![]() |
| ສະຫາຍ ເຈິ່ນແທງເໝິນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ; ສະຫາຍ ເຈິ່ນເກີມຕູ້, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ພ້ອມດ້ວຍບັນດາຜູ້ແທນ ເຂົ້າຢ້ຽມຊົມບັນດາບູດວາງສະແດງຜະລິດຕະພັນ ຢູ່ຂ້າງນອກກອງປະຊຸມໃຫຍ່ ຄັ້ງທີ IX. (ພາບ: ຟາມຮຶງ) |
ກອງປະຊຸມໃຫຍ່ໄດ້ດຳເນີນຂຶ້ນທ່າມກາງສະພາບການທີ່ປະເທດຊາດກ້າວເຂົ້າສູ່ຍຸກສະໄໝໃໝ່. ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ພວມຕັ້ງໜ້າຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະ ບັນດາມະຕິຂອງກົມການເມືອງ.
ສະມາຄົມຊາວນາແຕ່ລະຂັ້ນ ແລະ ຊົນຊັ້ນຊາວນາຫວຽດນາມ ພວມມານະພະຍາຍາມຈັດຕັ້ງປະຕິບັດບັນດາມະຕິຂອງພັກ, ຂອງກົມການເມືອງ, ເປັນພິເສດແມ່ນ ມະຕິເລກທີ 46-NQ/TW ລົງວັນທີ 20/12/2023; ຈັດຕັ້ງປະຕິບັດມະຕິເລກທີ 69/NQ-CP ລົງວັນທີ 11/5/2024 ຂອງລັດຖະບານ, ຂໍ້ຕົກລົງເລກທີ 182/QĐ-TTg ລົງວັນທີ 20/02/2024, ຂໍ้ຕົກລົງເລກທີ 517/QĐ-TTg ລົງວັນທີ 05/3/2025, ຂໍ້ຕົກລົງເລກທີ 1081/QĐ-TTg ລົງວັນທີ 05/6/2025, ຂໍ້ຕົກລົງເລກທີ 110/QĐ-TTg ລົງວັນທີ 16/01/2026 ຂອງທ່ານນາຍົກລັດຖະມົນຕີ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ສະມາຄົມຊາວນາຫວຽດນາມ, ວາລະດຳລົງຕຳແໜ່ງປີ 2023-2028 ແລະ ມະຕິກອງປະຊຸມໃຫຍ່ສະມາຄົມຊາວນາແຕ່ລະຂັ້ນ, ວາລະດຳລົງຕຳແໜ່ງປີ 2025-2030.
ດ້ວຍຈິດໃຈ “ສາມັກຄີ - ປະຊາທີປະໄຕ - ບຸກທະລຸ - ຮ່ວມມື - ພັດທະນາ”, ກອງປະຊຸມໃຫຍ່ມີໜ້າທີ່ຕີລາຄາສະພາບການ, ຜົນສຳເລັດຂອງວຽກງານສະມາຄົມ ແລະ ຂະບວນການຊາວນາ ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ VIII ມາຮອດປັດຈຸບັນ, ວາງທິດທາງ, ຄາດໝາຍ, ໜ້າທີ່ ແລະ ວິທີການແກ້ໄຂສຳລັບວາລະດຳລົງຕຳແໜ່ງປີ 2026-2031, ຫັນຈິດໃຈມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດຫວຽດນາມ ຄັ້ງທີ XI, ວາລະດຳລົງຕຳແໜ່ງປີ 2026-2031 ໃຫ້ເປັນຮູບປະທຳ.
![]() |
| ບັນດາສະຫາຍຜູ້ນຳພັກ, ລັດ ແລະ ອະດີດຜູ້ນຳພັກ, ລັດ ກ່າວຄຳຍິນດີຕ້ອນຮັບບັນດາຜູ້ແທນ ທີ່ມາເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX. (ພາບ: ຂົງຈີ - Khổng Chí) |
ກອງປະຊຸມໃຫຍ່ ມີຄວາມປິຕິຊົມຊື່ນ, ພາກພູມໃຈ ແລະ ເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບບັນດາສະຫາຍຜູ້ນຳ, ອະດີດຜູ້ນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ; ບັນດາຜູ້ແທນ ແລະ ແຂກຜູ້ມີກຽດ ທີ່ໄດ້ມາເຂົ້າຮ່ວມ ແລະ ກ່າວຊີ້ນຳກອງປະຊຸມໃຫຍ່.
