ເກີນເທີ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນພົບປະ​ແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ

18:54 | 16/09/2024

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ເກີນ​ເທີ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ນະຄອນ​ ເກີນ​ເທີ ຫາ​ກໍ່​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ພົບປະແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ.

ການນໍາບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ອວຍພອນ 79 ປີແຫ່ງ ວັນຊາດຫວຽດນາມ
ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຊາດ 2 ກັນຍາ

ນີ້​ແມ່ນ​ການ​ຢ້ຽມຢາມ​ທີ່​ມີ​ຄວາມ​ໝາຍ​ແທດ​ຈິງ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ໂຮງຮຽນ​ສອນພາສາ​ຝຣັ່ງ ບົນບໍລິເວນນະຄອນ ເກີນເທີ ກັບບັນດາ​ໂຮງຮຽນ​ຢູ່ ຝຣັ່ງ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ເປີດ​ກ້ວາງ​ກາລະ​ໂອກາດ​ຮຽນ​ພາສາ​ຝຣັ່ງ ໃຫ້ນັກຮຽນ; ພ້ອມ​ກັນ​ນັ້ນ, ​ກໍ່ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ເພື່ອຮຽນຮູ້ປະສົບການ, ​ວັດທະນະທຳ​ລະຫວ່າງ​ຄູອາຈານ-ນັກຮຽນລະຫວ່າງ​ບັນດາ​ໂຮງຮຽນ​ ເວົ້າ​ສະ​ເພາະ ​ແລະ ຫວຽດນາມ - ຝຣັ່ງ ​ເວົ້າ​ລວມ.

ເກີນເທີ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນພົບປະ​ແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ

ຄະນະປະຕິບັດງານ ໄດ້ໄປຢື້ຢາມ ແລະ ເຮັດວຽກກັບໂຮງຮຽນປະຖົມແຫ່ງໜຶ່ງຢູ່ ຝຣັ່ງ.

ໂດຍເຂົ້າ​ຮ່ວມ​ຄະ​ນະຜູ້ແທນມີ​ ທ່ານ​ນາງ ເລ​ທິ​ແທງ​ຢາງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ນະ​ຄອນ ເກີນ​ເທີ; ທ່ານ ຫງວຽນ​ຟຸກຕັງ, ຮອງຫົວໜ້າພະ​ແນ​ກສຶກສາ​ ແລະ ບຳລຸງ​ສ້າງ​ນະຄອນ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ນະຄອນ​ ເກີນ​ເທີ; ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາພະນັກງານ​ຄຸ້ມ​ຄອງ, ຄູ​ສອນ​ຂອງ​ບາງໂຮງຮຽນ​ປະຖົມ, ​ໂຮງຮຽນມັດ​ທະ​ຍົມຕອນຕົ້ນ ແລະ ​ໂຮງຮຽນມັດ​ທະ​ຍົມຕອນປາຍຢູ່​ນະຄອນ ​ເກີນ​ເທີ ທີ່​ມີ​ໂຄງການ​ສອນ​ພາສາ​ຝຣັ່ງ.

​ໃນ​ຂອບ​ເຂດ​ການ​ໄປ​ຢ້ຽມຢາມພົບປະ​ແລກປ່ຽນ​ມິດຕະພາບ​ຢູ່​ ຝຣັ່ງ, ​ໂດຍ​ຜ່ານ​ການ​ເຊື່ອມ​ຕໍ່​ຈາກອົງການ Association Grandis et Deviens (​ສະມາຄົມເຕີບໂຕ ແລະ ເຕີບໃຫຍ່) (G&D/France), ຄະນະ​ຜູ້​ແທນ​ໄດ້​ໄປ​ຢື້ຢາມ ແລະ ​ເຮັດ​ວຽກ​ກັບ​ໂຮງຮຽນ​ປະຖົມ​ຈຳນວນ​ໜຶ່ງ​ຢູ່​ ຝຣັ່ງ ເຊັ່ນ: ໂຮງຮຽນ Doulevant-le-Château, ໂຮງຮຽນ Dommartin le Franc, ໂຮງຮຽນປະຖົມສາທາລະນະ Du Vieux Chêne; ພ້ອມ​ກັນ​ນັ້ນ, ກໍ່ສົ່ງເສີມການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ 3 ​ໂຮງຮຽນ​ປະຖົມຢູ່ນະຄອນ ​ເກີນ​ເທີ ​ແລະ 3 ​ໂຮງຮຽນ​ປະຖົມ​ຂອງ ຝຣັ່ງ ທີ່​ກ່າວມາ​ຂ້າງເທິງນີ້.

