ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື

22:35 | 17/03/2025

ຍສໝ - ຕອນເຊົ້າວັນທີ 15 ມີນາ, ຢູ່ ອຸດອນ ທານີ (ໄທ), ສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ Fukuoka, ປະເທດ ຍີ່ປຸ່ນ ໄດ້ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ ແຂວງ ຂອນແກ່ນ, ປະເທດ ໄທ ໄດ້ຈັດຕັ້ງເວທີປາໄສ “ເຊື່ອມຕໍ່ການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຍີ່ປຸ່ນ - ໄທ - ຫວຽດນາມ”.

ຫວຽດນາມ-ລາວ-ກຳປູເຈຍ ເພີ່ມທະວີຄວາມສາມັກຄີ, ເພີ່ມປະສິດທິຜົນການຮ່ວມມື, ເຊື່ອມຕໍ່ ໃນໄລຍະພັດທະນາໃໝ່
ການຮ່ວມມືຢູ່ທ້ອງຖິ່ນແມ່ນຊ່ອງທາງທີ່ແທ້ຈິງໃນການພົວພັນ ຫວຽດນາມ - ຍີ່ປຸ່ນ

ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ຫວຽດນາມ ພວມອາ​ໄສ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ຍີ່​ປຸ່ນ ​ແລະ ​ໄທ ມີໂອກາດ​ພົບ​ປະ, ​ເຊື່ອມ​ຕໍ່, ຮ່ວມ​ມື ​ແລະ ​ແລກປ່ຽນ​ກັບບັນດາວິ​ສາ​ຫະກິດ​ໜຸ່ມ ຫວຽດນາມ.

ກ່າວ​ຄຳ​ປາໄສ​ທີ່​ເປີດເວທີ​, ທ່ານ​ນາງ ຫວູຈີ​ມາຍ, ຫົວໜ້າກົງສູນ​ໃຫຍ່ ​ຫວຽດນາມ ປະຈຳ Fukuoka, ປະ​ເທດ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ ​ໃນ​ສະພາບການ​ທີ່​ໂລກ ​ແລະ ພາກ​ພື້ນ​ພວມ​ປະສົບ​ກັບ​ບັນດາສິ່ງ​ທ້າ​ທາຍ​ ​ແບບເກົ່າ ​ແລະ ແບບ​ໃໝ່, ປະຊາ​ຄົມນັກທຸລະກິດ​ຂອງ​ພວກ​ເຮົາ​ບໍ່​ວ່າ​ຢູ່​ພາຍ​ໃນ ​ຫຼື ຕ່າງປະ​ເທດ​ຕ້ອງລ້ວນແຕ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ​ເວທີ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ເຖິງ​ຕະຫຼາດ, ຊອກ​ຫາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ເປີດກວ້າງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢູ່​ພາກ​ພື້ນ. ພ້ອມ​ກັນ​ນັ້ນ, ​ເຫດການ​ກໍ່ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ ​ແລະ ຮູບ​ພາບ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ​ໃນ​ເວທີ​ສາກົນ. ນີ້​ກໍ່​ແມ່ນ​ຂົວເຊື່ອມ​ຕໍ່​ຊ່ວຍ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ ຫວຽດນາມ ຢູ່​ຕ່າງປະ​ເທດ​ຕິດພັນກັບ​ກັບ​ບ້ານ​ເກີດ​ເມືອງ​ນອນ ​ແລະ ອະນຸລັກ​ຮັກສາ​ສີສັນວັດທະນະທຳ​ ຫວຽດນາມ.

ແບ່ງປັນກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືດ້ານການຄ້າ, ການທ່ອງທ່ຽວ ແລະ ກາລະໂອກາດລົງທຶນຢູ່ ຍີ່ປຸ່ນ, ພ້ອມກັບບັນດາທ່າແຮງຂອງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ, ທ່ານນາງ ຫວູຈີ່ມາຍ ໃຫ້ຮູ້ວ່າ Kyushu ແມ່ນເຂດທີ່ສຸມໃສ່ຫຼາຍຂະແໜງອຸດສາຫະກຳເຊັ່ນ ນ້ຳມັນເຊື້ອໄຟ, ການຜະລິດລົດໃຫຍ່, ທາດເຄິ່ງຊັກນຳໄຟຟ້າ ແລະ ໂລຫະ.

ຕາມ​ທ່ານ​ນາງ ຫວູ​ຈີ​ມາຍ ​ແລ້ວ, Kyushu ​ແມ່ນ​ປະຕູ​ສຳຄັນ​ຂອງ​ຍີ່​ປຸ່ນ ​ໃນ​ການທ່ອງທ່ຽວ ​ແລະ ການ​ຄ້າ​ສາກົນ. ດ້ວຍປະຊາກອນປະມານ 1,274 ລ້ານຄົນ, ກວມເອົາ 10,2% ຂອງປະຊາກອນທັງຫມົດຂອງຍີ່ປຸ່ນ. ເນື້ອທີ່ ແລະ GDP ກວມເອົາປະມານ 10% ຂອງຍີ່ປຸ່ນທັງຫມົດ, ດັ່ງນັ້ນ ຂອບຂະຫນາດເສດຖະກິດຂອງ Kyushu ຖືກເອີ້ນວ່າ "10% ເສດຖະກິດ". Kyushu ແມ່ນບ່ອນຜະລິດລົດໃຫຍ່ແຖວໜ້າຂອງຍີ່ປຸ່ນ, ກວມເອົາປະມານ 15% ຂອງສ່ວນແບ່ງຕະຫຼາດທັງຫມົດຂອງຍີ່ປຸ່ນໃນຈໍານວນລົດທີ່ຜະລິດ.

ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື

​ເວທີ​ປາ​ໄສ “​ເຊື່ອມ​ຕໍ່​ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ ຍີ່ປຸ່ນ - ​ໄທ - ຫວຽດນາມ” ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ວິ​ສາ​ຫະກິດ​ເກືອບ 100 ຄົນ​ທີ່​ມາ​ຈາກ 3 ປະ​ເທດ.

“ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ຖານ​ກົງ​ສູນ​ໃຫຍ່​ ຫວຽດ​ນາມ ປະ​ຈຳ Fukuoka ຈະ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ແລະ ເປີດກວ້າງ​ການ​ເຊື່ອມຕໍ່​ກັບ ໄທ. ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮ່ວມເດີນທາງ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂຸດ​ຄົ້ນຄວາມສາມາດບົ່ມຊ້ອນ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ,” ທ່ານ​ນາງ ຫວູຈີມາຍ, ກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ Fukuoka, ປະ​ເທດ ຍີ່ປຸ່ນ ​ເນັ້ນ​ໜັກ​.

ກ່າວ​ຄຳ​ປາໄສ​ທີ່​ເວທີ​, ທ່ານ ດິງຮ່ວາງ​ລິງ, ຫົວໜ້າກົງສູນ​ໃຫຍ່​ ຫວຽດນາມ ປະຈຳ ຂອນ​ແກ່ນ, ​ໄທ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ​ຫວຽດນາມ - ​ໄທ ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ​ແທດ​ຈິງ, ສ້າງ​ພື້ນຖານ​ອັນ​ສຳຄັນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ.

ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ໄທ, ອຸ​ດອນ ​ທາ​ນີ​ ແມ່ນ​ສູນ​ກາງ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ເຊື່ອມ​ຕໍ່​ທີ່​ສຳ​ຄັນ. ດ້ວຍ​ໂຄງ​ລ່າງ​ຄົມມະນາຄົມ​ທີ່​ພັດທະນາ​ແລ້ວ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ພວມ​ກໍ່ສ້າງ ​ແລະ ສະໜາມ​ບິນ​ສາກົນ, ອຸ​ດອນ​ທາ​ນີ ພວມ​ກາຍ​ເປັນ​ສະຖານ​ທີ່​ດຶງ​ດູດໃຫ້ບັນດາ​ນັກ​ລົງທຶນ.

ວິສາຫະກິດ ຫວຽດນາມ ຢູ່ ຍີ່ປຸ່ນ - ໄທ - ຫວຽດນາມ ເຊື່ອມຕໍ່ ແລະ ຮ່ວມມື

ບັນດາ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ທີ່​ເວທີ​.

ນີ້​ແມ່ນ​ແຫຼ່ງກຳລັງ​ສຳຄັນ​ທີ່​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໂດຍ​ກົງ ​ແລະ ​ທັງເປັນ​ສວມບົດບາດຂົວເຊື່ອມ​ຕໍ່​ສົ່ງເສີມຊຸກຍູ້​ການ​ລົງທຶນ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ ຫວຽດນາມ ​ແລະ ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ໄທ.

ດ້ວຍບັນດາທ່າໄດ້ປຽບຂ້າງເທິງ, ທ່ານ ດິງຮວ່າງລິງ ເຊື່ອໝັ້ນວ່າ ບັນດາວິສາຫະກິດ ຍີ່ປຸ່ນ ແລະ ຫວຽດນາມ ສາມາດໝູນໃຊ້ກາລະໂອກາດເພື່ອເປີດກວ້າງຕະຫຼາດ, ຮ່ວມມື ແລະ ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

ຕີລາຄາສູງຂໍ້ລິເລີ່ມຈັດຕັ້ງເວທີຂອງສອງອົງການຕາງໜ້າ ຫວຽດນາມ ຢູ່ ໄທ ແລະ ຍີ່ປຸ່ນ, ປະຊາຄົມວິສາຫະກິດ ຫວຽດນາມ ຢູ່ 3 ປະເທດ ຫວຽດນາມ - ໄທ - ຍີ່ປຸ່ນ, ທ່ານ ຫງວຽນແມ້ງດົງ, ຮອງປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ແລະ ຄະນະກຳມະບານແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ຈະສ້າງເງື່ອນໄຂເພື່ອເພີ່ມທະວີກຳລັງແຮງເຊື່ອມຕໍ່ປະຊາຄົມວິສາຫະກິດຢູ່ຕ່າງປະເທດນຳເອົາບັນດາການນຳໃຊ້ຢ່າງແທດຈິງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ.

ທີ່​ເວທີ​, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ລະຫວ່າງບັນດາ​ສະມາຄົມ ​ແລະ ວິ​ສາ​ຫະກິດຊາວຫວຽດນາມ ຢູ່ 3 ປະ​ເທດ​ ຫວຽດນາມ - ​ໄທ - ຍີ່ປຸ່ນ.

ພາສາ ແລະ ດົນຕີ ສ້າງຂົວເຊື່ອມຕໍ່ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ
ເປີດສະຫຼອງບ້ານວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຢູ່ ລອງອານ

ແທັງຮັ່ງ