ລາວ: ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ກະກຽມຮັບມືກັບໄພນໍ້າຖ້ວມ ເນື່ອງຈາກລະດັບນໍ້າຂອງແມ່ນໍ້າຂອງເພີ່ມຂຶ້ນສູງ

18:56 | 16/09/2024

ຍສໝ - ຕໍ່ກັບສະພາບການລະດັບນໍ້າຂອງແມ່ນໍ້າຂອງທີ່ເພີ່ມຂຶ້ນ, ລາວ ໄດ້ອອກມາດຕະການຮັບມືສຸກເສີນ ເພື່ອປ້ອງກັນນະຄອນຫຼວງວຽງຈັນ ແລະ ນະຄອນ ຫຼວງພະບາງ. ຄາດ​ວ່າ ​ຝົນຕົກ​ໜັກ​ຈະ​ສືບ​ຕໍ່​ເປັນ​ເວລາ​ຫຼາຍ​ມື້, ​ເຮັດ​ໃຫ້​ສອງ​ຕົວເມືອງສ່ຽງຕໍ່​ໄພ​ນ້ຳ​ຖ້ວມ​ຢ່າງຮ້າຍ​ແຮງ.

ຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫຼວງພະບາງ (ລາວ)
ຫຼວງພະບາງ ຕິດອັນດັບທີ 11 ໃນ 50 ສະຖານທີ່ທີ່ສວຍງາມທີ່ສຸດໃນໂລກ

ລະດັບນໍ້າຂອງ ແມ່ນໍ້າຂອງ ຢູ່ນະຄອນຫຼວງວຽງຈັນ ໄດ້ສູງກາຍລະດັບ ອັນຕະລາຍ, ຮອດ 12.57 ແມັດໃນວັນທີ 13 ກັນຍາ, ສູງກວ່າລະດັບການເຕືອນໄພ 12.5 ແມັດ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາວ ຄາດວ່າ ລະດັບນໍ້າຈະສືບຕໍ່ ເພີ່ມຂຶ້ນເປັນ 13.2 ແມັດ ໃນວັນທີ 14 ກັນຍາ ແລະ ອາດຈະລື່ນກາຍ ສະຖິຕິ ນໍ້າຖ້ວມ ຄັ້ງປະຫວັດສາດ ປີ 1966 ແລະ 2008 ໃນວັນທີ 15 ກັນຍາ.

ອຳນາດການປົກຄອງນະຄອນຫຼວງວຽງຈັນ ໄດ້ອອກຄຳສັ່ງໃຫ້ບັນດາອົງການທີ່ກ່ຽວຂ້ອງ ແລະ ປະຊາຊົນຢູ່ເຂດສ່ຽງໄພນໍ້າຖ້ວມ ກຽມພ້ອມຮັບມືກັບໄພນໍ້າຖ້ວມ. ການ​ເຕືອນ​ໄພ​ ຍັງໄດ້ແຈ້ງອອກເພື່ອຈໍາກັດການຈໍລະຈອນໃນເສັ້ນທາງເລກທີ 11 ທາງພາກເໜືອ, ພິເສດແມ່ນສຳລັບລົດບັນທຸກໜັກ ແລະ ລົດພ່ວງ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ບນດາການເຄື່ອນໄຫວປ້ອງກັນນໍ້າຖ້ວມ.

ລາວ: ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ກະກຽມຮັບມືກັບໄພນໍ້າຖ້ວມ ເນື່ອງຈາກລະດັບນໍ້າຂອງແມ່ນໍ້າຂອງເພີ່ມຂຶ້ນສູງ

ລະດັບນ້ຳໃນເຂດສວນສາທາລະນະ ເຈົ້າອານຸວົງ ຂຶ້ນກັບນະຄອນຫຼວງວຽງຈັນ (ລາວ) ຍັງສືບຕໍ່ສູງຂຶ້ນ. (ພາບ: Laotian Times)

ນັບແຕ່ຕອນບ່າຍວັນທີ 13 ກັນຍາ ເປັນຕົ້ນມາ, ຖະໜົນຫຼວງຫຼາຍສາຍ ທີ່ມຸ່ງໜ້າໄປຝັ່ງແມ່ນ້ຳຂອງ ກໍ່ຖືກຫ້າມຊົ່ວຄາວ ເພື່ອຫຼີກລ່ຽງຄວາມແອອັດ ແລະ ສ້າງເງື່ອນໄຂໃຫ້ກຳລັງເຈົ້າທີ່ຜັນຂະຫຍາຍໜ້າທີ່ປົກປ້ອງປະຊາຊົນ ແລະ ຊັບສິນ.

