ທ່ານ ຫງວຽນອານຕວນ (Nguyễn Anh Tuấn) ໄດ້ຮັບການເລືອກຕັ້ງຄືນໃໝ່ເປັນປະທານສະຫະພັນກຳມະບານຫວຽດນາມ

09:59 | 05/06/2026

ຍສໝ - ພາຍໃນກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ ສົກປີ 2026 - 2031, ທ່ານ ຫງວຽນອານຕວນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງຕໍ່ເນື່ອງ ໂດຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານສະຫະພັນກຳມະບານຫວຽດນາມ; ຄະນະບໍລິຫານງານສະໄໝທີ XIV ເຊິ່ງປະກອບມີກຳມະການສົມບູນ 135 ທ່ານ ກໍໄດ້ຮັບການ ບູລະນະອົງການຈັດຕັ້ງໃຫ້ສົມບູນ.

ເດັກນ້ອຍຍີ່ປຸ່ນ ມ່ວນຊື່ນຮຽນພາສາຫວຽດ, ຈົດຈຳບຸນຄຸນປະທານ ໂຮ່ຈີມິນ
ຫວຽດນາມ - ຝຣັ່ງ ຊຸກຍູ້ການຮ່ວມມືດ້ານລັດຖະສະພາ ແລະ ການປ້ອງກັນຊາດ - ຄວາມໝັ້ນຄົງ
ທ່ານ ຫງວຽນອານຕວນ (Nguyễn Anh Tuấn) ໄດ້ຮັບການເລືອກຕັ້ງຄືນໃໝ່ເປັນປະທານສະຫະພັນກຳມະບານຫວຽດນາມ
ທ່ານ ຫງວຽນອານຕວນ (Nguyễn Anh Tuấn) ໄດ້ຮັບການເລືອກຕັ້ງຄືນໃໝ່ເປັນປະທານສະຫະພັນກຳມະບານຫວຽດນາມ

ນຕອນເຊົ້າວັນທີ 5/6, ພາຍໃນວາລະອັດກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ ສົກປີ 2026 - 2031, ໝາກຜົນແຫ່ງການເລືອກຕັ້ງຄະນະບໍລິຫານງານສະຫະພັນກຳມະບານຫວຽດນາມ ສະໄໝທີ XIV ແມ່ນໄດ້ຮັບການປະກາດເປັນທາງການແລ້ວ.

ຕາມນັ້ນແລ້ວ, ກອງປະຊຸມໃຫຍ່ໄດ້ເລືອກຕັ້ງກຳມະການຄະນະບໍລິຫານງານສະຫະພັນກຳມະບານຫວຽດນາມ ສະໄໝທີ XIV ທັງໝົດ 135 ທ່ານ. ພາຍໃນກອງປະຊຸມຄັ້ງປະຖົມມະລຶກ, ຄະນະບໍລິຫານງານສະໄໝໃໝ່ ໄດ້ດຳເນີນການເລືອກຕັ້ງບັນດາຕຳແໜ່ງການນຳຫຼັກແຫຼ່ງ, ປະກອບມີ ປະທານ ແລະ ຮອງປະທານສະຫະພັນກຳມະບານຫວຽດນາມ 4 ທ່ານ.

ທ່ານ ຫງວຽນອານຕວນ (Nguyễn Anh Tuấn), ປະທານສະຫະພັນກຳມະບານຫວຽດນາມ ສະໄໝທີ XIII, ແມ່ນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງຕໍ່ເນື່ອງ ແລະ ໄດ້ຮັບການເລືອກຕັ້ງຄືນໃໝ່ໃຫ້ດຳລົງຕຳແໜ່ງເປັນປະທານສະຫະພັນກຳມະບານຫວຽດນາມ ສະໄໝທີ XIV, ສົກປີ 2026 - 2031.

