ດົງທາບ ໄດ້ຈັດຕັ້ງ Festival ດອກໄມ້ປະດັບ ຊາແດກ ຄັ້ງທຳອິດ

00:00 | 01/01/2024

ຍສໝ - "Festival ​ດອກ​ໄມ້​ປະດັບ​ ຊາແດກ ​ຄັ້ງ​ທີ 1 ປີ 2023" ດ້ວຍ​ຫົວ​ຂໍ້ “ຮັກດິນ - ຮັກ​ດອກ​ໄມ້” ໄດ້​ດຳ​ເນີນ​ແຕ່​ວັນ​ທີ 30 ທັນ​ວາ 2023 ຫາ​ ວັນ​ທີ 5 ມັງ​ກອນ 2024.

ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຜ່ານ Festival ນິງບິ່ງ - ຈາງອານ ປີ 2023 ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຜ່ານ Festival ນິງບິ່ງ - ຈາງອານ ປີ 2023
ເປັນຄັ້ງທຳອິດ, ແຂວງ ເຫງ້ອານ ໄດ້ຈັດຕັ້ງການບຳລຸງສ້າງໃຫ້ນັກສຶກສາລາວ ທີ່ຮຽນຢູ່ໂຮງຮຽນມັດທະຍົມປາຍ ເປັນຄັ້ງທຳອິດ, ແຂວງ ເຫງ້ອານ ໄດ້ຈັດຕັ້ງການບຳລຸງສ້າງໃຫ້ນັກສຶກສາລາວ ທີ່ຮຽນຢູ່ໂຮງຮຽນມັດທະຍົມປາຍ

ທີ່​ການ​ປະຊຸມ​ຂ່າວ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 8 ທັນວາ 2023, ທ່ານ ຮວິ່ງມິງຕ໋ວນ - ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົງ​ທາບ ​ໃຫ້​ຮູ້​ວ່າ ເຫດການ​ແມ່ນເພື່ອ​ເຊີດຊູໝູ່​ບ້ານ​ດອກ​ໄມ້ 300 ກວ່າ​ປີ, ພ້ອມ​ທັງ​ຜັນຂະຫຍາຍບັນດາ​ຄຸນຄ່າ​ດ້ານ​ເສດຖະກິດ - ວັດທະນະທຳຂອງດອກ​ໄມ້​ປະດັບ​ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ ​ແລະ ສ້າງ​ພາບພົດໃຫ້​​ທ້ອງ​ຖິ່ນ.

“ຜ່ານ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່ຢາກ​ແນະນຳ​ໃຫ້​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ກ່ຽວກັບຮູບພາບ​ດິນ​ແດນດອກບົວແຫ່ງຄວາມຮັກເພງ, ຂະຫຍັນຂັນເຄື່ອນ, ປະດິດ​ສ້າງ ດ້ວຍ​ບັນດາ​ຄຸນຄ່າສີສັນສະເພາະ​ວັດທະນະທຳ​ພື້ນ​ເມືອງ - ຈຸດໝາຍ​ປາຍທາງ​ທີ່ຄວາມ​ປອດ​ໄພ ​ແລະ ​ເປັນ​ມິດ.

ດົງທາບ ໄດ້ຈັດຕັ້ງ Festival ດອກໄມ້ປະດັບ ຊາແດກ ຄັ້ງທຳອິດ
Festival ດອກໄມ້ປະດັບ ຊາແດກ

Festival ດອກໄມ້ປະດັບ ຊາແດກ ໄດ້​ດຳ​ເນີນ​ແຕ່​ວັນ​ທີ 30 ທັນວາ 2023 ຫາ 5 ມັງກອນ 2024, ດ້ວຍ​ຫຼາຍ​ກິດ​ຈະ​ກຳ​ສະ​ແດງທີ່ໂຄສະນາຂະແໜງດອກ​ໄມ້​ປະ​ດັບ​ແຂວງ ດົງ​ທາບ; ເຊີດຊູຜູ້ປູກດອກໄມ້ປະດັບ; ກອງປະຊຸມໄດ້ຍົກສູງກຸ່ມຄຸນຄ່າຂະແໜງສິນຄ້າດອກໄມ້ປະດັບ; ກອງປະຊຸມ​ເຊື່ອມ​ຕໍ່​ພົວພັນການຄ້າບັນດາຜະ​ລິດ​ຕະ​ພັນ​ດອກ​ໄມ້​ປະ​ດັບ”, ທ່ານ ​ຕ໋ວນ ​ກ່າວ​.