ທາງດ້ານຜູ້ນຳພັກ, ລັດ, ມີບັນດາສະຫາຍ: ສະຫາຍ ເຈິ່ນແທງເໝິນ (Trần Thanh Mẫn), ກຳມະການກົມການເມືອງ, ປະທານສະພາກແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ສະຫາຍ ນົງດຶກແມ້ງ (Nông Đức Mạnh), ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ສະຫາຍ ຫງວຽນວັນອານ (Nguyễn Văn An), ອະດີດກຳມະການກົມການເມືອງ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ສະຫາຍ ຫງວຽນຊິງຮຸ່ງ (Nguyễn Sinh Hùng), ອະດີດກຳມະການກົມການເມືອງ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ສະຫາຍ ນາງ ຫງວຽນທິກິມເງິນ (Nguyễn Thị Kim Ngân), ອະດີດກຳມະການກົມການເມືອງ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ສະຫາຍ ເຈິ່ນເກີມຕູ້ (Trần Cẩm Tú), ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ; ສະຫາຍ ເຈິ່ນກວົກເວື້ອງ (Trần Quốc Vượng), ອະດີດກຳມະການກົມການເມືອງ, ອະດີດຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ; ສະຫາຍ ນາງ ບຸຍທິມິງຮວ່າຍ (Bùi Thị Minh Hoài), ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.
ເຂົ້າຮ່ວມກອງປະຊຸມໃຫຍ່ ຍັງມີບັນດາສະຫາຍກຳມະການກົມການເມືອງ, ກຳມະການຄະນະເລຂາທິການ; ຮອງປະທານປະເທດ, ຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ; ບັນດາສະຫາຍກຳມະການສູນກາງພັກ, ກຳມະການສຳຮອງສູນກາງພັກ; ຕົວແທນການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ; ການນຳບັນດາຄະນະພັກແຂວງ, ຄະນະພັກນະຄອນ, ຄະນະພັກທີ່ຂຶ້ນກັບສູນກາງ; ຕົວແທນການນຳບັນດາວິສາຫະກິດທີ່ຮ່ວມເດີນທາງ, ປະສານງານ; ວິີລະຊົນແຮງງານພາຍໃດຂົງເຂດກະສິກຳ.
ທາງດ້ານສູນກາງສະມາຄົມຊາວນາຫວຽດນາມ, ມີສະຫາຍ ເລືອງກວົກດວານ (Lương Quốc Đoàn) - ກຳມະການຄະນະບໍລິຫານງານສູນກາງພັກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ເລຂາຄະນະພັກ - ປະທານຄະນະບໍລິຫານງານສູນກາງສະມາຄົມຊາວນາຫວຽດນາມ; ບັນດາສະຫາຍອະດີດປະທານ, ຮອງປະທານ, ອະດີດຮອງປະທານຄະນະບໍລິຫານງານສູນກາງສະມາຄົມຊາວນາຫວຽດນາມ ຜ່ານແຕ່ລະສະໄໝ; ບັນດາສະຫາຍກຳມະການຄະນະປະຈຳ, ກຳມະການຄະນະບໍລິຫານງານສູນກາງສະມາຄົມຊາວນາຫວຽດນາມ ຊຸດທີ VIII.
ເປັນພິເສດ, ມີຜູ້ແທນ 598 ທ່ານ, ເຊິ່ງແມ່ນບັນດາພະນັກງານ, ສະມາຊິກຊາວນາຕົວແບບ, ເປັນຕົວແທນໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ສະຕິປັນຍາຂອງພະນັກງານ, ສະມາຊິກຊາວນາຫຼາຍກວ່າ 10 ລ້ານຄົນໃນທົ່ວປະເທດ ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່.
