ກູບາ ສະແດງຄວາມເສຍໃຈກັບຫວຽດນາມ ຕໍ່ກັບຄວາມເສຍຫາຍທີ່ເກີດຈາກພະຍຸເລກທີ 3

22:17 | 12/09/2024

ຍສໝ - ທ່ານ ​ Miguel Díaz-Canel Bermúdez ປະທານ ກູ​ບາ ​ໄດ້​ສົ່ງ​ຄວາມ​ເສົ້າສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງມາ​ຍັງ​ພັກ​ກອມ​ມູນິດ​ຫວຽດນາມ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຕໍ່ກັບ​ຄວາມ​ເສຍ​ຫາຍທາງດ້ານຊີວິດອິນຊີ ​ແລະ ຊັບສິນ​ທີ່​ເກີດ​ຈາກ​ພະຍຸລູກທີ 3 (ພາຍຸ Yagi).

ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ
ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງ 2 ມະຫາວິທະຍາໄລແຖວໜ້າຂອງ ຫວຽດນາມ ແລະ ກູບາ ຊຸກຍູ້ການຮ່ວມມືດ້ານການສຶກສາລະຫວ່າງ 2 ມະຫາວິທະຍາໄລແຖວໜ້າຂອງ ຫວຽດນາມ ແລະ ກູບາ

ຜ່ານ​ບັນ​ຊີ​ຂອງ​ຕົນ​ໃນ​ເຄືອ​ຂ່າຍ​ສັງ​ຄົມ X, ການ​ນຳ ກູ​ບາ ໄດ້​ສົ່ງນ້ຳໃຈ​ຄວາມ​ສາ​ມັກ​ຄີ​ຂອງ​​ເກາະ Caribbe ເຖິງ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຫຍຸ້ງ​ຍາກ​ນີ້.

ຄຽງຄູ່ກັນ​ນັ້ນ, ​ປະທານ​ສະພາ​ແຫ່ງ​ຊາດ ທ່ານ Esteban Lazo ກໍ່ຍັງ​ໄດ້​ສົ່ງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຢູ່​ຫວຽດນາມ.

Báo điện tử Prensa Latina đăng tải lời chia buồn của Chủ tịch Cuba Miguel Díaz-Canel. (Ảnh: Thanh Vân/TTXVN).  ໜັງ​ສື​ພິມ​ເອ​ເລັກ​ໂຕຣ​ນິກ Prensa Latina ໄດ້ລົງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງປະ​ທາ​ນປະເທດ​ກູ​ບາ ທ່ານ Miguel Díaz-Canel. (ພາບ: Thanh Van/TTXVN).
ໜັງ​ສື​ພິມ​ເອ​ເລັກ​ໂຕຣ​ນິກ Prensa Latina ໄດ້ລົງການແບ່ງປັນຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງປະ​ທາ​ນ ​ກູ​ບາ ທ່ານ Miguel Díaz-Canel. (ພາບ: Thanh Van/TTXVN).

ໃນຊຸມວັນຜ່ານ​ມາ​ນີ້, ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ພະຍຸ​ເລກທີ 3 ​​ພັດເຂົ້າສູ່​ຫວຽດນາມ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ອົງການ​ສື່​ມວນ​ຊົນ​ສາກົນຫຼາຍພາກສ່ວນ, ​ເພາະວ່າ​ນີ້​ແມ່ນ​ພາຍຸ​ທີ່​ມີ​ຄວາມ​ແຮງທີ່ສຸດ ​ກ່ອນທີ່ຈະພັດ​ເຂົ້າ​ສູ່​ບັນດາ​ແຂວງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຫວຽດນາມ.

ຢູ່​ຫວຽດນາມ, ​ໃນ​ພິທີ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ​ໃນ​ຕອນ​ເຊົ້າ​ວັນ​ທີ 9 ກັນຍາ ຢູ່​ທຳນຽບປະທານປະເທດ, ທ່ານ ​ປະທານ Mozambique Filipe Nyusi ​ໄດ້​ສະ​ແດງ​ນ້ຳ​ໃຈ​ສາມັກຄີ ​ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ກັບ​ປະຊາຊົນ ຫວຽດນາມ ທີ່ຫາກໍ່ຜ່ານຜ່າພາຍຸ​ເລກທີ 3.

ສະຖານທູດ​ຂອງ​ຫຼາຍ​ປະ​ເທດ​ຢູ່​ຮ່າ​ໂນ້ຍ ກໍ່​ໄດ້​ແບ່ງເບົາຕໍ່ກັບ​ປະຊາຊົນ​ຫວຽດນາມ ກ່ຽວ​ກັບ​ຄວາມ​ເສຍ​ຫາຍທີ່ເກີດ​ຈາກ​ພະຍຸ​ເລກທີ 3, ໃນ​ເຄືອ​ຂ່າຍ​ສັງ​ຄົມ, ນັກ​ການ​ທູດ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ຍັງ​ໄດ້​ແບ່ງ​ປັນ​ຮູບ​ພາບ​ຂອງບັນດາກໍາລັງ​ຫວຽດ​ນາມ ເກັບມ້ຽນ​ຕົ້ນ​ໄມ້​ທີ່ລົ້ມຫັກ​ຢູ່​ຕາມ​ຖະ​ໜົນຫົນທາງ.

ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ສະໜັບສະໜູນຂະບວນການສົນທະນາ ແລະ ການຮ່ວມມືລະຫວ່າງ ກູບາ ແລະ ອາເມລິກາ
ນະຄອນ ເກີນເທີ ໄດ້ພົບປະເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນຊາດສາທາລະນະລັດ ກູບາ, ໄຊຊະນະການປະຕິວັດ ກູບາ.

ອ.ສະຫວັດ

ເຫດການ
302 Found

Found

The document has moved here.