ການ​ນຳ​ບັນດາ​ປະ​ເທດ ​ແລະອົງການ​ຈັດ​ຕັ້ງ​ສາກົນ ​ໄດ້​ຢື້ຢາມຖາມຂ່າວ, ​ແບ່ງປັນ​ກັບຫວຽດນາມ ກ່ຽວ​ກັບຜົນ​ເສຍ​ຫາຍ​ຈາກ​ພາຍຸ, ນ້ຳ​ຖ້ວມ

18:50 | 16/09/2024

ຍສໝ - ຕໍ່ກັບ​ບັນດາ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຈາກ​ພາຍຸ, ໄພ​ນ້ຳ​ຖ້ວມຢູ່ ຫວຽດນາມ, ການ​ນຳ​ຂອງ​ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຈຳນວນ​ໜຶ່ງ​ໄດ້​ສົ່ງ​ໂທລະເລກຢື້ຢາມເຖິງການ​ນຳ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ.

ອາ​ເມ​ລິ​ກາ ຈະ​ໜູນ​ຊ່ວຍ​ສຸກ​ເສີນ 1 ລ້ານ USD ​ໃຫ້ ຫວຽດນາມ ​ເພື່ອ​ແກ້​ໄຂ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸລູກທີ 3
ນ້ຳ​ຖ້ວມ​ຢູ່​ແມ່​ນ້ຳ ທາວ ທີ່ອຽນ​ບ໋າຍ ​ເກີນ​ຂີດສະຖິຕິໃນປະ​ຫວັດ​ສາດ​ເມື່ອ​ປີ 1968 ເກືອບ 1 ແມັດ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ສົ່ງຄຳຢື້ຢາມຢ່າງຈິງໃຈ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເຖິງບັນດາການນຳຂັ້ນສູງຂອງ ຫວຽດນາມ, ກໍ່ຄືພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ພິເສດແມ່ນອຳນາດການປົກຄອງ ແລະ ຄອບຄົວຜູ້ປະສົບເຄາະຮ້າຍໃນໄພ​ພິ​ບັດ​ທໍາ​ມະ​ຊາດຄັ້ງນີ້. ການ​ນຳ​ຂັ້ນ​ສູງ​ສອງທ່ານຂອງ​ປະ​ເທດ​ລາວ ໄດ້ສະແດງຄວາມເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ ​ແລະ ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ໃກ້ຊິດ​ຂອງ​ພັກ, ລັດຖະບານ ຫວຽດນາມ ນັບ​ແຕ່​ສູນ​ກາງ​ລົງຮອດ​ທ້ອງ​ຖິ່ນ, ປະຊາຊົນ ຫວຽດນາມ ອ້າຍນ້ອງ ຈະ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ແລະ ​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ​ຈະ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ.

ການ​ນຳ​ບັນດາ​ປະ​ເທດ ​ແລະອົງການ​ຈັດ​ຕັ້ງ​ສາກົນ ​ໄດ້​ຢື້ຢາມຖາມຂ່າວ, ​ແບ່ງປັນ​ກັບຫວຽດນາມ ກ່ຽວ​ກັບຜົນ​ເສຍ​ຫາຍ​ຈາກ​ພາຍຸ, ນ້ຳ​ຖ້ວມ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເຂົ້າຮ່ວມຊ່ວຍເຫຼືອປະຊາຊົນບັນດາແຂວງພາກເໜືອ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. (ພາບ: TTXVN)

ໂດຍ​ເຂົ້າ​ຮ່ວມ​ພິທີປຸກລະດົມຊ່ວຍເຫຼືອປະຊາຊົນ​ຜ່ານ​ຜ່າ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸ​ເລກທີ 3 ຢູ່​ນະຄອນ ​ໂຮ່ຈິ​ມິນ ​ໃນ​ວັນ​ທີ 12 ກັນຍາ ​ເນື່ອງ​ໃນ​ໂອກາດການໄປ​ຢ້ຽມຢາມ​ທາງ​ລັດຖະກິດ ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ແລະ ພັນ​ລະ​ຍາ ທ່ານນາງ ນາ​ລີ ສີ​ສຸ​ລິດ, ພ້ອມກັບສະມາຊິກຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ເຂົ້າ​ຮ່ວມ​ການ​ຊ່ວຍເຫຼືອ​ປະຊາຊົນ​ບັນດາ​ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸ​ເລກທີ 3.

ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີສຽງ ໄດ້​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ເລິກ​ເຊິ່ງ ​ແລະ ສົ່ງ​ຄຳຢື້ຢາມຢ່າງ​ຈິງ​ໃຈຕໍ່ປະຊາຊົນ​ເຂດ​ປະສົບ​ໄພ; ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການນຳພາ​ຂອງ​ພັກ, ລັດຖະບານ ຫວຽດນາມ, ປະຊາຊົນ​ບັນດາ​ເຂດ​ປະສົບ​ໄພ​ ​ຈະ​ຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່, ການ​ຜະລິດ​ເປັນ​ປົກກະຕິ​ໂດຍ​ໄວ.

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ ກຳປູ​ເຈຍ ຫວັງ​ວ່າ ປະຊາຊົນ​ຫວຽດນາມ ຈະ​ຜ່ານ​ຜ່າ​ຄວາມ​ເສຍ​ຫາຍ​ອັນ​ເຈັບ​ປວດນີ້ໄດ້ໂດຍ​ໄວ, ເຮັດໃຫ້​ຊີວິດ​ກັບຄືນສູ່ປົກກະຕິໂດຍໄວ; ເຊື່ອ​ໝັ້ນ​ວ່າ ປະ​ຊາ​ຊົນ ​ຫວຽດ​ນາມ ອ້າຍນ້ອງຈະ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ແນ່ນອນ.

ທ່ານ Miguel Díaz-Canel Bermúdez ເລຂາຜູ້ທີໜຶ່ງ, ປະທານປະເທດ ກູບາ ໄດ້ສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງພັກ, ລັດ ແລະ ປະຊາຊົນຫວຽດນາມ; ຢືນຢັນ​ວ່າ ກູ​ບາ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ໄລຍະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ນີ້.

ທ່ານ Dmitry Medvedev ປະທານ​ພັກສະຫະພັນ ລັດເຊຍ ເອກະພາບ, ຮອງ​ປະທານ​ສະພາ​ຄວາມ​ໝັ້ນຄົງ ​ສະຫະພັນ​ ລັດເຊຍ ​ໄດ້​ສົ່ງ​ຄວາມ​ເສົ້າສະຫຼົດ​ໃຈ​ເຖິງ​ຄອບຄົວ ​ແລະ ຍາດ​ພີ່ນ້ອງ​ຂອງ​ຜູ້​ເສຍ​ຊີວິດ.

ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Yoon Suk Yeol ​ໄດ້​ສົ່ງ​ຄວາມ​ເສົ້າສະຫຼົດ​ໃຈ​ຢ່າງສຸດຊຶ້ງເຖິງ​ປະຊາຊົນ ​ຫວຽດນາມ; ປາດ​ຖະໜາ​ວ່າ ຫວຽດນາມ ຈະຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພາຍຸ​ໂດຍ​ໄວ ​ແລະ ກັບ​ຄືນ​ສູ່​ຊີວິດທີ່ເປັນປົກກະຕິ.

ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ​ໄດ້​ສົ່ງ​ຄຳໃຫ້ກຳລັງໃຈຢ່າງ​ຈິງ​ໃຈ​ເຖິງ​ປະຊາຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພາຍຸ ​ແລະ ​ເນັ້ນ​ໜັກ​ວ່າ ຍີ່ປຸ່ນ ຍາມ​ໃດ​ກໍ່ຮ່ວມເດີນທາງ ແລະ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ເພື່ອ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພາຍຸນີ້.

ທ່ານ​ປະທານາທິບໍດີ ຝຣັ່ງ Emmanuel Macron ​ໄດ້​ສະ​ແດງ​ຄວາມ​ສາມັກຄີ​ກັບ​ຫວຽດນາມ ​ແລະ ຝຣັ່ງ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ເພື່ອ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພາຍຸ.