![]() |
| ບັນດາສະຫາຍຜູ້ນຳພັກ, ລັດ ແລະ ອະດີດຜູ້ນຳພັກ, ລັດ ກ່າວຄຳຍິນດີຕ້ອນຮັບບັນດາຜູ້ແທນ ທີ່ມາເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX. (ພາບ: ຂົງຈີ) |
ກ່າວປາໄສໄຂກອງປະຊຸມໃຫຍ່, ສະຫາຍ ເລືອງກວົກດວານ (Lương Quốc Đoàn) - ກຳມະການຄະນະບໍລິຫານງານສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະມາຄົມຊາວນາຫວຽດນາມ ໄດ້ຢືນຢັນວ່າ: ເມື່ອທົບທວນຄືນເສັ້ນທາງແຫ່ງການສ້າງຕັ້ງ ແລະ ພັດທະນາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ຊົນຊັ້ນຊາວນາ ແລະ ສະມາຄົມຊາວນາຫວຽດນາມ ຍາມໃດກໍຈົງຮັກພັກດີເດີນຕາມພັກ, ມີຄວາມຮັກຊາດອັນດູດດື່ມ, ມີຈິດໃຈກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມທັງມີຄວາມມຸ່ງມາດປາດຖະໜາທີ່ຈະກ້າວຂຶ້ນ; ບໍ່ຢຸດຢັ້ງການເຕີບໃຫຍ່ຂະຫຍາຍຕົວທັງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ; ມີການທຸ້ມເທອັນໃຫຍ່ຫຼວງເຂົ້າໃສ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.
ທ່ານປະທານສະມາຄົມຊາວນາຫວຽດນາມ ເລືອງ ກວົກ ດວ່ານ ໄດ້ເນັ້ນໜັກວ່າ, ພາຍໃດໄລຍະເຄິ່ງວາລະດຳລົງຕຳແໜ່ງທີ່ຜ່ານມາ, ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກ, ການຄຸ້ມຄອງຢ່າງມີປະສິດທິຜົນຂອງລັດ; ການປະສານງານຂອງແນວໂຮມປະເທດຊາດ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ການຮ່ວມເດີນທາງຂອງຄະນະຊຸມຊົນວິສາຫະກິດ, ພະນັກງານ, ສະມາຊິກສະມາຄົມ ແລະ ຊາວນາທົ່ວປະເທດ ໄດ້ເສີມຂະຫຍາຍມູນເຊື້ອແຫ່ງຄວາມດຸໝັ່ນຂະຫຍັນພຽນ, ຄວາມສ້າງສັນ, ຈິດໃຈສາມັກຄີ, ຈິດໃຈກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຈົນສາມາດບັນລຸໄດ້ຜົນສຳເລັດອັນສຳຄັນຫຼາກຫຼາຍປະການ.
ວຽກງານການກໍ່ສ້າງ, ຮັດແໜ້ນການຈັດຕັ້ງສະມາຄົມ ແມ່ນໄດ້ຖືກຜັນຂະຫຍາຍຢ່າງສອດຄ່ອງກັນ; ວຽກງານການຈັດສັນ, ປັບປຸງກົນໄກກົມກອງ, ພະນັກງານສະມາຄົມແຕ່ລະຂັ້ນ ແມ່ນໄດ້ຖືກຈັດຕັ້ງປະຕິບັດຢ່າງຂຸ້ນຂ້ຽວ, ມີປະສິດທິຜົນ, ສອດຄ່ອງກັບຮູບແບບການຈັດຕັ້ງໃໝ່; ພາກສ່ວນໃຫຍ່ຂອງບັນດາດັດສະນີຕົ້ນຕໍແມ່ນລ້ວນແຕ່ບັນລຸ ແລະ ເກີນແຜນການ, ຫຼາກຫຼາຍດັດສະນີບັນລຸໄດ້ຜົນສຳເລັດສູງ; ວຽກງານການເປັນເສນາທິການ, ສະເໜີກົນໄກ, ນະໂຍບາຍ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາກຫຼາຍປະການ, ໂດຍໄດ້ຮັບການອະນຸມັດ 04 ໂຄງການຈາກທ່ານນາຍົກລັດຖະມົນຕີ, ສ້າງພື້ນຖານ, ກຳລັງຂັບເຄື່ອນເພື່ອບຸກທະລຸ, ປ່ຽນແປງໃໝ່ການເຄື່ອນໄຫວຂອງສະມາຄົມ ແລະ ຂະບວນການຊາວນາ.
ອີງຕາມການກ່າວຂອງຮອງປະທານສະມາຄົມຊາວນາຫວຽດນາມ ເລືອງກວົກ ດວານ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX ແມ່ນຈັດຂຶ້ນທ່າມກາງສະພາບການທີ່ປະເທດຊາດກ້າວເຂົ້າສູ່ໄລຍະແຫ່ງການພັດທະນາໃໝ່, ໂດຍມີທັງກາລະໂອກາດ, ເງື່ອນໄຂອັນສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍສະຫຼັບສັບຊ້ອນກັນໄປ.
