ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີນໍ້າໃຈມິດຕະພາບ ຫວຽດນາມ - ແດນມາກ

09:04 | 28/11/2023

ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີນໍ້າໃຈມິດຕະພາບ ຫວຽດນາມ - ແດນມາກ

ປີ APEC 2023: ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືໃນການຮັບມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ ປີ APEC 2023: ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືໃນການຮັບມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ
OECD ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ໃໝ່​ຄື​ ການ​ຫັນປ່ຽນ​ສີຂຽວ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ OECD ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ໃໝ່​ຄື​ ການ​ຫັນປ່ຽນ​ສີຂຽວ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ

ວັນທີ 21 ພະຈິກ, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ, ທີ່ນະຄອນຫຼວງ Copenhagen, ທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen ໄດ້ຕ້ອນຮັບທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ແລະ ພ້ອມກັບຮອງປະທານປະເທດ ເປັນປະທານການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງຂອງ 2 ປະເທດ.

ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີນໍ້າໃຈມິດຕະພາບ ຫວຽດນາມ - ແດນມາກ

ບັນຍາກາດທີ່ການເຈລະຈາ. ພາບ: TTXVN

ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen ໃຫ້ຮູ້ວ່າ ລັດຖະບານ ແດນມາກ ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານກັບ ຫວຽດນນາມ - ເຊິ່ງແມ່ນຄູ່ຮ່ວມມືສຳຄັນໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງ ແດນມາກ ຢູ່ພາກພື້ນອາຊີ - ປາຊີຟິກ, ໂດຍສະເພາະແມ່ນດ້ານການຄ້າ - ການລົງທຶນ; ທ່ານປາດຖະໜາຢາກປັບປຸງ, ຍູ້ແຮງການພົວພັນດ້ານເສດຖະກິດ, ສິ່ງແວດລ້ອມ - ດິນຟ້າອາກາດ - ພະລັງງານ, ການພັດທະນາສີຂຽວລະຫວ່າງ 2 ປະເທດໃຫ້ຫຼາຍກວ່າເກົ່າ. ທ່ານເຊື່ອໝັ້ນວ່າ, ໃນຂອບເຂດຄູ່ຮ່ວມມືຍຸດທະສາດສີຂຽວທີ່ຫາກໍ່ສ້າງຕັ້ງນັ້ນ ຈະສ້າງກຳລັງໜູນໃໝ່ເພື່ອນຳການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ພັດທະນາບັນລຸປະສິດທິຜົນ, ພິເສດແມ່ນໃນຂົງເຂດພັດທະນາແບບຍືນຍົງ ແລະການຫັນເປັນສີຂຽວ.

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຄູ່ຮ່ວມມືຮອບດ້ານກັບ ແດນມາກ, ທ່ານນາງສະເໜີໃຫ້ລັດຖະບານ ແດນມາກ ຈົ່ງກະຕຸກຊຸກຍູ້ໃຫ້ສະພາແຫ່ງຊາດບັນດາປະເທດສະມາຊິກສະຫະພາບ ເອລົບ (ອີຢູ) ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ອີຢູ - ຫວຽດນາມ (EVIPA), ສະໜັບສະໜູນເລື່ອງຄະນະກຳມະການເອີລົບ (ອີຊີ) ຍົກເລີກ “ບັດເຫຼືອງ” IUU ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ ໂດຍໄວ.

ໃນຂອບເຂດການຢ້ຽມຢາມ ແດນມາກ ຢ່າງເປັນທາງການ, ພາຍຫຼັງເດີນທາງໄປຮອດ Copenhagen, ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ກໍ່ໄດ້ຕ້ອນຮັບສະມາຄົມມິດຕະພາບ ແດນມາກ - ຫວຽດນາມ (DAVIFO).

ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຢັ້ງຢືນວ່າ ລັດຫວຽດນາມ ເຄົາລົບນັບຖື ແລະຕີລາຄາສູງຕໍ່ການປະກອບສ່ວນຂອງ DAVIFO ໃນ 45 ກວ່າປີຜ່ານມາ ສຳລັບການພັດທະນາຢ່າງຕັ້ງໜ້າ, ແທດຈິງຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ແດນມາກ. ນັບແຕ່ໄດ້ຮັບການສ້າງຕັ້ງ, DAVIFO ຍາມໃດກໍສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະພັດທະນາປະເທດຂອງຫວຽດນາມ ຢ່າງສຸດໃຈ, ພິເສດແມ່ນໃນໄລຍະທີ່ຫວຽດນາມ ຍັງປະສົບຄວາມຫຍຸ້ງຍາກພາຍຫຼັງສົງຄາມ, ປະກອບສ່ວນໂຄສະນາຮູບພາບ, ຊາວຫວຽດນາມ ຢູ່ແດນມາກ, ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ. ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ສະແດງຄວາມຕື້ນຕັນໃຈຕໍ່ອາລົມຈິດທີ່ພິເສດຂອງ DAVIFO ທີ່ສະຫງວນໃຫ້ແກ່ຫວຽດນາມ ແລະຫວັງວ່າ DAVIFO ຈະສືບຕໍ່ສະໜັບສະໜູນຫວຽດນາມ, ປະກອບສ່ວນຊຸກຍູ້ການກໍານົດທິດພັດທະນາລວມຂອງສອງປະເທດ, ຂົນຂວາຍແຫຼ່ງກໍາລັງໃຫ້ແກ່ໂຄງການໜູນຊ່ວຍຂົງເຂດທີ່ຍັງປະສົບຄວາມຫຍຸ້ງຍາກຂອງຫວຽດນາມ.

ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີນໍ້າໃຈມິດຕະພາບ ຫວຽດນາມ - ແດນມາກ

ທ່ານນາງຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ຕ້ອນຮັບປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ. ພາບ: TTXVN

ສ່ວນທ່ານນາງ Trine Glue ດວ່ານ ປະທານ DAVIFO ກໍສະແດງຄວາມຂອບໃຈຕໍ່ການຮັບຮູ້ຂອງລັດຫວຽດນາມ ແລະທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຕໍ່ກັບການປະກອບສ່ວນຂອງສະມາຄົມ. ທ່ານນາງ Trine Glue ດວ່ານ ໃຫ້ຮູ້ວ່າ DAVIFO ມີຈໍານວນສະມາຊິກຫຼາຍ ແລະໄດ້ຮັບການສະໜັບສະໜູນຈາກຫຼາຍຄົນ. ແຕ່ລະປີ, ສະມາຄົມ ລ້ວນແຕ່ຈັດຕັ້ງຫຼາຍເຫດການເພື່ອແບ່ງປັນຂໍ້ມູນຂ່າວສານກ່ຽວກັບຫວຽດນາມ, ສ້າງກອງທຶນ ແລະໜູນຊ່ວຍການປະຕິບັດບັນດາໂຄງການພັດທະນາຢູ່ຫວຽດນາມ. ປະທານ DAVIFO ຢັ້ງຢືນວ່າຈະມານະພະຍາຍາມໃຫ້ຫຼາຍກວ່ານີ້ອີກ ເພື່ອໜູນຊ່ວຍປະຊາຊົນຫວຽດນາມ ຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືກັບບັນດາສະມາຄົມມິດຕະພາບ ຊູແອັດ - ຫວຽດນາມ, ນອກແວ - ຫວຽດນາມ ເພື່ອສ້າງຮູບພາບຫວຽດນາມ ໃຫ້ຈະແຈ້ງກວ່າອີກຢູ່ 3 ປະເທດເຂດ Scandinavia.

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ແລະທ່ານນາງ Trine Glue ດວ່ານ ປະທານ DAVIFO ເຫັນດີຄວນເພີ່ມທະວີການຊຸກຍູ້ການຮ່ວມມືລະຫວ່າງ DAVIFO ແລະສະມາຄົມມິດຕະພາບ ຫວຽດນາມ - ແດນມາກ, ຜ່ານນັ້ນ ກໍ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ພິເສດແມ່ນເຊື່ອມຕໍ່ຄົນຮຸ່ນໜຸ່ມ ແດນມາກ ແລະຫວຽດນາມ, ເພື່ອໃຫ້ປະຊາຊົນສອງປະເທດ ມີຄວາມເຂົ້າໃຈຕໍ່ການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະແດນມາກ ຫຼາຍຂຶ້ນ.

ບູນມີ

ເຫດການ