ວິສາຫະກິດຫວຽດນາມ ຄົ້ນຫາຜູ້ສະຫນອງສິນຄ້າຢູ່ລາວ

07:50 | 28/09/2019

ຍສໝ - ມີຫລາຍກວ່າ 200 ຮ້ານຂາຍເຄື່ອງຂອງວິສາຫະກິດຫວຽດນາມ ໄດ້ເຂົ້າຮວ່ມການວ່າງສະແດງ ສະເຫນີສິນຄ້າ, ການບໍລິການ, ຊອກຫາຄູ່ຮ່ວມມື ຢູ່ ງານຕະຫລາດນັດການວ່າງສະແດງການຄ້າ-ການບໍລິການ-ການທ່ອງທ່ຽວ ຂອງນະຄອນໂຮ່ຈິ໋ມີນ ຕັ້ງຢູ່ແຂວງສະຫວັນນະເຂດ ຄັ້ງທີ 3 ປີ 2019.

ງານຕະຫລາດນັດຂອງສູນກາງສົ່ງເສີມການຄ້າ ແລະ ການລົງທຶນ ໄດ້ສົມທົບກັບກົງສຸນໃຫຍ່ຫວຽດນາມ ຢູ່ແຂວງສະຫວັນນະເຂດ ( ສາທານະລະລັດ ປະຊາທິປະໄຕ ປະຊາຊົນລາວ ), ພະແນກອຸດສາຫະກຳ ແລະ ການຄ້າຂອງແຂວງສະຫວັນນະເຂດ, ກົງສຸນກາງລາວຢູ່ນະຄອນໂຮ່ຈິ໋ມີນ ໄດ້ຈັດຕັ້ງຢູ່ ສູນກາງກອງປະຊຸມການວ່າງສະແດງສາກົນ ຂອງແຂວງສະຫວັນນະເຂດ, ຈັດຂຶ້ນແຕ່ວັນທີ 25/09 ຫາ 29/09/2019.

ເມື່ອໄດ້ກ່າວຄຳປາໄສຂອງພິທີເປີດສະເຫນີ, ທ່ານ ຟ້າມທ້ຽດຮວ່າ - ຫົວຫນ້າ ITPC ໄດ້ເວົ້າວ່າ ໃນ 3 ປີແລ້ວນີ້ ນະຄອນໂຮ່ຈິ໋ມີນໄດ້ຈັດຂຶ້ນຫລາຍກວ່າ 30 ພິທີການສົ່ງເສີມການຄ້າຢູ່ຫລາຍແຂວງຂອງປະເທດລາວຄື ແຂວງໄຊສົມບຸນ, ແຂວງສະຫວັນນະເຂດ,...ປະກອບສວ່ນຊວ່ຍໃຫ້ພາວົງເງິນການຄ້າສອງຝ່າຍ ລາວ-ຫວຽດນາມ ໄດ້ພັດທະນາໄປເລື້ອຍ, ໂດຍສະເພາະແມ່ນ ເດືອນ 7 ໃນປີ 2019 ແມ່ນ 663,7 USD; ເພີ່ມຂຶ້ນ 13,1% ກັບທ້າຍປີ 2018.

ວິສາຫະກິດຫວຽດນາມ  ຄົ້ນຫາຜູ້ສະຫນອງສິນຄ້າຢູ່ລາວ

ຮ້ານຂາຍເຄື່ອງຂອງວິສາຫະກິດຫວຽດນາມທີ່ງານວາງສະແດງສິນຄ້າ. (ພາບ: petrotimes.vn)

ຊວ່ງເວລາຕໍ່ໄປ, ນະຄອນໂຮ່ຈິ໋ມີນ ແລະຫລາຍແຂວງຂອງລາວກໍຈະສືບຕໍ່ການສົ່ງເສີມ, ຍົກສູງປະໂຫຍດຂອງຫານຮວ່ມມື, ຢັ້ງຢືນການຕັດສິນໃຈການເພີ່ມທະວີຫລາຍຂຶ້ນກ່ຽວກັບສາຍພົວພັນການຮວ່ມມືທາງເສດຖະກິດ, ການຄ້າ. ຫລັງຈາກ 2 ຄັ້ງທີ່ໄດ້ຈັດຂຶ້ນມາຢ່າງສຳເລັດຜົນ ( ປີ 2017 ແລະປີ 2018 ), ງານຕະຫລາດການວ່າງສະແດງການຄ້າ - ກາບໍລິການ - ການທ່ອງທ່ຽວ ຂອງນະຄອນໂຮ່ຈິ໋ມີນ ຢູ່ແຂວງສະຫວັນນະເຂດ ຄັ້ງທີ 3 ປີ 2019 ສືບຕໍ່ການສົ່ງເສີມສາຍພົວພັນທາງເສດຖະກິດ - ການຄ້າ ລະຫວ່າງນະຄອນໂຮ່ຈິ໋ມີນ ແລະແຂວງສະຫວັນນະເຂດ; ໜູນຊວ່ຍໃຫ້ວິສາຫະກິດໄດ້ເປີດກວ້າງອັດຕາການຕະຫລາດຢູ່ປະເທດລາວ, ໂດຍສະເພາະແມ່ນພາກກາງຂອງລາວ ບ່ອນມີຄວາມຕ້ອງການ ການໃຊ້ຈ່າຍຜະລິດຕະພັນທີ່ເຫມາະກັບແຮງກຳລັງການຜະລິດຂອງວິສາຫະກິດຕົວເມືອງ.