ສະມາຄົມຊາວນາແຕ່ລະຂັ້ນ ພວມເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ບັນດາມະຕິຍຸດທະສາດຂອງກົມການເມືອງ. ໃນຂະນະດຽວກັນ, ກໍສືບຕໍ່ຜັນຂະຫຍາຍຢ່າງແຮງກ້າຕໍ່ກັບມະຕິເລກທີ 46-NQ/TW ຂອງກົມການເມືອງ ວ່າດ້ວຍການປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະມາຄົມຊາວນາຫວຽດນາມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ປະຕິວັດພາຍໃດໄລຍະໃໝ່; ຫັນການຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ເປັນຮູບປະທຳ ກ່ຽວກັບວຽກງານການທີ່ສະມາຄົມຊາວນາຫວຽດນາມ ສຸມໃສ່ພັດທະນາ “ຊີວິດການເປັນຢູ່ຊົນນະບົດຂຽວ - ກະສິກຳດີຈີຕອນ - ຕ່ອງໂສ້ມູນຄ່າ”, ຕິດພັນກັບການພັດທະນາເສດຖະກິດລວມໝູ່, ສະຫະກອນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພາຍໃດການປ່ຽນແປງໃໝ່ວຽກງານສະມາຄົມ ແລະ ຂະບວນການຊາວນາພາຍໃດໄລຍະໃໝ່.
"ຍ້ອນແນວນັ້ນ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກສຳລັບສະມາຄົມຊາວນາຫວຽດນາມແຕ່ລະຂັ້ນ ແມ່ນການປ່ຽນແປງໃໝ່ຢ່າງແຮງກ້າທາງດ້ານເນື້ອໃນ, ຮູບແບບ, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ; ເຮັດຫຼ້າໜ້າທີ່ເປັນຕົວແທນ, ເບິ່ງແຍງດູແລ, ປົກປັກຮັກສາສິດ, ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງສະມາຊິກ, ຊາວນາ; ເສີມຂະຫຍາຍບົດບາດເປັນຂົວຕໍ່ອັນໜັກແໜ້ນລະຫວ່າງຊາວນາກັບພັກ, ລັດ; ເຂົ້າຮ່ວມການກໍ່ສ້າງພັກ, ລະບົບການເມືອງ, ກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ ບົນພື້ນຖານການຮັດແໜ້ນພັນທະພາບ “ກຳມະກອນ - ຊາວນາ - ປັນຍາຊົນ”; ເປັນເຈົ້າການພາຍໃດການເຊື່ອມໂຍງ, ຍົກສູງປະສິດທິຜົນການຮ່ວມມືສາກົນ, ການຕ່າງປະເທດປະຊາຊົນ; ປະກອບສ່ວນພັດທະນາກະສິກຳນິເວດ, ຊົນນະບົດທັນສະໄໝ, ຊາວນາສີວິໄລ, ຮ່ວມແຮງຮ່ວມໃຈກັນພັດທະນາປະເທດຊາດໃຫ້ໄວ ແລະ ຍືນຍົງ", ທ່ານປະທານສະມາຄົມຊາວນາຫວຽດນາມ ເລືອງ ກວົກ ດວ່ານ ໄດ້ຊີ້ແຈ້ງ ແລະ ຢືນຢັນວ່າ, ການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງຊົນຊັ້ນຊາວນາ ແລະ ສະມາຄົມຊາວນາຫວຽດນາມ, ດ້ວຍຄວາມເຊື່ອໝັ້ນອັນເລິກເຊິ່ງຕໍ່ກັບການນຳພາຂອງພັກ ແລະ ພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດ, ພວກ ເຮົາເດັດດ່ຽວໜັກແໜ້ນກໍ່ສ້າງສະມາຄົມຊາວນາຫວຽດນາມໃຫ້ມີຄວາມເຂັ້ມແຂງຮອບດ້ານ, ເປັນສູນກາງ, ເປັນແກນນຳຢ່າງແທ້ຈິງພາຍໃດຂະບວນການຊາວນາ ແລະ ພາລະກິດການກໍ່ສ້າງຊົນນະບົດໃໝ່; ກໍ່ສ້າງຊົນຊັ້ນຊາວນາຫວຽດນາມໃຫ້ມີຄວາມສີວິໄລ, ພັດທະນາຮອບດ້ານ, ມີຈິດໃຈກຸ້ມຕົນເອງ, ເພິ່ງຕົນເອງ, ມີຄວາມມຸ່ງມາດປາດຖະໜາທີ່ຈະກ້າວຂຶ້ນ, ປະກອບສ່ວນກໍ່ສ້າງປະເທດຫວຽດນາມ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ມີຄວາມສຸກ, ກ້າວເດີນຢ່າງໜັກແໜ້ນສູ່ລັດທິສັງຄົມນິຍົມ.
