ປີ APEC 2023: ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືໃນການຮັບມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ

17:12 | 17/11/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 16 ພະຈິກ, ຢູ່ San Francisco, ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ຫວໍວັນເຖືອງ ​ໄດ້ຕ້ອນ​ຮັບທູດພິເສດຂອງປະທານາທິບໍດີ ອາ​ເມ​ລິ​ກາ John Kerry ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ສັບປະດາຂັ້ນສູງ APEC 2023.

ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023 ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023
ປີ APEC 2023: ຫວຽດນາມ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງຕົນ ກ່ຽວກັບການເງິນສີຂຽວ ປີ APEC 2023: ຫວຽດນາມ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງຕົນ ກ່ຽວກັບການເງິນສີຂຽວ

ທີ່​ການ​ພົບ​ປະ, ທ່່ານທູດ​ພິ​ເສດ John Kerry ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຫວຽດນາມ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ ອາເມລິກາ Joe Biden ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ອາ​ເມ​ລິ​ກາ ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຫວ່າງແລ້ວນີ້; ຖື​ວ່າ ການ​ຢ້ຽມຢາມ​ດ້ວຍ​ຜົນສຳເລັດລະອຽດ ແລະ ການ​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເປັນ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

ປີ APEC 2023: ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືໃນການຮັບມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນ​ຮັບທູດພິເສດຂອງປະທານາທິບໍດີ ອາ​ເມ​ລິ​ກາ John Kerry ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ສັບປະດາຂັ້ນສູງ APEC 2023.

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້​ຕີ​ລາຄາ​ສູງເລື່ອງ 2 ຝ່າຍ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ຕົກລົງກັນຂັ້ນ​ສູງ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານປະທານາທິບໍດີ Joe Biden, ພັດທະນາການ​ພົວພັນ​ຮ່ວມ​ມື​ນັບມື້ນບຢ່າງ​ແທດ​ຈິງ, ກ້າວເຂົ້າສູ່ລວງເລິກ, ເປັນປົກກະຕິ.

ທ່ານ​ປະທານ​ປະ​ເທດ ຊົມເຊີຍ ອາ​ເມ​ລິ​ກາ ​ທີ່ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ, ໂດຍສະເພາະແມ່ນ​ບັນດາ​ຂົງ​ເຂດ​ທີ່​ທ່ານທູດ​ພິ​ເສດ John Kerry ​ໄດ້ມີຄວາມ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວໃນໄລຍະຜ່ານມາ​ຄື: ການ​ຮັບມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ.

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະພະຍາຍາມຂອງ​ທ່ານ​ປະທານາທິບໍດີ Joe Biden ​ແລະ ທູດ​ພິ​ເສດ John Kerry ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ການກະທຳຮັບມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ ຫວຽດນາມຫວັງ​ຢາກ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ​ໃນ​ບັນດາ​ຂົງ​ເຂດ​ນີ້, ​ເໝາະ​ສົມ​ກັບ​ເງື່ອນໄຂເສດຖະກິດ - ສັງຄົມ​ຂອງ ຫວຽດນາມ, ຕອບສະໜອງຜົນປະໂຫຍດ ແລະ ຄວາມສົນໃຈຂອງ​ປະຊາຊົນ 2 ປະ​ເທດ.

ທ່ານ​ປະ​ທານ​ປະ​ເທດ​ເນັ້ນ​ໜັກ​ວ່າ ການ​ຫັນ​ປ່ຽນ​ດ້ານ​ພະ​ລັງ​ງານ​ຕ້ອງ​ຮັບ​ປະ​ກັນ​ບັນ​ດາ​ຫຼັກ​ການ​ຢ່າງສະເໝີພາບ. ຫວຽດນາມ ພວມ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ຮອບດ້ານ ​ແລະ ຂ້ຽວຂາດເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ສີຂຽວ ​ແລະ ຕອບ​ສະໜອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໃນ​ນັ້ນ​ ມີ​ການ​ຮັບຮອງເອົາການວາງແຜນ​ພັດທະນາ​ໄຟຟ້າ​ແຫ່ງ​ຊາດ​ ໄລຍະ 2021-2030, ວິ​ໄສ​ທັດ​ຮອດ​ປີ 2050 ດ້ວຍ​ຈຸດໜັກແມ່ນການຫັນປ່ຽນ​ຈາກເຊື້ອເຟີງຟອັກຊິວ​ເປັນ​ພະລັງງານທົດແທນແລະ ພະລັງງານ​ໃໝ່, ເພື່ອມຸ່ງໄປສູ່ການປ່ອຍອາຍ​ພິດລົງເປັນ “0” ຂອງຫວຽດນາມ ໃນປີ 2050.

