ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ, ໄທ: ເປີດກວ້າງ​ການ​ຮ່ວມ​ມື, ເຊື່ອມ​ຕໍ່​ແບບ​ຍືນ​ຍົງ

18:53 | 16/09/2024

ຍສໝ - ວັນ​ທີ 13 ກັນຍາ, ຢູ່​ແຂວງ ຊົນບູຣີ (​ໄທ), ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ໄທ ​ແລະ ສະມາຄົມ​ມິດຕະພາບ ​ໄທ - ຫວຽດນາມ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມຮ່ວມຄັ້ງ​ທີ 13. ນີ້​ແມ່ນ​ກອງ​ປະຊຸມ​ປະຈຳ​ປີ​ຕາມກົນໄກໜູນວຽນ ​ເພື່ອ​ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ຈາກ​ກອງ​ປະຊຸມ​ທີ່​ຜ່ານ​ມາ, ພ້ອມ​ກັນ​ນັ້ນ ກໍ່ໄດ້​ແລກປ່ຽນ ແລະ ເຫັນດີເປັນເອກະພາບບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມືລະອຽດໃນ​ໄລຍະ​ຈະ​ມາ​ເຖິງ.

ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນ​ພັດທະນາ​ການ​ພົວພັນ ​ຫວຽດນາມ-​ຈີນ ແບບ​ຍືນ​ຍົງ
ທ່ານ ເຈີນຮ້ຽວ ດຳລົງ​ຕຳ​ແໜ່ງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ສ. ເກົາ​ຫຼີ ຢູ່​ນະ​ຄອນດາ​ນັ້ງ ​ໄລ​ຍະ 2024-2029
ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ, ໄທ: ເປີດກວ້າງ​ການ​ຮ່ວມ​ມື, ເຊື່ອມ​ຕໍ່​ແບບ​ຍືນ​ຍົງ

ກອງ​ປະຊຸມ​ຮ່ວມ​ຄັ້ງ​ທີ 13 ລະຫວ່າງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ໄທ ​ແລະ ສະມາຄົມ​ມິດຕະພາບ ​ໄທ - ຫວຽດນາມ.

ທ່ານ Sanan Angubolkul, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ໄທ-ຫວຽດ​ນາມ ໄດ້​ສະແດງຄວາມຍິນ​ດີ​ຕ້ອນ​ຮັບ​ຄະ​ນະ​ປະຕິບັດງານ ຫວຽດ​ນາມ ໂດຍ​ພົນໂທ ຮສ.ປອ ຫງວຽນ​ວັນ​ແທ່ງ, ອະ​ດີດ​ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ປະ​ທານ​ສະ​ພາ​ທິດ​ສະ​ດີສູນການພັກ​ກອມ​ມູນິດ​ ຫວຽດນາມ, ປະທານ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ໄທ. ທ່ານ​ໄດ້​ແບ່ງປັນ​ຄວາມເຈັບ​ປວດ​ຂອງ​ການ​ສູນ​ເສຍ​ທີ່​ເກີດ​ຈາກ​ພາຍຸ Yagi ຢູ່ ຫວຽດນາມ, ພ້ອມກັນນັ້ນ ​ກໍ່ຢືນຢັນ​ວ່າ ການ​ພົວພັນສອງຝ່າຍລະຫວ່າງ 2 ປະ​ເທດ​ຈະ​ນັບ​ມື້​ນັບ​ເຂັ້ມແຂງ ໂດຍຜ່ານບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ປະຊາຊົນ​. ທ່ານກໍ່ໄດ້ສະແດງຄວາມປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ສະມາຄົມ​ໃຫ້​ກາຍ​ເປັນຮູບແບບທີ່ເປັນແບບຢ່າງ​ໃນ​ວຽກງານທາງ​ການ​ທູດ​​ປະຊາຊົນ.

