ທ່ານພົນໂທ ຫງວຽນຈີ໊ວິ້ງ ຕ້ອນຮັບຜູ້ອຳນວຍການ KOICA ປະຈຳ ຫວຽດນາມ

11:35 | 24/07/2020

ຍສໝ - ໃນວັນທີ 22 ກໍລະກົດ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີ໊ວິ້ງ - ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Cho Han-Deog ຜູ້ອໍານວຍການອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ປະຈໍາ ຫວຽດນາມ.

ທ ານພ ນໂທ ຫງວຽນຈ ວ ງ ຕ ອນຮ ບຜ ອຳນວຍການ koica ປະຈຳ ຫວຽດນາມ ສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ມອບຂອງຂວັນ 100 ພູດ ໃຫ້ປະຊາຊົນແຂວງຕຽນຢາງ
ທ ານພ ນໂທ ຫງວຽນຈ ວ ງ ຕ ອນຮ ບຜ ອຳນວຍການ koica ປະຈຳ ຫວຽດນາມ KOICA ໄດ້ໜູນຊ່ວຍອຸປະກອນການແພດ ລວມມີມູນຄ່າຫຼາຍກວ່າ 10.000 ໂດລາສະຫະລັດ ໃຫ້ແກ່ສະຫະພັນແມ່ຍິງຫວຽດນາມ ເພືີ່ອຕ້ານພະຍາດ COVID-19

ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຊົມເຊີຍ ທ່ານ Cho Han-Deog ທີ່ໄດ້ຮັບແຕ່ງຕັ້ງເປັນຜູ້ອໍານວຍການ KOICA ປະຈໍາ ຫວຽດນາມ; ຕີລາຄາສູງບົດບາດຂອງ KOICA ໃນການພັດທະນາການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ; ຂອບໃຈລັດຖະບານ ສ.ເກົາຫຼີ, ບັນດາອົງການທີ່ກ່ຽວຂ້ອງ, ບໍລິສັດຂອງ ສ.ເກົາຫຼີ ແຕ່ປີ 2017 ມາຮອດປະຈຸບັນເຊິ່ງໄດ້ໃຫ້ການຮ່ວມມື, ໜູນຊ່ວຍຫວຽດນາມ ໃນການແກ້ໄຂ, ກໍາຈັດທາດພິດສີສົ້ມ/ດີໂອຊິນ.

ທ ານພ ນໂທ ຫງວຽນຈ ວ ງ ຕ ອນຮ ບຜ ອຳນວຍການ koica ປະຈຳ ຫວຽດນາມ
ທ່ານພົນໂທ ຫງວຽນຈີ໊ວິ້ງ ແລກປ່ຽນກັບທ່ານ Cho Han-Deog. (ພາບ: quocphong.vn)

ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ນັບມື້ນັບພັດທະນາດີງາມໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ; ພ້ອມທັງເນັ້ນໜັກວ່າ, ຫວຽດນາມ ຫວັງວ່າ ສ.ເກົາຫຼີ ຈະສືບຕໍ່ຜັນຂະຫຍາຍບັນດາໂຄງການໜູນຊ່ວຍຍົກສູງກໍາລັງຄວາມສາມາດ, ອຸປະກອນເຕັກນິກເພື່ອຊ່ວຍໃຫ້ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໝາກມິ່ນ, ລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ.

ສ່ວນທ່ານ Cho Han-Deog ໄດ້ກ່າວຄໍາຂອບໃຈທ່ານພົນໂທ ຫງວຽນຈີ໊ວິ້ງ ທີ່ໄດ້ເສຍສະຫຼະເວລາເພື່ອໃຫ້ການຕ້ອນຮັບ; ພ້ອມທັງສະແດງຄວາມຫວັງວ່າ ການນໍາກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ອໍານວຍຄວາມສະດວກເພື່ອໃຫ້ທ່ານປະຕິບັດສໍາເລັດໜ້າທີ່ໃນຖານະຕໍາແໜ່ງເປັນຜູ້ອໍານວຍການ KOICA ປະຈໍາຫວຽດນາມ; ຢັ້ງຢືນວ່າໃນຖານະຕໍາແໜ່ງໃໝ່ທ່ານຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດເພື່ອຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ KOICA ກໍຄືລະຫວ່າງສອງປະເທດຫວຽດນາມ ແລະ ສ.ເກົາຫຼີ.

ທ ານພ ນໂທ ຫງວຽນຈ ວ ງ ຕ ອນຮ ບຜ ອຳນວຍການ koica ປະຈຳ ຫວຽດນາມ VUFO, ສະຖານທູດອາເມລິກາ ປະຈຳ ຫວຽດນາມ ໄດ້ແລກປ່ຽນບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງຄົບຮອບ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ

ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການພົບປະ ກັບ ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ຫວຽດນາມ.

ທ ານພ ນໂທ ຫງວຽນຈ ວ ງ ຕ ອນຮ ບຜ ອຳນວຍການ koica ປະຈຳ ຫວຽດນາມ ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ຕີລາຄາສູງບັນດາປະຕິກິລິຍາໂຕ້ຕອບໂດຍດ່ວນຂອງຫວຽດນາມ ໃນການຮັບມືກັບໂລກລະບາດ

ຍສໝ - ລັດຖະບານຫວຽດນາມ ໄດ້ຮັບມືກັບໂລກລະບາດໂຄວິດ-19 ໄດ້ດີທີ່ສຸດ ແລະ ພວມສືບຕໍ່ເປັນເຈົ້າການ, ຮ່ວມມື, ມີຄວາມໂປ່ງໃສ ໃນການຄວບຄຸມໂລກລະບາດ. ອາເມລິກາ ຍາມໃດກໍ່ສະໜັບສະໜູນຫວຽດນາມ ໃນວຽກງານນີ້.

ທ ານພ ນໂທ ຫງວຽນຈ ວ ງ ຕ ອນຮ ບຜ ອຳນວຍການ koica ປະຈຳ ຫວຽດນາມ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມອບຫຼຽນກາໃຫ້ທ່ານເອກອັກຄະລັດຖະທູດ Azerbaijan ປະຈຳ ຫວຽດນາມ

ຍສໝ - ວັນທີ 27 ກຸມພາ, ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊາດ” ໃຫ້ທ່ານ Anar Lachin Oglu Imanov ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ອາແຊກໄບຢານ ປະຈຳ ຫວຽດນາມ.

la.qdnd.vn

ເຫດການ
302 Found

Found

The document has moved here.