ທ່ານນາງ ເລທິແທງຢາງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ເກີນເທີ, ຫວັງວ່າ ຜ່ານການຮ່ວມມືລະຫວ່າງບັນດາໂຮງຮຽນ ຈະປະກອບສ່ວນຮັກສາ ແລະ ພັດທະນາຂະບວນການການສອນ-ການຮຽນພາສາຝຣັ່ງ ຢູ່ ເກີນເທີ; ຊຸກຍູ້, ໂຄສະນາບັນດາຄຸນຄ່າຂອງຊຸມຊົນພາສາຝຣັ່ງ, ສ້າງໂອກາດໃຫ້ນັກຮຽນ, ນັກສຶກສາໄດ້ຮໍ່າຮຽນ ແລະ ພົບປະ ພ້ອມທັງຍາດແຍ່ງເອົາ​ບັນດາເເຫຼ່ງທຶນເພື່ອໜູນຊ່ວຍການສອນ-ການຮຽນພາສາຝຣັ່ງ.

ໃນ​ການ​ຢື້ຢາມ​ ແລະ ​ເຮັດ​ວຽກ​ກັບ​ອົງການ G&D, ທ່ານ​ນາງ ​ເລ​ທິ​ແທງ​ຢາງ ຫວັງ​ວ່າ ນອກຈາກ​ການຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ອົງການ​ນີ້​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ​ນະຄອນ ​ເກີນ​ເທີ ປະຕິບັດ​ບັນດາ​ໂຄງການ​ປະກອບສ່ວນຍົກສູງກຳລັງຄວາມ​ສາມາດ, ການ​ດູ​ແລ​ສຸ​ຂະ​ພາບ​ຊຸມ​ຊົນ​, ການ​ຊ່ວຍ​ເຫຼືອ​ຊີ​ວິດ​, ສ້າງພຶ້ນຖານການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ຂອງ​ນະ​ຄອນ​.

ໂດຍໄດ້ຮູ້ວ່າ, ນັບ​ແຕ່​ປີ 2013 ມາ​ຮອດ​ປະຈຸ​ບັນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ອົງການ G&D/ຝຣັ່ງ ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກຂໍ້ຕົກລົງ ​ແລະ ເຫັນດີເປັນເອກະພາບເພື່ອປະຕິບັດບັນດາໂຄງການ​ກວດກາ, ປິ່ນປົວ​ພະຍາດ​ໃຫ້​ແກ່​ຜູ້​ສູງ​ອາຍຸ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກໂດຍບໍ່ເສຍຄ່າ, ມອບທຶນການສຶກສາໃຫ້ແກ່​ເດັກ​ທຸກ​ຍາກ; ໜູນ​ຊ່ວຍ​ສູນປະຕິບັດວຽກງານ​ສັງຄົມ​ຂອງ​ນະຄອນ ​ເກີນ​ເທີ ​ແລະ ຫ້ອງ​ຮຽນແຫ່ງຄວາມຮັກ, ປະກອບສ່ວນ​ຊ່ວຍ​ເຫຼືອ​ເດັກ​ນ້ອຍ​ໄດ້​ມີ​ໂອກາດ​ຮ່ຳຮຽນ, ມີ​ກຳລັງບືນຕົວ​ກວ່າ​ອີກ​ໃນ​ຊີວິດ. ຄຽງຂ້າງບັນດາໂຄງການກວດ, ປິ່ນປົວພະຍາດ, ອົງການ G&D/ຝຣັ່ງ ຍັງໜູນຊ່ວຍນັກສຶກສາຝຣັ່ງ ເປີດຫຼັກສູດພາສາຝຣັ່ງ ໃຫ້ແກ່ນັກຮຽນ, ດ້ວຍຍອດຈຳນວນເງິນໂຄງການ, ລາຍການປະຕິບັດຢູ່ນະຄອນ ເກີນເທີ ໃນໄລຍະມໍ່ໆມານີ້ຫຼາຍກ່ວາ 1 ຕື້ດົ່ງ.

