ້າ ແລະ ຫາງສຽງມະຫາຊົນ)

ຕາມນັ້ນແລ້ວ, ແຕ່ລະກ່ອງເຄື່ອງຊ່ວຍເຫຼືອມີມູນຄ່າກວ່າ 1 ລ້ານດົ່ງ, ລວມມີ: ຖັງຢາງ 75 ລິດ, ຄຸປະລາສະຕິກ 10 ລິດ, ຜ້າຫົ່ມແລນ 2 ຜືນ, ຜ້າມ່ານສອງຊັ້ນ, ໝໍ້ຂາງອາລູມີນຽມ, ໝໍ້ອາລູມີນຽມ, ເຕົ້ົ້ານ້້ຳອາລູມີນຽມ ແລະ ເຄື່ອງໃຊ້ຕ່າງໆເພື່ອຫນູນຊ່ວຍຄອບຄົວເຮືອນທີ່ຖືກນໍ້າຖ້ວມ.

ພາຍຫຼັງໄດ້ຮັບເຄື່ອງຊ່ວຍເຫຼືອແລ້ວ, ສະພາກາແດງແຂວງ ລ້າງເຊີນ ຈະຈັດຕັ້ງບັນດາຄະນະໄປມອບໂດຍກົງໃຫ້ບັນດາຄອບຄົວທີ່ໄດ້ຮັບຜົນກະທົບຈາກພະຍຸເລກທີ 3 ຢູ່ບັນດາເມືອງໃນແຂວງໂດຍໄວ.

ຫວຽດນາມ ສືບ​ຕໍ່​ວິວັດການຮຽກຮ້ອງ​ຄວາມ​ຍຸຕິ​ທຳ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ຫວຽດນາມ ສືບ​ຕໍ່​ວິວັດການຮຽກຮ້ອງ​ຄວາມ​ຍຸຕິ​ທຳ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ຍສໝ - “ເຖິງວ່າ​ຄຳ​ຮ້ອງ​ຟ້ອງ​ນີ້​ຖືກ​ສານອາເມລິກາ ​ປະ​ຕິ​ເສດ​ເຖິງ 3 ຄັ້ງ, ແຕ່​ສະ​ມາ​ຄົມ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຍັງ​ສືບ​ຕໍ່​ດຳ​ເນີນ​ການ​ຟ້ອງ​ຮ້ອງ​ຄັ້ງ​ທີ 4, ພວກຂ້າພະເຈົ້າ​ພວມ​ຮ້ອງ​ຟ້ອງ​ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ສານ​ເຄ​ມີ​ຂອງ​ອາເມລິກາ ຕ້ອງຮັບ​ຜິດ​ຊອບຕໍ່ການທີ່ໄດ້​ຊ່ວຍເຫຼືອທະ​ຫານ​ອາ​ເມ​ລິ​ກາ​ໃນ​ການ​ຫວ່ານສານ​ເຄ​ມີ​ສີ​ສົ້ມ/ດີ​ໂອ​ຊິນ, ເຊິ່ງ​ກໍ່​ໃຫ້​ເກີດ​ຜົນ​ສະ​ທ້ອນ​ຮ້າຍ​ແຮງ​ໃນ​ໄລ​ຍະ​ແຕ່​ປີ 1961-1971.

ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ​ 8 ແຫ່ງ ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ແຂວງ ​ກວາງຫງາຍ ເກືອບ 169 ຕື້​ດົ່ງ​​

ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ​ 8 ແຫ່ງ ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ແຂວງ ​ກວາງຫງາຍ ເກືອບ 169 ຕື້​ດົ່ງ​​

ຍສໝ - ນີ້​ແມ່ນ​ຂໍ້​ມູນ​ທີ່ໄດ້ຍົກອອກໃນກອງ​ປະຊຸມແຈ້ງ​ຂໍ້​ມູນ​ກ່ຽວ​ກັບ​ວຽກງານການຮັບເອົາ ແລະ ນຳ​ໃຊ້​ບ້ວງຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່​ແຂວງ ກວາງ​ຫງາຍ ໂດຍພະແນກພົວພັນຕ່າງປະເທດຂອງແຂວງ ຈັດ​ຕັ້ງ​​ໃນ​ຕົ້ນ​ເດືອນກໍລະກົດ 2024.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.