ບັນດາລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ ​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ພາຍຸ Yagi

22:26 | 15/09/2024

ຍສໝ - ໃນ​ຖະ​ແຫຼ​ງການ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ຊຶ້ງ​ຕໍ່​ຜົນ​ເສຍ​ຫາຍ​ຈາກ​ພາຍຸ Yagi ຢູ່​ຟີ​ລິບ​ປິນ, ຫວຽດນາມ, ລາວ, ​ໄທ, ຈີນ ​ແລະ​ບັນດາ​ປະ​ເທດອື່ນໆ.

Công tác hỗ trợ và di dời người dân được các cơ quan chức năng triển khai tại xã Hiền Lương, huyện Hạ Hòa, tỉnh Phú Thọ. Ảnh: TTXVN  ວຽກ​ງານ​ການ​ຊ່ວຍເຫຼືອ ​ແລະ ຍົກຍ້າຍ​ປະຊາຊົນ ​ແມ່ນ​ອຳນາດ​ການ​ປົກຄອງ​ຕາ​ແສງ ຮຽນ​ເລື່ອງ, ​ເມືອງ ຮາຮວາ, ​ແຂວງ ຟູ້​ເຖາະ. ພາບ: TTXVN

ວຽກ​ງານ​ການ​ຊ່ວຍເຫຼືອ ​ແລະ ຍົກຍ້າຍ​ປະຊາຊົນ ໂດຍບັນດາເຈົ້າໜ້າທີ່ຜັນຂະຫຍາຍຢູ່ຕາ​ແສງ ຮຽນ​ເລື່ອງ, ​ເມືອງ ຮາຮວາ, ​ແຂວງ ຟູ້​ເຖາະ. ພາບ: TTXVN

ຕາມ​ຂ່າວ​ຈາກ​ກະຊວງ​ການ​ຕ່າງປະ​ເທດ​ໃນ​ວັນ​ທີ 12 ກັນຍາ​ນີ້, ຕໍ່ບັນດາ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງເຖິງຊີວິດອິນຊີ ​ແລະ ​ຊັບ​ສິນ​ທີ່​ເກີດ​ຈາກ​ລົມ​ພາຍຸ​ Yagi ຢູ່​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ, ວັນ​ທີ 11 ກັນຍາ​ນີ້, ບັນດາລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ ໄດ້​ອອກ​ຖະ​ແຫຼງການ​ịວມ​ກ່ຽວ​ກັບ​ວຽກງານ​ນີ້.

ໃນ​ຖະ​ແຫຼ​ງການ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດຊຶ້ງຕໍ່​ຜົນ​ເສຍ​ຫາຍ​ຈາກ​ພາຍຸ​ໄຕ້​ຝຸ່ນ Yagi ຢູ່​ຟີ​ລິບ​ປິນ, ຫວຽດນາມ, ລາວ, ​ໄທ, ຈີນ ​ແລະ​ຫຼາຍ​ປະ​ເທດ.

​ບັນດາລັດຖະມົນຕີໄດ້ຢືນຢັນຄວາມສາມັກຄີກັບບັນດາປະເທດທີ່ໄດ້ຮັບຜົນກະທົບ ແລະ ກຽມພ້ອມໃນການຮ່ວມມື ແລະ ປະກອບສ່ວນເຂົ້າໃນການບັນເທົາທຸກ, ລວມມີທັງການຜ່ານສູນປະສານງານອາຊຽນ ເພື່ອການຊ່ວຍເຫຼືອດ້ານມະນຸດສະທໍາໃນການຄຸ້ມຄອງໄພພິບັດ (AHA Center).

ອ.ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.