![]() |
| ບັນຍາກາດລວມຂອງກອງປະຊຸມໃຫຍ່. (ພາບ: ຂົງຈີ) |
ບົດລາຍງານສັງລວມຜົນສຳເລັດຂອງວຽກງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ VIII, ວາລະດຳລົງຕຳແໜ່ງປີ 2023 – 2028, ທ່ານ ຟານຍືຫງວຽນ (Phan Như Nguyện) - ຮອງປະທານປະຈຳການສູນກາງສະມາຄົມຊາວນາຫວຽດນາມ ໄດ້ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX ແມ່ນຈັດຂຶ້ນທ່າມກາງສະພາບການທີ່ປະເທດຊາດກ້າວເຂົ້າສູ່ຍຸກສະໄໝໃໝ່. ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ພວມຕັ້ງໜ້າຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະ ບັນດາມະຕິຂອງກົມການເມືອງ.
ສະມາຄົມຊາວນາແຕ່ລະຂັ້ນ ແລະ ຊົນຊັ້ນຊາວນາຫວຽດນາມ ພວມມານະພະຍາຍາມຈັດຕັ້ງປະຕິບັດບັນດາມະຕິຂອງພັກ, ຂອງກົມການເມືອງ, ເປັນພິເສດແມ່ນ ມະຕິເລκທີ 46-NQ/TW ລົງວັນທີ 20/12/2023; ບັນດາມະຕິຂອງລັດຖະບານ; ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ສະມາຄົມຊາວນາຫວຽດນາມ, 1ວາລະດຳລົງຕຳແໜ່ງປີ 2023-2028 ແລະ ມະຕິກອງປະຊຸມໃຫຍ່ສະມາຄົມຊາວນາແຕ່ລະຂັ້ນ, ວາລະດຳລົງຕຳແໜ່ງປີ 2025-2030.
ເມື່ອທົບທວນຄືນວາລະດຳລົງຕຳແໜ່ງທີ່ຜ່ານມາ, ວຽກງານສະມາຄົມ ແລະ ຂະບວນການຊາວນາ ແມ່ນສືບຕໍ່ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາກຫຼາຍປະການ, ມີຫຼາກຫຼາຍຈຸດບຸກທະລຸ, ໂດຍສາມາດຈັດຕັ້ງປະຕິບັດດັດສະນີໄດ້ບັນລຸ ແລະ ເກີນແຜນການເຖິງ 16/18 ດັດສະນີ, ຫຼາກຫຼາຍດັດສະນີທີ່ມີຄວາມຫຍຸ້ງຍາກ ແຕ່ກໍສາມາດບັນລຸໄດ້ເກີນຄາດໝາຍຂອງວາລະດຳລົງຕຳແໜ່ງ, ເປັນຕົ້ນແມ່ນ: ການສ້າງຕັ້ງກຸ່ມຮ່ວມມືເກີນແຜນ 4,5%, การສ້າງຕັ້ງສະຫະກອນເກີນແຜນ 2,8%, ຈຳນວນສະມາຄົມທີ່ເຂົ້າຮ່ວມປະກັນສັງຄົມແບບສະໝັກໃຈເກີນແຜນ 2,8%, ຈຳນວນຄອບຄົວທີ່ເຂົ້າຮ່ວມເວທີການຄ້າດີຈີຕອນ (sản thương mại điện tử) ເກີນແຜນ 21,5%, ການເຕີບໂຕຂອງກອງທຶນສະໜັບສະໜູນຊາວນາເກີນແຜນ 17,3%.
