![]() |
ອາດເວົ້າໄດ້ວ່າຖ້ຳຫີນ ເບແລມ ນີ້ໃຫຍ່ທີ່ສຸດຢູ່ ເງະອານ ໃນວັນບຸນຄຼິດສະມາດປີນີ້, ດ້ວຍຄວາມສູງປະມານ 20 ແມັດ, ພ້ອມກັບການອອກແບບຢ່າງມີຊີວິດຊີວາ, ວາດພາບປະຫວັດສາດແຕ່ກີ້ແຕ່ກອນ. (ພາບ: phapluatxahoi.) |
![]() |
ຖ້ຳຫີນເບແລມ ຢູ່ເຂດຊາວຄຼິດ ແກງາຍ ຂຶ້ນກັບຕາແສງ ຮຶງໄຕ, ເມືອງ ຮຶງງວຽນ (ເງະອານ) ກາຍເປັນຈຸດພົ້ນເດັ່ນໃນລະດູຄຼິດສະມາດຢູ່ແຫ່ງນີ້.(ພາບ: phapluatxahoi.) |
![]() |
ເພື່ອສ້າງຖ້ຳຫີນທີ່ໃຫຍ່ໂຕມະໂຫຖານນີ້, ນອກຈາກການລະດົມປະຊາຊົນເຂດຊາວຄຼິດເປັນຈຳນວນຫຼາຍແລ້ວ ກໍ່ຕ້ອງເສຍເວລາຫຼາຍພໍສົມຄວນ.(ພາບ: phapluatxahoi.) |
![]() |
ຄະນະບໍລິຫານງານເຊດຊາວຄຼິດ ແກງາຍ (ຜູ້ຮັບຜິດຊອບການກໍ່ສ້າງຖ້ຳ) ໃຫ້ຮູ້ວ່າ ໂຄງການໄດ້ຮັບການເລີ່ມລົງມືກໍ່ສ້າງນັບແຕ່ວັນທີ 13 ພະຈິກ ແລະ ສຳເລັດໃນວັນທີ 16 ທັນວາ, ໄລ່ສະເລ່ຍແຕ່ລະວັນ ເຊດຊາວຄຼິດລະດົມໄດ້ປະຊາຊົນກ່ວາ 30 ຄົນເຂົ້າຮ່ວມການລົງມືກໍ່ສ້າງ.(ພາບ: phapluatxahoi.) |
![]() |
ຖ້ຳຫີນສູງປະມານ 20 ແມັດ ຍາວເຖິງ 70 ແມັດ, ຕ້ອງນຳໃຊ້ຕົ້ນໄມ້ໃຜ່ກ່ວາ 1000 ຕົ້ນ ແລະ ເປົາຊີມັງ ກ່ວາ 7000 ເປົາ.(ພາບ: phapluatxahoi.) |
![]() |
ນ້ຳຕົກຕາດທີ່ໃຫຍ່ໂຕມະໂຫຖານໄດ້ຮັບການສ້າງຕັ້ງຢ່າງພິຖິພິຖັນ(ພາບ: phapluatxahoi.) |
![]() |
ຢູ່ກາງໜອງນ້ຳມີແສງໄຟທີ່ສວຍງາມ ແລະ ມີແຖວໜັງສື ຕ້ອນຮັບວັນບຸນ ຄຼິດສະມາດ.(ພາບ: phapluatxahoi.) |
![]() |
ທາງໃນໂບດຊາວຄຼິດ ແກງາຍ…(ພາບ: phapluatxahoi.) |
![]() |
ພາບຈຸດເວລາທີ່ເປັນສັກກະລະບູຊາຕ້ອນຮັບ ສິ່ງສັກສິດໃນວັນຄຼິດສະມາດ(ພາບ: phapluatxahoi.) |
ບຸນຄົງ