ມີຫຼາຍຈຸດໃໝ່ໃນ Festival ດອກໄມ້ ດ່າລາດ 2022

09:22 | 17/10/2022

ແທນທີ່ຈັດຂຶ້ນໃນປະມານອາທິດໜຶ່ງຄືຊຸມປີກ່ອນ, Festival ດອກໄມ້ ຄັ້ງນີ້ຈະຈັດຂຶ້ນເປັນເວລາ 2 ເດືອນ (ແຕ່ວັນທີ 11 ພະຈິກ ຫາວັນທີ 31 ທັນວາ).

Festival ຄົ້ນຫາ ໝູ່ກາງຈາຍ Festival ຄົ້ນຫາ ໝູ່ກາງຈາຍ
ພິທີໄຂ Festival Namaste ຫວຽດນາມ 2022 ຢູ່ແຂວງ ແຄ໋ງຮ່ວາ ພິທີໄຂ Festival Namaste ຫວຽດນາມ 2022 ຢູ່ແຂວງ ແຄ໋ງຮ່ວາ
Festival ດອກໄມ້ ດ່າລາດ ຄັ້ງທີ 8 (ພາບປະກອບ: qdnd.vn)
Festival ດອກໄມ້ ດ່າລາດ ຄັ້ງທີ 8 (ພາບປະກອບ: qdnd.vn)

ແຂວງ ເລິມດົ່ງ ຫາກໍ່ປະກາດແຜນການຈັດງານ Festival ດອກໄມ້ ດ່າລາດ ຄັ້ງທີ 9 ປີ 2022 ດ້ວຍຫົວຂໍ້ວ່າ “ດ່າລາດ - ນະຄອນ 4 ລະດູດອກໄມ້”, ຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 01 ພະຈິກ - 31 ທັນວາ.

Festival ດອກໄມ້ ດ່າລາດ ຄັ້ງທີ 9 ປີ 2022 ມີຫຼາຍຈຸດທີ່ແຕກຕ່າງກັນເມື່ອທຽບໃສ່ 8 ຄັ້ງກ່ອນ. ຕາມນັ້ນແລ້ວ, ແທນທີ່ຈັດຂຶ້ນໃນປະມານອາທິດໜຶ່ງຄືຊຸມປີກ່ອນ, Festival ດອກໄມ້ ຄັ້ງນີ້ຈະຈັດຂຶ້ນເປັນເວລາ 2 ເດືອນ (ແຕ່ວັນທີ 11 ພະຈິກ ຫາວັນທີ 31 ທັນວາ). ງານ Festival ດອກໄມ້ນີ້ຈະໄດ້ຈັດຂຶ້ນຢ່າງກວ້າງຂວາງຢູ່ທຸກເມືອງ, ນະຄອນພາຍໃນແຂວງ, ລວມມີ 10 ລາຍການຕົ້ນຕໍຈະໄດ້ຈັດຂຶ້ນໃນຕະຫຼອດເວລາຈັດງານບຸນນີ້.

Festival ດອກໄມ້ ດ່າລາດ ແມ່ນການເຄື່ອນໄຫວສຳຄັນ, ເຊິ່ງຈັດຂຶ້ນ 2 ປີເທື່ອໜຶ່ງ ເພື່ອໂຄສະນາ, ດຶງດູດການລົງທຶນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ກະຕຸ້ນການທ່ອງທ່ຽວ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.