![]() | ນະຄອນໂຮ່ຈິມິນ ແລະກາເມົາ ສົມທົບກັນເຄື່ອນໄຫວວຽກງານການທູດປະຊາຊົນ ໄລຍະ 2024 – 2028 |
![]() | ສີ່ໜ້າທີ່ສຳຄັນຂອງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ນະຄອນ ຮ່າໂນ້ຍ ໃນ 6 ເດືອນທ້າຍປີ |
ກ່າວຄຳປາໄສທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ຟ້າມທິແທ່ງບິ່ງ ໄດ້ຕີລາຄາສູງການອັບເດດບັນດາຂໍ້ມູນ, ນະໂຍບາຍພັດທະນາຂອງນະຄອນ ໂຮ່ຈີມິນ ແລະ ນະໂຍບາຍໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງທັນການ. ຄະນະປະຕິບັດງານ ກໍ່ໄດ້ແຈ້ງໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ຽວກັບບັນດາການເຄື່ອນໄຫວທີ່ພົ້ນເດັ່ນໃນວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໃນໄລຍະມໍ່ໆມານີ້ ແລະ ໃນ 9 ເດືອນຕົ້ນປີ 2024. ໃນນັ້ນ ມີແຜນການຜັນຂະຫຍາຍມະຕິເລກທີ 98/2023/QH15 ຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍສະເພາະເພື່ອພັດທະນານະຄອນ ໂຮ່ຈິມິນ; ໂຄງການ “ໂຄງການນະໂຍບາຍເສີມຂະຫຍາຍຢ່າງມີສິດທິຜົນແຫຼ່ງກຳລັງການສົ່ງເງິນຕາຕ່າງປະເທດກັບຄືນມາປະເທດ ຂອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ບົນບໍລິເວນນະຄອນ ໂຮ່ຈິມິນ ນັບແຕ່ນີ້ຮອດປີ 2030”.
![]() |
ບັນຍາກາດທີ່ກອງປະຊຸມ. |
ທີ່ກອງປະຊຸມ, ທ່ານນາງ ງ່າຫງວຽນ, ປະທານສະມາຄົມຊາວຫວຽດນາມ ປະຈໍາ ແຟງລັງ ສະເໜີໃຫ້ນະຄອນ ໂຮ່ຈີມິນ ຄວນມີນະໂຍບາຍບຸລິມະສິດ ແລະ ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີໄລຍະພັກເຊົາຢູ່ນະຄອນ ໂຮ່ຈີມິນ ທີ່ຍາວ, ກໍ່ຄືເມື່ອດຳລົງຊີວິດຢູ່ ນະຄອນ ໂຮ່ຈິມິນ ຈະໄດ້ຊົມໃຊ້ບັນດາການບໍລິການທາງການແພດ, ສັງຄົມຄືກັບປະຊາຊົນທ້ອງຖິ່ນ.
ທ່ານນາງ ເລທິຫງອກຢາວ, ຜູ້ຕາງໜ້າສະມາຄົມນັກຊ່ຽວຊານປັນຍາຊົນຊາວຫນຸ່ມ ຫວຽດນາມ ປະຈໍາ ແຟງລັງ ໄດ້ສະເໜີບາງແນວຄວາມຄິດເພື່ອແລກປ່ຽນຂໍ້ມູນ, ແບ່ງປັນບັນດາວິຊາສະເພາະໃນບາງຂົງເຂດທີ່ມີທ່າແຮງຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ເຕັກໂນໂລຢີສູງ. ທ່ານນາງ ຢາວ ໄດ້ສະເໜີບາງມາດຕະການແກ້ໄຂໃຫ້ນະຄອນ ໂຮ່ຈີມິນ ເພື່ອດຶງດູດຜູ້ທີ່ມີຄວາມສາມາດກັບຄືນເມືອປະກອບສ່ວນເຂົ້າໃນນະຄອນ.
ທ່ານນາງ ຫງວຽນທິເລ້, ປະທານສະພາປະຊາຊົນນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ ມະຕິເລກທີ 98 ໄດ້ອະນຸຍາດໃຫ້ນະຄອນ ໂຮ່ຈິມິນ ທົດລອງບັນດາກົນໄກນະໂຍບາຍໃໝ່. ໃນນັ້ນ ມີຫຼາຍຂົງເຂດທີ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດສາມາດເຂົ້າຮ່ວມ, ໃຫ້ຄຳເຫັນ, ສະເໜີຄວາມເຫັນ, ສົມທົບກັນກໍ່ສ້າງນະຄອນ ໂຮ່ຈີມິນ ສົມກັບເປັນກຳລັງຫຼັກແຫຼ່ງຂອງປະເທດທັງໝົດ ກ່ຽວກັບເສດຖະກິດ, ວິທະຍາສາດ, ເຕັກໂນໂລຢີ... ໂດຍໄດ້ຮັບຮູ້ບັນດາຄຳເຫັນ, ຂໍ້ສະເໜີຂອງບັນດາຜູ້ແທນທີ່ກອງປະຊຸມ, ທ່ານນາງ ເລ້ ໃຫ້ຮູ້ວ່າ ນະຄອນ ໂຮ່ຈິມິນ ຈະຄົ້ນຄວ້າ, ເປັນເສນາທິການເພື່ອຜັນຂະຫຍາຍ; ພ້ອມກັນນັ້ນ, ກໍ່ສະເໜີໃຫ້ລັດຖະບານ ຫວຽດນາມ ກ່ຽວກັບບັນດາຂໍ້ສະເໜີທີ່ເກີນສິດອຳນາດ.
