ວິສາຫະກິດຫວຽດນາມ ນັບມື້ນັບຂຸດຄົ້ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ໄດ້ເປັນຢ່າງດີ

14:00 | 28/12/2022

ປະຈຸບັນ, ວິສາຫະກິດ ຫວຽດນາມ ໄດ້ຍາດແຍ່ງ, ຂຸດຄົ້ນສັນຍາ, ມູນຄ່າເພີ່ມການສົ່ງອອກສິນຄ້າ ເຂົ້າບັນດາຕະຫຼາດ.

ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021 ໄດ້ເປັນຢ່າງດີ ດ້ວຍບັນດາການປະກອບສ່ວນ, ຂີດໝາຍໃໝ່ ຫວຽດນາມ ປະຕິບັດບົດບາດເປັນປະທານສະພາຄວາມໝັ້ນຄົງເດືອນ ເມສາ 2021 ໄດ້ເປັນຢ່າງດີ ດ້ວຍບັນດາການປະກອບສ່ວນ, ຂີດໝາຍໃໝ່
ວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນຫລາຍກວ່າ 10.000 ຜະລິດຕະພັນແຟຊັ່ນ ໃຫ້ແກ່ແມ່ຍິງລາວ ວິສາຫະກິດຫວຽດນາມ ໄດ້ມອບຂອງຂວັນຫລາຍກວ່າ 10.000 ຜະລິດຕະພັນແຟຊັ່ນ ໃຫ້ແກ່ແມ່ຍິງລາວ
ພາບປະກອບ
ພາບປະກອບ

ການປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໄດ້ນຳມາເຊິ່ງການເຕີບໂຕການສົ່ງອອກທີ່ໜ້າປະທັບໃຈໃຫ້ຫວຽດນາມ, ນີ້ແມ່ນກຳລັງໜູນເປີດກວ້າງເສັ້ນທາງໃຫ້ແກ່ສິນຄ້າຫວຽດນາມ ໄປບັນດາຕະຫຼາດໃໝ່ ແລະ ມີຄວາມສາມາດບົ່ມຊ້ອນ. ວິສາຫະກິດ ຫວຽດນາມ ໄດ້ຂຸດຄົ້ນໂອກາດຢູ່ຕະຫຼາດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ແລະ ບັນລຸໝາກຜົນຢ່າງຕັ້ງໜ້າ. ນີ້ແມ່ນການຢັ້ງຢືນຢູ່ກອງປະຊຸມສະຫຼຸບ 3 ປີ ແຫ່ງການປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ-ປາຊີຟິກ ດ້ວຍຫົວຂໍ້ “ຍາດແຍ່ງທ່າແຮງຂອງຜູ້ນຳໜ້າ” ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຕັ້ງ ໃນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ.

ໄລ່ຮອດໝົດເດືອນຕຸລາ 2022, ຍອດວົງເງິນນຳເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ບັນລຸກວ່າ 88 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນປະມານ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ວົງເງິນສົ່ງອອກໄປຍັງຕະຫຼາດບັນດາປະເທດສະມາຊິກຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ບັນລຸກວ່າ 45 ຕື້ ໂດລາສະຫາລັດ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ປະຈຸບັນ, ວິສາຫະກິດ ຫວຽດນາມ ໄດ້ຍາດແຍ່ງ, ຂຸດຄົ້ນສັນຍາ, ມູນຄ່າເພີ່ມການສົ່ງອອກສິນຄ້າເຂົ້າບັນດາຕະຫຼາດ. ແນວໃດກໍ່ຕາມ, ທ່ານນາງ ຫງວຽນຖິທູຈາງ, ອຳນວຍການອົງການການຄ້າໂລກ (WTO) ແລະ ເຊື່ອມໂຍງ, ສະຫະພັນອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI), ກ່າວວ່າ: ບັນດາວິສາຫະກິດຕ້ອງເພີ່ມຄວາມໄວຂຶ້ນກວ່າອີກ.

ໄຊພອນ

ເຫດການ
302 Found

Found

The document has moved here.