ທ່ານ ຟ້າ​ມແທ່ງເຕີມ - ເຈົ້າ​ຂອງ​ເຂດ​ທ່ອງ​ທ່ຽວທົ່ງດອກກຸຫຼາບ - ໃຫ້​ຮູ້​ວ່າ ໃນ​ເມື່ອ​ກ່ອນ ຊາວນາ​ປູກ​ດອກ​ໄມ້​ຢູ່​ພື້ນ​ດິນ​ເປັນຕົ້ນຕໍ, ແລ້ວ​ກໍ່​ປູກໃນໂຖ ວາງຢູ່ເທິງ​ຮ້ານເພື່ອຮັບໃຊ້ໃຫ້ວັນບຸນ​ເຕັດ, ຫຼັງຈາກນັ້ນກໍ່ຄ່ອຍໆ​ຫັນເປັນການຄ້າ. ຍ້ອນ​ການ​ຊີ້​ນຳ​ຂອງ​ຂະ​ແໜງ​ກະສິກຳ ​ແລະ ນະ​ໂຍບາຍ​ຂອງ​ທ້ອງ​ຖິ່ນນັ້ນ ໄດ້​ສ້າງ​ກາລະ​ໂອກາດ ​ແລະ ທິດ​ທາງ​ໃໝ່​ໃຫ້​ຊາວນາ​ເຮັດການທ່ອງ​ທ່ຽວ, ຫັນເປັນຫຼາຍຮູບຫຼາຍແບບຜະລິດ​ຕະພັນ​ດອກ​ໄມ້​ປະດັບ.

“ສ່ວນຢູ່ທົ່ງດອກກຸຫຼາບ, ພວກຂ້າພະເຈົ້າໄດ້ກະກຽມໂຖດອກໄມ້ປະມານ 12.000 ໂຖ ເພື່ອວາງສະແດງ, ປະດັບປະດາບັນດາທັດສະນີຍະພາບຂະໜາດນ້ອຍເພື່ອຕ້ອນຮັບແຂກທ່ອງທ່ຽວ, ພິເສດ, ແຂກທ່ອງທ່ຽວມາທີ່ນີ້ຈະໄດ້ຊົມອາຊີບຈັກສານໄມ້ໄຜ່ເພື່ອປູກຝ້າຍ, ທັດສະນີຍະພາບບັນຍາກາດມທ່າເຮືອຂະໜາດນ້ອຍຢູ່ແມ່ນ້ຳແຫ່ງດອກໄມ້ ແລະບ່ອນຂາຍດອກໄມ້ຢູ່ກາງແມ່ນ້ຳ,” ທ່ານ ເຕີມ ກ່າວ.

ທ່ານນາງ ຫວໍທິບິງ​ - ຮອງປະທານຄະນະກໍາມະການປະຊາຊົນນະຄອນ ຊາແດກ - ໃຫ້ຮູ້ວ່າ ເພື່ອກະກຽມໃຫ້ festival, ນະຄອນໄດ້ລົງທຶນປັບປຸງຕົວເມືອງ, ປະດັບປະດາເສັ້ນທາງ, ລົງທຶນເກືອບ 140 ຕື້ດົ່ງເພື່ອຍົກສູງການເປີດກວ້າງສະໜາມຫຼວງນະຄອນ ຊາແດກ ທີ່ກວ້າງ 7 ເຮັກຕາ.

“ເນື້ອທີ່ປູກດອກໄມ້ປະດັບນັບມື້ນັບເພີ່ມຂຶ້ນ, ຈາກ 650 ເຮັກຕາ ຂຶ້ນເປັນ 950 ເຮັກຕາ, ມີ 4.000 ກວ່າຄອບຄົວປູກດອກໄມ້ປະດັບ, ມີ 200 ຫົວໜ່ວຍ ແລະ ວິສາຫະກິດຜະລິດດອກໄມ້ປະດັບ, ລາຍຮັບສະເລ່ຍ 150 ລ້ານດົ່ງ/ຄົນ/ປີ, ມູນຄ່າການຜະລິດທັງໝົດ ຫຼາຍກວ່າ 3.000 ຕື້ດົ່ງ/ປີ.

​ໃນຫຼາຍ​ເດືອນຜ່ານມາ, ຊາວ​ນາ ຊາແດກ ​ໄດ້​ກະກຽມບັນດາພັນ​ດອກ​ໄມ້​ທີ່​ສວຍ​ສົດ​ງົດ​ງາມ, ແປກໃໝ່ເພື່ອ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ. ​ໃນ​ນັ້ນ, ​ແນວ​ພັນ​ດອກ ລາບ​ເບີຣີ​ (ດອກ​ໄມ້ Raspberry) ຂອງ​ສ.​ເກົາຫຼີ ​ທີ່​ມີ​ຫຼາກຫຼາຍ​ສີສັນ​ໄດ້​ຮັບ​ການ​ປູກ​ເປັນ​ຄັ້ງ​ທຳ​ອິດ​ໃນ​ແຂວງ ຊາແດກ,” ທ່ານ​ນາງ​ ບິງ ​ກ່າວ​.

Festival ດອກ​ໄມ້ ຄາດ​ວ່າ​ຈະ​ໃຊ້​ຈ່າຍ​ປະມານ 12 ຕື້​ດົ່ງ​ເຂົ້າ​ໃນ​ບັນດາ​ເຫດການ​ຈາກ​ບັນດາ​ແຫຼ່ງກຳລັງ​ສັງຄົມ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.