ທ່ານ​ປະທານ​ປະ​ເທດ ຊົມ​ເຊີຍ​ບັນດາຂໍ້ສະເໜີແນະຂອງທ່ານ​ທູດ​ພິ​ເສດ Kerry, ຫວັງວ່າຝ່າຍ ອາ​ເມ​ລິ​ກາ ຈະສືບ​ຕໍ່​ເພີ່ມ​ທະວີ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຊ່ວຍເຫຼືອການ​ຫັນປ່ຽນ​ພະລັງງານ, ​ເພີ່ມ​ທະວີ​ຄວາມ​ສາມາດດ້ານ​ພະລັງງານທົດແທນຂອງ ຫວຽດນາມ, ປະກອບສ່ວນ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ໃນ​ໄລຍະ​ຍາວ.

ທ່ານ​ທູດ​ພິ​ເສດ John Kerry ​ໄດ້ສະແດງຄວາມ​ຂອບ​ໃຈ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ທີ່​ໄດ້ສະຫຼະເວລາ​ມາ​ຕ້ອນຮັບ​ຄະນະ, ຢືນຢັນ​ວ່າ ອາ​ເມ​ລິ​ກາຖືສາຍສຳພັນກັບ ຫວຽດນາມ ເປັນສຳຄັນ, ສະໜັບສະໜູນ ຫວຽດນາມ ​ໃນ​ການ​ສວມບົດບາດເປັນເຈົ້າການ ແລະ ແທດຈິງໃນ​ພາກ​ພື້ນ.

ທ່ານ​ທູດ​ພິ​ເສດ John Kerry ຢືນຢັນ​ວ່າ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່ການຊ່ວຍເຫຼືອຫວຽດນາມ ​ໃນ​ການ​ຍົກ​ສູງຄວາມສາມາດຮັບມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວບຄຸມມົນລະພິດ, ຄຸ້ມຄອງຊັບພະຍາກອນຢ່າງໝັ້ນຄົງ, ຊ່ວຍເຫຼືອ​ການຂຸດຄົ້ນ, ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດທີ່ມີຢູ່ແລ້ວຕາມແບບວິທີທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ແລະ ດ້ວຍຄ່າໃຊ້ຈ່າຍທີ່ສົມເຫດສົມຜົນເພື່ອຫຼຸດການຂຶ້ນກັບແຫຼ່ງວັດຖຸດິບນຳເຂົ້າ; ຊ່ວຍເພີ່ມ​ທະວີການ​ຄຸ້ມ​ຄອງດ້ານ​ສິ່ງ​ແວດ​ລ້ອມ, ເໝາະ​ສົມ​ກັບ​ຫວຽດນາມ.

ທ່ານທູດພິເສດ John Kerry ໄດ້​ຕີ​ລາຄາ​ສູງ​​ເລື່ອງພາຍຫຼັງ​ໄດ້​ຮັບຮອງເອົາຖະແຫຼງການການເມືອງສ້າງ​ຕັ້ງ​ການ​ພົວພັນ​ຄູ່ຮ່ວມມືການຫັນປ່ຽນພະລັງງານທີ່ສະເໝີພາບ (JETP), ຫວຽດນາມ ພວມຮີບຮ້ອນປຶກສາ​ຫາລື​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ​ໂດຍ​ໄວ ​ເພື່ອສຳ​ເລັດ​ແຜນການ​ລະດົມຊັບພະຍາກອນ (RMP) ​ເພື່ອ​ປະຕິບັດ​ບັນດາ​ເນື້ອ​ໃນ​ຂອງ​ຖະ​ແຫຼ​ງການ ໃນໄລຍະສາມຫາຫ້າປີຕໍ່ໄປ. ທ່ານ Kerry ກໍ່​ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ປະຕິບັດ​ການ​ຮ່ວມ​ມື​ຂັ້ນ​ສູງ​ກັບ​ຫວຽດນາມ ​ເພື່ອ​ຊຸກຍູ້ COP28 ​ໃຫ້​ບັນລຸ​ໄດ້​ບັນດາຜົນສຳເລັດຢ່າງ​ຕັ້ງໜ້າ.

ທ່ານ​ທູດ​ພິ​ເສດ John Kerry ຢືນຢັນ​ວ່າ ໃນ​ຖາ​ນະ​ເປັນ​ເພື່ອນ​ມິດມາ​ແຕ່​ດົນ​ນານ​ຂອງ​ຫວຽດນາມ, ທ່ານ​ຈະ​ສືບ​ຕໍ່​ຊ່ວຍເຫຼືອເພີ່ມ​ທະວີ​ຄວາມສາມາດໃນການຕ້ານທານໃຫ້​ບັນດາ​ປະຊາ​ຄົມທີ່ມີຄວາມສ່ຽງງ່າຍ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.