ຮອງປະທານສະຫະພັນກຳມະບານຫວຽດນາມ ສະໄໝທີ XIV ທັງ 4 ທ່ານ ປະກອບມີ ທ່ານນາງ ທ໊າຍທູເຊືອງ (Thái Thu Xương), ທ່ານ ຫງໍ້ຢຸຍຮ້ຽວ (Ngọ Duy Hiểu), ທ່ານ ຫງວຽນຊວນຮຸ່ງ (Nguyễn Xuân Hùng) ແລະ ທ່ານ ເລວັນຫງັຍ (Lê Văn Nghĩa). ໃນນັ້ນ, ທ່ານນາງ ທ໊າຍທູເຊືອງ ພ້ອມກັບທ່ານ ຫງໍ້ຢຸຍຮ້ຽວ ແລະ ທ່ານ ຫງວຽນຊວນຮຸ່ງ ແມ່ນໄດ້ຮັບການເລືອກຕັ້ງຄືນໃໝ່; ສ່ວນທ່ານ ເລວັນຫງັຍ, ຫົວໜ້າຄະນະຄຸ້ມຄອງໂຄງການກຳມະບານ ແມ່ນໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນຮອງປະທານສະຫະພັນກຳມະບານຫວຽດນາມ ເປັນຄັ້ງທຳອິດ.

ກໍພາຍໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສະຫະພັນກຳມະບານຫວຽດນາມ ສະໄໝທີ XIV ໄດ້ເລືອກຕັ້ງໃຫ້ທ່ານ ຫວູອານດຶກ (Vũ Anh Đức), ກຳມະການຄະນະບໍລິຫານງານສະຫະພັນກຳມະບານຫວຽດນາມ ສະໄໝທີ XIV, ດຳລົງຕຳແໜ່ງເປັນຮອງເລຂາຄະນະພັກຮັບຜິດຊອບສະເພາະວຽກງານ ຂອງຄະນະພັກສະຫະພັນກຳມະບານຫວຽດນາມ.

ວາລະການປຶກສາຫາລືທາງດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ໂຮນລັງ ຄັ້ງທີ 2 ວາລະການປຶກສາຫາລືທາງດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ໂຮນລັງ ຄັ້ງທີ 2

ຍສໝ - ວັນທີ 1 ມິຖຸນາ 2026, ຢູ່ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ໂຮນລັງ Marcel de Vink ໄດ້ຮ່ວມກັນເປັນປະທານຮ່ວມ ວາລະການປຶກສາຫາລືທາງດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ໂຮນລັງ ຄັ້ງທີ 2.

ຮອງນາຍົກລັດຖະມົນຕີຜູ້ປະຈຳການ ຟາມຢາຕຸກ: ເປົ້າໝາຍສູງສຸດ ແມ່ນການຈັດຕັ້ງປີ APEC ໃຫ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ສະແດງໃຫ້ເຫັນເຖິງຂີດໝາຍອັນເລິກເຊິ່ງຂອງ ຫວຽດນາມ ຮອງນາຍົກລັດຖະມົນຕີຜູ້ປະຈຳການ ຟາມຢາຕຸກ: ເປົ້າໝາຍສູງສຸດ ແມ່ນການຈັດຕັ້ງປີ APEC ໃຫ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ສະແດງໃຫ້ເຫັນເຖິງຂີດໝາຍອັນເລິກເຊິ່ງຂອງ ຫວຽດນາມ

ຍສໝ - ໃນຕອນເຊົ້າວັນທີ 2 ມິຖຸນາ, ທ່ານ ຟາມຢາຕຸກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການ, ທັງເປັນປະທານຄະນະກຳມະການແຫ່ງຊາດ APEC 2027 ໄດ້ເປັນປະທານວາລະກອງປະຊຸມ ຄັ້ງທີ 3 ຂອງຄະນະກຳມະການ, ໂດຍມີການເຊື່ອມຕໍ່ລະບົບທາງໄກອອນລາຍ ໄປຍັງຈຸດຂົວຕໍ່ຄະນະກຳມະການປະຊາຊົນແຂວງ ອານຢາງ (An Giang).

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