ເກີນເທີ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນພົບປະ​ແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ

ທ່ານ ຫງວຽນ​ຟຸກຕັງ, ຮອງຫົວໜ້າພະ​ແນ​ກສຶກສາ​ ແລະ ບຳລຸງ​ສ້າງ​ນະຄອນ ເກີນເທີ ​ໄດ້​ມອບ​ຂອງ​ທີ່​ລະນຶກ​ໃຫ້​ຜູ້ຕາງໜ້າ​ການ​ນຳ​ຂອງ​ມະຫາວິທະຍາ​ໄລ Lyon 1.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະຜູ້ແທນ​ໄດ້​ໄປຢື້ຢາມ ແລະ ​ເຮັດ​ວຽກ​ກັບ​ມະຫາວິທະຍາ​ໄລ Lyon 1 ​ແລະ ສະມາຄົມ​ຊາວ​ໜຸ່ມນັກສຶກສາ ຫວຽດນາມ ຢູ່ຝຣັ່ງ ເພື່ອ​ສົມທົບ​ກັນ​ປະຕິບັດຫຼາຍລາຍການ​ເຄື່ອນ​ໄຫວຢ່າງແທດຈິງ, ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ຊາວ​ໜຸ່ມ, ນັກສຶກສາຂອງສອງປະ​ເທດ, ​ປະກອບສ່ວນ​ຢ່າງຕັ້ງໜ້າເພື່ອໂຄສະນາຮູບພາບອັນ​ດີງາມ​ຂອງ ​ຫວຽດນາມ ​ໃຫ້​ແກ່​ເພື່ອນ​ມິດ ​ຝຣັ່ງ ​ແລະ ສາກົນ. ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ແມ່ນບາດກ້າວສຳຄັນໃນການພັດທະນາການສຶກສາພາສາຝຣັ່ງ ເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອເປີດກວ້າງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ແລະ ຮ່ຳຮຽນລະຫວ່າງ ຫວຽດນາມ ແລະ ຝຣັ່ງ, ປະກອບສ່ວນສ້າງການພົວພັນແບບຍືນຍົງ ແລະ ເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ.

​ແລກປ່ຽນ, ຊອກ​ຫາ​ທິດ​ທາງ​ໃໝ່​ໃນ​ວຽກ​ງານ​ການທູດປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ ຫວຽດນາມ - ລາວ ​ແຂວງ ກວາງ​ຈີ້ ​ແລກປ່ຽນ, ຊອກ​ຫາ​ທິດ​ທາງ​ໃໝ່​ໃນ​ວຽກ​ງານ​ການທູດປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ ຫວຽດນາມ - ລາວ ​ແຂວງ ກວາງ​ຈີ້

ຍສໝ - ວັນທີ 15 ສິງຫາ, ຢູ່ແຂວງ ກວາງ​ຈີ້, ທ່ານ ໂຮ່ດ້າຍນາມ, ຫົວໜ້າຄະນະໂຄສະນາສຶກສາ ຄະນະພັກແຂວງ ກວາງຈີ້ ໄດ້ມີການເຮັດວຽກກັບຄະນະປະຕິບັດງານ ຄະນະຕິດຕໍ່​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ຫວຽດນາມ - ລາວ ໂດຍ​ທ່ານພົນຕີ ຫງວຽນຕ໋ຽນລອງ, ຮອງ​ປະທານສູນ​ກາງສະມາຄົມ​ມິດຕະພາບ ຫວຽດນາມ - ລາວ, ຮອງຄະນະຕິດຕໍ່ ​ເປັນ​ຫົວໜ້າ​ຄະນະ. ...

ມູກາງຈາຍ ໄດ້​ຈັດ​ອັນ​ດັບໜື່ງໃນຈໍານວນ 25 ຈຸດ​ຫມາຍ​ປາຍ​ທາງ​ທີ່​ມີ​ຄວາມ​ງາມ​ທີ່ໜ້າ​ມະຫັດ​ສະ​ຈັນ​ ມູກາງຈາຍ ໄດ້​ຈັດ​ອັນ​ດັບໜື່ງໃນຈໍານວນ 25 ຈຸດ​ຫມາຍ​ປາຍ​ທາງ​ທີ່​ມີ​ຄວາມ​ງາມ​ທີ່ໜ້າ​ມະຫັດ​ສະ​ຈັນ​

ຍສໝ - ຕາມ​ເວັບ​ໄຊ​ນັກ​ທ່ອງ​ທ່ຽວ Wanderlust Storytellers, ​ມູກາງຈາຍ, ແຂວງອຽນບ້າຍ ຫວ່າງ​ບໍ່ດົນ​ມາ​ນີ້, ​ໄດ້​ຖືກ​ຈັດ​ອັນ​ດັບ​ທີ 1 ​ໃນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ 25 ​ແຫ່ງ​ທີ່​ມີ​ຄວາມ​ສວຍ​ງາມ​ມະຫັດສະຈັນ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.