ງານຕະຫລາດນັດການວ່າງສະແດງການຄ້າ - ການບໍລິການ - ການທ່ອງທ່ຽວ ຂອງນະຄອນໂຮ່ຈິ໋ມີນ ຢູ່ແຂວງສະຫວັນນະເຂດ ຄັ້ງທີ 3 ປີ 2019 ໄດ້ມີ 250 ຫນ້າຮ້ານຂອງ 320 ວິສາຫະກິດ, ໃນນັ້ນແມ່ນ 200 ຫນ້າຮ້ານຂອງຫວຽດນາມ ແລະ 50 ຫນ້າຮ້ານຂອງລາວ; ປະກອບມີຜະລິດຕະພັນຂອງ : ອຸດສາຫະກຳ, ເຄື່ອງນຸ່ງຮົ່ມ, ເກີບ, ຢາງທຳມະດາ ແລະຢາງພາລາ, ເຄື່ອງຈັກ, ຜະລິດຕະພັນກະເສດ ແລະອາຫານ, ເອເລັກຕຼົງ, ຫັດທະກຳສິລະປະກຳ ແລະ ຂອງຕ້ອນຕ່າງໆ, ເຄື່ວງເຟີນີເຈີ, ວັດຖຸອຸປະກອນການກໍ່ສ້າງ, ບໍລິການທ່ອງທ່ຽວ, ການເງິນ, ການຂົນສົ່ງ,...

ໃນງານຕະຫລາດນັດ, ຄະນະຈັດຕັ້ງການວ່າງສະແດງຮູບພາບກ່ຽວກັບການສະເຫນີວັດທະນະທຳ, ເສດຖະກິດ, ສັງຄົມ, ການທ່ອງທ່ຽວຂອງນະຄອນໂຮ່ຈິ໋ມີນ ມາກັບປະຊາຊົນລາວ, ງານວ່າງສະແດງສິນຄ້າເອກະລັກ ຂອງນະຄອນໂຮ່ຈິ໋ມີນ ແລະຜະລິດຕະພັນຂອງວິສາຫະກິດ. ງານຕະຫລາດນັດມີບ່ອນຕໍ່ໃສ່ກັນຂອງການພົວພັນການຄ້າລະຫວ່າງວິສາຫະກິດ ເພື່ອໃຫ້ຊອກຫາໂອກາດຮວ່ມມືລົງທຶນ, ຊອກຫາຄູ່ຮວ່ມມືເຮັດທຸລະກິດ, ຂຸດຄົ້ນທ້ອງຕະຫລາດ, ເປີດກວ້າງລະບົບຮ້ານຂາຍເຄື່ອງ ແລະຊ່ອງການແຈກຈ່າຍຜະລິດຕະພັນ ຢູ່ທ້ອງຕະຫລາດລາວ.

ວິສາຫະກິດຫວຽດນາມ  ຄົ້ນຫາຜູ້ສະຫນອງສິນຄ້າຢູ່ລາວ


ທ່ານຟ້າມທ້ຽດຮວ່າ ໄດ້ໃຫ້ຮູ້ວ່າ ປະຊາຊົນແຂວງສະຫວັນນະເຂດເວົ້າໂດຍສະເພາະ ແລະ ປະຊາຊົນລາວເວົ້າລວມ ແມ່ນໄດ້ຕີລາຄາສິນຄ້າຂອງຫວຽດນາມແມ່ນ ອຸດົມ, ສົມບຸນ, ຄຸນນະພາບດີ, ລາຄາເຫມາະສົມກັບຄວາມຕ້ອງການໃຊ້ຈ່າຍຂອງປະຊາຊົນລາວ. ແຕ່ກ່ອນ, ຜະລິດຕະພັນຂອງຫວຽດນາມໄດ້ປະກົດຕົວຢູ່ບາງແຂວງຂອງພາກກາງ ປະເທດລາວ ສວ່ນຫລາຍແມ່ນຕ້ອງສົ່ງຜ່ານທາງຊາຍແດນທີ່ນ້ອຍ. ການປະຕົວຂອງຜະລິດຕະພັນຂອງນະຄອນໂຮ່ຈິ໋ມີນຂອບຂະຫນາດກ້ວາງ, ມີການຈັດຕັ້ງມີແບບມີແຜນ ແລະມີວິສາຫະກິດທີ່ມີຄວາມນິຍົມ, ພາໃຫ້ສະເຫນີຜະລິດຕະພັນລວ້ນແຕ່ມີກາຫມາຍ, ເຄົ້າກຳເນີດຈະແຈ້ງ, ແມ່ນເຫດການທີ່ບໍ່ເຄີຍມີຂອງແຂວງສະຫວັນນະເຂດ ໃນ 3 ປີແລ້ວນີ້, ປະກອບສ່ວນເຮັດໃຫ້ການຈັດຕັ້ງມີຄວາມມິດໃຈຕໍ່ກັບຜະລິດຕະພັນຂອງຫວຽດນາມໃນສາຍຕາຂອງຄົນລາວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.