ຢູ່ນະຄອນຫຼວງພະບາງ, ພາກເໜືອຂອງລາວ, ລະດັບນ້ຳໃນ 2 ແມ່ນ້ຳຕົ້ນຕໍ ແມ່ນແມ່ນ້ຳຄານ ແລະ ແມ່ນ້ຳຂອງ ພວມເພີ່ມຂຶ້ນຢ່າງວ່ອງໄວ. ເຊັ່ນດຽວກັບນະຄອນຫຼວງວຽງຈັນ, ທ້ອງຖິ່ນນີ້ກໍ່ປະເຊີນກັບຝົນຕົກໜັກຢ່າງຕໍ່ເນື່ອງ ແລະ ມີຄວາມສ່ຽງທີ່ຈະເກີດນໍ້າຖ້ວມໃນຊຸມມື້ຕໍ່ໜ້າ. ອຳນາດການປົກຄອງ ​ໄດ້​ວາງ​ສະພາບການເຕືອນ​ໄພ​ສູງ, ກະ​ກຽມ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ຢ່າງ​ທັນ​ການ.

ຫຼວງນ້ຳທາ ເປັນໜຶ່ງໃນບັນດາເຂດທີ່ໄດ້ຮັບຜົນກະທົບໜັກທີ່ສຸດ, ດ້ວຍລະດັບນໍ້າຖ້ວມໄດ້ເພີ່ມຂຶ້ນສູງ ເຮັດໃຫ້ປະຊາຊົນຈໍານວນໜຶ່ງຕ້ອງຫາທີ່ພັກອາໄສຢູ່ເທິງຫຼັງຄາເຮືອນ, ຫຼາຍພັນຄົນຕ້ອງອົບພະຍົບ. ກຳລັງກູໄພ ໄດ້ເພີ່ມທະວີເພື່ອຊ່ວຍ​ເຫຼືອ​ປະຊາຊົນໂດຍກົງ, ຂະນະ​ທີ່​ສະໜາມ​ບິນ​ທ້ອງ​ຖິ່ນ​ຕ້ອງ​ປິດ​ລົງ​ຊົ່ວຄາວ. ພື້ນຖານ​ໂຄງ​ລ່າງ​ເຊັ່ນ​ໂຮງໝໍ​ ແລະ​ ບ້ານ​ເຮືອນ​ຫຼາຍ​ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ຫຼື ​ຖືກ​ທຳລາຍ​ໝົດກ້ຽງ.

ເພື່ອຊ່ວຍລາວ ຮັບມືກັບໄພພິບັດນໍ້າຖ້ວມ, ລັດຖະບານ ອົດສະຕຣາລີ ໄດ້ສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາ 8 ໂຕນ, ມູນຄ່າ 95.000 USD, ໃນວັນທີ 12 ກັນຍາ. ນີ້ເປັນປີທີ 3 ຕິດຕໍ່ກັນທີ່ ອົດສະຕຣາລີ ສະໜອງໃຫ້ການຊ່ວຍເຫລືອແກ່ລາວ, ລວມມີ ບັນດາຊຸດອຸປະກອນອະນາໄມ, ຜ້າຫົ່ມ, ສາດປູນອນ ແລະ ຊຸດທີ່ພັກອາໄສໃຫ້ແກ່ 200 ກວ່າຄອບຄົວທີ່ໄດ້ຮັບຜົນກະທົບ.

ສະພາຜູ້ແທນປະຊາຊົນ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ລາວ ເພີ່ມທະວີການຮ່ວມມື ສະພາຜູ້ແທນປະຊາຊົນ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ລາວ ເພີ່ມທະວີການຮ່ວມມື

ວັນທີ 12 ທັນວານີ້ ຢູ່ທີ່ຮ່າໂນ້ຍ, ຄະນະຜູ້ແທນສະພາປະຊາຊົນ ນະຄອນຫຼວງຮ່າໂນ້ຍ ແລະ ຄະນະຜູ້ແທນສະພາປະຊາຊົນນະຄອນຫຼວງວຽງຈັນ ລາວ ໄດ້ຈັດກອງປະຊຸມພົບປະກ່ຽວກັບການເຄື່ອນໄຫວຂອງອົງການປະຊາຊົນເລືອກຕັ້ງ ແລະ ລົງນາມໃນຂໍ້ຕົກລົງຮ່ວມມືໄລຍະ 2023-2025.

ຕຳຫຼວດນະຄອນໂຮ່ຈີມິນ ເຮັດວຽກກັບຄະນະຜູ້ແທນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຕຳຫຼວດນະຄອນໂຮ່ຈີມິນ ເຮັດວຽກກັບຄະນະຜູ້ແທນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ຍສໝ - ບົນພື້ນຖານການພົວພັນແບບພິເສດນັ້ນ, ຕຳຫຼວດນະຄອນໂຮ່ຈີມິນ ແລະກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ມີການພົບປະແລກປ່ຽນ, ໜູນຊ່ວຍ, ແບ່ງປັນບົດຮຽນ, ຮັບປະກັນສະຖຽນລະພາບດ້ານການເມືອງ, ປົກປັກຮັກສາເອກະລາດ, ອະທິປະໄຕຂອງສອງປະເທດ, ປະຊາຊົນສອງປະເທດ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.