ປະທານາທິບໍດີ ກາຊັກສະຖານ; ປະທານາທິບໍດີ ມົງໂກນ; ປະທານາທິບໍດີ ໂມຊຳບິກ; ປະທານາທິບໍດີ ນິກາຣາກວາ; ປະທານ​ປະ​ເທດ ປາ​ແລັດ​ສະ​ຕີນ, ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ອົງການ​ປົດ​ປ່ອຍ ປາ​ແລັດ​ສະ​ຕີນ; ປະທານາທິບໍດີ ແຟງລັງ; ປະທານາທິບໍດີ ຕວັກກີ ແລະ ອົງການ UNESCO ກໍ່​ໄດ້​ສົ່ງ​ຈົດໝາຍ, ໂທລະ​ເລກ​ຢື້ຢາມ ແລະ ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການ​ສູນ​ເສຍ, ຜົນ​ກະທົບ​ຢ່າງ​ໜັກໜ່ວງຈາກ​ພາຍຸເລກທີ 3 ຕໍ່​ປະ​ເທດຊາດ ​ແລະ ປະຊາຊົນ ຫວຽດນາມ.

​ເນື່ອງ​ໃນ​ໂອກາດ​ນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ​ຈີນ, ກູ​ບາ, ສ.​ເກົາ​ຫຼີ, ຍີ່​ປຸ່ນ, ຮົງ​ກາ​ລີ ກໍ່​ໄດ້​ສົ່ງໂທລະເລກສະແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ເຖິງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍແທງເຊີນ.

ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ. ຕໍ່ກັບຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ຈາກ​ພະຍຸ​ເລກທີ 3, ຫວຽດນາມ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ຈາກ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ບັນດາ​ປະ​ເທດ.

ການ​ນຳ​ບັນດາ​ປະ​ເທດ ​ແລະອົງການ​ຈັດ​ຕັ້ງ​ສາກົນ ​ໄດ້​ຢື້ຢາມຖາມຂ່າວ, ​ແບ່ງປັນ​ກັບຫວຽດນາມ ກ່ຽວ​ກັບຜົນ​ເສຍ​ຫາຍ​ຈາກ​ພາຍຸ, ນ້ຳ​ຖ້ວມ

ຜູ້ຕາງໜ້າ​ກົມ​ຄຸ້ມ​ຄອງຄັນຄູ ແລະ ປ້ອງກັນ​ໄພ​ທຳ​ມະ​ຊາດ ໄດ້​ຮັບເຄື່ອງຊ່ວຍເຫຼືອ​ຈາກ​ສູນ AHA ຢູ່​ສະໜາມ​ບິນ​ ໂນ້ຍບາຍ ​ໃນ​ວັນ​ທີ 13 ກັນຍາ. (ພາບ: ກົມຄຸ້ມຄອງຄັນຄູ ແລະ ປ້ອງກັນໄພທຳມະຊາດ)

ເຄື່ອງຊ່ວຍເຫຼືອ​ຂອງ​ສູນ AHA ​ໄດ້​ຂົນ​ສົ່ງໃນ 3 ຖ້ຽວ​ໄປ​ຍັງ​ສະໜາມ​ບິນ ​ໂນ້ຍ​ບາຍ ລວມມີ ຊຸດເຄື່ອງ​ໃຊ້​ຄົວ​ເຮືອນ, ຊຸດ​ສ້ອມ​ແປງ​ເຮືອນ, ​ຊຸດ​ເຄື່ອງ​ໃຊ້​ໃນເຮືອນຄົວ, ຊຸດ​ອະນາ​ໄມ​ສ່ວນ​ຕົວ ດ້ວຍ​ຍອດ​ມູນ​ຄ່າ​ປະມານ 254.091 USD (​ເທົ່າ​ກັບ 6,2 ຕື້​ດົ່ງ) ​ເພື່ອ​ໂອນ​ໃຫ້ແຂວງ ອຽນບ໋າຍ ​ແລະ ລາວກາຍ.

