OECD ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ໃໝ່​ຄື​ ການ​ຫັນປ່ຽນ​ສີຂຽວ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ

18:51 | 27/10/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ຕຸລາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Mathias Cormann ​ເລຂາທິການ​ໃຫຍ່​ອົງການ​ຮ່ວມ​ມື​ເສດຖະກິດ ​ແລະ ພັດທະນາ (OECD) ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ OECD - ລັດຖະມົນຕີ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ພາຍ​ໃນ. ຂອບ​ເຂດ​ການ​ເປັນ​ປະ​ທານ​ຮ່ວມ​ຂອງ​ໂຄງ​ການ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEARP) ຂອງ OECD ​ໃນ​ປີ 2023 ໄດ້​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ 2 ຕິດ​ຕໍ່​ກັນ​ຢູ່​ຮ່າ​ໂນ້ຍ.

ຫຽອດນາມ: ການ​ຫັນ​ເປັນ​ດີ​ຈີ​ຕອນແຫ່ງ​ຊາດ​ ​ຕ້ອງ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ ຫຽອດນາມ: ການ​ຫັນ​ເປັນ​ດີ​ຈີ​ຕອນແຫ່ງ​ຊາດ​ ​ຕ້ອງ​ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ
ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ​ຍິງ​ໃນ​ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ທົ່ວ​ໂລກ ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ ແລະ ເດັກ​ນ້ອຍ​ຍິງ​ໃນ​ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ທົ່ວ​ໂລກ

ຕອນ​ບ່າຍ​ວັນ​ທີ 27 ຕຸລາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Mathias Cormann ​ເລຂາທິການ​ໃຫຍ່​ອົງການ​ຮ່ວມ​ມື​ເສດຖະກິດ ​ແລະ ພັດທະນາ (OECD) ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ OECD - ລັດຖະມົນຕີ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ພາຍ​ໃນ. ຂອບ​ເຂດ​ການ​ເປັນ​ປະ​ທານ​ຮ່ວມ​ຂອງ​ໂຄງ​ການ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (SEARP) ຂອງ OECD ​ໃນ​ປີ 2023 ໄດ້​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ 2 ຕິດ​ຕໍ່​ກັນ​ຢູ່​ຮ່າ​ໂນ້ຍ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ເລື່ອງ OECD ຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມ ໃນການຮັບປະກັນບົດບາດເປັນປະທານຮ່ວມ SEARP, ເປັນຕົ້ນແມ່ນການປະກອບສ່ວນເຂົ້າໃນຜົນສຳເລັດຂອງ ເວທີປາໄສ ລັດຖະມົນຕີ OECD - ອາຊີຕາເວັນອອກສ່ຽງໃຕ້ ແລະ ເວທີປາໄສການລົງທຶນ ຫວຽດນາມ - OECD, ທີ່ຫາກໍ່ດຳເນີນໃນລະຫວ່າງວັນທີ 26 - 27 ຕຸລາ.

OECD ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ໃໝ່​ຄື​ ການ​ຫັນປ່ຽນ​ສີຂຽວ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Mathias Cormann ເລຂານຸການໃຫຍ່ ອົງການຮ່ວມມື ແລະ ພັດທະນາ ເສດຖະກິດ (OECD) (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ OECD ຊ່ວຍຫວຽດນາມ ສ້າງນະໂຍບາຍດຶງດູດການລົງທຶນທີ່ມີຄຸນນະພາບສູງ, ທັງຊ່ວຍຫວຽດນາມ ເຂົ້າຮ່ວມລະບົບມູນຄ່າ ແລະ ສະໜອງທົ່ວໂລກ ຢ່າງເລິກເຊິ່ງ, ທັງຮັບປະກັນຜົນປະໂຫຍດນັກລົງທຶນ ແລະ ທັງຕອບສະໜອງໄດ້ການນຳໃຊ້ບັນດາມາດຖານໃໝ່ ຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນ ພາສີລະດັບຕ່ຳສຸດໃນທົ່ວໂລກ.