ການຈັດຕັ້ງກົນໄກກົມກອງຂອງສະມາຄົມແຕ່ລະຂັ້ນ ແມ່ນສືບຕໍ່ໄດ້ຮັບການຮັດແໜ້ນ, ປັບປຸງໃຫ້ມີຄວາມກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ຄຸນນະພາບຂອງຖັນແຖວພະນັກງານ ແລະ ສະມາຊິກສະມາຄົມແມ່ນໄດ້ຮັບການຍົກສູງຂຶ້ນ. ວຽກງານການຈັດສັນກົນໄກກົມກອງຂອງສະມາຄົມ ທີ່ຂຶ້ນກັບແນວໂຮມປະເທດຊາດຫວຽດນາມ ແມ່ນໄດ້ຖືກຈັດຕັ້ງປະຕິບັດຢ່າງຂຸ້ນຂ້ຽວ ແລະ ສອດຄ່ອງກັນ. ວຽກງານການກໍ່ສ້າງ, ບຳລຸງສ້າງພະນັກງານແມ່ນໄດ້ຮັບຄວາມເອົາໃຈໃສ່, ໂດຍບັນລຸໄດ້ເຖິງ 156,3% ຂອງແຜນການ.
ວຽກງານการກວດກາ, ຕິດຕາມ, ປະຕິບັດວິໄນ ແມ່ນໄດ້ຖືກຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖືກຕ້ອງຕາມກົດລະບຽບ, ທັນການພາຍໃດການປະກາດໃຊ້ບັນດາເອກະສານທາງການ (ກົດລະບຽບ, ກົດບັດ, ຄຳແນະນຳ…), ຮັດແໜ້ນ ແລະ ປັບປຸງຄະນະກຳມະການກວດກາແຕ່ລະຂັ້ນ ໃຫ້ມີຄວາມສອດຄ່ອງຕາມຮູບແບບການຈັດຕັ້ງໃໝ່.
ຄຽງຄູ່ກັນນັ້ນ, ເນື້ອໃນ ແລະ ຮູບແບບການເຄື່ອນໄຫວຂອງສະມາຄົມ ແມ່ນມີການປ່ຽນແປງໃໝ່ຫຼາກຫຼາຍປະການ, ຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວໄດ້ຮັບການຍົກສູງຂຶ້ນ, ມຸ່ງໜ້າຢ່າງແຮງກ້າສູ່ຮາກຖານ; ໂດຍມີຈຸດສຸມແມ່ນການກໍ່ສ້າງກົນໄກ, ນະໂຍບາຍ, ເປັນເສນາທິການສະເໜີຕໍ່ທ່ານນາຍົກລັດຖະມົນຕີ ເພື່ອອະນຸມັດ 04 ໂຄງການ (Đề án), ສ້າງພື້ນຖານ ແລະ ແຫຼ່ງຊັບພະຍາກອນໃຫ້ແກ່ສະມາຄົມແຕ່ລະຂັ້ນ ພາຍໃດການປ່ຽນແປງໃໝ່ເນື້ອໃນ, ຮູບແບບການເຄື່ອນໄຫວ, ເປັນຕົ້ນແມ່ນພາຍໃດວຽກງານການສະໜັບສະໜູນສະມາຊິກ, ຊາວນາ ເພື່ອຊຸກຍູ້ການຮ່ວມມື, ເເຊື່ອມຕໍ່, ພັດທະນາການຜະລິດ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ປອດໄພ, ຍືນຍົງ, ຍົກສູງລະດັບຄວາມຮູ້ຂອງພະນັກງານສະມາຄົມ ແລະ ຊາວນາທີ່ຜະລິດດຳເນີນທຸລະກິດເກັ່ງ.
ຂະບວນການ “ຊາວນາແຂ່ງຂັນກັນຜະລິດ, ດຳເນີນທຸລະກິດເກັ່ງ, ສາມັກຄີກັນຊ່ວຍເຫຼືອເຊິ່ງກັນແລະກັນເພື່ອສ້າງຄວາມຮັ່ງມີ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ” ແມ່ນໄດ້ຮັບການປ່ຽນແປງໃໝ, ຍົກສູງຄຸນນະພາບ. ໃນແຕ່ລະປີ ໄດ້ຂົນຂວາຍໄດ້ 6,5 ລ້ານຄອບຄົວລົງທະບຽນ (ບັນລຸ 112,6% ຂອງແຜນການ, ເກີນ 19,1% ຂອງດັດສະນີທີ່ວາງອອກ), ພາຍໃດນັ້ນ ມີຫຼາຍກວ່າ 3,4 ລ້ານຄອບຄົວ ບັນລຸໄດ້ນາມມະຍົດຜະລິດ, ດຳເນີນທຸລະກິດເກັ່ງແຕ່ລະຂັ້ນ (ບັນລຸ 121,3% ຂອງແຜນການ, ເກີນ 27,5% ຂອງດັດສະນີທີ່ວາງອອກ), ເກີດມີຫຼາກຫຼາຍແບບຢ່າງຕົວແບບ ພ້ອມກັບບັນດາຂໍ້ລິເລີ່ມ, ວິທີການເຮັດທີ່ດີ ແລະ ມີຄວາມສ້າງສັນ.