ທ່ານ ຫງວຽນ​ວັນ​ແທ່ງ ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່ບັນດາບາດກ້າວພັດທະນາ​ອັນ​ດີງາມໃນການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ຄ້າ, ການທ່ອງທ່ຽວ​ວັດທະນະທຳ..., ພົ້ນເດັ່ນ​ແມ່ນ​ການ​ເປີດຖະໜົນ ຫວຽດນາມ ​ແຫ່ງ​ທຳ​ອິດ​ຢູ່ ​ໄທ ​ແລະ ສ້າງ​ຕັ້ງ​ສູນການສຶກ​ສາ​ຫວຽດ​ນາມ 2 ແຫ່ງ ຢູ່ມະຫາວິທະຍາໄລ ຣາດຊະພັດ ອຸດອນທານີ ແລະ ວິທະຍາໄລການຮຽນຮູ້ ​ອາ​ຊີ ຢູ່​ນະ​ຄອນ ຂອນແກ່ນ. ທ່ານ ຫງວຽນ​ວັນ​ແທ່ງ ໄດ້ສົ່ງຄວາມຂອບ​ອົກ​ຂອບ​ໃຈຕໍ່ການ​ນຳ ​ແລະ ປະຊາຊົນ​ໄທ ທີ່​ໄດ້​ແບ່ງປເບົາຄວາມ​ເສຍ​ຫາຍ​ໃຫ້​ແກ່ ຫວຽດນາມ ຍ້ອນ​ພາຍຸ Yagi ​ແລະ ຄວາມ​ຫຍຸ້ງຍາກ​ທີ່​ ໄທ ​ປະເຊີນໜ້າຍ້ອນ​ໄພ​ນ້ຳ​ຖ້ວມ​ຢູ່​ ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ.

ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ, ໄທ: ເປີດກວ້າງ​ການ​ຮ່ວມ​ມື, ເຊື່ອມ​ຕໍ່​ແບບ​ຍືນ​ຍົງ

ທ່ານ Sanan Angubolkul (ທີ່​ສອງ​ຈາກ​ຊ້າຍ), ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ໄທ ທີ່​ກອງ​ປະ​ຊຸມຮ່ວມ.

ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ​ ໄທ ໄດ້ຢືນຢັນ​ວ່າ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ; ສະແດງຄວາມປາດ​ຖະໜາ​ຢາກ​ຍົກ​ລະດັບ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ຢ່າງ​ໂດຍ​ໄວ. ທ່ານໄດ້ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສອງ​ສະມາຄົມ, ຢືນຢັນ​ວ່າ ບັນດາ​ການ​ເຄື່ອນ​ໄຫວການທູດ​ປະຊາຊົນ​ຂອງສອງສະມາຄົມຈັດ​ຕັ້ງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ ຫວຽດນາມ - ​ໄທ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໄທ ຈະ​ຊຸກຍູ້​ການ​ພົວພັນ​ກັບ ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ຍຸດ​ທະ​ສາດ “ສາມ​ເຊື່ອມ​ຕໍ່”, ບັນດາ​ໂຄງການປຶກສາຫາລືພາກ​ພື້ນ​ແມ່​ນ້ຳຂອງ​ມີ​ຄວາມ​ຍືນ​ຍົງ​ກວ່າ...

ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫວຽດຮຸ່ງ ຕີ​ລາຄາ​ວ່າ ການ​ນຳ​ຂອງ 2 ສະມາຄົມໄດ້​ຜັນ​ຂະຫຍາຍ​ຫຼາຍ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຢ່າງ​ໝັ້ນຄົງ. ຢືນຢັນ​ວ່າ ສະຖານທູດ ຫວຽດນາມ ປະຈຳ ​ໄທ ຈະ​ສືບ​ຕໍ່​ຮ່ວມ​ເດີນທາງກັບ​ບັນດາ​ການ​ເຄື່ອນ​ໄຫວເຫຼົ່ານີ້, ພິ​ເສດ​ແມ່ນ​ມຸ່ງໄປເຖິງສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ໄທ.

ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ, ໄທ: ເປີດກວ້າງ​ການ​ຮ່ວມ​ມື, ເຊື່ອມ​ຕໍ່​ແບບ​ຍືນ​ຍົງ

ທ່ານ ຫງວຽນ​ວັນ​ແທ່ງ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ກ່າວ​ຄຳປາໄສ​ທີ່​ກອງ​ປະຊຸມ.

