| ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ແຂວງ ອານຢາງ (An Giang) ກັບ ລາວ ແລະ ກຳປູເຈຍ | |
| ເປີດຕົວໂຄງການທີ່ມີມູນຄ່າຫຼາຍກວ່າ 11,3 ຕື້ດົ່ງ ເພື່ອຊ່ວຍເຫຼືອເດັກນ້ອຍທີ່ດ້ອຍໂອກາທີ່ ເກີນເທີ |
![]() |
| ໂຄງການດັ່ງກ່າວໄດ້ຮັບການກໍ່ສ້າງຂຶ້ນຈາກແຫຼ່ງທຶນອຸປະຖຳ ໂດຍແມ່ນສະຫະພັນບັນດາອົງການຈັດຕັ້ງມິດທະພາບແຂວງ ອານຢາງ ເປັນຜູ້ຂົນຂວາຍອົງການ Sunflower Mission ໃຫ້ການສະໜັບສະໜູນ, ດ້ວຍຍອດງົບປະມານຫຼາຍກວ່າ 4,9 ຕື້ດົ່ງ. ເຂດໂຄງການປະກອບມີ ຫ້ອງຮຽນໃໝ່ຈຳນວນ 6 ຫ້ອງ, ເຂດຫ້ອງນ້ຳ, ເດີ່ນຫຼິ້ນ ແລະ ອຸປະກອນເຄື່ອງຫຼິ້ນກາງແຈ້ງ, ປະກອບສ່ວນປັບປຸງເງື່ອນໄຂການສິດສອນ ແລະ ການຮຽນ ໃຫ້ແກ່ຄູ-ອາຈານ ແລະ ນັກຮຽນພາຍໃດໂຮງຮຽນ. ຄຽງຄູ່ກັບວຽກງານການລົງທຶນທາງດ້ານພື້ນຖານໂຄງລ່າງ, ໂຄງການຍັງໄດ້ປະກອບຊຸດຄອມພິວເຕີຈຳນວນ 30 ຊຸດ ເພື່ອຮັບໃຊ້ເຂົ້າໃສ່ວຽກງານການສິດສອນ ແລະ ການຮຽນ, ສ້າງເງື່ອນໄຂໃຫ້ແກ່ນັກຮຽນໄດ້ເຂົ້າເຖິງເຕັກໂນໂລຊີຂໍ້ມູນຂ່າວສານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພາຍໃດການປ່ຽນແປງໃໝ່ທາງດ້ານການສຶກສາ ແລະ ການຫັນເປັນດີຈີຕອນພາຍໃດໂຮງຮຽນ. ກ່າວປາໄສຢູ່ພາຍໃດພິທີ, ຕົວແທນຈາກບັນດາກົມກອງໄດ້ໃຫ້ຮູ້ວ່າ ໂຄງການດັ່ງກ່າວບໍ່ພຽງແຕ່ປະກອບສ່ວນຍົກສູງຄຸນນະພາບການສຶກສາຢູ່ພາຍໃດທ້ອງຖິ່ນເທົ່ານັ້ນ, ແຕ່ຍັງສະແດງໃຫ້ແຫັນເຖິງຄວາມເອົາໃຈໃສ່ ແລະ ການຮ່ວມເດີນທາງຂອງບັນດາອົງການຈັດຕັ້ງສາກົນ ທີ່ມີຕໍ່ກັບພາລະກິດແຫ່ງການພັດທະນາການສຶກສາຢູ່ເຂດຊາຍແດນຂອງແຂວງ ອານຢາງ. ເນື່ອງໃນໂອກາດນີ້, ອົງການ Sunflower Mission ໄດ້ມອບຂອງຂວັນຈຳນວນ 319 ພາກສ່ວນໃຫ້ແກ່ນັກຮຽນ ໂຮງຮຽນປະຖົມ "B" ວິງໂຮ້ຍດົງ. ຂອງຂວັນແຕ່ລະພາກສ່ວນມີມູນຄ່າ 600.000 ດົ່ງ, ປະກອບສ່ວນເປັນການປຸກລະດົມ, ຊຸກຍູ້ໃຫ້ພວກຫຼານໆມີຄວາມມານະພະຍາຍາມພາຍໃດການຮຽນ-ການສຶກສາ ແລະ ຝຶກຝົນຫຼໍ່ຫຼອມຕົນເອງພາຍໃດສົກຮຽນໃໝ່. |
| ທຶນການສຶກສາ 77 ທຶນຈາກລັດ Hessen ໄດ້ມອບໃຫ້ນັກຮຽນທີ່ດ້ອຍໂອກາດໃນແຂວງ ອານຢາງ ຍສໝ - ສະມາຄົມມິດຕະພາບຫວຽດນາມ-ເຢຍລະມັນ ແຂວງອານຢາງ ສົມທົບກັບຫ້ອງການຜູ້ຕາງໜ້າລັດ Hessen (ສາທາລະນະລັດສະຫະພັນເຢຍລະມັນ) ບໍ່ດົນມານີ້ ໄດ້ຈັດການມອບທຶນການສຶກສາລັດ Hessen ແລະທຶນການສຶກສາ “ບຳລຸງສ້າງຄວາມມຸ່ງຫວັງ - ເສີມສ້າງອະນາຄົດ” ໃຫ້ແກ່ນັກຮຽນທີ່ດ້ອຍໂອກາດທີ່ມີຜົນງານການສຶກສາດີເດັ່ນໃນສົກຮຽນ 2025-2026. |
| ຍົກເລີກ 'ບັດເຫຼືອງ' ຂອງ IUU: ອານຢາງ ມຸ່ງໝັ້ນທີ່ຈະຮັບປະກັນວ່າບໍ່ມີເຮືອປະມົງທີ່ມີ "ສາມຂໍ້ບໍ່" ໄດ້ອອກທະເລ. ຍສໝ - ອີງຕາມທ່ານ ເລຮຶວຕວານ, ຜູ້ອຳນວຍການພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ອານຢາງ, ແຂວງກຳລັງເຂັ້ມງວດການຄຸ້ມຄອງກອງເຮືອຫາປາໂດຍໃຊ້ເຕັກໂນໂລຢີດີຈີຕອນ, ກຳຈັດສະຖານະການເຮືອຫາປາ “ສາມຂໍ້ບໍ່” ທີ່ດຳເນີນງານຢູ່ໃນບໍລິເວນຫາປາ. |