ວັນ​ທີ 11 ກັນຍາ, ອົດ​ສະ​ຕາ​ລີ ກໍ່ໄດ້​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນ​ຊຸດ​ທຳ​ອິດ​ໄປຍັງ ​ຮ່າ​ໂນ້ຍ. ອົງ​ການ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ (JICA) ກໍ່​ໜູນ​ຊ່ວຍ ຫວຽດ​ນາມ, ຄາດ​ວ່າ​ ບັນ​ດາ​ເຄື່ອງ​ຊ່ວຍ​ເຫຼືອ​ຂອງ JICA ຈະ​​ສົ່ງ​ເຖິງ​ສະ​ໜາມ​ບິນ ໂນ້ຍບາຍ ໃນ​ວັນ​ທີ 16 ຫຼື 17 ກັນຍາ. ກໍ່ໃນວັນທີ 13 ກັນຍາ, ໂຄງການພັດທະນາສະຫະປະຊາຊາດ (UNDP) ໄດ້ມອບເຄື່ອງໃຊ້ໃນຄົວເຮືອນທີ່ໄລ່ຮອດຄວາມຕ້ອງການຂອງແມ່ຍິງ ແລະ ຄົນພິການ 700 ຊຸດໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເພື່ອໜູນຊ່ວຍບັນດາຊຸມ​ຊົນ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຈາກ​ພະ​ຍຸ​ເລກທີ 3 (ພະ​ຍຸ​ໄຕ້​ຝຸ່ນ Yagi) ຢູ່​ແຂວງ ອຽນບ໋າຍ.

[ຮູບ​ພາບ] ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ໄດ້​ພົບ​ປະ​ກັບອະດີດ​ທະຫານ​ອາສາ​ສະໝັກ

[ຮູບ​ພາບ] ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ໄດ້​ພົບ​ປະ​ກັບອະດີດ​ທະຫານ​ອາສາ​ສະໝັກ

ຍສໝ - ​ໃນ​ຂອບ​ເຂດ​ການຢ້ຽມຢາມທາງ​ລັດຖະກິດ ຫວຽດນາມ, ​ວັນ​ທີ 11 ກັນຍາ ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ແຫ່ງ ສປປ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ມີ​ການ​ພົບ​ປະ​ກັບ​ອະດີດ​ທະຫານ​ອາສາ​ສະໝັກ, ນັກ​ຊ່ຽວຊານ​ຫວຽດນາມ ​ແລະ ລຸ້ນໜຸ່ມ ຫວຽດນາມ - ລາວ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ, ປະທານ​ປະ​ເທດ ...

ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮຽກ​ຮ້ອງການ​ອຸ​ປະ​ຖໍາ​ຊ່ວຍເຫຼືອ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະ​ຍຸ​ລູກທີ 3

ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮຽກ​ຮ້ອງການ​ອຸ​ປະ​ຖໍາ​ຊ່ວຍເຫຼືອ​ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະ​ຍຸ​ລູກທີ 3

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ສະ​ໜອງ​ເຂົ້າ​ສານສໍາຮອງ​ໃຫ້​ປະ​ຊາ​ຊົນ​ໂດຍ​ໄວ, ພ້ອມ​ກັນ​ນັ້ນ​ ກໍ່ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ເສີມ​ຂະ​ຫຍາຍ​ມູນເຊື້ອສາມັກຄີຮັກແພງ​... ຂໍ້​ມູນໄດ້ຍົກຂື້ນ​ໃນ​ກອງ​ປະ​ຊຸມ​​ຕີ​ລາ​ຄາ​ວຽກ​ງານ​ຊີ້​ນຳ​ການຮັບມື, ສະ​ພາບ​ຄວາມ​ເສຍ​ຫາຍ ແລະ ຜັນຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ຮີບດ່ວນຂອງ​ພະຍຸ​ລູກທີ 3 ເຊິ່ງ​ໄດ້​ດຳ​ເນີນ​ໃນ​​ວັນ​ທີ 8 ກັນຍາ ຢູ່​ຮ່າ​ໂນ້ຍ ​ໂດຍ​ການເປັນປະທານຂອງທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິ​ງ​ຈິ້ງ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.