ທ່ານພົນໂທ ຟຸ່ງສີເຕີ໊ນ ຕ້ອນຮັບຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ

12:47 | 23/01/2024

ທ່ານພົນໂທ ຟຸ່ງສີເຕີ໊ນ ຕ້ອນຮັບຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດໂປໂລຍ ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດໂປໂລຍ
ທ່ານພົນໂທ ຫງວຽນຈີ໊ວິ້ງ  ຕ້ອນຮັບຜູ້ອຳນວຍການ KOICA ປະຈຳ ຫວຽດນາມ ທ່ານພົນໂທ ຫງວຽນຈີ໊ວິ້ງ ຕ້ອນຮັບຜູ້ອຳນວຍການ KOICA ປະຈຳ ຫວຽດນາມ

ວັນທີ 20 ທັນວາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຟຸ່ງສີເຕີ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບທ່ານພົນຈັດຕະວາ ບຸນຕຽນ ໄຊຍໍາວົງທັນ, ຫົວໜ້າກົມ 49, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ເນື່ອງໃນໂອກາດມາຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.

ທ່ານພົນໂທ ຟຸ່ງສີເຕີ໊ນ ຕ້ອນຮັບຄະນະຜູ້ແທນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ

ທ່ານພົນໂທ ຟຸ່ງສີເຕີ໊ນ, ທ່ານພົນຈັດຕະວາ ບຸນຕຽນ ໄຊຍໍາວົງທັນ ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານພົນໂທ ຟຸ່ງສີເຕີ໊ນ ຕີລາຄາວ່າ ການຮ່ວມມືລະຫວ່າງກອງທັບສອງປະເທດໃນໄລຍະຜ່ານມາສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຜັນຂະຫຍາຍຈາກສອງຝ່າຍຕາມທິດແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດ: ແລກປ່ຽນຄະນະ, ບຳລຸງສ້າງ, ຝຶກອົບຮົມ, ຈັດສົ່ງຊ່ຽວຊານ... ນັບແຕ່ຕົ້ນປີມາຮອດປະຈຸບັນ, ບັນດາອົງການ, ກົມກອງສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍຫຼາຍກິດຈະກຳໃຫຍ່, ໃນນັ້ນ ເປັນໜ້າສົນໃຈແມ່ນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 1.

ທ່ານພົນຈັດຕະວາ ບຸນຕຽນ ໄຊຍໍາວົງທັນ ແຈ້ງໃຫ້ທ່ານພົນໂທ ຟຸ່ງສີເຕີ໊ນ ຊາບກ່ຽວກັບໝາກຜົນການຮ່ວມມືໃນໄລຍະຜ່ານມາລະຫວ່າງກົມ 49, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະເຫຼົ່າທັບດັກກົງຫວຽດນາມ, ໃນນັ້ນສຸມໃສ່ບັນດາຂົງເຂດ: ແລກປ່ຽນບົດຮຽນວິຊາສະເພາະ, ບຳລຸງສ້າງ, ຝຶກອົບຮົມ, ແລກປ່ຽນຄະນະ, ຈັດສົ່ງຊ່ຽວຊານ, ຊ່ວຍເຫຼືອກັນ...

ໂດຍຮັບຮູ້ ແລະຕີລາຄາໝາກຜົນການຮ່ວມມື, ທ່ານພົນໂທ ຟຸ່ງສີເຕີ໊ນ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນໃນວຽກງານວິຊາສະເພາະ, ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່; ສືບຕໍ່ຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນວຽກງານບຳລຸງສ້າງຊັບພະຍາກອນມະນຸດ, ຊ່ຽວຊານ, ສ້າງຖັນແຖວພະນັກງານທີ່ມີຄວາມຮູ້, ຄວາມສາມາດ ແລະຈົງຮັກພັກດີຕໍ່ພັກ, ກອງທັບ ແລະປະຊາຊົນ; ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະອຳນວຍຄວາມສະດວກເພື່ອໃຫ້ບັນດາອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍເລິກເຊິ່ງກວ່າອີກ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.