ທ່ານນາງ ຫງວຽນທິເລ້ ກໍ່ສະແດງຄວາມປະທັບໃຈເມີ່ອປະຊາຄົມຊາວຫວຽດນາມ ໄດ້ ແລະ ພວມເຊື່ອມໂຍງເຂົ້າກັບສັງຄົມ ແຟງລັງ ເປັນຢ່າງດີ, ປະກອບສ່ວນສ້າງຮູບພາບອັນດີງາມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກໍ່ຄືບັນດາຄວາມມານະພະຍາຍາມຂອງປະຊາຄົມຊາວຫວຽດນາມ ໃນການຮັກສາວັດທະນະທໍາ, ພາສາຫວຽດນາມ ຢູ່ຕ່າງປະເທດ. ທ່ານຢືນຢັນວ່າ ນະຄອນ ໂຮ່ຈິມິນ ແລະ ແຟງລັງ ມີຫຼາຍຈຸດຄ້າຍຄືກັນ, ສະນັ້ນ, ນະຄອນ ໂຮ່ຈິມິນ ຈະຮັບເອົາບັນດາຄຸນຄ່າອັນດີງາມ, ແນວຄິດປະດິດສ້າງຂອງປະເທດ ແຟງລັງ ເພື່ອພັດທະນານະຄອນໃນອະນາຄົດ.
![]() |
ຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ມອບຕູ້ປື້ມພາສາຫວຽດນາມ ໃຫ້ແກ່ຜູ້ຕາງໜ້າ BiziVietNam. |
ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ມອບຕູ້ປຶ້ມພາສາຫວຽດນາມ ໃຫ້ຜູ້ຕາງໜ້າອົງການ BiziVietNam (ອົງການພາສາ, ວັດທະນະທຳ ແລະ ການຮ່ວມມືຫວຽດນາມ ຢູ່ ແຟງລັງ) ດ້ວຍຄວາມປາດຖະໜາຢາກເຊີດຊູຄວາມອຸດົມສົມບູນຂອງພາສາຫວຽດນາມ, ຍົກສູງຄວາມຮັບຮູ້ດ້ານພາສາ ແລະ ວັດທະນະທຳຂອງຊາດໃຫ້ແກ່ຊາວຫວຽດນາມ ທີ່ອາໄສຢູ່ ແຟງລັງ ແລະ ເພື່ອນມິດສາກົນ, ພິເສດແມ່ນລຸ້ນໜຸ່ມ; ເຜີຍແຜ່ຄວາມຮັກແພງພາສາຫວຽດນາມ ຢ່າງເຂັ້ມແຂງ; ກາຍເປັນກຳລັງຜັກດັນເພື່ອຊຸກຍູ້ຂະບວນການສິດສອນ-ຮຽນພາສາຫວຽດນາມ ໃນຊຸມຊົນ.
ນອກຈາກນັ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນຊາດຫວຽດນາມ ແລະ ວັນບຸນວັນເພັງເດືອນ 8 ປີ 2024 (ໄລ່ຕາມຈັນທະປະຕິທິນ, ຄະນະປະຕິບັງານນະຄອນ ໂຮ່ຈິມິນ ໄດ້ຈັດຕັ້ງລາຍການສິລະປະດ້ວຍຫົວຂໍ້: “ຈັງຫວະຂອງນະຄອນໜຸ່ມ” ຢູ່ຫໍວັດທະນາທຳ Lumosali, ນະຄອນຫຼວງ Helsinkin ເພື່ອຮັບໃຊ້ຊາວຫວຽດນາມ ອາໄສຢູ່ ແຟງລັງ.
ກ່າວຄຳປາໄສທີ່ລາຍການ, ທ່ານນາງ ຫວູທິຮວິ່ງມາຍ, ຫົວໜ້າຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ການນຳນະຄອນ ຍາມໃດກໍ່ເອົາໃຈໃສ່ພິເສດເຖິງວຽກງານຂໍ້ມູນຂ່າວສານການຕ່າງປະເທດ; ມານະພະຍາຍາມ, ເພີ່ມທະວີ, ປັບປຸງການພົວພັນຮ່ວມມືລະຫວ່າງນະຄອນກັບທ້ອງຖິ່ນຂອງບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ...
ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນ "ທາດກະຕຸ້ນ" ອັນສຳຄັນໃຫ້ແກ່ຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນ. ໂດຍຜ່ານບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ສາສະໜາ, ປະຊາຊົນ ຫວຽດນາມ ໄດ້ ແລະ ພວມປະກອບສ່ວນປົກປັກຮັກສາເອກະລັກສະເພາະ ແລະ ໂຄສະນາບັນດາຄຸນຄ່າວັດທະນະທຳຂອງຊາດ, ສ້າງພາບພົດ ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈິມິນ ເວົ້າສະເພາະ ກັບບັນດາປະເທດໃນໂລກ.
![]() | ຍສໝ - ລາຍການຄ້າຍພັກແລ້ງ ຫວຽດນາມແມ່ນເພື່ອແນໃສ່ສ້າງໂອກາດໃຫ້ໄວໜຸ່ມສະໜິດຕະພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໄດ້ລົງຕົວຈິງ ແລະ ເຮັດໃຫ້ຄວາມຮູ້ທາງດ້ານວັດທະນະທຳອຸດົມສົມບູນກ່ວາເກົ່າ. |
ມີງດຶກ