ກິດຈະກຳສະໜັບສະໜູນ, ແນະນຳສະມາຊິກ, ຊາວນາ ພັດທະນາບັນດາຮູບແບບການຜະລິດກະສິກຳໃໝ່, ບັນດາຮູບແບບການເຊື່ອມຕໍ່, ຮ່ວມມືຕາມຕ່ອງໂສ້ມູນຄ່າ, ບັນດາຮູບແບບເສດຖະກິດທີ່ມີປະສິດທິຜົນພາຍໃດຂະແໜງກະສິກຳ, ຊົນນະບົດ ແມ່ນສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຮງກ້າ.
ວຽກງານການໃຫ້ຄຳປຶກສາ, ເຜີຍແຜ່, ສຶກສາອົບຮົມກົດໝາຍ, ສະໜັບສະໜູນທາງດ້ານກົດໝາຍໃຫ້ແກ່ຊາວນາ ແມ່ນໄດ້ຮັບການເພີ່ມທະວີ, ໂດຍມີຊາວນາເກືອບ 2,5 ລ້ານເທື່ອຄົນ ໄດ້ຮັບການໃຫ້ຄຳປຶກສາທາງດ້ານກົດໝາຍ, ຫຼາຍກວ່າ 796 ພັນເທື່ອຄົນ ໄດ້ຮັບການສະໜັບສະໜູນທາງດ້ານກົດໝາຍ. ກິດຈະກຳການຖ່າຍທອດວິທະຍາສາດ, ເຕັກນິກທີ່ທັນສະໄໝ, ເຕັກໂນໂລຊີສູງ, ເຕັກໂນໂລຊີໃໝ່ ພາຍໃດການຜະລິດ, ດຳເນີນທຸລະກິດໃຫ້ແກ່ສະມາຊິກ, ຊາວນາ ແມ່ນໄດ້ຮັບການຊຸກຍູ້ ໂດຍຜ່ານການຈັດຕັ້ງການຝຶກອົບຮົມໃຫ້ແກ່ສະມາຊິກຫຼາຍກວ່າ 2,8 ລ້ານຄົນ, ສະໜັບສະໜູນ, ແນະນຳການກໍ່ສ້າງຮູບແບບຈຸດສຸມໄດ້ຫຼາຍກວ່າ 4.900 ຮູບແບບ.
ວຽກງານການແຂ່ງຂັນ, ຍ້ອງຍໍຊົມເຊີຍ ແມ່ນໄດ້ຮັບການປ່ຽນແປງໃໝ່, ຍົກສູງຄຸນນະພາບ, ທັນການພາຍໃດການປັບປຸງ, ເພີ່ມເຕີມກົດລະບຽບການແຂ່ງຂັນ, ຍ້ອງຍໍຊົມເຊີຍ, ປັບປຸງໃຫ້ມີຄວາມສອດຄ່ອງກັບບັນດາກຸ່ມແຂ່ງຂັນ ພາຍຫຼັງການຈັດສັນຄືນໃໝ່ບັນດາກົມກອງບໍລິຫານທ້ອງຖິ່ນ. ຈັດຕັ້ງຜົນສຳເລັດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດ ສະມາຄົມຊາວນາຫວຽดນາມ ຄັ້ງທີ VI, ບັນດາໂຄງການ, ເຫດການໃຫຍ່ຂອງສະມາຄົມ ແລະ ການເຂົ້າຮ່ວມບັນດາເຫດການອັນສະຫງ່າລາສີຂອງປະເທດຊາດ.