ທ່ານເລຂານຸການໃຫຍ່ OECD ຖືວ່າ ໃນສະພາບການ ທົ່ວໂລກມີການປ່ຽນແປງຫຼາຍຢ່າງ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອດຶງດູດການລົງທຶນທີ່ມີຄຸນນະພາບສູງ ມຸ່ງໄປເຖິງການພັດທະນາສີຂຽວ, ຍືນຍົງ. ທ່ານເລຂານຸການໃຫຍ່ ຢັ້ງຢືນວ່າ ຫວຽດນາມ ມີຄວາມສຳຄັນດ້ານຍຸດທະສາດ ສຳລັບ OECD, ທ່ານເຫັນດີເປັນເອກະພາບຈະຍົກລະດັບການພົວພັນ ຫວຽດນາມ - OECD ໃນໄລຍະຈະມາເຖິງ.

ທ່ານ​ເລຂາທິການ​ໃຫຍ່ OECD Mathias Cormann ຂອບ​ອົກ​ຂອບ​ໃຈ​ທ່ານ​ນາຍົກລັດຖະມົນຕີ ທີ່​ມີ​ຄວາມ​ຮູ້ສຶກ​ດີ ​ແລະ ຕີ​ລາຄາ​ສູງ​ບົດບາດ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ຖານະ​ເປັນ​ປະທານ​ຮ່ວມ​ຂອງ​ໂຄງການ SEARP, ພິ​ເສດ​ແມ່ນ​ຂໍ້​ລິ​ເລີ່​ມຈັດ​ຕັ້ງ​ເວທີ​ປາ​ໄສ​ລັດຖະມົນຕີ OECD – ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ​ເລຂາທິການ​ໃຫຍ່​ໄດ້​ຊົມ​ເຊີຍ​ຫົວ​ຂໍ້​ທີ່​ເລິກ​ເຊິ່ງ ​ແລະ ຮີບ​ດ່ວນ​ຂອງ​ເວທີ​ປາ​ໄສ​ປີ​ນີ້ “ການ​ລົງທຶນ​ແບບ​ຍືນ​ຍົງ ​ແລະ ມີ​ຄຸນ​ນະພາ​ບ: ແຮງ​ຂັບ​ເຄື່ອນ​ໃໝ່​ຂອງ OECD - ຄູ່​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ຂັ້ນ​ຂອງ​ບັນດາ​ລັດຖະມົນຕີ​ຂອງ​ບັນດາ​ປະ​ເທດ.

ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງແບ່ງປັນ​ບັນດາ​ທິດ​ທາງ​ຍຸດ​ທະ​ສາດ​ພັດທະນາ, ​ເນັ້ນ​ໜັກ​ເຖິງ​ບັນດາ​ບຸລິມະສິດ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ມີ 3 ບາດກ້າວ​ບຸກທະລຸ​ຍຸດ​ທະ​ສາດ​ໃນ​ບັນດາ​ສະ​ຖາ​ບັນ, ພື້ນຖານ​ໂຄງ​ລ່າງ ​ແລະ ຊັບພະຍາກອນ​ມະນຸດ; ສົມທົບ​ກັນ​ຊຸກຍູ້​ການ​ເຕີບ​ໂຕ​ທີ່​ສຳຄັນ (ການ​ສົ່ງ​ອອກ, ການ​ລົງທຶນ, ການ​ບໍລິ​ໂພ​ກ) ​ໃນ​ຂະນະ​ທີ່​ຊຸກຍູ້​ການ​ເຕີບ​ໂຕ​ໃໝ່​ເຊັ່ນ: ​ເສດຖະກິດ​ສີຂຽວ, ການ​ຫັນ​ເປັນ​ດິຈິ​ຕອລ, ​ເສດຖະກິດ​ວົງ​ຈອນ, ການ​ປ່ອຍ​ອາຍ​ພິດ​ຕ່ຳ, ເສດຖະກິດ​ສະຫຼາດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.