ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດໂປໂລຍ

16:45 | 03/02/2023

ຍສໝ - ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຊົມເຊິຍທ່ານພັນເອກ Jaroslaw Bondalski ທີ່ຮັບໜ້າທີ່ເປັນທີ່ປຶກສາທູດປ້ອງກັນຊາດໂປໂລຍ ປະຈໍາ ຫວຽດນາມ...

ສະຫາຍພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບຄະນະກົມພົວພັນຕ່າງປະເທດ ແລະພະນັກງານວິຊາການກະຊວງປ້ອງກັນປະເທດລາວ ສະຫາຍພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບຄະນະກົມພົວພັນຕ່າງປະເທດ ແລະພະນັກງານວິຊາການກະຊວງປ້ອງກັນປະເທດລາວ
ທ່ານພົນໂທ ຫງວຽນຈີ໊ວິ້ງ  ຕ້ອນຮັບຜູ້ອຳນວຍການ KOICA ປະຈຳ ຫວຽດນາມ ທ່ານພົນໂທ ຫງວຽນຈີ໊ວິ້ງ ຕ້ອນຮັບຜູ້ອຳນວຍການ KOICA ປະຈຳ ຫວຽດນາມ

ຕອນບ່າຍວັນທີ 16 ມັງກອນ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານພັັນເອກ Jaroslaw Bondalski ທີ່ປຶກສາທູດປ້ອງກັນຊາດໂປໂລຍ ປະຈໍາຫວຽດນາມ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດໂປໂລຍ

ບັນຍາກາດທີ່ການຕ້ອນຮັບ. ພາບ: mod.gov.vn

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ສະແດງຄວາມຊົມເຊີຍທ່ານພັນເອກ Jaroslaw Bondalski ທີ່ໄດ້ຮັບໜ້າທີ່ເປັນທີ່ປຶກສາທູດປ້ອງກັນຊາດໂປໂລຍ ປະຈໍາ ຫວຽດນາມ; ເຊື່ອໝັ້ນວ່າ ໃນຖານະຕຳແໜ່ງໃໝ່, ທ່ານພັນເອກ Jaroslaw Bondalski ຈະມີບັນດາການປະກອບຕັ້ງໜ້າ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດເວົ້າລວມ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສະໜັບສະໜູນການຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ໂປໂລຍ ໃຫ້ເໝາະສົມກັບບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ (ປີ 2021), ພ້ອມທັງຕີລາຄາສູງໝາກຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືບົນພື້ນຖານບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມ, ໃນນັ້ນ ສຸມໃສ່ຊຸກຍູ້ເຂົ້າໃນບາງຂົງເຂດ ຄື: ແລກປ່ຽນຄະນະ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ; ການບຳລຸງສ້າງ; ອຸດສາຫະກໍາປ້ອງກັນຊາດ... ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ, ສ້າງເງື່ອນໄຂເພື່ອທ່ານພັນເອກ Jaroslaw Bondalski ແລກປ່ຽນ, ເຮັດວຽກກັບບັນດາອົງການ, ກົມກອງຂອງຝ່າຍຫວຽດນາມ ເພື່ອແນໃສ່ຊຸກຍູ້ຜັນຂະຫຍາຍ, ຊອກຫາກາລະໂອກາດຮ່ວມມື.

ທ່ານພັນເອກ Jaroslaw Bondalski ຂອບໃຈທ່ານພົນໂທ ຮວ່າງຊວນຈ໊ຽນ ທີ່ໄດ້ເສຍເວລາເພື່ອຕ້ອນຮັບ; ຊີ້ແຈ້ງວ່າໂປໂລຍ ຕີລາຄາສູງການພົວພັນຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ, ຖື ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນ. ທ່ານພັນເອກ Jaroslaw Bondalski ເນັ້ນໜັກວ່າ ໃນອາຍຸການຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອແນໃສ່ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະ ແທດຈິງ.

ບູນມີ

ເຫດການ
302 Found

Found

The document has moved here.