![]() |
| ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: ຂົງຈີ) |
ດ້ວຍຈິດໃຈ “ສາມັກຄີ - ປະຊາທິປະໄຕ - ບຸກທະລຸ - ຮ່ວມມື - ພັດທະນາ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX ໄດ້ກຳນົດທິດທາງພາຍໃດວາລະດຳລົງຕຳແໜ່ງ 5 ປີ (2026-2031) ແມ່ນການກໍ່ສ້າງສະມາຄົມຊາວນາຫວຽດນາມໃຫ້ມີຄວາມເຂັ້ມແຂງ; ເເສີມຂະຫຍາຍບົດບາດຊາວນາໃຫ້ເປັນເຈົ້າການ, ເປັນສູນກາງພາຍໃດການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່; ປຸກຂະຫຍາຍຄວາມມຸ່ງມາດປາດຖະໜາພາຍໃດການພັດທະນາປະເທດຊາດໃຫ້ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ ແລະ ມີຄວາມສຸກ ພາຍໃດຍຸກສະໄໝໃໝ່.
ກອງປະຊຸມໃຫຍ່ໄດ້ວາງ 11 ດັດສະນີສະເພາະ ແລະ 4 ວິທີການແກ້ໄຂແບບບຸກທະລຸ ແນໃສ່ສຸມໃສ່ເຂົ້າໃສ່ວຽກງານ: ສືບຕໍ່ປ່ຽນແປງໃໝ່ຢ່າງແຮງກ້າຕໍ່ກັບຮູບແບບການເຕົ້າໂຮມ, ສາມັກຄີຊາວນາ ຕິດພັນກັບການຫັນເປັນດີຈີຕອນພາຍໃດວຽກງານສະມາຄົມ; ສຸມໃສ່ການຂົນຂວາຍ, ສະໜັບສະໜູນຊາວນາພັດທະນາເສດຖະກິດລວມໝູ່ພາຍໃດຂະແໜງກະສິກຳ ຕິດພັນກັບການຮັບປະກັນຄວາມປອດໄພທາງດ້ານອາຫານ; ເພີ່ມທະວີຍົກສູງລະດັບຄວາມຮູ້, ທັກສະໃຫ້ແກ່ພະນັກງານສະມາຄົມ ແລະ ສະມາຊິກຊາວນາ, ໂດຍມີຈຸດສຸມແມ່ນຄວາມຮູ້ ແລະ ທັກສະດີຈີຕອນ; ຊຸກຍູ້ການຂົນຂວາຍ, ແນະນຳ, ສະໜັບສະໜູນຊາວນາທີ່ຜະລິດດຳເນີນທຸລະກິດເກັ່ງ ໃຫ້ເຂົ້າຮ່ວມການພັດທະນາວິສາຫະກິດ ທີ່ເຄື່ອນໄຫວພາຍໃດຂົງເຂດກະສິກຳ.
| ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX ຈະດຳເນີນຂຶ້ນໃນລະຫວ່າງວັນທີ 7-8/6 ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX, ສົກປີ 2026-2031 ພາຍໃຕ້ຫົວຂໍ້ "ສາມັກຄີ - ປະຊາທິປະໄຕ - ບຸກທະລຸ - ຮ່ວມມື - ພັດທະນາ" ຈະດຳເນີນຂຶ້ນໃນລະຫວ່າງວັນທີ 7 ຫາ 8/6 ນີ້ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ ... |
| ຂີດໝາຍ 8 ຄັ້ງກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ: ເສັ້ນທາງແຫ່ງການດັດແປງໃໝ່ ແລະ ການພັດທະນາ ຂອງຊົນຊັ້ນຊາວນາ ຍສໝ - ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ I ປີ 1988 ເຖິງກອງປະຊຸມໃຫຍ່ ຄັ້ງທີ VIII ອາຍຸການ 2023-2028, ບັນດາຄັ້ງກອງປະຊຸມໃຫຍ່ ສະມາຄົມຊາວນາຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງສະມາຄົມເທົ່ານັ້ນ ແຕ່ຍັງສ່ອງແສງຢ່າງມີຊີວິດຊີວາຕໍ່ກັບບົດບາດນັບມື້ນັບໃຫຍ່ຫຼວງຂອງຊົນຊັ້ນຊາວນາ ໃນພາລະກິດແຫ່ງການດັດແປງໃໝ່, ການພັດທະນາກະສິກຳ, การສ້າງຊົນນະບົດໃໝ່ ແລະ ການເຊື່ອມໂຍງສາກົນ. |