ໃນຊຸມປີຜ່ານມາ, 2 ສະມາຄົມໄດ້ສົມທົບກັນຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ, ເປັນຕົ້ນແມ່ນເວທີປາໄສວິສາຫະກິດ ຫວຽດນາມ - ໄທ ຢູ່ ບາງກອກ (ໄທ), ກອງປະຊຸມຄັ້ງທີ 12 ຢູ່ນະຄອນ ດານັງ ແລະ ຫຼາຍລາຍການຮ່ວມມືກ່ຽວ​ກັບ​ເສດ​ຖະ​ກິດ, ວັດ​ທະ​ນະ​ທໍາ, ກິ​ລາ, ສາທາລະນະສຸກ...

2 ຝ່າຍ​ເຫັນ​ດີ​ເປັນ​ເອກະພາບ​ ຈະ​ຊຸກຍູ້​ບາງການ​ເຄື່ອນ​ໄຫວໃນ​ໄລຍະ​ຈະ​ມາ​ເຖິງ​ຄື: ມອບ​ເຄື່ອງ​ຈັກ​ເອໂກໃຫ້​ສູນ​ການ​ແພດ​ເມືອງ​ ນາມດ່ານ​ (​ເງ້ອານ); ຮ່ວມ​ມື​ດ້ານ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ໜູນ​ຊ່ວຍ​ນັກ​ສຶກສາ​ຫວຽດນາມ ທີ່​ຮ່ຳຮຽນ​ຢູ່​ມະຫາວິທະຍາ​ໄລ​ສະພາ​ການ​ຄ້າ​ໄທ; ຈັດຕັ້ງພິທີສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ, ແນະນຳຜະລິດຕະພັນ OCOP ແລະ OTOP ຢູ່ແຂວງ ອຸດອນທານີ; ແຮກສ່ຽວທ້ອງຖິ່ນ; ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຂອງ​ສອງ​ສະ​ມາ​ຄົມ​ ຢູ່ ຫວຽດ​ນາມ ໃນປີ 2025...

ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ, ໄທ: ເປີດກວ້າງ​ການ​ຮ່ວມ​ມື, ເຊື່ອມ​ຕໍ່​ແບບ​ຍືນ​ຍົງ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ.

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມປະຕິບັດງານ, ​ໃນ​ວັນ​ທີ 12 ກັນຍາ, ຄະນະປະຕິບັດງານຂອງສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ​ໄດ້​ເຂົ້າ​ຮ່ວມ​ລາຍການ​ປຶກສາ​ຫາລື​ກ່ຽວ​ກັບ​ຍຸດ​ທະ​ສາດ “ສາມ​ເຊື່ອມ​ຕໍ່” ລະຫວ່າງ ຫວຽດນາມ - ​ໄທ. ຝ່າຍ​ໄທ ​ຢືນຢັນ​ຈະ​ບຸລິມະສິດ​​ແຫຼ່ງຊັບພະຍາກອນ ແລະ ຂຸດ​ຄົ້ນ​ບັນດາ​ທ່າ​ໄດ້​ປຽບ​ຈາກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ເພື່ອພ້ອມກັນ​ພັດທະນາ​ແບບ​ຍືນ​ຍົງ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ລວມ​ຂອງ​ພາກ​ພື້ນ.

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ

ຍສໝ​ - ນີ້​ແມ່ນ​ເນື້ອ​ໃນ​ປຶກສາ​ຫາລື​ທີ່ບັນດາ​ການ​ພົບ​ປະ​ລະຫວ່າງ​ ທ່ານ​ລັດຖະມົນຕີ​ກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ກັບທ່ານ​ຮອງ​ປະທານ​ສະພາ​ສູງ Nagahama Hiroyuki; ທ່ານ​ນາງ Miyazaki Katsura ຮອງ​ປະທານ​ອົງການ​ຮ່ວມ​ມື​ສາກົນ ​ຍີ່ປຸ່ນ (JICA) ແລະ ທ່ານ Suzuki Naomichi ຜູ້ວ່າການ​ແຂວງ Hokkaido ​ເຊິ່ງໄດ້​ດຳ​ເນີນ​ໃນ​ວັນ​ທີ 9 ສິງຫາ ຢູ່ ...

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ຍສໝ​ - ວັນທີ 6 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕ້ອນຮັບທ່ານ Kwon Sung-taek, ປະທານສະມາຄົມເສດຖະກິດ, ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ເນື່ອງໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ມີງດຶກ

ເຫດການ
302 Found

Found

The document has moved here.