"ມູມຫວຽດນາມ" ຢູ່ Odessa (ຢູເກຼນ)

22:20 | 12/09/2024

ຍສໝ - ຫວ່າງແລ້ວນີ້, ທີ່ ຢູເກຼນ ໄດ້ຈັດພິທີ​ “​ມູມ​ຫວຽດນາມ” ​ ຂື້ນ​ໂດຍ​ສະຖານທູດ ​ຫວຽດນາມ ປະຈຳ ຢູເກຼນ ​ກັບປະຊາຊົນວົງຄະນາຍາດ ຫວຽດນາມ ປະກອບສ່ວນກໍ່ສ້າງ.

ກູບາ ສະແດງຄວາມເສຍໃຈກັບຫວຽດນາມ ຕໍ່ກັບຄວາມເສຍຫາຍທີ່ເກີດຈາກພະຍຸເລກທີ 3 ກູບາ ສະແດງຄວາມເສຍໃຈກັບຫວຽດນາມ ຕໍ່ກັບຄວາມເສຍຫາຍທີ່ເກີດຈາກພະຍຸເລກທີ 3
ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່​ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່​ສຳນັກງານເທດສະບານແຂວງ Kanagawa, ຍີ່ປຸ່ນ

ແນວຄວາມຄິດການອອກແບບທີ່ສ້າງສັນ ແລະ ເປັນເອກະລັກ ໂດຍບັນດານັກສິລະປະກອນ ຢູເກຼນ ອອກແບບ ແລະ ປະຕິບັດຢ່າງພິຖີພິຖັນ. ​ໃນ​ນັ້ນ ​ມັງກອນ​ທີ່​ມີ​ສີສັນ​ທີ່​ໜ້າ​ປະ​ທັບ​ໃຈ ພວມກ້ຽວພັນ, ບິນໄປໄກ, ​ ກິດຈະກຳ​ສິລະ​ປະ​ໄດ້​ສ້າງ​ຜົນງານ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ໂດດ​ເດັ່ນ​ຢູ່​ໃຈກາງ​ສວນສັດ Odessa.

ບໍ່​ພຽງ​ແຕ່​ສ້າງ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ, ພາກພູມໃຈ, ພ້ອມດຽວກັນນັ້ນຍັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາດ​ຖະ​ໜາ​ສັນ​ຕິ​ພາບ​​ຂອງ​ຊາວ​ ຫວຽດ​ນາມ ກັບ​ດິນ​ແດນ​ Odessa ​ທີ່​ຮັກແພງ​. ນອກຈາກ​ນັ້ນ,ກິດຈະກຳ​ຍັງ​ສ້າງ​ຈຸດເນັ້ນ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ໃກ້ ​ແລະ ​ໄກ​ມາ​ຢ້ຽມຢາມ​ສວນ​ສັດ Odessa.

ພິທີ​ເປີດ “​ມູມ​ຫວຽດນາມ” ​ໄດ້​ດຶງ​ດູດ​ວົງຄະນາຍາດຊາວ ຫວຽດນາມ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ Odessa ​ເຂົ້າ​ຮ່ວມ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ຢູເກຼນ ຫງວ້ຽນ​ຮົ່ງ​ແທ​ັກ ໃຫ້ຮູ້​ວ່າ ນີ້​ແມ່ນ​ລາຍການ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ ​ວົງຄະນາຍາດຊາວ ຫວຽດນາມ ​ແລະ ນະຄອນ Odessa.

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮົ່ງແ​ທ​ັກ ແລ້ວ, ຄົນ​ຫວຽດ​ນາມ ມີ​ຄຳ​ເວົ້າທີ່​ວ່າ “ແຜ່ນ​ດິນມີຄວາມສະຫງົບ, ນົກກໍ່​ຈະມາຢູ່ເຮັດຮັງ”. ນົກມັກຈະເລືອກດິນທີ່ດີເພື່ອອາໄສຢູ່. ຄົນເຮົາກໍ່ຄືກັນ ເລືອກສະຖານທີ່ດໍາລົງຊີວິດ ເພື່ອທໍາມາຫາກິນ. ປະຈຸບັນ Odessa ແມ່ນ​ບ່ອນທີ່ມີຊາວ ​ຫວຽດ​ນາມ ຫຼາຍ​ທີ່​ສຸດ​ໃນ ຢູເກຼນ​.

Các quan khách phát biểu tại lễ khánh thành.  ແຂກ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດ​.

ບັນດາແຂກ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດ​.

Odessa ສ້າງ​ເງື່ອນ​ໄຂ​ໃຫ້​ວົງຄະນາຍາດ​ຄົນ​ ຫວຽດ​ນາມ, ວົງຄະນາຍາດ​ຄົນ ຫວຽດ​ນາມ ກໍ່​ຕ້ອງມີ​ຄວາມ​ຮັບ​ຜິດ​ຊອບ​ປະ​ກອບ​ສ່ວນ​ໃຫ້ Odessa. ນັ້ນແມ່ນໂລຊິກຂອງການດຳລົງຊີວິດ ແລະ ໂລຊິກນັ້ນໄດ້ສະແດງອອກໂດຍກິດຈະກຳທີ່ພວກເຮົາເຮັດພິທີເປີດ.

"ຂ້າພະເຈົ້າດີໃຈຫຼາຍທີ່ທ່ານ Beliakov - ຜູ້ອໍານວຍການສວນສັດໄດ້ຕີລາຄາສູງແນວຄວາມຄິດ ແລະ ໂຄງການນີ້. ຂ້າພະເຈົ້າຫວັງວ່າ ປະຊາຊົນຂອງ Odessa ຈະມີຄວາມຮູ້ສຶກສະບາຍໃຈເມື່ອໄປຢ້ຽມຢາມສວນສັດ ແລະ ຊົມບັນດາກິດຈະກຳນີ້", ທ່ານເອກອັກຄະລັດຖະທູດໃຫ້ຮູ້.

Đây là công trình thể hiện tình hữu nghị giữa cộng đồng Việt Nam và thành phố Odessa.  ນີ້​ແມ່ນ​ໂຄງການ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາ​ຄົມ​ຫວຽດນາມ ​ແລະ ນະຄອນ Odessa.

ນີ້​ແມ່ນ​ກິດຈະກຳການ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາ​ຄົມຄົນ ​ຫວຽດນາມ ​ແລະ ນະຄອນ Odessa.

ແຂກ​ຜູ້​ເຂົ້າ​ຮ່ວມ​ພິ​ທີ​ເປີດງານ​ວາງ​ສະ​ແດງ “ມູມ​ຫວຽດ​ນາມ” ໄດ້​ຮັບຊົມ​ການ​ສະ​ແດງ​​ບັນ​ດາລາຍການທີ່ເປັນ​ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ ເຊັ່ນ: ການ​ຟ້ອນ​ສິງ​ໂຕ, ຂັບຮ້ອງ ກວານເຫາະ…

ອ.ສະຫວັດ

ເຫດການ
302 Found

Found

The document has moved here.